ແຫຼ່ງຂ່າວທີ່ໄດ້ຮັບຂໍ້ມູນໃນເລື້ອງນີ້ກ່າວວ່າ ໄຕ້ຫວັນກຳລັງຄົ້ນຄວ້າທີ່ຈະຊື້ອາວຸດມູນຄ່າຫຼາຍພັນລ້ານໂດລາຈາກສະຫະລັດ ໂດຍຫວັງວ່າ ຈະໄດ້ຮັບການສະໜັບສະໜູນຈາກລັດຖະບານຊຸດໃໝ່ຂອງ ທ່ານ ດໍໂນລ ທຣໍາ ຂະນະທີ່ຈີນຍັງຄົງໃຊ້ແຮງກົດດັນທາງທະຫານຕໍ່ເກາະແຫ່ງນີ້ ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ.
ສາມແຫຼ່ງຂ່າວທີ່ຮູ້ສະຖານະການີ້ ຊຶ່ງໄດ້ໃຫ້ສຳພາດກັບອົງການຂ່າວຣອຍເຕີສໂດຍບໍ່ຂໍເປີດເຜີຍຊື່ເນື່ອງຈາກສະຖານະການມີຄວາມລະອຽດອ່ອນທີ່ໄດ້ບອກກັບຣອຍເຕີສວ່າ ໄຕ້ຫວັນພວມເຈລະຈາກັບວໍຊິງຕັນ.
ແຫຼ່ງຂ່າວນຶ່ງກ່າວວ່າ ຊຸດອາວຸດດັ່ງກ່າວ ມີຈຸດປະສົງເພື່ອສະແດງໃຫ້ສະຫະລັດເຫັນວ່າ ໄຕ້ຫວັນມີຄວາມຕັ້ງໃຈໃນການປ້ອງກັນປະເທດຂອງຕົນ.
ແຫຼ່ງຂ່າວທີສອງກ່າວວ່າ ຊຸດດັ່ງກ່າວຈະລວມເຖິງລູກສອນໄຟຂີປະນາວຸດຄຣູສ ປ້ອງກັນຊາຍຝັ່ງທະເລ ແລະ ລູກຈະຫຼວດ ຮາຍມາຣສ໌ (HIMARS).
“ ຂ້ອຍຈະປະຫຼາດໃຈຫຼາຍຖ້າມັນໜ້ອຍກ່ວາ 8 ພັນລ້ານໂດລາ. ຫຼື ຢູ່ລະຫວ່າງ 7 ພັນລ້ານໂດລາ ເຖິງ 10 ພັນລ້ານໂດລາ” ແຫຼ່ງຂ່າວກ່າວເພີ້ມຕື່ມ.
ທຳນຽບຂາວບໍ່ໄດ້ຕອບກັບໃນທັນທີ ຕໍ່ຄໍາຂໍໃຫ້ສະແດງຄວາມຄິດເຫັນ. ຢ່າງໃດກໍ່ຕາມ ທ່ານ ໄມຄ໌ ວອລສ໌ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດກ່າວວ່າ ທ່ານຕ້ອງການເລັ່ງສົ່ງມອບອາວຸດໃຫ້ໄຕ້ຫວັນ.
ກະຊວງປ້ອງກັນປະເທດຂອງໄຕ້ຫວັນປະຕິເສດທີ່ຈະສະແດງຄວາມຄິດເຫັນກ່ຽວກັບການຈັດຊື້ທີ່ສະເພາະເຈາະຈົງ ແຕ່ກ່າວວ່າ ກະຊວງເນັ້ນໜັກໄປທີ່ການສ້າງລະບົບປ້ອງກັນຂອງຕົນ.
“ ອາວຸດແລະອຸປະກອນໃດ ໆ ທີ່ສາມາດບັນລຸເປົ້າໝາຍດັ່ງກ່າວໃນການສ້າງກອງທັບຈະຖືກລະບຸເປັນເປົ້າໝາຍໃນການປະມູນ” ກະຊວງໄດ້ລະບຸ.
ຈີນອ້າງວ່າ ໄຕ້ຫວັນທີ່ປົກຄອງດ້ວຍລະບອບປະຊາທິປະໄຕ ເປັນດິນແດນຂອງຕົນເອັງ ແລະບໍ່ເຄີຍປະຖິ້ມການໃຊ້ກຳລັງເພື່ອນຳເອົາເກາະດັ່ງກ່າວ ມາຢູ່ພາຍໃຕ້ການຄວບຄຸມຂອງຕົນ. ໄຕ້ຫວັນຄັດຄ້ານຕໍ່ຂໍ້ອ້າງເອົາອະທິປະໄຕຂອງໄຕ້ຫວັນ ໂດຍຈີນ ຢ່າງແຂງຂັນ ແລະຢືນຢັນວ່າ ປະຊາຊົນຂອງເກາະເທົ່ານັ້ນທີ່ສາມາດຕັດສິນອະນາຄົດຂອງຕົນເອັງໄດ້.
ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ເຮັດໃຫ້ ໄຕ້ຫວັນ ທີ່ເປັນມະຫາອຳນາດທາງດ້ານຊິປ ບໍ່ສະບາຍໃຈ ກ່ຽວກັບການໂຄສະນາຫາສຽງໂດຍກ່າວວ່າ ເກາະດັ່ງກ່າວ ລັກເອົາທຸລະກິດເສມີຄອນດັກເຕີຂອງອາເມຣິກາ. ໃນເດືອນນີ້, ທ່ານໄດ້ຂົ່ມຂູ່ຈະຂຶ້ນພາສີນຳເຂົ້າຕໍ່ຊິປ.
ອ່ານຂ່າວເປັນພາສາອັງກິດ
Taiwan is exploring buying arms worth billions of dollars from the United States, sources briefed on the matter said, hoping to win support from the new Trump administration as China continues to apply military pressure on the island.
Three sources familiar with the situation, speaking to Reuters on the condition of anonymity given the sensitivity of the situation, told Reuters that Taiwan is in talks with Washington.
The package is meant to demonstrate to the United States that Taiwan is committed to its defense, one of the sources said.
A second source said the package would include coastal defense cruise missiles and HIMARS rockets.
"I would be very surprised if it was less than $8 billion. Somewhere between $7 billion to $10 billion," the source added.
The White House did not immediately respond to a request for comment. However, U.S. national security adviser Mike Waltz has said he wants to speed delivery of weapons to Taiwan.
Taiwan's defense ministry declined to comment on specific purchases but said it is focused on building its defenses.
"Any weaponry and equipment that can achieve those goals for building the military are listed as targets for tender," it said.
China claims democratically governed Taiwan as its own territory and has never
renounced the use of force to bring the island under its control. Taiwan strongly objects to China’s sovereignty claims and says only the island’s people can decide their future.
U.S. President Donald Trump unnerved chip powerhouse Taiwan on the election campaign trail by saying the island stole American semiconductor business. This month, he threatened tariffs on chip imports.
ຟໍຣັມສະແດງຄວາມຄິດເຫັນ