ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ​ ສະ​ຫະ​ລັດ ຕ່າວ​ປີ້ນ​ການ​ສະ​ໜັບ​ສະ​ໜຸນ ຜູ້​ທີ່​ຖືກ​ແບ່ງ​ແຍກ ໃນ​ການ​ຮັບ​ເຂົ້າ​ຮ່ຳຮຽນ ​ຢູ່​ວິ​ທະ​ຍາ​ໄລ


ແຟ້ມ - ພວກ​ນັກ​ເຄື່ອນ​ໄຫວ ປະ​ທ້ວງ​ຂະ​ນະ​ທີ່​ສານ​ສູງ​ສຸດ ຮັບ​ຟັງ​ການ​ໂຕ້​ແຍ້ງ ກ່ຽວ​ກັບ​ສອງ​ຄະ​ດີ ທີ່​ອາດ​ຕັດ​ສິນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ affirmative action ໃນ​ການ​ຮັບ​ເຂົ້າ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ວໍ​ຊິງ​ຕັນ ວັນ​ທີ 31 ຕຸ​ລາ 2022.
ແຟ້ມ - ພວກ​ນັກ​ເຄື່ອນ​ໄຫວ ປະ​ທ້ວງ​ຂະ​ນະ​ທີ່​ສານ​ສູງ​ສຸດ ຮັບ​ຟັງ​ການ​ໂຕ້​ແຍ້ງ ກ່ຽວ​ກັບ​ສອງ​ຄະ​ດີ ທີ່​ອາດ​ຕັດ​ສິນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ affirmative action ໃນ​ການ​ຮັບ​ເຂົ້າ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ວໍ​ຊິງ​ຕັນ ວັນ​ທີ 31 ຕຸ​ລາ 2022.

ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້ ໄ​ດ້​ຕັດ​ສິນຕ່າວ​ປີ້ນ​ ​ການນຳ​ໃຊ້ການ​ກະ​ທຳ​ເພື່ອ​ສະ​ໜັບ​ສະ​ໜຸນ​ຜູ້​ທີ່ຖືກ​ແບ່ງ​ແຍກ​ທາງ​ສັງ​ຄົມ ຫຼື affirmative action ເພື່ອ​ການ​ຮັບ​ເຂົ້າ​ຮຽນ​ໃນວິ​ທະ​ຍາ​ໄລ ຊຶ່ງ​ເປັນ​ການ​ຕັດ​ສິນທີ່​ພິ​ຈາ​ລະ​ນາ​ວ່າ​ເຊື້ອ​ຊາດ​ຜິວ​ພັນ​ຂອງ​ນັກ​ສຶກ​ສາ​ມີ​ສ່ວນ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ສຳ​ລັບຮັບ​ເອົາ​ພວກ ​ເຂົາ​ເຈົ້າ ​ເຂົ້າ​ຮັບ​ການ​ສຶກ​ສາ​ໃນ​ລະ​ດັບ​ສູງນັ້ນ ແມ່ນ​ຂັດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ.

ໃນ​ການ​ຕັດ​ສິນ 6 ຕໍ່ 3 ຜູ້​ພິ​ພາກ​ສາ​ນິ​ຍົມ​ແນວ​ທາງ​ເດີມ ທີ່​ກຳ​ສຽງ​ສ່ວນ​ຫຼາຍ​ຢູ່​ໃນ​ສານ ໄດ້​ຕ່າວ​ປີ້ນ​ແຜນ​ການ​ຮັບ​ເອົາ​ນັກ​ສຶກ​ສາ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ ຮາ​ເວີດ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ ຄາ​ໂຣ​ໄລ​ນາ​ເໜືອ ຊຶ່ງ​ເປັນ​ວິ​ທະ​ຍາ​ໄລ​ເອກ​ກະ​ຊົນ​ ແລະ​ວິ​ທະ​ຍາ​ໄລຂອງ​ຫຼວງ ​ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ​ປະ​ເທດ ຕາມ​ລຳ​ດັບ​ນັ້ນ.

​ການ​ຕັດ​ສິນ​ຂອງສານ​ສູງ​ສຸດ ຈະ​ບັງ​ຄັບ​ໃຫ້​ວິ​ທະ​ຍາ​ໄລ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຕ່າງໆ ໃນ​ທົ່ວ​ປະ​ເທດ​ສະ​ຫະ​ລັດ ຊອກ​ຫາ​ຊ່ອງ​ທາງ​ໃໝ ່​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ເຂົ້າ​ຮຽນທີ່​ຫຼາກ​ຫຼາຍ​ຂອງ​ພວກ​ນັກ​ສຶກ​ສາ ໂດຍ​ບໍ່​ຕ້ອງ​ພິ​ຈາ​ລະ​ນາ ກ່ຽວ​ກັບ​ເລື້ອງ​ເຊື້ອ​ຊາດ​ຜິວ​ພັນ ເຊັ່ນ​ວ່າ ການມອງ​ເບິ່ງ​ຢ່າງ​ໃກ້​ຊິດ​ຫຼາຍ​ຂຶ້ນ ​ໃນ​ດ້ານເສດ​ຖະ​ກິດ​ຂອງ​ຄອບ​ຄົວ​ນັກ​ສຶກ​ສາ ແລະ​ລັກ​ສະ​ນະ​ຂອງ​ຊຸມ​ຊົນ​ທີ່​ພວກ​ເຂົາເຈົ້າ​ເຕີບ​ໂຕ​ຂຶ້ນ​ມາ.

ໃນ​ການ​ຂຽນ​ບົດ​ຄວາມ​ເຫັນ​ຂອງ​ສຽງ​ສ່ວນ​ຫຼາຍນັ້ນ ຫົວ​ໜ້າ​ຜູ້​ພິ​ພາກ​ສາ ທ່ານ​ຈອນ ໂຣ​ເບີ​ດ ກ່າວ​ວ່າ ນັບ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງ​ໆໄດ້ “ສະ​ຫຼຸບ ດ້ວຍ​ຄວາມ​ຜິດ​ພາດ​ວ່າ ​ມາດ​ຕະ​ຖານ​ຂອງ​ເອກ​ກະ​ລັກ​ສ່ວນບຸກ​ຄົນ​ ບໍ່​ໄດ້​ຖືກ​ທ້າ​ທາຍ​ຢ່າງ​ດີ​ທີ່​ສຸດ ເສີມ​ສ້າງ​ຄວາມ​ສາ​ມາດ ຫຼື​ຖອ​ດ​ຖອນ​ບົດ​ຮຽນ ແຕ່​ຈາກ​ສີ​ສັນ​ຫຼື​ຜິວ​ພັນ​ຂອງ​ພວກ​ເຂົາ​ເຈົ້າ. ປະ​ຫວັດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ພວກ​ເຮົາ ​ບໍ່​ສາ​ມາດຍອມ​ຮັບ​ເອົາ​ທາງ​ເລືອກນັ້ນ.”

ໂຮງ​ຮຽນ​ຫຼາຍໆ​ຮ້ອຍ​ແຫ່ງ ນັບ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ມາ​ແລ້ວ ໄດ້​ນຳ​ໃຊ້ໂຄງ​ການ​ເພື່ອ​ສະ​ໜັບ​ສະ​ໜຸນ​ຜູ້​ທີ່​ຖືກ​ແບ່ງ​ແຍກ​ທາງ​ສັງ​ຄົມ ສຳ​ລັບ​ໃນ​ລະ​ດັບ​ໃດ​ຫຼື​ລະ​ດັບ​ນຶ່ງ ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮັບ​ເອົາ​ພວກ​ຊົນ​ກຸ່ມ​ນ້ອຍ​ທາງ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ ໃນ​ບ່ອນ​ທີ່​ມີ​ແຕ່​ພວກ​ຊາວ​ຜິວ​ຂາວ​ເທົ່າ​ນັ້ນ​ຄອບ​ງຳ. ທຸ​ລະ​ກິດແລະ​ພະ​ແນກ​ການ​ຕ່າງໆຂອງ​ລັດ​ຖະ​ບານ ​ຍັງ​ໄດ້​ນຳ​ໃຊ້ແຜນ​ການ affirmative action ແຕ່​ການ​ຕັດ​ສິນ​ໃນ​ວັນ​ພະ​ຫັດ​ນີ້ ແມ່ນ​ເວົ້າ​ແຕ່​ສະ​ເພາະ ການ​ຮັບ​ເຂົ້າ​ຮຽນ​ໃນ​ວິ​ທະ​ຍາໄລ​ເທົ່າ​ນັ້ນ.

ໃນ​ການ​ຄັດ​ຄ້ານນັ້ນ ນຶ່ງ​ໃນຜູ້​ພິ​ພາກ​ສາ​ຫົວ​ເສ​ລີ​ຂອງ​ສານ ຄື​ຜູ້​ພິ​ພາກ​ສາ​ໂຊ​ເນຍ ສ​ໂຕ​ມາຍ​ເຢີ (Sonia Sotomayor) ກ່າວ​ວ່​າ ການ​ຕັດ​ສິນ​ນີ້ “​ຕ່າວ​ປີ້ນ​ກໍ​ລະ​ນີ​ຕົວ​ຢ່າງ​ທີ່​ເຄີຍ​ມີ​ມາ​ກ່ອນ​ຫຼາຍ​ທົດ​ສະ​ວັດ​ແລະ​ຄວາມ​ກ້າວ​ໜ້າ​ອັນ​ໃຫຍ່​ຫຼວງ.” ໃນ ການ​ສະ​ແດງ​ການ​ຄັດ​ຄ້ານ​ອີກ​ອັນ​ນຶ່ງນັ້ນ ຜູ້​ພິ​ພາກ​ສາ​ເຄ​ຕັນ​ຈີ ບ​ຣາວ​ ແຈັກ​ສັນ (Ketanji Brown Jackson) ຜູ້​ພິ​ພາກ​ສາ​ແມ່​ຍິງ​ຜິວ​ດຳ​ຄົນ​ທຳ​ອິດ ເອີ້ນ​ການ​ຕັດ​ສິນນີ້​ວ່າ “ເປັນ​ສິ່ງ​ທີ່​ໜ້າ​ສະ​ຫຼົດ​ໃຈ​ແທ້ໆ​ສຳ​ລັບ​ພວກ​ເຮົາ​ທຸກ​ຄົນ.”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ​ ໄບ​ເດັນ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຄັດ​ຄ້ານ ຢ່າງ​ແຂງ​ຂັນ ຢ່າງ​ແຂງ​ຂັນ​ແທ້ໆ ກັບ​ການ​ຕັດ​ສິນ​ຂອງ​ສານ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ວິ​ທະ​ຍາ​ໄລ​ຂອງ​ພວກ​ເຮົາ ແມ່ນ​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ເວ​ລາ​ວິ​ທະ​ຍາ​ໄລ​ເຫຼົ່າ​ນີ້​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ເຊື້ອ​ຊາດ​ຜົວ​ພັນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG