ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ ລາຍ​ງາ​ນ​ກຳ​ປັ່ນ​ບັນ​ທ​ຸກ​ເຮືອ​ບິນ ຈີນ ເດີນ​ທາງ​ຜ່ານ​ຊ່ອງ​ແຄບ


​ໃນ​ພາບ​ທີ່​ຕັດ​ອອກ​ມາ​ຈາກວິ​ດີ​ໂອທີ່​ອອກ​ອາ​ກາດ​ເມື່​ອ​ວັນ​ທີ 8 ເມ​ສາ 2023 ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ ຈີນ ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ.
​ໃນ​ພາບ​ທີ່​ຕັດ​ອອກ​ມາ​ຈາກວິ​ດີ​ໂອທີ່​ອອກ​ອາ​ກາດ​ເມື່​ອ​ວັນ​ທີ 8 ເມ​ສາ 2023 ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ ຈີນ ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ ຈີນ ກຸ່ມ​ນຶ່ງ ​ທີ່​ນຳ​ພາ​ໂດຍ​ກຳ​ປັ່ນ ຊານ​ຕົງ ໄດ້​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ ທີ່​ລະ​ອຽດ​ອ່ອນ ​ໃນ​ວັນ​ພຸດມື້ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ໄຕ້​ຫວັນ​ ໄດ້​ກ່າວ, ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ຫານ​ທີ່​ສູງ​ຂຶ້ນ​ໃນ​ເກາະ​ທີ່​ ປັກ​ກິ່ງ ອ້າງວ່າ​ເປັນ​ດິນ​ແດ​ນຂອງ​ເຂົາ​ເຈົ້າ.

ກະ​ຊວງ​ນັ້ນ​ໄດ້​ກ່າວ​ວ່າ ກຳ​ປັ່ນ ຊານ​ຕົງ, ທີ່​ໄດ້​ປະ​ຈຳ​ການ​ໃນ​ປີ 2019, ໄດ້ແລ່ນ​ໄປ​ທາງທິດ​ໃຕ້​ຜ່ານ​ພາກ​ຕາ​ເວັນ​ຕົກ​ຂອງ​ຊ່ອງ​ແຄບ​ດັ່ງ​ກ່າວ, ແລະ ເຂົາ​ເຈົ້າ​ໄດ້​ສົ່ງ “ກຳ​ລັງ​ຄວາມ​ເໝາະ​ສົມ” ອອກ​ໄປ ​ເພື່ອ​ຕິດ​ຕາມ​ກິດ​ຈະ​ກຳ​ຕ່າງ​ໆ ຂອງ ຈີ​ນ.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ ຈີນ ອ້ອມ​ ໄຕ້​ຫວັນ ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ​ນັ້ນ, ໄດ້​ປະ​ຕິ​ບັດ​ການ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ. ໃນ​ເດືອນ​ມີ​ນາ​ປີ​ກາຍນີ້, ມັນ​ໄດ້​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ, ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ເຈົ້າ​ໜ້າ​ທີ່ ຈີນ ແລະ ສະ​ຫະ​ລັດ ມີ​ກຳນົດ​ທີ່​ຈະ​ທຳ​ການ​ເຈ​ລະ​ຈາ.

ຈີນ, ເຊິ່ງບໍ່​ເຄີຍຍອມ​ຮັບ​ການ​ໃຊ້​ກຳ​ລັງ​ເພື່ອ​ນຳ​ເອົາ ໄຕ້​ຫວັນ ມາ​ຢູ່​ພາຍ​ໃຕ້​ການ​ຄວ​ບ​ຄຸມ​ຂອງ​ເຂົາ​ເຈົ້າ, ໄດ້​ຂະ​ຫຍາຍ​ກິດ​ຈະ​ກຳ​ທາງ​ທະ​ຫານ​ໃກ້​ກັບ​ເກາະ​ທີ່​ຖືກ​ປົກ​ຄອງ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ​ນັ້ນ ເພື່ອ​ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຈີນ.

ໄຕ້​ຫວັນ ໄດ້​ຄັດ​ຄ້ານ​ການ​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ປັກ​ກິ່ງ ແລະ ປະ​ຕິ​ຍານ​ວ່າ​ ຈະ​ປ້ອງ​ກັນ​ໂຕ ​ຖ້າ​ຖືກ​ໂຈມ​ຕີ.

A Chinese aircraft carrier group led by the vessel Shandong sailed through the sensitive Taiwan Strait on Wednesday, Taiwan's defense ministry said, amid heightened military tension over the island Beijing claims as its own territory.

The ministry said the Shandong, commissioned in 2019, had sailed in a southerly direction through the western part of the strait, and it had dispatched "appropriate forces" to monitor the Chinese activities.

The aircraft carrier participated in Chinese military drills around Taiwan in April, operating in the western Pacific. In March last year, it sailed through the Taiwan Strait, just hours before the leaders of China and the U.S. were due to talk.

China, which has never renounced the use of force to bring Taiwan under its control, has stepped up military activities near the democratically governed island to force it to accept Chinese sovereignty.

Taiwan strongly disputes Beijing's sovereignty claims and vows to defend itself if attacked.

XS
SM
MD
LG