ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Aung San Suu Kyi ພົບປະກັບ ລັດຖະສະພາ ເລື້ອງຍົກເລີກການລົງໂທດທາງເສດຖະກິດ


ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ຢ້ຽມຊົມ ອະນຸສາວະລີ Lincoln Memorial ທີ່ນຳພາໂດຍ Heath Mitchell ໃນນະຄອນຫຼວງວໍຊີງຕັນ, 14 ກັນຍາ, 2016.
ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ຢ້ຽມຊົມ ອະນຸສາວະລີ Lincoln Memorial ທີ່ນຳພາໂດຍ Heath Mitchell ໃນນະຄອນຫຼວງວໍຊີງຕັນ, 14 ກັນຍາ, 2016.

ທ່ານ​ນາງ Aung San Suu Kyi ​ຜູ້ນຳທີ່ແທ້​ຈິງ​ຂອງ​ມຽນມາ ​ພົບ​ປະກັບ​ບັນດາ​ຜູ້ນຳ​ຂອງ​ລັດຖະສະພາສະຫະລັດ ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້ ຫຼັງ​ຈາກປະທາ​ນາ​ທິບໍດີ​ນບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ໄປ​ກ່ຽວ​ກັບ​ວ່າ ລັດຖະບານ​ຂອງ​ທ່ານ ຕຽມ​ພ້ອມ​ທີ່​ຈະ​ຍົກ​ເລີກການ​ລົງ​ໂທດຕໍ່​ປະ​ເທດ​ຂອງ​ທ່ານ​ນາງ.

ໝາຍ​ກຳໜົດ​ການຂອງ​ທ່ານ​ນາງ ​ແມ່ນ​ຮວມທັງ ການ​ໂອ້​ລົມ​ສົນທະນາກັບ​ທ່ານ​ນາງ Nancy Pelosi ຜູ້ນຳ​ສຽງສ່ວນ​ນ້ອຍຂອງ​ສະພາ​ຕ່ຳ ​ແລະ​ທ່ານ Mitch McConnell ຜູ້ນຳສຽງ​ສ່ວນ​ຫຼາຍຂອງ​ສະພາ​ສູງ ພ້ອມ​ທັງ​ການ​ຮັບ​ປະທານ​ອາຫານ​ຄ່ຳ ທີ່​ເປັນ​ເຈົ້າພາບ​ໂດຍ​ບັນດາ​ຜູ້ນຳ​ທຸລະ​ກິດ ​ແລະ​ການ​ຕອບຄຳ​ຖາມ ຕໍ່​ພວກ​ນັກ​ສຶກສາທີ່​ມັດທະຍົມ​ປາຍ Washington.

ທ່ານ​ນາງ Aung San Suu Kyi ​ຍັງ​ມີ​ທ່າ​ທາງ​ວ່າ ຈະ​ຊັກ​ຊວນ​ໃຫ້​ສະມາຊິກສະພາ ຄົນ​ສຳຄັນກ່ຽວ​ກັບ​ວ່າ ​ແມ່ນ​ເປັນ​ໂອກາດ​ທີ່​ເໝາະ​ສົມ​ແລ້ວ ທີ່​ຈະ​ຍົກ​ເລີກ​ການ​ລົງ​ໂທດທາງ​ເສດຖະກິດ​ນີ້.

ທີ່ປຶກສາມຽນມາ ທ່ານນາງ Aung San Suu Kyi ພົບປະກັບປະທານາທິບໍດີນບາຣັກ ໂອບາມາ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊີງຕັນດີຊີ, 14 ກັນຍາ, 2016.
ທີ່ປຶກສາມຽນມາ ທ່ານນາງ Aung San Suu Kyi ພົບປະກັບປະທານາທິບໍດີນບາຣັກ ໂອບາມາ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊີງຕັນດີຊີ, 14 ກັນຍາ, 2016.

ຫຼັງ​ຈາກ​ການ​ພົບ​ປະກັນ​ໃນ​ຊ່ວງຮັບ​ປະທານ​ອາຫານ​ເຊົ້າ ຂອງ​ວັນ​ພຸດ​ວານ​ນີ້​ແລ້ວ ບາງ
ສະມາຊິກສະພາ​ ທີ່​ທຳນຽບ​ຂອງ​ຮອງ​ປະທານາທິບໍດີ Joe Biden ສະມາຊິກ​ສະພາ​ສູງ ຜູ້​ທີ່​ມີ​ບົດບາດ ສັງກັດ​ພັກ Republican ປະທານ​ຄະນະ​ກຳມະການດ້ານ​ສາຍ​ພົວພັນຕ່າງ​ປະ​ເທດ ທ່ານ Bob Corker ​ໄດ້ນຳ​ເຜີຍ​ແຜ່​ລາຍ​ງານ​ຂອງ​ທ່ານ ທີ່​ລະບຸ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາ​ຊາບ​ຊຶ້ງ​ເຖິງພາລະກິດ​ທີ່​ທ່ານ​ນາງ Aung San Suu Kyi ​ໄດ້​ປະຕິບັດ​ຜ່ານ​ມາ​ ​ເພື່ອໃຫ້​ມີ​ປະຊາທິປະ​ໄຕ​ໃນ​ມຽນມາ, ຂ້າພະ​ເຈົ້າ ຕື່ນ​ຕົກ​ໃຈ ​ຕໍ່​ການ​ບໍ່​ສະ​ແດງ​ອອກ ໃດໆ ຕໍ່ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ທີ່​ຂ້າພະ​ເຈົ້າ​ໄດ້​ນຳ​ຂຶ້ນ​ມາ ​ໃນ​ເຊົ້າ​ມື້​ນີ້ ກ່ຽວ​ກັບ​ການ​ຄ້າ​ມະນຸດ ​ໃນ​ປະ​ເທດ​ຂອງ​ທ່ານ​ນາງ. ຫຼັງ​ຈາກ​ທີ່​ໄດ້​ເຫັນ​ເປັນ​ພະຍານ​ຕໍ່ ການ​ບໍ່​ເອົາ​ໃຈ​ໃສ່ ຕໍ່​ການ​ມີ​ບັນທຶກ​ຂອງ​ບັນຫາ​ອັນ​ໃຫຍ່​ຫຼວງ​ຂອງ​ເລື້ອງ​ທີ່ວ່າ​ນີ້ ຂ້າພະ​ເຈົ້​ຈະ​ກຳກັບ​ຢ່າງ​ໃກ້ຊິດຕໍ່​ຄວາມ​ພະຍາຍາມ​ຂອງລັດຖະບານ​ຂອງ​ທ່ານ​ນາງ ທີ່​ຈະ​ເອົາ​ບາດກ້າວ​ປ້ອງ​ກັນ ພວກ​ປະຊາຊົນ​ທີ່​ໄຮ້​ດຽງສາ ຈາກ​ຂະ​ບວນການ​ຄ້າ​ມະນຸດ ​ແລະ​ຖືກ​ຂາຍ​ໃຫ້​ພວກ​ບັງ​ຄັບ​ໃຊ້​ແຮງ​ງານ​ແລະການຂາຍ​ບໍລິການ​ທາງ​ເພດ​ນັ້ນ.”

ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ກ້າວເດີນອອກຈາກລົດ ໃນຂະນະທີ່ທ່ານນາງ ມາຮອດ ທຳນຽບຂາວ ຝັ່ງຕາເວັນຕົກ ທີ່ນະຄອນຫຼວງ ວໍຊີງຕັນ, 14 ກັນຍາ, 2016, ເພື່ອພົບປະກັບປະທານາທິບໍດີ ບາຣັກ ໂອບາມາ Obama ໃນ Oval Office.
ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ກ້າວເດີນອອກຈາກລົດ ໃນຂະນະທີ່ທ່ານນາງ ມາຮອດ ທຳນຽບຂາວ ຝັ່ງຕາເວັນຕົກ ທີ່ນະຄອນຫຼວງ ວໍຊີງຕັນ, 14 ກັນຍາ, 2016, ເພື່ອພົບປະກັບປະທານາທິບໍດີ ບາຣັກ ໂອບາມາ Obama ໃນ Oval Office.

ທ່ານ Corker ​ແມ່ນ​ເປັນ​ຜູ້ນຳ​ພາໃນ​ການ​ກະຈາ​ຍຂໍ້​ມູນ​ໃນ​ສະພາ​ສູງ ຕໍ່ຕ້ານ​ຂະ​ບວນການ​ຄ້າ​ມະນຸດ.

ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ເຖິງ ມຽນມາ ວ່າ “​ໄດ້ມີ​ການ​ປະຕິ​ຮູ​ບ​ທາງດ້ານ​ສັງຄົມ ​ແລະ​ທາງ​ການ​ເມືອງ ຢ່າງ​ສຳຄັນ” ​ໃນ​ຂະນະ​ທີ່​ທ່ານ​ ໄດ້ໃຫ້​ສັນຍານ​ໃນ​ວັນ​ພຸດ​ວາ​ນນີ້ ຕໍ່​ການ​ຍົກ​ເລີກ​ການ​ລົງ​ໂທດຕໍ່​ມຽນມານັ້ນ.

ຫຼັງ​ຈາກ​ທີ່ ທ່ານ​ໄດ້​ອອກ​ຄວາມ​ເຫັນ ຄຽງ​ຂ້າງ​ກັບ​ທ່ານ​ນາງ Aung San Suu Kyi ​ໃນ​ຫ້ອງການ​ປະທານາທິບໍດີ​ທີ່​ເອີ້ນ​ວ່າ Oval Office ນັກຂ່າວ​ທ່ານ​ນຶ່ງ​ ໄດ້ຖາມ​ຄຳ​ຖາມປະທານາທິບໍດີ ກ່ຽວ​ກັບ ການ​ຍົກ​ເລີກທີ່​ວ່າ​ນີ້ ຈະ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ໃດ? ​ແລະ​ທ່ານ
​ໂອ​ບາ​ມາ ​ໄດ້​ຕອບ​ກັບ​ວ່າ “​ໃນ​ໄວໆ​ນີ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG