ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງ​ທະ​ຫານ ຊີ​ເຣຍ ກຳ​ລັງ​ປິດ​ລ້ອມ ເມືອງ​​ຍຸດ​ທະ​ສາດ ໃນ​ແຂວງ ອິດ​ລິບ


ຈະ​ຕຸ​ລັດ​ ມາ​ເຣັດ ອາ​ລ-ນູ​ມານ ຖືກ​ປະ​ຖິ້​ມ​ໃນ​ແຂວງ ອິດ​ລິບ.
ຈະ​ຕຸ​ລັດ​ ມາ​ເຣັດ ອາ​ລ-ນູ​ມານ ຖືກ​ປະ​ຖິ້​ມ​ໃນ​ແຂວງ ອິດ​ລິບ.

ກອງ​ທະ​ຫານ​ລັດ​ຖະ​ບານ ຊີ​ເຣຍ, ທີ່​ໄດ້​ຮັບ​ການ​ໜູນ​ລັງ​ໂດຍ​ເຮືອ​ບິນ​ລົບ ຣັດ​ເຊຍ, ໄດ້​ທຳ​ຄວາມ​ກ້າວ​ໜ້າ​ໃນ​ເມືອງ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ແຂວງ ອິດ​ລິບ ທາງ​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​ແຫຼ່ງ​ຂ່າວ​ໃນ​ທ້ອງ​ຖິ່ນ.

ການ​ໂຈມ​ຕີ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ເມືອງ ມາ​ເຣັດ ອາ​ລ-ນູ​ມານ ທາງ​ພາກ​ໃຕ້​ຂອງ​ແຂວງ ອິດ​ລິບ ໄດ້​ກໍ່​ໃຫ້​ເກີດ​ການຫຼັ່ງ​ໄຫຼໄປ​ຫາ​ບ່ອນ​ປອດ​ໄພຄັ້ງ​ໃຫຍ່​ຂອງ​ພົນ​ລະ​ເຮືອນ ຢູ່​ຕາມ​ເຂດ​ຊາຍ​ແດນ ຊີ​ເຣຍຕິດ​ກັບເທີ​ກີ, ​ອີງ​ຕາມການ​ລາຍ​ງານ​ຂອງກຸ່ມ​ຕິດ​ຕາມ​ສົງ​ຄາມ​ ​ໃນ​ວັນ​ພຸດ​ວານນີ້.

ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ຊີ​ເຣຍ, ເຊິ່ງ​ມີ​ນັກ​ຄົ້ນ​ຄວ້າ​ຢູ່​ທົ່ວ​ປະ​ເທດ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ນັ້ນ, ໄດ້​ກ່າວ​ວ່າ ລຸນຫຼັງ​ການ​ຕໍ່​ສູ້​ຢ່າງ​ດຸ​ເດືອດ​ໃນ​ບໍ​ລິ​ເວນນັ້ນ, ກອງ​ກຳ​ລັງ​ລັດ​ຖະ​ບານ ຊີ​ເຣຍ ກໍ​ໄດ້​ເຂົ້າ​ຄວບ​ຄຸມໝູ່​ບ້ານຫຼາຍ​ສິບ​ແຫ່ງ​ຢູ່​ອ້ອມ​ເມືອງ​ແຫ່ງ​ຍຸດ​ທະ​ສາດ​ນັ້ນ, ສັງ​ຫານ​ປະ​ຊາ​ຊົນຫຼາຍ​ສິບ​ຄົນ ແລະ ບັງ​ຄັບ​ໃຫ້​ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນຫຼາຍ​ພັນ​ຄົນ​ຕ້ອງ​ລົບ​ໜີ​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ.

ທ່ານ ຣາ​ມີ ອັບ​ດູ​ລ​ຣາ​ມັນ, ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ສັງ​ເກດ​ການ ຊີ​ເຣຍ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເມືອງ​ດັ່ງ​ກ່າວ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງວ່າ​ຈະ​ຖືກມອບ​ໃຫ້​ກອງ​ທັບ ເທີ​ກີ ແລະ ຕຳຫຼວດກອງ​ທັບ ຣັດ​ເຊຍ ໃນ​ສອງ​ສາມ​ວັນ​ຂ້າງໜ້າ, ຖ້າບໍ່​ແມ່ນ​ສອງ​ສາມ​ຊົ່ວ​ໂມງ.” ທ່ານ​ກ່າວ​ຕື່ມ​ວ່າ ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ບໍ່​ສາ​ມາດ​ສືບ​ຕໍ່​ການ​ຕໍ່​ສູ້.

ທ່ານ​ກ່າວ​ວ່າ ມັນ​ໄດ້​ມີ​ການ​ຕົກ​ລົງ​ກັນ​ລະ​ຫວ່າງ ເທີ​ກີ ກັບ ຣັດ​ເຊຍ ເພື່ອລົບ​ລ້າງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ອິ​ສ​ລາມ ທັງ​ໝົດ​ຈາກ​ເມືອງ ມາ​ເຣັດ ອາ​ລ-ນູ​ມານ ແລະ ເມືອງ​ທີ່​ຢູ່​ໃກ້​ຄຽງ​ໃນ​ແຂວງ ອິດ​ລິບ.

ເປັນ​ເວ​ລາຫຼາຍ​ປີ​ແລ້ວ, ແຂວງ​ ອິດ​ລິບ ໄດ້​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ຊ່ວງ​ຊິງ​ກັນ​ລະ​ຫວ່າງ ຣັດ​ເຊຍ ແລະ ເທີ​ກີ, ເຊິ່ງ​ແມ່ນ​ສອງ​ມະ​ຫາ​ອຳ​ນາດ​ທີ່​ສະ​ໜັບ​ສະ​ໜູນ​ຝ່າຍ​ກົງ​ກັນ​ຂ້າມ​ກັນ ຂອງ​ສົງ​ຄາມ​ກາງ​ເມືອງດົນແປດ​ປີ​ໃນ ຊີ​ເຣຍ.

ໃນ​ເດືອນ​ກັນ​ຍາ 2018, ລັດ​ຖະ​ບານ ມົ​ສ​ກູ ແລະ ອັງ​ກາ​ຣາ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ ທີ່​ໄດ້​ເລື່ອນ​ການ​ໂຈມ​ຕີ​ຂອງ​ລັດ​ຖະ​ບານ ຊີ​ເຣຍ ທີ່​ໄດ້​ວາງ​ແຜນ​ເອົາ​ໄວ້ໃນ​ແຂວງ ອິດ​ລິບ ແລະ ບໍ​ລິ​ເວນ​ອື່ນໆ​ໃກ້​ກັບ​ເຂດ​ຊາຍ​ແດນ ເທີ​ກີ.

ໃນ​ພາກ​ສ່ວນ​ຂອງ​ຂໍ້​ຕົກ​ລົງ​ນັ້ນ, ເທີ​ກີ ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ຈັດ​ກຸ່ມ​ຫົວ​ຮຸນ​ແຮງ​ທຸກ​ກຸ່ມ​ຈາກ​ແຂວງ​ນັ້ນ, ເຊິ່ງ​ບາງ​ຄົນ​ໄດ້​ມີ​ສາຍ​ພົວ​ພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ ອາ​ລ-ໄກ​ດາ. ແຕ່​ເທີ​ກີ ຖືກ​ກ່າວ​ຫາ​ວ່າບໍ່​ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ​ໃນ​ຂໍ້​ຕົກ​ລົງ​ນັ້ນ.

ເທີ​ກີ ຍັງ​ມີ​ໜ່ວຍ​ສັງ​ເກດ​ການ​ທາງ​ທະ​ຫານ 12 ແຫ່ງ​ ໃນ​ບໍ​ລິ​ເວນ​ນັ້ນ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ ລະ​ຫວ່າງ ເທີ​ກີ ກັບ ຣັດ​ເຊຍ.

ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ຄ້າຍ​ທະ​ຫານແຫ່ງ​ນຶ່ງ​ຂອງ ເທີ​ກີ ມີ​ລາຍ​ງານ​ວ່າ​ຖືກ​ຫຸ້ມ​ລ້ອມ​ໂດຍ​ກຳ​ລັງ​ທະ​ຫານ ຊີ​ເຣຍ ທີ່​ໄດ້ເຄື່ອນ​ເຂົ້າ​ໄປ. ໂທ​ລະ​ພາ​ບ​ຂ່າວ​ຝ່າຍ​ຄ້ານ​ຊ່ອງ ອໍ​ຣີ​ເອັ້ນ ນິວ​ສ໌ (Orient News), ໄດ້​ລາຍ​ງານ​ວ່າ ພວກ​ຫົວ​ຮຸ​ນ​ແຮງ​ອິ​ສ​ລາມ ໄດ້​ຕໍ່​ສູ້​ກັບ​ກອງ​ທະ​ຫານ​ລັດ​ຖະ​ບານໃນ​ການ​ປະ​ເຊີນ​ໜ້າຫຼາຍ​ຄັ້ງ, ສັງ​ຫານ​ທະ​ຫານ​ຢ່າງ​ໜ້ອຍ 10 ຄົນ​ໃນ​ວັນ​ພຸດ​ວານນີ້.

Syrian government troops, supported by Russian warplanes, have advanced on a rebel-held town in the northwestern province of Idlib, local sources said.
The ongoing offensive against the town of Maaret al-Numan in southern Idlib has caused a major influx of civilians to safer areas along the Syrian-Turkish border, a war monitoring group reported Wednesday.
The Syrian Observatory for Human Rights, which has researchers across the war-torn country, said that following intense fighting in the area, Syrian government forces took control of dozens of villages around the strategic town, killing dozens of people and forcing thousands of local residents to flee their homes.
"The town will most likely be handed over to Turkish military and Russian military police in the next few days, if not hours," Rami Abdulrahman, director of the Syrian Observatory, told VOA, adding that rebels could not carry on the fight.
There is an agreement between Turkey and Russia to remove all Islamist rebels from Maaret al-Numan and nearby towns in Idlib, he said.
For years, Idlib has been a center of contention between Russia and Turkey, two powers that support opposite sides of Syria's eight-year civil war.
In September 2018, Moscow and Ankara reached an agreement that postponed a planned Syrian government offensive on Idlib and other areas near the Turkish border.
As part of that agreement, Turkey was required to remove all extremist groups from the province, some of which are tied to the al-Qaida terrorist group. But Turkey allegedly has failed to implement its part of the deal.
Turkey also has 12 military observation posts in the area as part of a de-escalation agreement between Turkey and Russia.
On Tuesday, a Turkish military post reportedly was besieged by advancing Syrian troops.
A Syrian opposition news channel, Orient News, reported that Islamist militants have been fighting government troops on several fronts, killing at least 10 soldiers on Wednesday.
Syrian troops loyal to President Bashar al-Assad have been pushing toward the town of Maaret al-Numan, which is located on a highway connecting the capital, Damascus, in the south, to the city of Aleppo in the north. The objective of Assad's forces is to take full control of the strategic M5 highway.
Idlib province, home to nearly 3 million people, is the last major stronghold of rebel forces fighting Syrian troops. The province is largely controlled by the Islamist militant group Hayat Tahrir al-Sham (HTS), a former al-Qaida affiliate in Syria.
Syrian forces and their Russian allies launched a major offensive last week into the southern part of Idlib. The offensive comes after weeks of aerial bombardment that has displaced tens of thousands of people.
The military escalation has caused dozens of civilian casualties and displaced 80,000 Syrians, the U.N. said this week.
But local groups, including the Syrian Observatory, estimate that more than 100,000 civilians in Idlib already have been displaced.

XS
SM
MD
LG