ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ແລະ​ເທີ​ກີ ເຫັນ​ດີ​ນຳ​ກັນ​ ທີ່​ຈະ​ເຊັນ​ຂໍ້​ຕົກ​ລົງ ​ຢຸດ​ຍິງ​ ໃນ​ແຂວງ​ອິ​ລິບ ​ຂອງ​ຊີ​ເຣຍ


​ປະ​ທາ​ນາ​ທິ​ບໍ​ດີ ​ວະ​ລາ​ດີິເມຍ ປູ​ຕິນ ແລະ​​ປະ​ທາ​ນາ​ທິ​ບໍ​ດີ ​ຣີ​ເຊັບ ໄຕ​ຍິບ ເອີ​ໂດວານ ຈັບ​ມື​ກັນ ຢູ່​ໃນ​ກອງ​ປະ​ຊຸຖະ​ແຫລງ​ຂ່າວ ໃນ​ວັງ​ແຄ​ຣມ​ລິນໃນ​ນະ​ຄອນ​ຫລວງ ຂອງ​ຣັດ​ເຊຍ ວັນ​ພະ​ຫັດ ໃນ​ວັນ​ພະ​ຫັດ 5 ມີ​ນາ, 2020...
​ປະ​ທາ​ນາ​ທິ​ບໍ​ດີ ​ວະ​ລາ​ດີິເມຍ ປູ​ຕິນ ແລະ​​ປະ​ທາ​ນາ​ທິ​ບໍ​ດີ ​ຣີ​ເຊັບ ໄຕ​ຍິບ ເອີ​ໂດວານ ຈັບ​ມື​ກັນ ຢູ່​ໃນ​ກອງ​ປະ​ຊຸຖະ​ແຫລງ​ຂ່າວ ໃນ​ວັງ​ແຄ​ຣມ​ລິນໃນ​ນະ​ຄອນ​ຫລວງ ຂອງ​ຣັດ​ເຊຍ ວັນ​ພະ​ຫັດ ໃນ​ວັນ​ພະ​ຫັດ 5 ມີ​ນາ, 2020...

ຣັດ​ເຊຍ ແລະ​ເທີ​ກີ ເຫັນ​ດີ​ນຳ​ກັນ​ທີ່​ຈະ​ເຮັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ແຂວງ​ອິ​ລິບ​ຂອງ​ຊີ​ເຣຍ​ທີ່​ມີ​ບັນ​ຫານັ້ນ ພາຍ​ຫລັງ​ທີ່​ມີ​ການ​ພົບ​ປະ​ເຈ​ລະ​ຈາກັນ​ເປັນ​ເວ​ລາ​ດົນ​ນານ ຢູ່​ໃນ​ມົ​ສ​ກູ ເພື່ອ​ແນ​ໃສ່​ປ້ອງ​ກັນ​ບໍ່​ໃຫ້​ມີສະ​ພາບ​ທີ່​ແນ​ໃສ່​ແຂ່​ງ​ຂັນ​ກັນ​ລະ​ຫວ່າ​ສອງ​ປະ​ເທດຢູ່​ໃນ​ຊີ​ເຣຍ​ບານ​ປາຍ​ຂຶ້ນ​ກາຍ​ເປັນ​ການ​ຂັດ​ແຍ້ງ​ທາງ​ທະ​ຫານ​ຕໍ່​ກັນ​ໄດ້.

​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ​ວະ​ລາ​ດີິເມຍ ປູ​ຕິນ ແລະ​ຄູ່ຮ່ວມ​ປະ​ຈຳ​ຕຳ​ແໜ່ງ​ໃນ​ເທີ​ກີ, ທ່ານ​ຣີ​ເຊັບ ໄຕ​ຍິບ ເອີ​ໂດ​ອານ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັນ​ເປັນ​ເວ​ລາ 6 ຊົ່ວ​ໂມງຢູ່​ໃນວັງ​ແຄ​ຣມ​ລິນ ຊຶ່ງ 3 ຊົ່ວ​ໂມງ​ໃນ​ນັ້ນ ເປັນ​ການ​ພົບ​ປະ​ກັນ​ແບບ​ສອງ​ຕໍ່​ສອງ​ກັບ​ຍາຍ​ແປ​ພາ​ສາ​ເທົ່າ​ນັ້ນ ຊຶ່ງ​ເປັນ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ຫາ​ທາງ​ຜ່ານ​ອອກ​ຈາກ​ແຂວງ​ອິດ​ລິບ.

ຂົງ​ເຂດ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍແຫ່ງນັ້ນ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ມີ​ການ​ສູ້​ຢັນ​ກັນຢ່າງ​ເຄັ່ງ​ຕຶງ​ລະ​ຫວ່າງກຳ​ລັງ​ທະ​ຫານ​ຂອງ​ລັດ​ຖະ​ບານເທີ​ກີ​ກັບ​ຣັດ​ເຊຍຢູ່​ໃນ​ຫລາຍອາ​ທິດຜ່ານ​ມານີ້ ໂດຍ​ທີ່​ທ່ານ ບາຊາ ອາ​ລ-ອາ​ຊາດ, ຜູ້​ນຳ​ຊີ​ເຣຍ ໄດ້​ຮັບ​ການ​ໜູນ​ຫລັງ ຈາກກຳ​ລັງ​ທະ​ຫານ​ທາງ​ອາ​ກາດ​ຂອງຣັດ​ເຊຍ ໂດຍ​ໃຫ້​ສັນ​ຍາ​ວ່າ​ຈະ​ເອົາ​ເຂດ​ດິນ​ດັ່ງ​ກ່າວ​ກັບ​ຄືນ​ມາ​ຈາກ​ກຸ່ມ​ກະ​ບົດແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ອັງ​ກາ​ຣາໃຫ້​ໄດ້.

ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້​ມ​ທະ​ວີ​ຂຶ້ນ ໄດ້​ເຮັດ​ໃຫ້​ການ​ເປັນ​ພັນ​ທະ​ມິດ​ທາງ​ທະ​ຫານທີ່​ເປັນ​ໂຍງ​ໄຍ​ທີ່​ລະ​ອຽດ​ອ່ອນ​ຂອງວັງ​ແຄ​ຣ​ລິນ ທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ພັດ​ທະ​ນາການ​ປຸກ​ລະ​ດົມ​ທາງ​ທະ​ຫານມາ​ໄດ້​ນານກວ່າ 5 ປີ​ແລ້ວ ​ຢູ່​ໃນ​ຊີ​ເຣຍບ່ອນ​ທີ່​ຣັດ​ເຊຍ​ມາ​ກອບ​ກູ້​ເອົາ​ທ່ານ​ອາ​ຊາດ ທີ່​ເປັນ​ສັດຕູ​ຂອ​ເທີ​ກີ ໃນ​ຂະ​ນະ​ທີ່ທຳ​ການ​ເປັນ​ພາ​ຄີ​ຢ່າງ​ຕໍ່​ເນື່ອງ​ກັບ​ອັງ​ກາ​ຣາ​ເພື່ອ​ສູ້​ກັບ​ສັດ​ຕູ​ອັນ​ດຽວ​ກັນຢູ່​ໃນ​ລັດ​ອິ​ສ​ລາມນັ້ນ ຕົກ​ຢູ່​ໃນ​ສະ​ພາບ​ທີ່ສ່ຽງ.

ທ່ານ​ປູ​ຕິນ​ກ່າວພາຍ​ຫລັງ​ການ​ພົບ​ປະ​ກັນ​ແລ້ວ​ວ່າ "ພວກ​ເຮົາ​ກໍ​ບໍ່​ໄດ້​ເຫັນ​ດີ​ກັບ​ຄູ່​ພາ​ຄີເທີ​ກີ​ຂອງ​ພວກ​ເຮົາຕະ​ຫລອດດອກ ຢູ່​ໃນ​ການ​ຕີ​ລາ​ຄາ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ເຣຍ ແຕ່​ວ່າ ໃນ​ແຕ່​ລະ​ຄັ້ງ​ທີ່​ຢູ່​ໃນ​ຊ່ວງ​ເວ​ລາ​ອັນ​ສຳ​ຄັນ ໂດຍ​ອີງ​ອາ​ໄສ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ສູງ, ເທົ່າ​ທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ຫາ​ຈຸດ​ທີ່​ມີ​ຄວາມ​ເຫັນ​ກົງ​ກັນ​ໄດ້​ຕໍ່​ບັນ​ຫາ​ທີ່​ຂັດ​ແຍ້ງ​ກັນ​ທີ່​ເກີດ​ຂຶ້ນ ແລະ​ໄດ້​ພາ​ກັນ​ກ້າວ​ໄປ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ທີ່​ເປັນການ​ຍອມຮັບ​ນຳ​ກັນໄດ້. ​ແລະ​ນັ້ນ​ກໍ​ຄື​ໃນ​ກໍ​ລະ​ນີນີ້ຢູ່​ໜີ້.”

ທີ່​ຈິງ​ແລ້ວ ທັງ​ສອງ​ຝ່າຍ​ສາ​ມາດ​ຄິດຫາ​ສິ່ງ​ຈຳ​ເປັນທີ່​ແນ​ໃສ່ໃຫ້​ມີ​ການ​ສົມ​ຍອມ​ນຳ​ກັນ​ທີ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຫລຸດ​ລົງ ໃນ​ຂະ​ນະ​ທີ່​ບໍ່​ໄດ້ແກ້​ໄຂບັນ​ຫາ​ທີ່​ເປັນໃຈກາງ ທີ່​ພາ​ໃຫ້​ວິ​ກິດ​ການນັ້ນ​ເກີດ​ຂຶ້ນ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG