ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນຕົກໜັກ ເຮັດໃຫ້ ດິນເຈື່ອນ ຢູ່ໄຕ້ຫວັນ (ວີດິໂອ)


ຝົນຕົກແລະນໍ້າຖ້ວມ ຍ້ອນພາຍຸເຂດຮ້ອນ Kong-Rey ທີ່ເມືອງໄຕ້ໜານ, ຢູ່ໄຕ້ຫວັນ, ວັນທີ 29 ສິງຫາ 2013.
ຝົນຕົກແລະນໍ້າຖ້ວມ ຍ້ອນພາຍຸເຂດຮ້ອນ Kong-Rey ທີ່ເມືອງໄຕ້ໜານ, ຢູ່ໄຕ້ຫວັນ, ວັນທີ 29 ສິງຫາ 2013.
ຄົນ​ຂັບ​ລົດ​ຜູ້​ນຶ່ງ ​ໄດ້ບັນທຶກ​ພາບ​ວີ​ດີ​ໂອ​ທີ່​ໜ້າ​ຕົກ​ໃຈ ຂອງ​ຊ່ວງ
ເວລາ​ທີ່ ​ລົດ​ຄັນນຶ່ງທີ່​ກໍາລັງ​ແລ່ນ​ໄປ ​ຢູ່​ຖະໜົນ​ແຄມ​ຝັ່ງ​ທະ​ເລ
​ທາງ​ພາກ​ເໜືອ​ຂອງ​ໄຕ້​ຫວັນ ຖືກ​ດິນ​ເຈື່ອນລົງ​ມາປະ​ທະ​ແລະ​
ຫວຸດ​ຫວິດ​ເກືອບ​ຖືກ​ກ້ອນ​ຫິນ​ໃຫຍ່​ທັບ.

ທ້າວ Lai Hong-wei ທີ່ກໍາລັງຂັບ​ລົດ​ຕາມ​ຫລັງ​ລົດ​ຄັນ​ນັ້ນ​ໄປ ​
ໄດ້​ຖ່າຍພາບ​ວີ​ດີ​ໂອ​ດັ່ງກ່າວ ​ເມື່ອ​ວັນ​ເສົາ​ວານ​ນີ້ ດ້ວຍ​ກ້ອງ​ທີ່​ຕິດ​ຕັ້ງ​ໄວ້​ຢູ່​ເທິງ​ໜ້າປັດ​
ລົດ​ຂອງ​ລາວ. ​ທັນທີ​ທີ່​ເຫັນ​ເຫດການ​ລາວ​ກໍ​ຟ້າວ​ຢຸດ​ລົດ​ຂອງ​ລາວ​ຢູ່​ແຄມ​ທາງ ​ແລະ​ເອີ້ນ​ຫາ​ຕໍາຫຼວດ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

ທ້າວ Lai ​ເວົ້າ​ວ່າ ຄົນ​ຂັບ​ລົດ​ຄັນ​ນັ້ນ​ແລະ​ຜູ້​ໂດຍສານ​ຂອງ​ລາວ ຕ່າງ​ກໍ​ໄດ້​ຮັບບາດ​ເຈັບ​
ແຕ່​ພຽງ​ເລັກ​ນ້ອຍ.

​ພາບ​ວີ​ດິ​ໂອ​ດັ່ງກ່າວ ທີ່ຖືກ​ຖ່າຍ​ທອດ​ອອກ​ອາກາດໂດຍ​ເຄືອ​ຂ່າຍ​ໂທລະພາບ​ທ້ອງ​ຖິ່ນ ສະ​ແດງໃຫ້​ເຫັນ​ຄວາມ​ເສຍ​ຫາຍຢ່າງ​ຫລວງຫລາຍ​ຕໍ່​ລົດ ຈາກ​ດິນ​ເຈື່​ອນ ​ແລະ​ກ້ອນ​ຫິນ​ຍັກ​ກ້ອນ​ນຶ່ງ​ ທີ່ກິ້ງ​ລົງ​ມາ​ຢຸດ​ຢູ່​ໃກ້​ລົດ​ຄັນ​ດັ່ງກ່າວ​ພຽງ​ສອງ​ສາມ​ແມັດ​ເທົ່າ​ນັ້ນ.

ໄພ​ດິນ​ເຈື່ອນ ​ແມ່ນ​ເກີດ​ຂຶ້ນຍ້ອນ​ຝົນຕົກ​ຢ່າງ​ໜັກ ທີ່ສືບ​ຕໍ່​ມາ​ໄດ້​ສອງ​ສາມ​ມື້​ແລ້ວ ຍ້ອນ​ພາຍຸ​ເຂດ​ຮ້ອນ Kong-Rey ນັ້ນ.

Taiwan Landslide
please wait
Embed

No media source currently available

0:00 0:00:44 0:00


A driver has captured a dramatic amateur video of the moment when a car on a coastal road in northern Taiwan was hit by a landslide and narrowly avoided being crushed by a boulder.

Lai Hong-wei, the driver who on Saturday filmed the extraordinary footage with a camera mounted on his car's dashboard, immediately pulled his car over and called police for help.

He said the other driver and his passenger both suffered only minor injuries.

Footage from a local television news network showed the extensive damage to the car caused by the landslide and the giant boulder that rolled to a stop just a few meters from the vehicle.

The landslide was triggered by a continuous downpour over the past few days due to Tropical Storm 'Kong-Rey'.
XS
SM
MD
LG