ຮົງກົງຈັດພິທີໄຕ້ທຽນໄຂປະຈຳປີຂຶ້ນໃນແລງວັນພະຫັດມື້ນີ້
ເພື່ອລະນຶກເຖິງວັນຄົບຮອບໃນການ ປາບປາມຂອງຈີນໃນ
ປີ 1989 ຕໍ່ພວກປະທ້ວງນິຍົມປະຊາທິປະໄຕທີ່ຈະຕຸລັດ
Tiananmen.
ຄາດວ່າຈະມີຫຼາຍສິບພັນຄົນເຂົ້າຮ່ວມການໂຮມຊຸມນຸມ
ປະທ້ວງທີ່ສວນສາທາລະນະ Victoria ຊຶ່ງໃນປີນີ້ຈະຈັດໃຫ້ມີຂຶ້ນ ບໍ່ເທົ່າໃດມື້ ກ່ອນການ
ເລືອກຕັ້ງທີ່ສຳຄັນ ເພື່ອກຳນົດອານາຄົດທາງການ ເມືອງຂອງເຂດປົກຄອງຕົນເອງ
ດັ່ງກ່າວ.
ແຜນການເລືອກຕັ້ງທີ່ລັດຖະບານຈີນ ໄດ້ໃຫ້ການອະນຸມັດໄປນັ້ນ ຈະມີການລົງຄະແນນສຽງໂດຍ ສະພານິຕິບັດຢັດຂອງຮົງກົງ ໃນວັນທີ 17 ມິຖຸນາຈະມານີ້ ແມ່ນບໍ່ໄດ້ໃຫ້ຄວາມ
ສຳຄັນໂດຍພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ຖືວ່າເປັນເລື້ອງຕະລົກ.
ແຜນການດັ່ງກ່າວ ຊຶ່ງເປັນຄັ້ງທຳອິດທີ່ຈະອະນຸຍາດໃຫ້ພວກລົງຄະແນນສາມາດລົງປ່ອນບັດເອົາຫົວໜ້າບໍລິຫານງານຂອງເຂດປົກຄອງຕົນເອງ ແຕ່ວ່າ ມີພຽງແຕ່ຜູ້ລົງສະໝັກ ເລືອກ
ຕັ້ງທີ່ໄດ້ຮັບອະນຸມັດຈາກຄະນະກຳມະການທີ່ຄອບງຳໂດຍປັກກິ່ງເສຍກ່ອນ ຈຶ່ງສາມາດລົງແຂ່ງຂັນໄດ້.
ໃນປີກາຍນີ້ ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ໄດ້ປະທ້ວງຂະໜາດໃຫຍ່ເປັນເວລາ
7 ສັບປະດາ ທີ່ມີຈຸດປະສົງໃນການຊັກຊວນໃຫ້ປັກກິ່ງ ແລະຮົງກົງຍົກເລີກແຜນການດັ່ງ
ກ່າວ ແລະປະຕິບັດຕາມການໃຫ້ຄຳໝັ້ນສັນຍາ ໂດຍໃຫ້ທຸກຄົນມີສິດໃນການປ່ອນບັດ
ທົ່ວໄປ.
ໃນທີ່ສຸດ ພວກປະທ້ວງກໍໄດ້ແຍກຍ້າຍກັນໄປ ໂດຍປາດສະຈາກການຍິນຍອມທີ່ສຳຄັນໃດໆ ແມ່ນແຕ່ຢ່າງນຶ່ງຢ່າງດຽວ ຈາກພວກເຈົ້າໜ້າທີ່.
ຍັງບໍ່ທັນມີຄວາມຮຸນແຮງໃດໆເກີດຂຶ້ນ ຊຶ່ງບໍ່ຄືກັນກັບໃນເດືອນມິຖຸນາ 1989 ຕອນທີ່ຈີນໄດ້ສົ່ງລົດຖັງ ແລະກອງກຳລັງ ເຂົ້າທັບມ້າງການປະທ້ວງເປັນຫຼາຍໆອາທິດ ທີ່ຈະຕຸລັດ Tian-
anmen. ຈຳນວນພວກທີ່ເສຍຊິວິດ ແມ່ນກະປະມານວ່າ ມີຫຼາຍໆຮ້ອຍ ຫຼືບໍ່ກໍຫຼາຍພັນຄົນ.
Hong Kong holds its annual candlelight vigil Thursday to commemorate the anniversary of China's 1989 crackdown on pro-democracy protesters in Tiananmen Square.
Tens of thousands are set to pack Hong Kong's Victoria Park for the rally, which this year takes place just days ahead of a key vote to determine the territory's political future.
The Chinese government-approved electoral plan being voted on by Hong Kong's legislature on June 17 has been dismissed by pro-democracy activists as a farce.
The plan would, for the first time, allow voters to elect the territory's chief executive, but only candidates approved by a Beijing-dominated committee will be allowed to run.
Pro-democracy activists last year held seven weeks of huge protests aimed at convincing Beijing and Hong Kong to scrap the plan and follow through on their promise for universal suffrage.
The protests were eventually disbursed without a single major concession by authorities.
There was no serious violence, unlike in June, 1989, when China sent in tanks and troops to disband weeks of protests in Tiananmen Square. Estimates of the death toll range from a few hundred to a few thousand.
Security was tight Thursday in the central Beijing square. Reuters reported policed carried away a middle-aged woman holding a plastic rose. "Why won't you let me go? Because you are thugs," the woman yelled, according to Reuters, before she was dragged away.
Beijing authorities do not allow public discussion of the Tiananmen Square incident. The country's Internet censors also work overtime to scrub social media of any references to the brutal crackdown.