ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ​ສະ​ວິດເຊີ​ແລນກ່າວ​ປ້ອງ​ກັນ ຄວາມ​ເປັນ​ກາງ​ຂອງ​ປະ​ເທດ ແລະ​​ການຫ້າມ​ສະ​ໜອງ​ອາ​ວຸດ ແກ່ຢູ​ເຄ​ຣນ


ປະທານາທິບໍດີອາເລນ ເບີເຊັດ ຂອງສະ​ວິດ​ເຊີ​ແລນ​ນັ່ງຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງເສດ​ຖະ​ກິດໂລກ ຫລື WEF ໃນ​ນະ​ຄອນ Davos ຂອງສະ​ວິດ​ເຊີ​ແລນ, ວັນ​ທີ 17 ມັງ​ກອນ, 2023.
ປະທານາທິບໍດີອາເລນ ເບີເຊັດ ຂອງສະ​ວິດ​ເຊີ​ແລນ​ນັ່ງຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງເສດ​ຖະ​ກິດໂລກ ຫລື WEF ໃນ​ນະ​ຄອນ Davos ຂອງສະ​ວິດ​ເຊີ​ແລນ, ວັນ​ທີ 17 ມັງ​ກອນ, 2023.

ຄວາມ​ເປັນ​ກາງ​ຂອງ​ສະ​ວິດເຊີ​ແລນ ​ແມ່ນ​ສຳຄັນ​ກວ່າເວ​ລາ​ໃດ​ໝົດ ນັ້ນ​ຄື​ຄຳ​ເວົ້າ​ຂອງປະທານາທິບໍດີອາ​ເລນ ເບີ​ເຊັດ (Alain Berset) ກ່າວຢູ່ໃນ​ການ​ໃຫ້​ສໍາພາດ ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ໂດຍ​ໃຫ້​ເຫດ​ຜົນ ປ້ອງ​ກັນ​ຂໍ້​ຫ້າມ​ທີ່ມີ​ການ​ໂຕ້​ແຍ້​ງກັນ​ໃນ​ເລື້ອງ​ໂອນ​ອາວຸດ​ທີ່​ຜະລິດ​ຈາກ​ສະ​ວິດເຊີ​ແລນ​ໄປ​ໃຫ້​ຢູ​ເຄຣນ, ອີງ​ຕາມ​ອົງ​ການ​ຂ່າວເອ​ເອັ​ຟ​ພີ (AFP).

ທ່ານກ່າວຕໍ່​ວາ​ລະ​ສານລາຍສັບ​ປະ​ດາ NZZ am Sonntag ວ່າ "ອາວຸດຂອງສະວິດເຊີ​ແລນບໍ່ຄວນຖືກໃຊ້ໃນສົງຄາມ."

ຮີດຄອງ​ປະ​ເພນີ​ອັນ​ຍາວ​ນານ​ຂອງ​ຄວາມ​ເປັນ​ກາງໄດ້​ຖືກ​ນຳ​ມາຖົກ​ຖຽງ​ກັນ​ຢ່າງແຮງ ​ນັບ​ແຕ່​ຣັດ​ເຊຍ ​ໄດ້​ບຸກ​ລຸກຢູເຄນ​ຢ່າງ​ເຕັມ​ສ່ວນ​ໃນ​ເດືອນ​ກຸມພາ​ປີ 2022 ເປັນ​ຕົ້ນ​ມາ.

ໃນ​ຂະ​ນະ​ທີ່ປະເທດ ​ໃນເຂດ​ພູ​ອາ​ລ​ພາຍ​ນ໌ (Alpine) ທີ່ຮັ່ງມີ ເຊິ່ງບໍ່ແມ່ນສະມາຊິກຂອງສະຫະພາບຢູ​ໂຣບ ແຕ່​ກໍໄດ້ປະຕິບັດຕາມການນໍາພາຂອງກຸ່ມດັ່ງ​ກ່າວ ກ່ຽວກັບ ການລົງໂທດ ທີ່ແນເປົ້າ​ໝາຍ​ໃສ່ມົ​ສ​ກູ ເທົ່າ​ທີ່​ຜ່ານ​ມາປະ​ເທດ​ດັ່ງ​ກ່າວ ໄດ້ສະແດງໃຫ້ເຫັນວ່າ​ມີຄວາມຢືດຢຸນຫນ້ອຍລົງ ກ່ຽວກັບຄວາມເປັນກາງທາງທະຫານຂອງຕົນ.

ເຖິງແມ່ນວ່າຈະຖືກ​ກົດກົດດັນຈາກກີ​ຢິຍ ແລະພັນທະມິດຂອງຕົນກໍ​ຕາມ ສະວິດເຊີ ແລນ ໄດ້ສືບຕໍ່ສະກັດກັ້ນປະເທດທີ່ມີອາວຸດຜະລິດໂດຍປະ​ເທດ​ຕົນບໍ່​ໃຫ້ສົ່ງອອກໄປ​ໃຫ້​ຢູ​ເຄ​ຣນ​ຕໍ່.
ມາ​ຮອດ​ປັດຈຸ​ບັນ, ການ​ຮ້ອງ​ຂໍ​ຈາກ​ເຢຍຣະ​ມັນ, ​ສະ​ເປນ ແລະ​ເດັນ​ມາກ​ແມ່ນ​ຖືກ​ປະ ຕິ​ເສດ​ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍອາ​ວຸດ​ສົງຄາມ, ​ເຊິ່ງຫ້າມ​ບໍ່​ໃຫ້​ສົ່ງ​ອອກຕໍ່ ​ຢ່າງເດັດ​ຂາດ ​ຖ້າ​ຫາກ​ປະ​ເທດ​ທີ່​ໄດ້​ຮັບ​ອາ​ວຸດນັ້ນ ​ມີການ​ຂັດ​ແຍ້ງສາກົນທີ່​ມີ​ການ​ປະ​ກອບ​ອາ​ວຸດ.

ທ່ານ​ເບີ​ເຊັດ (Berset) ກ່າວ​ຕໍ່​ວາ​ລະ​ສານ NZZ ວ່າ ນະໂຍບາຍນີ້ ແມ່ນອີງໃສ່ "ຄວາມ​ມຸ້ງຫມັ້ນຕໍ່ສັນຕິພາບ, ກົດຫມາຍດ້ານມະນຸດສະທໍາ, ການໄກ່ເກ່ຍໃນຈຸດ ທີ່ເປັນໄປໄດ້."

ທ່ານກ່າວວ່າ ບົດບາດຂອງສະວິດເຊີແລນ ໃນຖານະທີ່ເປັນ​ບ່ອນ​ຕັ້ງຂອງຄະນະກໍາ ມະການສາກົນຂອງສ​ະ​ພາແດງ ແລະສົນທິສັນຍາເຈນີວາ, ຕະ​ຫລອດ​ທັງສໍານັກງານ ໃຫຍ່ ປະ​ຈຳຢູ​ໂຣບຂອງອົງ​ການສະຫະປະຊາຊາດ "ແມ່ນສະທ້ອນໃຫ້ເຫັນຢູ່ໃນກົດ ຫມາຍຂອງພວກເຮົາ, ລວມທັງບັນຫາທີ່ກ່ຽວຂ້ອງກັບການສົ່ງອອກອາວຸດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG