ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ກ່າວວ່າ ການເຮັດສົງຄາມກັບ ຈີນ ບໍ່ແມ່ນທາງເລືອກ 'ຢ່າງແນ່ນອນ,' ແຕ່​ໄດ້​ເສີມ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ການ​ປ້ອງ​ກັນປະເທດ


ປະທານາທິບໍດີ ໄຕ້ຫວັນ ທ່ານນາງໄຊ ອິ້ງ-ເຫວີນ, ຢູ່ຕໍ່ໜ້າທໍານຽບປະທານາທິບໍດີ ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 10 ຕຸລາ 2022. ທ່ານນາງກ່າວວ່າ ສົງຄາມລະຫວ່າງ ໄຕ້ຫວັນ ແລະ ຈີນ "ບໍ່ແມ່ນທາງເລືອກຢ່າງແນ່ນອນ."
ປະທານາທິບໍດີ ໄຕ້ຫວັນ ທ່ານນາງໄຊ ອິ້ງ-ເຫວີນ, ຢູ່ຕໍ່ໜ້າທໍານຽບປະທານາທິບໍດີ ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 10 ຕຸລາ 2022. ທ່ານນາງກ່າວວ່າ ສົງຄາມລະຫວ່າງ ໄຕ້ຫວັນ ແລະ ຈີນ "ບໍ່ແມ່ນທາງເລືອກຢ່າງແນ່ນອນ."

ສົງຄາມລະຫວ່າງ ໄຕ້ຫວັນ ແລະຈີນ “ບໍ່ແມ່ນທາງເລືອກຢ່າງແນ່ນອນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິ້ງ-ເຫວີນ ທີ່ກ່າວໃນວັນຈັນມື້ນີ້, ໃນຂະນະທີ່ທ່ານນາງໄດ້ເນັ້ນຢໍ້າ​ເຖິງ​ຄວາມ​ເຕັມ​ໃຈຂອງທ່ານນາງ ສໍາລັບການເຈລະຈາກັບປັກກິ່ງ, ແລະໃຫ້ຄໍາໝັ້ນທີ່ຈະ​ເພີ້ມ​ການ​ປ້ອງ​ກັນ​ປະ​ເທດຂອງເກາະແຫ່ງນີ້, ລວມທັງລູກສອນໄຟທີ່​ມີ​ຄວາມ​ແມ່ນ​ຢຳ, ອີງຕາມ​ລາຍ​ງານ​ຂອງອົງການຂ່າວຣອຍເຕີ້.

ປະເທດເກາະປະຊາທິປະໄຕແຫ່ງນີ້, ເຊິ່ງ ຈີນ ໄດ້ອ້າງວ່າ ເປັນດິນແດນຂອງພວກເຂົານັ້ນ ໄດ້ຕົກຢູ່ພາຍໃຕ້ແຮງກົດດັນທາງດ້ານທະຫານ ແລະການເມືອງຈາກປັກກິ່ງ, ໂດຍສະເພາະຢ່າງຍິ່ງ ລຸນຫຼັງທີ່ມີການ​ຊ້ອມ​ລົບຂອງຈີນ ໃນຊ່ວງຕົ້ນເດືອນສິງຫາທີ່ຜ່ານມາ ເນື່ອງຈາກປະທານສະພາຕໍ່າຂອງສະຫະລັດ ທ່ານນາງແນນຊີ ເພໂລຊີ ເດີນທາງໄປຢ້ຽມຢາມໄທເປ.

ຄວາມຂັດແຍ້ງຕ່າງໆກ່ຽວກັບ ໄຕ້ຫວັນອາດຈະດຶງເອົາສະຫະລັດ, ຍີ່ປຸ່ນແລະບາງທີບັນ​ດາ​ປະ​ເທດ​ສ່ວນ​ໃຫຍ່ ພ້ອມທັງເປັນການທໍາລາຍລະບົບເສດຖະກິດຢູ່ໃນທົ່ວໂລກ, ໂດຍສະເພາະ ໄຕ້ຫວັນ ເປັນປະເທດທີ່ມີສະຖານະອັນສໍາຄັນໃນການຜະລິດເຊມີຄອນດັກເຕີ້ທີ່ໃຊ້ໃນລະບົບຕ່າງໆ ນັບ​ແຕ່ໂທລະສັບສະຫຼາດ ແລະແທັບເລັດ ໄປຈົນເຖິງເຮືອບິນ​ລົບ.

ໃນການກ່າວຄໍາປະໄສຂອງທ່ານນາງໄຊ​ອິ້ງ​ເຫວິນ ເນື່ອງໃນວັນຊາດຢູ່ນອກທໍານຽບປະທານາທິບໍດີ ພາຍໃຕ້ທ້ອງຟ້າສີເທົາ, ທ່ານນາງໄຊ ກ່າວວ່າ ມັນເປັນ “ໜ້າເສົ້າໃຈ” ທີ່ ຈີນ ໄດ້ເພີ້ມການຂູ່​ເຂັນ, ຂົ່ມ​ຂູ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງຢູ່ໃນຊ່ອງແຄບໄຕ້ຫວັນ ແລະພູມິພາກແຫ່ງນີ້.

ທ່ານນາງກ່າວວ່າ ຈີນ ບໍ່ຄວນຄິດວ່າມັນຈະມີຊ່ອງຫວ່າງສໍາລັບການປະນີປະ ນອມ ໃນຄວາມມຸ່ງໝັ້ນຂອງປະຊາຊົນຊາວ ໄຕ້ຫວັນ ຕໍ່ປະຊາທິປະໄຕ ແລະອິດສະຫຼະພາບ.

“ຂ້າພະເຈົ້າຕ້ອງການອະທິບາຍຢ່າງແຈ່ມແຈ້ງຕໍ່ເຈົ້າໜ້າທີ່ຂອງປັກກິ່ງວ່າ ການປະເຊີນໜ້າດ້ວຍອາວຸດນັ້ນ ມັນບໍ່ແມ່ນທາງເລືອກ ຂອງທັງສອງຝ່າຍພວກເຮົາຢ່າງແນ່ນອນ.

ມີພຽງແຕ່ໃຫ້ຄວາມເຄົາລົບຕໍ່ຄໍາໝັ້ນສັນຍາຂອງປະຊາຊາຊົນຊາວໄຕ້ຫວັນ ຕໍ່ອະທິປະໄຕ, ປະຊາທິປະໄຕ ແລະອິດສະຫຼະພາບຂອງພວກເຮົາເທົ່ານັ້ນ ທີ່ສາມາດເປັນພື້ນຖານສໍາລັບການເອົາໃຈໃສ່ກໍ່ສ້າງຄວາມສໍາພັນຄືນໃໝ່ຢູ່ໃນທົ່ວຊ່ອງແຄບໄຕ້ຫວັນ.”

ຍັງບໍ່ມີການສະແດງປະ​ຕິ​ກິ​ລິ​ຍາໃດໆໃນທັນທີຈາກ ປັກກິ່ງ. ຈີນເອີ້ນທ່ານນາງໄຊ​ວ່າ ເປັນ​ຜູ້​ແບ່ງ​ແຍກ​ດິນ​ແດນ​ທີ່ໄດ້​ຖືກຮັບເລືອກໃຫ້​ເຂົ້າ​ຮັ​ບ​ຕຳ​ແໜ່ງ​ຕື່ມ​ອີກ ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນໃນປີ 2020, ​ຍ້ອນ​ການ​ໃຫ້ຄໍາໝັ້ນ​ສັນ​ຍາທີ່ຈະ​ລຸກຂຶ້ນ​ຕ້ານ​ຢັນ​ປັກກິ່ງ, ແລະກໍໄດ້ປະຕິເສດ ທີ່ຈະສົນທະນາກັບທ່ານນາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG