ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ເຄັ່ງ​ຕຶງ​ ເພີ້ມ​ສູງ​ຂຶ້ນ ກ່ອນ​ໜ້າ​ການ​ຢ້ຽມ​ຢາມ ສ​ຫລ ຂອງ ປ. ເທີ​ກີ ທ່ານ ເອີດູ​ອານ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ, ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານ​ລ້ຽງ​ສະ​ຫລອງວັນ​ຊາດ​ສາ​ທະ​ລ​ະ​ນະ​ລັດ ເທີ​ກີ ໃນ​ນະ​ຄອນ​ຫລວງ ອັງ​ກາ​ຣາ ໃນ​ວັນ​ທີ 29 ຕຸ​ລາ, 2019
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ, ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານ​ລ້ຽງ​ສະ​ຫລອງວັນ​ຊາດ​ສາ​ທະ​ລ​ະ​ນະ​ລັດ ເທີ​ກີ ໃນ​ນະ​ຄອນ​ຫລວງ ອັງ​ກາ​ຣາ ໃນ​ວັນ​ທີ 29 ຕຸ​ລາ, 2019

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ຈະມາ​ຢ້ຽ​ມ​ຢາ​ວໍ​ຊິງ​ຕັນ ໃນ​ອາ​ທິດນີ້ ເພື່ອ​ພົບ​ກັນ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຊຶ່ງ​ເປັນ​ການ​ພົບ​ປະ​ທີ່​ບາງ​ຄົນຖື​ວ່າ ເປັນ​ໂອ​ກາດ​ນຶ່ງ​ທີ່​ຈະ​ເຮັດ​ສາຍ​ພົວ​ພັນ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ຍ້ອນ​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ທາງ​ນະ​ໂຍ​ບາຍ​ຫລາຍ​ຢ່າງ ດ້ານນັ້ນ ຖືກຫັນກັບ​ມາເລີ້ມ​ຄືນໃໝ່​.

ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ເທີ​ກີ ຕໍ່​ພວກ​ນັກ​ລົບ​ຊາວ​ເຄີດ​ສ໌ຢູ່​ຊີ​ເຣຍ ຫລື ກຸ່ມ YPG ຄາດ​ວ່າ​ຈະ​ເປັນ​ຫົວ​ຂໍ້​ສຳ​ຄັນອັນ​ດັບ​ນຶ່ງ​ຢູ່​ໃນ​ການ​ພົບ​ປະ​ຄັ້ງ​ນີ້. ອັງ​ກາ​ຣາໄດ້​ຈັດ​ກຸ່ມ YPG ໃຫ້​ຢູ່​ໃນກຸ່ມ​ກໍ່​ການ​ຮ້າຍ ແຕ່​ວ່ານັກ​ລົບ​ເຫລົ່າ​ນີ້ເປັນ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ທີ່​ສຸດຢູ່​ໃນ​ສົງ​ຄາມ​ຕ້ານກັບກຸ່ມ​ລັດ​ອິ​ສ​ລາມທີ່​ນ້ຳ​ໜ້າ​ໂດຍ​ສະ​ຫະ​ລັດນັ້ນ.

ລັດ​ຖະ​ສະ​ພາ​ສະ​ຫະ​ລັດກຳ​ລັງ​ຂົ່ມ​ຂູ່​ທີ່​ຈະ​ຂະຫຍາຍ​ການ​ລົງ​ໂທດ​ຕໍ່​ເທີ​ກີ ທີ່ໄດ້​ປະ​ຕິ​ບັດ​ງານ​ທາງ​ທະ​ຫານຕໍ່​ຊາວ​ເຄີດ​ສ໌. ການ​ລົງ​ໂທດ​ບາງ​ຢ່າ​ງ​ໃນ​ນັ້ນ ແມ່ນ​ແນ​ໃສ່​ທ່ານ ເອີດູອານ​ເປັນ​ການ​ສ່ວນ​ຕົວ.

ແຕ່​ຢ່າ​ງ​ໃດ​ກໍ​ຕາມ, ທ່ານ ເອີດູອານ ໄດ້​ເຕືອນ​ວ່າ ຂໍ້​ຕົກ​ລົງ​ທີ່​ໄດ້​ມີ​ການ​ເຈ​ລະ​ຈາກ​ກັນ​ກັບ​ວໍ​ຊິງ​ຕັນ ແລະ​ມົ​ສ​ກູ ເພື່ອ​ໃຫ້​ຍຸ​ຕິ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຕໍ່​ພວກ​ນັກ​ລົບ​ຊາວເຄີດ​ສ໌ກຳ​ລັງ​ຢູ່​ໃນ​ສະ​ພາບ​ທີ່​ສ່ຽງ​ໄພ. ຜູ້​ນຳ​ເທີ​ກີ​ທ່ານນີ້ ກ່າວ​ຫາ​ພວກ​ນັກ​ລົບ​ດັ່ງ​ກ່າວ​ວ່າ ບໍ່​ໄດ້​ຖອນ​ອອກ​ໄປ​ຈາກ​ເຂດຊາຍ​ແດນຂອງ​ເທີ​ກີ. ພວກ​ນັກ​ວິ​ເຄາະ​ເຫດ​ການໃຫ້​ຄຳ​ເຫັນວ່າ ​ທ່ານ ເອີ​ດູ​ອານອາດສາ​ມາດ​ຫາ​ທາງ​ຮັບ​ປະ​ກັນຢ່າງ​ໜ້ອຍກໍໃຫ້​ມີ​ການສະ​ໜັບສະ​ໜຸນແບບ​ງຽບໆ ຈາກ​ທ່ານ​ທ​ຣຳສຳ​ລັບ​ການເລີ້ມ​ປະ​ຕິ​ບັດ​ງານຢູ່​ໃນ​ຊີ​ເຣຍ​ຄືນ​ອີກ.

ຢູ່​ໃນ​ກອງ​ປະ​ຊຸມລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ອາ​ທິດນີ້ ຖືກມອງວ່າຫ້ວງ​ເວ​ລາ​ອັນ​ສຳ​ຄັນ​ໄດ້​ມາ​ເຖິງ​ແລ້ວ ຢູ່​ໃນ​ສາຍ​ພົວ​ພັນລະ​ຫວ່າງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ໃນ​ກຸ່ມ​ເນ​ໂຕ (NATO).

ທ່ານ ແອ​ສ​ລີ ໄອ​ດິນ​ທັ​ສ​ບັ​ສ (Asli Aydintasbas), ນັກ​ຄົ້ນ​ຄວ້າ​ຂັ້ນ​ສູງ ດ້ານ​ການ​ພົວ​ພັນ​ຕ່າງ​ປະ​ເທດຢູ່​ໃນ​ສະ​ພາຢູ​ໂຣບ​ກ່າວ​ວ່າ "ອັນ​ນີ້ເປັນ​ກອງ​ປະ​ຊຸ​ມ​ທີ່​ສຳ​ຄັນ​ຍິ່ງ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ມີ​ລາຍ​ການ​ຂອງ​ບັນ​ຫາທີ່​ຍາວ​ຢຽດ ລະ​ຫວ່າງ​ສອງ​ປະ​ເທດນີ້. ທີ່​ຈິງ​ແລ້ວ, ສາຍ​ສຳ​ພັນ​ຂອງ​ສອງປະ​ເທດນີ້​ບໍ່​ເຄີຍ​ຢູ່​ໃນ​ສະ​ພາບ​ທີ່ບໍ່​ດີ​ຄື​ຈັ່ງ​ທຸກມື້ນີ້ຈັກ​ເທື່ອ. ແລະ ແນ່ນອນ, ​ກໍ​ມີ​ບັນ​ຫາ​ທີ່​ກຳ​ລັງ​ດໍ​າ​ເນີນ​ໄປ​ຢູ່ຊຶ່ງ ກໍ​ຄືການບຸກ​ລຸກ​ຂອງ​ເທີ​ກີເຂົ້າ​ໄປ​ໃນ​ຊີ​ເຣຍ ແລະ​ການ​ຂັດ​ຂວາງ​ຂອງ​ສະ​ຫະ​ລັດ. ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ພາກ​ພື້ນ​ດິນແມ່ນ​ມີ​ຄວາມສາ​ມາດທີ່​ຈະກັບ​ກາຍ​ເປັນ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ໄດ້​ງ່າຍ​ທີ່​ສຸດ."

ເຖິງ​ແມ່ນ​ວ່າສາຍ​ພົວ​ພັນ​ສອງ​ຝ່າຍຈະ​ມີ​ມີ​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ​ນັບ​ມື້​ກໍ​ຕາມ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທັງ​ສອງ​ປະ​ເທດ​ປາ​ກົດ​ວ່າ ໄດ້​ສ້າງ​ສາຍ​ພົວ​ພັນ​ໃນລະ​ດັບ​ປະ​ຕິ​ບັດ​ງານ​ນຳ​ກັນ​ດີ​ຢູ່, ມີຄວາມ​ຮູ້​ສຶກ​ທາງ​ເຄ​ມີ​ສ່ວນ​ຕົວ​ຕໍ່​ກັນທີ່​ອັງ​ຄາ​ຣາ​ເຊື່ອ​ວ່າ ສາ​ມາດ​ຈະເຮັດ​ໃຫ້​ມີ​ໂອ​ກາດ​ທີ່​ຈະ​ເລີ້ມ​ຕົ້ນ​ຄືນ​ໃໝ່​ໄດ້​ອີກ.

"ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ຜູ້​ນຳ​ທີ່​ມີ​ຄວາມ​ດຶງ​ດູດ​ໃຈ​ຄົນ​ຫລາຍ​ດັ່ງ​ກ່າວ​ອາດ​ຈະ​ນຳເອົາວິ​ທີ​ການ​ທີ່​ເປັນ​ໜ້າ​ຍອມ​ຮັບ ແລະ​ມີ​ເຫດ​ຜົນ​ທີ່​ຈະ​ກ້າວ​ໄປ​ທາງ​ໜ້າ​ຢູ່​ໃນ​ສາຍ​ພົວ​ພັນລະ​ຫວ່າງເທີ​ກີ​ກັບ​ສະ​ຫະ​ລັດໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ມີ​ຊຸດ ຄາ​ຊິນ (Mesut Casin), ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີດ້ານ​ວຽກ​ງານ​ການ​ຕ່າງ​ປະ​ເທດ. ທ່ານ​ກ່າວຕໍ່​ໄປອີກວ່າ "ກອງ​ປະ​ຊຸມ​ສຸດຍອດ​ທີ່​ເປັນ​ປະ​ຫວັດ​ການ ຈະ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຂ້າ​ພະ​ເຈົ້າ​ກຳ​ລັງ​ມອງ​ຫາແນວ​ຄວາມ​ຄິດ​ທີ່​ເປັນ​ໄປ​ໃນ​ແງ່ບວກ. ສິ່ງນີ້​ຈະ​ນຳ​ເອົາ​ການ​ແກ້​ໄຂ​ບັນ​ຫາ ແລະ​ວິ​ທີ​ການ​ໃໝ່ມາ​ໃຫ້​ແກ່​ຜູ້​ປະ​ຕິ​ບັດ​ງານ​ທັງ​ສອງ​ທ່ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG