ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄຕ້ຫວັນ ສະແດງ ເທັກໂນໂລຈີ ດ້ານອາວຸດ ທີ່ທັນສະໄໝ ຫລ້າສຸດຂອງຕົນ (ວີດິໂອລາວ/ອັງກິດ)


Taiwan Shows Off Military Technology
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
ສະຫະລັດ​ໄດ້ຢືນຢັນວ່າ ຕົນຈະສືບຕໍ່
ຂາຍອາວຸດຍຸດໂທປະກອນໃຫ້ແກ່ ໄຕ້ຫວັນຕໍ່ໄປ ພ້ອມກັບ
ປະຕິເສດຕໍ່ລາຍງານຂ່າວທີ່ເວົ້າວ່າ ເຈົ້າໜ້າທີ່ສະຫະລັດ
ແລະຈີນ ອາດຈະປຶກສາຫາລືກັນ​ ເລື້ອງ​ການປ່ຽນແປງທີ່
ອາດເປັນໄປໄດ້ຕໍ່ນະໂຍບາຍຂາຍອາວຸດ​ໃຫ້​ໄຕ້​ຫວັນນັ້ນ.
ໃນລະຫວ່າງ​ດຽວກັນນີ້ ໄຕ້ຫວັນກໍໄດ້ນໍາສະແດງເທັກໂນ
ໂລຈີ່ໃໝ່ລ່າສຸດທາງທະຫານຂອງ ຕົນ ຊຶ່ງມີໂຮມທັງລົດ
ຫຸ້ມເກາະທີ່ປະຕິບັດງານໃນທຸກໆສະພາບຂອງໜ້າດິນ,
ພ້ອມດ້ວຍອຸບປະກອນຍິງລູກສອນໄຟທີ່ຕິດຕັ້ງໂທລະສັບ
ສະຫຼາດ ຫຼືໄອໂຟນ ແລະເຮືອບິນບໍ່ມີຄົນຂັບໃໝ່ລໍານຶ່ງ.
Zlatlica Hoke ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບ
ເລຶ່ອງນີ້ ຊຶ່ງດາຣາຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:

ໄຕ້ຫວັນສະແດງ ອາວຸດທັນສະໄໝ ຫລ້າສຸດ
please wait

No media source currently available

0:00 0:03:01 0:00

ລົດຫຸ້ມເກາະລຸ້ນໃໝ່ລ່າສຸດຂອງໄຕ້ຫວັນ ມີຂະໜາດຂ້ອນຂ້າງນ້ອຍ ແລະເໝາະສໍາລັບ
ໃຊ້ງານໃນທຸກສະພາບໜ້າດິນ ໂຮມທັງສະພາບແວດລ້ອມ ໃນ​ໂຕເມືອງຄືມີຄວາມຍາວ
ປະມານສອງແມັດເຄິ່ງ ສາມາດບັນຈຸ​ໄດ້ຫົກ ຫາແປດຄົນ. Erick Yang ປະຈໍາບໍລິສັດ Champion Auto ຜູ້ຜະລິດ ລົດກອງທັບລຸ້ນໃໝ່ນີ້ ຍົກຍ້ອງຄວາມສາມາດໃນການປັບ
ຕົວໄດ້ຢ່າງຍອດຢ້ຽມ ຂອງມັນ.

ທ່ານ ຢັງ ເວົ້າວ່າ: ເຮົາສາມາດນໍາໃຊ້ລົດດັ່ງກ່າວນີ້ໃນການປະຕິບັດງານກູ້ໄພ
ຕ່າງໆ ເຊັ່ນ ລົມພາຍຸໄຕ້ຝຸ່ນ ນໍ້າຖ້ວມ ສະຖານະການທັງໝົດເຫຼົ່ານີ້ ແລະຢູ່ໃນ
ສະໜາມລົບກໍ​ເຊ່ນ​ກັນ ຖ້າເຮົາຈໍາເປັນຢູ່ໃນສະພາບການທີ່ຄັບແຄບແລ້ວ ເຮົາ
ກໍ​ຈະຕ້ອງການລົດ​ທີ່ສາມາດບັງຄັບໄດ້ດີ. ນອກນີ້ ຕໍາຫຼວດ
ກໍ​ໃຊ້​ມັນ ໄດ້ຄື​ກັນ
ມັນມີຄວາມສາມາດປະຕິບັດການໄດ້ທຸກປະເພດ. ເຮົາສາມາດຜະລິດຕາມ
ສັ່ງ ແມ່ນແຕ່ລະບົບຫຸ້ມເກາະນັ້ນ ກໍສາມາດສ້າງຕາມສັ່ງໄດ້ ເຊັ່ນກັນ.”


ທ່ານ ຢັງ ເວົ້າວ່າ ລົດ​ທີ່​ເປັນຕົວຕົ້ນແບບຄັນ​ນີ້ ສາມາດກັນຫົວລະເບີດໄດ້ ແລະສາມາດ
ສ້າງຂຶ້ນມາເພື່ອປ້ອງກັນກໍາ​ມະຕະ​ພາບ​ລັງສີນີວເຄຼຍ ແລະພິດຈາກ​ອາວຸດ​ເຊື້ອ​ໂຣກ ແລະອາວຸດເຄມີໄດ້.

ໂທລະສັບສະຫຼາດ ຫຼືໄອໂຟນ ກໍາລັງກາຍເປັນອຸບປະກອນທີ່ຈໍາເປັນໄປແລ້ວ ຢູ່ໃນອຸບ
ປະກອນຊ່ວຍປະຕິບັດງານໃຫ້ງ່າຍຂຶ້ນຂອງກອງທັບ ຄືກ້ອງ ຂອງໄອໂຟນ ສາມາດໃຊ້
ຕິດຕາມການເຄື່ອນໄຫວຍາມກາງຄືນໄດ້. ບັນດານັກວິສະວະກອນເວົ້າວ່າ ກ້ອງຂອງ
ໄອໂຟນມີຄວາມສາມາດໃນການຕິດ ຕາມ ສະ​ນັ້ນເວລາອຸບປະກອນຖືກເຄື່ອນຍ້າຍ ກ້ອງບໍ່ຈໍາເປັນຕ້ອງປັບອີກ.

ພວກ​ເຂົ້າ​ຊົມ​ງານ​ວາງສະ​ແດງ​ອາວຸດ​ຍຸດ​ໂທ​ປະກອນ​ໃໝ່​ດັ່ງກ່າວ ຍັງສາມາດເຂົ້າໄປ
ຊົມເຮືອບິນບໍ່ມີຄົນຂັບລຸ້ນໃໝ່ ລ່າສຸດຂອງໄຕ້ຫວັນໄດ້.

Clark Lin ​ເປັນ​ເຈົ້າ​ໜ້າ​ທີ່ບໍລິສັດ Gangyu ທີ່​ຜະລິດ​ຍົນ​ໂດຣນນີ້.

ທ່ານ ລິນ ອະທິບາຍວ່າ: “ການບັງຄັບເຮືອບິນບໍ່ມີຄົນຂັບລໍານີ້ ແມ່ນງ່າຍຫຼາຍ
ສໍາລັບຜູ້ໃຊ້. ຄົນຜູ້ບັງຄັບເຮືອບິນໂດຣນນີ້ ສາມາດຮຽນຮູ້ວິທີການບັງຄັບ
ໄດ້
ຢ່າງງ່າຍດາຍ ແລະເຄື່ອນຍ້າຍມັນໄດ້ຢ່າງຄ່ອງຕົວດີ. ຊຶ່ງໝາຍຄວາມວ່າ
ທຸກໆຄົນສາມາດນໍາໃຊ້ມັນໄດ້ຢ່າງງ່າຍໆ ໃນທຸກໆສະພາບການ ຕົວຢ່າງ

ໃນການປະຕິບັດງານຊອກຫາແລະກູ້ໄພ ການສໍາຫຼວດປ່າໄມ້ ຫຼືວຽກງານ
ປ້ອງກັນສະພາບແວດລ້ອມ ການຄົ້ນຄວ້າດ້ານວິທະຍາສາດ ຫຼື ແມ່ນແຕ່
ໃນການສືບສວນອາຊະຍາກໍາ.”


ໄຕ້ຫວັນໄດ້ນໍາ​ເອົາ ເທັກໂນໂລຈີ່ລ່າສຸດຂອງກອງທັບຂອງຕົນ ອອກ​ວາງສະ​ແດງ ​ໂດຍ​
ມີ​ເປົ້າ​ໝາຍ​ຈະດຶງດູດຜູ້ຊື້. ແຕ່ໄຕ້ຫວັນ​ເອງ ກັບຊື້ອາວຸດຍຸດໂທປະກອນສໍາລັບປ້ອງກັນ
ຕົນເອງ ແລະການບໍລິການຫຼາຍສົມຄວນ ຈາກສະຫະລັດ. ທ່ານນາງ Jen Psaki ໂຄ
ສົກກະຊວງຕ່າງປະເທດສະຫະລັດ ເວົ້າເມື່ອ ວັນພະຫັດອາທິດ​ແລ້ວນີ້ວ່າ ສະຫະລັດຍັງ
ຈະສືບຕໍ່ຂາຍອາວຸດໃຫ້ໄຕ້ຫວັນ ຢູ່ຕໍ່ໄປ.

ໂຄສົກ Psaki ເວົ້າວ່າ: “ເພື່ອໃຫ້ສອດຄ່ອງກັບຄວາມໝັ້ນໝາຍຂອງສະຫະລັດ
ພາຍໃຕ້ກົດໝາຍຄວາມສໍາພັນກັບໄຕ້ຫວັນນັ້ນ ສະຫະລັດ
ມີໜ້າ​ທີ່ສະໜອງ
ເຄື່ອງອຸບປະກອນແລະການບໍລິການຕ່າງໆສໍາລັບການປ້ອງກັນ
ທີ່ເຫັນວ່າຈໍາ
ເປັນ ​ໃຫ້​ແກ່ໄຕ້ຫວັນ ເພື່ອ​ໃຫ້ໄຕ້ຫວັນສາມາດ ຮັກສາ
ສະມັດຖະພາບ ໃນການ
ປ້ອງກັນຕົນເອງໄດ້ຢ່າງພຽງພໍ. ພວກເຮົາເຊື່ອວ່າ
ນະໂຍບາຍນີ້ທີ່ມີມາດົນນານ
ແລ້ວນັ້ນ ຈະມີ​ສ່ວນຊ່ວຍບໍາລຸງ ຮັກສາ​ ສັນຕິພາບ ແລະສະຖຽນລະພາບ ທົ່ວ
ຂົງເຂດຊ່ອງແຄບໄຕ້ຫວັນເອົາໄວ້ ແຕ່ກໍຍັງ
ບໍ່ມີການປ່ຽນແປງໃດໆເຊັ່ນ​ກັນ ​
ໃນນະໂຍບາຍຈີນດຽວ ຂອງພວກເຮົານັ້ນ.”

ເມື່ອ​ຕົ້ນອາທິດຜ່ານມານີ້ ບັນດາເຈົ້າໜ້າທີ່ກະຊວງປ້ອງກັນສະຫະລັດ ແລະຈີນ ໄດ້ພົບ ປະກັນທີ່ນະຄອນຫຼວງວໍຊິງຕັນ ເພື່ອປຶກສາຫາລືກັນ ​ເລື້ອງ​ການສ້າງຕັ້ງໜ່ວຍສະເພາະ
ກິດນຶ່ງຂຶ້ນມາ ​ເພື່ອ​ຫາ​ທາງແກ້​ໄຂບັນຫາຕ່າງໆທີ່ທັງ​ສອງຝ່າຍມີຄວາມເປັນຫ່ວງນໍາກັນ.
ສື່ມວນຊົນຈີນ ລາຍງານວ່າ ໜ່ວຍສະເພາະກິດຈະຫາລືກັນ ກ່ຽວກັບເລື້ອງການຂາຍອາວຸດ
ໃຫ້ແກ່ໄຕ້ຫວັນນັ້ນນໍາ ​ແຕ່ສະຫະລັດໄດ້ປະຕິເສດຕໍ່ຂ່າວເຫຼົ່ານັ້ນ.
XS
SM
MD
LG