ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິ​ສ​ຣາ​ແອ​ລ ຍິງ​ລູກ​ສອນ​ໄຟ ໂຈມ​ຕີ ຊີ​ເຣຍ


​ຄວັນ​ໄຟ​ປິ​ວ​ຜ່ານ​ພູ​ໜ່ວຍ​ນຶ່ງ ຈາກ​ເຂດ​ຊົນ​ນະ​ບົດ​ ຂອງ​ນະຄອນຫຼວງ ດາ​ມາ​ສ​ກັ​ສ, ຊີ​ເຣຍ. 25 ທັນ​ວາ, 2018.
​ຄວັນ​ໄຟ​ປິ​ວ​ຜ່ານ​ພູ​ໜ່ວຍ​ນຶ່ງ ຈາກ​ເຂດ​ຊົນ​ນະ​ບົດ​ ຂອງ​ນະຄອນຫຼວງ ດາ​ມາ​ສ​ກັ​ສ, ຊີ​ເຣຍ. 25 ທັນ​ວາ, 2018.

ອົງ​ການ​ຂ່າວ​ລັດ​ຖະ​ບານ​ຂອງ ຊີ​ເຣຍ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ປ້ອງ​ກັນອາ​ກາດຂອງ
ຊີເຣຍ ໄດ້ຕໍ່ຕ້ານການໂຈມຕີດ້ວຍລູກສອນໄຟ ຢູ່ໃກ້ກັບນະຄອນຫຼວງ ດາມາສກັສ.

ອົງ​ການ​ຂ່າວ ຊາ​ນາ (SANA) ໄດ້​ກ່າວ​ວ່າ ທະ​ຫານ​ ຊີ​ເຣຍ 3 ຄົນ​ໄດ້​ຮັບ​ບາດ​ເຈັບ
ໃນວັນອັງຄານວານນີ້ ຈາກການໂຈມຕີຂອງ ອິສຣາແອລ ຢູ່ສາງເກັບລູກປືນ.

ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ຊີ​ເຣຍ ໄດ້​ທຳ​ລາຍ​ລູກ​ສອນ​ໄຟ​ທີ່​ຖືກ​
ຍິງເຂົ້າມາ ແລະ ສາງລູກປືນດັ່ງກ່າວ ໄດ້ຮັບຄວາມເສຍຫາຍພຽງເລັກນ້ອຍ.

ລາຍ​ງານ​ທີ່​ວ່າ​ນັ້ນ​ ໄດ້​ມີ​ຂຶ້ນບໍ່​ເທົ່າ​ໃດ​ວັນ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ
ດໍໂນລ ທຣຳ ໄດ້ປະກາດວ່າ ກອງກຳລັງ ອາເມຣິກັນ ໝົດທຸກຄົນຈະຖອນຕົວອອກ
ຈາກ ຊີເຣຍ.

Syria's state-run news agency (SANA) says Syrian air defenses repelled a missile attack near the capital Damascus.

SANA said three Syrian soldiers were wounded Tuesday in the Israeli airstrike on an ammunitions depot..

It said Syrian defense forces downed most of the incoming missiles and there was minimal damage to the depot.

The report comes just days after U.S. President Donald Trump announced that all American troops would withdraw from Syria.

XS
SM
MD
LG