ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກລອດຊີວິດ ຈາກການໂຈມຕີ ໃນພາກເໜືອໂມຊໍາບິກ ໄປເຖິງເມືອງເປັມບາ ທີ່ເປັນບ່ອນປອດໄພ


ຄົນພາກັນຢືນລໍຖ້າໝູ່ເພື່ອນ ແລະຍາດຕິພີ່ນ້ອງ ໃນຂະນະທ່ີ່ເຮືອເຂົ້າຈອດ ຫຼາຍກວ່າ 1,000 ໄດ້ຫລົບໜີຈາກການໂຈມຕີ ທີ່ອ້າງເອົາຄວາມຮັບຜິດ ໂດຍກຸ່ມລັດອິສລາມ ໃນປະເທດໂມຊໍາບິກ ເມື່ອວັນທີ 1 ເມສາ 2021.
ຄົນພາກັນຢືນລໍຖ້າໝູ່ເພື່ອນ ແລະຍາດຕິພີ່ນ້ອງ ໃນຂະນະທ່ີ່ເຮືອເຂົ້າຈອດ ຫຼາຍກວ່າ 1,000 ໄດ້ຫລົບໜີຈາກການໂຈມຕີ ທີ່ອ້າງເອົາຄວາມຮັບຜິດ ໂດຍກຸ່ມລັດອິສລາມ ໃນປະເທດໂມຊໍາບິກ ເມື່ອວັນທີ 1 ເມສາ 2021.

ດົນກວ່ານຶ່ງອາທິດມາແລ້ວ ຫຼັງຈາກກຸ່ມຫົວຮຸນແຮງຈີຮາດ ໄດ້ທຳການບຸກໂຈມຕີຢ່າງແຮງຕໍ່ເມືອງປາລມາ ໃນພາກເໜືອຂອງໂມຊໍາບິກ ແຕ່ໃນວັນພະຫັດວານນີ້ ມີຜູ້ລອດຊີວິດມາໄດ້ ພາກັນຫຼັ່ງໄຫຼ ເຂົ້າໄປໃນເມືອງທ່າເປັມບາ ເມືອງເອກຂອງແຂວງກາໂບ ແດລກາໂດ ທີ່ອຸດົມສົມບູນໄປດ້ວຍແກັສທຳມະຊາດນັ້ນ.

ບັນດາຍາດຕິພີ່ນ້ອງພາກັນພາກັນແອອັດຢູ່ນອກທ່າເຮືອ ເພື່ອຊອກຫາສະມາຊິກໃນຄອບຄົວ ທີ່ອອກຈາກເຮືອມາແຕ່ເມືອງປາລມາ ທີ່ໄກອອກໄປປະມານ 200 ກິໂລແມັດ.

ຫຼາຍກວ່າ 8,000 ຄົນ ບໍ່ມີທີ່ພັກພາອາໄສ ຫຼາຍສິບຄົນໄດ້ຖືກຂ້າຕາຍ ແລະອີກຫຼາຍໆຄົນຍັງຫາຍສາບສູນ ຫຼັງຈາກໄດ້ມີໂຈມຕີແບບປະສານງານ ໃສ່ເມືອງປາລມາ ໃນວັນທີ 24 ມີນາທີ່ຜ່ານມາ.

ມີລາຍງານວ່າ ກຸ່ມຫົວຮຸນແຮງຈີຮາດ ໄດ້ຕັດຫົວພວກຊາວບ້ານ ແລະຄົ້ນຕຶກອາຄານຕ່າງໆ ທີ່ໄດ້ບັງຄັບໃຫ້ຫຼາຍພັນຄົນ ພາກັນຊອກຫາບ່ອນຫຼົບລີ້ທີ່ປອດໄພ ຢູ່ໃນເຂດປ່າດົງອ້ອມແອ້ມນັ້ນ.

ການໂຈມຕີນີ້ແມ່ນເບິ່ງກັນວ່າ ເປັນການເພີ້ມທະວີຄວາມຮຸນແຮງ ທີ່ໃຫຍ່ສຸດຂອງ ກຸ່ມກະບົດລັດອິສລາມທີ່ໄດ້ທໍາການອາລະວາດຢູ່ທີ່ແຂວງກາໂບ ແດລກາໂດ ນັບ ແຕ່ປີ 2017 ເປັນຕົ້ນມາ.

ຜູ້ລອດຊີວິດຫຼາຍພັນຄົນ ໄດ້ພາກັນລົບໜີຈາກເມືອງປາລມາ ທີ່ມີປະຊາຊົນອາໄສ ຢູ່ 75,000 ຄົນ ໂດຍເຮືອຫາປາຫຼືດ້ວຍການຍ່່າງ ແລະຫຼາຍກວ່າ 40,000 ຄົນ ຂອງປະຊາຊົນເຫຼົ່ານັ້ນ ກໍແມ່ນສ່ວນນຶ່ງຂອງຜູ້ທີ່ຫລົບໜີຈາກບ້ານເຮືອນຂອງເຂົາ ເຈົ້າ ແລະໄດ້ໄປອາໄສຢູ່ໃນເມືອງປາລມາ.

ອີກຫຼາຍຮ້ອຍຄົນແມ່ນພວມໄປເຖິງເມືອງເປັມບາ ອີງຕາມຄຳເວົ້າຂອງອົງການສະຫະປະຊາຊາດ ໃນວັນພະຫັດວານນີ້.

ຍັງບໍ່ “ຮູ້ສຶກວ່າມີຄວາມເປັນປົກກະຕິກັບຄືນມາເທື່ອ ບໍ່ເປັນຈັ່ງໂຊກ” ນັ້ນຄືຄຳເວົ້າ ຂອງທ່ານນາງຈູລີອານາ ກາຊີ ຈາກອົງການອົບພະຍົບສະຫະປະຊາດ ທີ່ໄດ້ກ່າວ ຕໍ່ອົງການຂ່າວຝຣັ່ງ (AFP) ໃນນະຄອນໂຈແຮນແນສເບີກສ໌ ຈາກເມືອງເປັມບາ ໃນເວັນພະຫັດວານນີ້.

ແມ່ຍິງຄົນນຶ່ງ ນຸ່ງເຄື່ອງສີຟ້າ ແລະໜ້າກາກສີຊົມພູ ນັ່ງຢູ່ຕິດດິນທີ່ທ່າເຮືອ ດ້ວຍໄບໜ້າເບິ່ງ
ໄປແບບໄຮ້ຈຸດໝາຍ ມືຂອງລາວເບື້ອງນຶ່ງຈ່ອງຮົ້ວ ລໍຖ້າລູກຊາຍຂອງ ລາວ.

ແມ່ຍິງອີກຄົນນຶ່ງໄດ້ໃຫ້ໃຫ້ຄວາມອົບອຸ່ນແກ່ລາວໃນຂະນະທີ່ລາວຮ້ອງໄຫ້ອອກມາ.

ເຮືອຂ້າມຟາກລຳນຶ່ງ ໄດ້ນຳພາຜູ້ໂດຍສານເກືອບ 1,200 ຄົນ ຊຶ່ງສ່ວນໃຫຍ່ ແມ່ນພວກແມ່ຍິງແລະເດັກນ້ອຍ ໄດ້ເຂົ້າມາຈອດ ຢູ່ທ່າເຮືອໃນຕອນຂ້າມຄືນທີ່ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG