ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Aun San Suu Kyi ພົບປະກັບ ບັນດາສະມາຊິກສະພາ ສະຫະລັດ ກ່ຽວກັບການລົງໂທດມຽນມາ


ຜູ້ນຳມຽນມາ ທ່ານນາງ Aung San Suu Kyi, ກາງ, ພົບປະ ກັບ ຜູ້ນຳສຽງສ່ວນນ້ອຍ ສະພາຕໍ່າ ທ່ານນາງ Nancy Pelosi ຈາກລັດ California ແລະສະມາຊິກສະພາ ທ່ານ Joseph Crowley, ພັກເດໂມແຄຣັດຈາກ ລັດ New York.
ຜູ້ນຳມຽນມາ ທ່ານນາງ Aung San Suu Kyi, ກາງ, ພົບປະ ກັບ ຜູ້ນຳສຽງສ່ວນນ້ອຍ ສະພາຕໍ່າ ທ່ານນາງ Nancy Pelosi ຈາກລັດ California ແລະສະມາຊິກສະພາ ທ່ານ Joseph Crowley, ພັກເດໂມແຄຣັດຈາກ ລັດ New York.

ບັນດາ​ສະມາ​ຊິກ​ສະພາ​ສະຫະລັດໄດ້​ພົບ​ປະ​ກັບຜູ້​ນຳ​ທີ່​ແທ້ຈິງຂອງ​ມຽນມາ ​ທ່ານ​ນາງ Aung Saan Suu Kyi ​ແລະ​ໄດ້​ສະ​ແດງ​ປະຕິກິ​ລິ​ຍາ ທີ່ມີ​ທັງ​ບວກ​ແລະ​ລົບ ​ຕໍ່​ຄວາມ​ຕັ້ງ​ໃຈຂອງ ປະທານາທິບໍດີ Barack Obama ທີ່ຈະ​ຍົກ​ເລີກ​ການ​ລົງ​ໂທດ​ທາງ​ດ້ານເສດຖະກິດ ​ຕໍ່​
ປະ​ເທດ​ມຽນມາ

ທ່ານ​ນາງ Aung Saan Suu Kyi ​ໄດ້​ທຳ​ການພົບ​ປະແບບ​ແຍກ​ກັນ​ກັບ​ບັນ ດາ​ສະມາຊິກ​ຄົນ​ສຳຄັນໆ​ຂອງສະ​ພາ​ຕໍ່າ ​ແລະ​ສະພາ​ສູງ ຈາກ​ທັງ​ສອງ​ພັກ ​ທີ່​ຕຶກສະພາ​. ການ​ສົນທະນາ​ກ່ຽວ​ກັບ​ການ​ລົງ​ໂທດ​ໄດ້​ເປັນ​ຫົວ​ເລື້ອງ​ທີ່​ສຳຄັນ ອີງ​ຕາມສະມາຊິກ​ສະພາ​ຫລາ​ຍທ່ານ ທີ່​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ຫລັງ​ຈາກ​ນັ້ນ.

ສະມາຊິກ​ສະພາ​ສູງ Ben Cardin ຈາກ​ລັດ Maryland ຊຶ່ງ​ເປັນ​ບຸກຄົນສຳ ຄັນ​ຂອງ​ພັກ​ເດ​ໂມ​ແຄຣັດ ​ໃນຄະນະ​ກຳມະການຄວາມສຳພັນຕ່າງປະເທດຂອງ​ສະພາ​ສູງ ກ່າວ​ວ່າ “​ເນື້ອ​ໄນ​ແມ່ນ​ເປັນ​ທີ່​ແຈ້ງ​ຂາວວ່າ ມຽນມາ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ແຕກ​ຕ່າງ​ໃນ​ທຸກມື້​ນີ້ ຫລາຍ​ກວ່າ​ເວລາ​ທີ່​ໄດ້​ມີ​ການ​ລົງ​ໂທດ.”

ທ່ານ Cardin ​ໄດ້​ເນັ້ນ​ໜັກ​ວ່າ “ຄວາມ​ສົນ​ໃຈ​ຂອງ​ສະຫະລັດ ແມ່ນ​ຍັງ​ມີ​ຄວາມ​ຈຳ​ເປັນຢູ່​ໃນ​ມຽນມາ ​ແຕ່​ວ່າອິດ​ທິພົນ​ຂອງ​ສະຫະລັດສາມາດນຳ​ໃຊ້​ຫຼາຍຂຶ້ນ​ໃນ ຮູບ​ຂອງ​ການ​ຊ່ວຍ​ເຫລືອ ​ແທນ​ທີ່​ຈະ​ແມ່ນ​ການ​ລົງ​ໂທດ.”

ທ່ານ​ກ່າວ​ວ່າ “ຍັງ​ມີ​ບົດບາດທີ່​ຈະ​ຕ້ອງ​ດຳ​ເນີນ​ຕໍ່​ໄປ​ສຳລັບ​ສະຫະລັດ ​ແຕ່​ວ່າ​ມັນ​ຈະເປັນ​ໄປ​ໃນ​ທາງ​ບວກ​ຫລາຍ​ຂຶ້ນ.”

ທີ່ປຶກສາປະເທດ ທ່ານນາງ Aung San Suu Kyi ພົບປະກັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ທີ່ຫ້ອງການທຳນຽບຂາວ.
ທີ່ປຶກສາປະເທດ ທ່ານນາງ Aung San Suu Kyi ພົບປະກັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ທີ່ຫ້ອງການທຳນຽບຂາວ.


ທ່ານ Cory Gardner ປະທານ​ອະນຸ​ກຳມະການ​ກ່ຽວ​ກັບ​ ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ປາຊິ​ຟິກ ກ່າວ​ວ່າ “ປະທານາທິບໍດີ​ໄດ້​ຍົກ​ເລີກ​ການ​ລົງ​ໂທດຕາມ​ລຳພັງ​ໃນ​ວິທີ​ທີ່​ບໍ່​ເປັນ​ຈັ່ງໂຊກ. ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ຢ່າງ​ກ່ຽວກັບ​ການ​ພົວ​ພັນ​ຂອງ​ພວກທະຫານ ​ແລະ​ການເຮັດ​ທຸລະ​ກິດ ທີ່​ປະກອບ​ສ່ວນ​ໃນ​ກິດຈະກຳ​ທີ່​ຜິດ​ກົດ ໝາຍ ທີ່​ຍັງ​ຕ້ອງການໃຫ້​ມີ​ການລົງ​ໂທດຕໍ່​ໄປ.

ທ່ານ Gardner ​ໄດ້​ກ່າວ​ເພີ້​ມວ່າ “ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ທະຫານ​ບໍ່​ມີ​ທາງ​ທີ່​ຈະ​ສ້າງ​ຄວາມ​ລໍ້​າລວຍ​ໃຫ້ແກ່ຕົນ​ເອງ ດັ່ງ​ທີ່​ໄດ້​ເປັນ​ມາ​ຫລາຍ​ທົດ​ສະ​ວັດ ​ແລະ​ໃຫ້​ເປັນ​ທີ່ແນ່ນອນ​ວ່າພວກ​ເຮົາສາມາດ​ສະໜອງການ​ຊ່ວຍ​ເຫຼືອ​ເພື່ອກຸ່ມ​ຄົນ​ທີ່​ບໍ່​ດີ ​ທີ່​ໄດ້​ສ້າງ​ຄວາມ​ຍາກ​ລຳບາກ​ແກ່ປະຊາຊົນ​ມຽນມາ.”

ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ຢ່າງອອກຈາກລົດ ໃນຂະນະທີ່ມາເຖິງທຳນນຽບຂາວ.
ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ຢ່າງອອກຈາກລົດ ໃນຂະນະທີ່ມາເຖິງທຳນນຽບຂາວ.


ຢູ່​ທີ່​ທຳນຽບຂາວ​ໃນ​ວັນ​ພຸດ​ທີ່​ຜ່ານມາ ປະທານາທິບໍດີ Obama ​ໄດ້​ກ່າວ​ອ້າງເຖິງ “ການ​ປ່ຽນ​ແປງທີ່​ສຳຄັນ​ທາງ​ດ້ານ​ສັງຄົມແລ​ະການ​ເມືອງທີ່​ໜ້າສັນລະ​ເສີນ” ຂອງ​ມຽນມາ ​ໃນ​ຂະນະ​ທີ່​ທ່ານໃຫ້ສັນຍານວ່າ ​ລັດຖະບານ​ຂອງ​ທ່ານພ້ອມແລ້ວ ທີ່​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ເຫລົ່າ​ນັ້ນ ​ໂດຍ​ບໍ່​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະ ສະພາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG