ໃນຂະນະທີ່ອິດທິພົນຂອງເສດຖະກິດ ຈີນ ຂະຫຍາຍຕົວຂຶ້ນ, ບັນດາປະເທດທີ່ຢູ່ໃກ້ຄຽງແມ່ນກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໃນຂະນະພວກເຂົາຕໍ່ສູ້ ເພື່ອຮັກສາຄວາມສາມາດໃນການແຂ່ງຂັນ. ເສດຖະກິດຂອງ ໄຕ້ຫວັນ ກໍຄືກັບຫຼາຍປະເທດອື່ນໆຢູ່ໃນພາກພື້ນໄດ້ຮັບຜົນກະທົບຢ່າງແຮງເມື່ອ 2 ຫາ 3 ປີທີ່ຜ່ານມາ ແລະສິ່ງທີ່ເອີ້ນວ່າ ກຸ່ມອຸປະກອນ ລ້ຳຍຸກ ອັນເປັນທີ່ນິຍົມກັນສ່ວນໃຫຍ່ ຫຼືວ່າ Red Supply Chain ໄດ້ເຮັດໃຫ້ຄວາມສາ ມາດ ແລະໂອກາດໄດ້ຮັບຄວາມສູນເສຍ. ແຕ່ແມ່ນກະທັ້ງແນວນັ້ນ, ບາງຄົນກໍຍັງຊອກຫາວິທີເພື່ອສ້າງຊື່ສຽງສຳລັບຕະຫຼາດລາຍຍ່ອຍ ແລະ ເຕີບໂຕເຖິງແມ່ນວ່າຈະຢູ່ໃນເງົາມືດຂອງ ຈີນ ກໍຕາມ. ນັກຂ່າວວີໂອເອ Bill Ide ມີລາຍງານຈາກ ໄຕ້ຫວັນ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ຄອບຄົວຂອງທ່ານ Hou Chau-pai ໄດ້ປູກໝາກຖົ່ວ Edamame ຫຼື ໝາກຖົ່ວເຫຼືອງມີ ຂົນໃນພາກໃຕ້ຂອງ ໄຕ້ຫວັນມາຫຼາຍທົດສະວັດແລ້ວ.
ການແຂ່ງຂັນທີ່ຮຸນແຮງຈາກ ຈີນ ໃນຈຸດໜຶ່ງໄດ້ຕັດການສົ່ງອອກຂອງ ໝາກຖົ່ວທີ່ມີລົດຊາດແຊບນີ້ຂອງ ໄຕ້ຫວັນ ໄປ ຍີປຸ່ນ ລົງເປັນເຄິ່ງ ໜຶ່ງ, ແຕ່ວ່າຕອນນີ້ ໄຕ້ຫວັນ ໄດ້ຍຶດຄືນຕຳແໜ່ງຂອງຕົນ ໃນຖານະ ຂອງຜູ້ນຳໜ້າການຈຳໜ່າຍ. ທ່ານ Hou ກ່າວວ່າ ມັນຍາກຫຼາຍທີ່ຈະແຂ່ງຂັນກັບຈີນ, ແຕ່ວ່າເພື່ອນບ້ານຂະໜາດໃຫຍ່ຂອງ ໄຕ້ຫວັນ ກໍມີຈຸດບອດ ເຊັ່ນກັນ.
ທ່ານ Hou Chau Pai ກ່າວວ່າ “ຫຼາຍຄົນໃນ ຈີນ ຄິດວ່າຍ້ອນພຽງແຕ່ ຈີນ ເປັນປະເທດທີ່ໃຫຍ່ ທຸກສິ່ງທີ່ພວກເຂົາຕ້ອງເຮັດແມ່ນຕອບສະໜອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ. ຄວາມຄິດເຫັນ ສ່ວນໜ້ອຍສຳລັບການເປີດຊ່ອງທາງໃໝ່ ຫຼື ຕະຫຼາດ ຫຼື ປັບປຸງຄຸນນະພາບຂອງຜະລິດຕະພັນ ເພາະວ່າ ຄົນສ່ວນໜ້ອຍເຫັນການກະສິກຳເປັນດັ່ງກັບໂອກາດການລົງທຶນໃນ ຈີນ.”
ສຳລັບຊາວສວນດັ່ງທ່ານ Hou, ການສະໜັບສະໜູນຂອງລັດຖະບານ ແລະ ຄວາມພະຍາ ຍາມຢ່າງຕໍ່ເນື່ອງໃນການໃຊ້ເຄື່ອງຈັກ ເພື່ອເພີ່ມຜົນຜະລິດ ແລະ ການຜະລິດໝາກຖົ່ວເຫຼືອງແບບໃໝ່ແມ່ນມີຄວາມສຳຄັນຫຼາຍ.
ທ່ານ Chou Kuo-lung ນັກຄົ້ນຄວ້າລັດຖະບານ ຈາກສະພາກະສິ ກຳໄຕ້ຫວັນ ກ່າວວ່າ ນະວັດຕະກຳໃໝ່ ໄດ້ຊ່ວຍໃຫ້ຜູ້ປູກໝາກຖົ່ວ Edamame ຂອງໄຕ້ຫວັນ ຈາກການຖືກກວາດລ້າງໄປ.
ທ່ານ Chou Kuo-Lung ນັກຄົ້ນຄວ້າໝາກຖົ່ວ Edamame ກ່າວວ່າ “ພວກເຮົາບໍ່ໄດ້ ຢ້ານໃນການແຂ່ງຂັນກັບ ຈີນ. ສິ່ງທີ່ພວກ ເຮົາຢ້ານທີ່ສຸດແມ່ນ ພວກເຮົາບໍ່ມີ ຄວາມກ້າວໜ້າ ແລະ ຕິດຄ້າງຢູ່ກັບສະພາບທີ່ເຄີຍເຮັດມາແຕ່ກ່ອນ.”
ການກະສິກຳບໍ່ແມ່ນພາກສ່ວນດຽວທີ່ບັນດາບໍລິສັດໄດ້ໃຊ້ນະວັດຕະກຳໃໝ່ເພື່ອສ້າງຕະ ຫຼາດລາຍຍ່ອຍ ແລະ ຫຼີກລ່ຽງການແຂ່ງຂັນໃນ ຜະລິດຕະພັນທີ່ມີມາດຕະຖານສູງ, ໃນຂົງ ເຂດທີ່ ຈີນ ມີຄວາມໄດ້ ປຽບ.
ທ່ານ Liang Kuo Yuan ຈາກສະຖາບັນການຄົ້ນຄວ້າ Yuanta Polaris ກ່າວວ່າ ຕະຫຼາດລາຍຍ່ອຍຂອງ ໄຕ້ຫວັນ ຄວນເອົາໃຈ ໃສ່ໃນຜະລິດຕະພັນດ້ວຍປະລິມານທີ່ ນ້ອຍ, ແຕ່ມີຄວາມຫຼາກຫຼາຍ ແລະ ສາມາດປັບປ່ຽນໃຫ້ຖືກໃຈຜູ້ຊື້ໄດ້.
ຕົວຢ່າງໜຶ່ງກໍແມ່ນບໍລິສັດ Gogoro, ບໍລິສັດຜະລິດລົດຈັກສະກູດເຕີໄຟຟ້າ ທີ່ອະດີດຜູ້ ບໍລິຫານ ບໍລິສັດໂທລະສັບມືຖື HTC ໄດ້ນຳອອກ ຈຳໜ່າຍ. ລົດດັ່ງກ່າວໄດ້ສະກິດຄວາມ ກ້າຫານໃນການຜະລິດຂອງ ໄຕ້ຫວັນ ແລະ ຄວາມຊ່ຽວຊານໃນການໃຊ້ເທັກໂນໂລຈີຂັ້ນ ສູງ ແລະ ບໍ່ເໝືອນກັບລົດສະກູດເຕີໄຟຟ້າສ່ວນໃຫຍ່, ໝໍ້ໄຟຂອງມັນສາມາດປ່ຽນໄດ້ຢູ່ສູນ ສາກໄຟຂອງມັນ.
ລັດຖະບານຂອງທ້ອງຖິ່ນ ໄດ້ສະເໜີເງິນສະໜັບສະໜູນໃຫ້ກັບຜູ້ທີ່ຊື້ ລົດດັ່ງກ່າວນັ້ນ, ແຕ່ ວ່າຈະໄວຊ່ຳໃດ ທີ່ມັນຈະໄດ້ຮັບຄວາມນິຍົມຊົມ ຊອບນັ້ນແມ່ນຍັງບໍ່ທັນຊັດເຈນເທື່ອ. ສຳ ລັບຕອນນີ້, ຄວັນ ແລະສຽງ ຂອງລົດ ແມ່ນເບິ່ງຄືວ່າ ຈະຍັງເປັນມາດຕະຖານຄືເກົ່າຢູ່ ແຕ່ ວ່າຜູ້ບໍລິຫານງານຂອງບໍລິສັດ ຫວັງວ່າໃນທີ່ສຸດກໍຈະສາມາດວາງຂາຍໃນ ຕະຫຼາດຕ່າງ ປະເທດເຊັ່ນກັນ.