ພົນເຮືອເອກ ຖັງ ຮົວ (Tang Hua) ຜູ້ບັນຊາການກອງທັບເຮືອໄຕ້ຫວັນ ໃນລະຫວ່າງການເດີນມາໄປຍັງ ລັດແມຣີແລນ ໄດ້ກ່າວວ່າ ເກາະທີ່ປົກຄອງຕົນເອງນັ້ນ ຕ້ອງການການຮ່ວມມືກັບສະຫະລັດ ແລະປະເທດອື່ນໆຫຼາຍຂຶ້ນ ທ່າມກາງຄວາມກົດດັນທາງທະຫານຈາກຈີນ.
ແຕ່ເຖິງວ່າທ່ານຈະເຈລະຈາໂດຍກົງກັບພົນເຮືອເອກ ລີຊາ ຟຣານເຊັດຕິ (Lisa Franchetti) ຫົວໜ້າຝ່າຍປະຕິບັດການກອງທັບເຮືອສະຫະລັດ ຫຼືບໍ່ນັ້ນ ກໍຕາມ, ອີງຕາມການລາຍງານຂອງ ອົງການຂ່າວຣອຍເຕີສ໌, ທ່ານ ຖັງ ຮົວ (Tang Hua) ກ່າວວ່າ ທ່ານຈະບໍ່ໃຫ້ຄຳເຫັນ ເພື່ອຫຼີກເວັ້ນການປະທ້ວງຂອງຈີນທີ່ສ້າງຄວາມຫຍຸ້ງຍາກໃຫ້ຝ່າຍສະຫະລັດ.
ໃນການລົມກັບວີໂອເອ ເມື່ອວັນຈັນທີ່ຜ່ານມາ ຢູ່ທີ່ກອງປະຊຸມດ້ານອະວະກາດ ແລະດ້ານທະເລ ໃນປີນີ້ ໂດຍການເປັນເຈົ້າພາບຂອງໜ່ວຍງານສັນນິບາດກອງທັບເຮືອຂອງສະຫະລັດ ຢູ່ທ່າເຮືອແຫ່ງຊາດ ນອກນະຄອນຫຼວງ ວໍຊິງຕັນ, ທ່ານ ຖັງ (Tang) ໄດ້ກ່າວວ່າ ທ່ານຈະພົບປະກັບເຈົ້າໜ້າທີ່ກອງທັບເຮືອຈາກສະຫະລັດ ແລະປະເທດອື່ນໆ.
ທ່ານໄດ້ກ່າວວ່າ "ຂ້າພະເຈົ້າຄິດວ່າ ບັນຫາຂອງກອງທັບປົດປ່ອຍປະຊາຊົນ (PLA) ກັບໄຕ້ຫວັນ ບໍ່ພຽງແຕ່ກ່ຽວກັບໄຕ້ຫວັນເທົ່ານັ້ນ. ມັນອາດຈະຢູ່ໃນທະເລຈີນຕາເວັນອອກ ຫຼືທະເລຈີນໃຕ້. ມັນເປັນບັນຫາລະດັບໂລກ, ບໍ່ແມ່ນບັນຫາທີ່ແນເປົ້າໃສ່ໄຕ້ຫວັນໂດຍສະເພາະ."
ໄຕ້ຫວັນໄດ້ແຍກອອກຈາກຈີນ ໃນປີ 1950 ຫຼັງຈາກພວກຊາດນິຍົມໄດ້ເສຍໄຊໃຫ້ພວກຄອມມິວນິສ ແລະໄດ້ຫລົບໜີໄປຢູ່ເກາະດັ່ງກ່າວ, ບ່ອນທີ່ເຂົາເຈົ້າໄດ້ສ້າງຕັ້ງລັດຖະບານ ເຊິ່ງໃນທີ່ສຸດກໍກາຍເປັນປະຊາທິປະໄຕ.
ຈີນອ້າງວ່າ ໄຕ້ຫວັນເປັນແຂວງທີ່ແຕກແຍກ ທີ່ຈະມີມື້ໜຶ່ງຕ້ອງກັບມາໂຮມເຂົ້າກັບແຜ່ນດິນໃຫຍ່ຄືນອີກ, ໂດຍການໃຊ້ກຳລັງ ຖ້າຈຳເປັນ.
ຈີນຍັງມີຂໍ້ຂັດແຍ້ງດ້ານດິນແດນກັບຍີ່ປຸ່ນ ຢູ່ທະເລຈີນຕາເວັນອອກ ແລະອ້າງສິດຕໍ່ທະເລຈີນໃຕ້ເກືອບທັງໝົດ ວ່າເປັນຂອງຕົນເອງ, ເຮັດໃຫ້ເກີດຄວາມຂັດແຍ້ງກັບບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະຫວຽດນາມ.
ຟໍຣັມສະແດງຄວາມຄິດເຫັນ