ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ສຫລ ຮັບຟັງຄະດີ 2 ກະທົງ ກ່ຽວກັບບັນທຶກ ດ້ານການເງິນຂອງ ປ. ທຣໍາ


ສານສູງສຸດຂອງສະຫະລັດທີ່ມີການຮັບຟັງການພິຈາລະນາຄະດີ ທີ່ມີການການອະທິບາຍຖົກຖຽງກັນກ່ຽວກັບບັນທຶກການເງິນຂອງປ. ທຣໍາ ຈາກບໍລິສັດ Mazars ແລະທະນາຄານ Deutsche
ສານສູງສຸດຂອງສະຫະລັດທີ່ມີການຮັບຟັງການພິຈາລະນາຄະດີ ທີ່ມີການການອະທິບາຍຖົກຖຽງກັນກ່ຽວກັບບັນທຶກການເງິນຂອງປ. ທຣໍາ ຈາກບໍລິສັດ Mazars ແລະທະນາຄານ Deutsche

ສານສູງສຸດຂອງສະຫະລັດ ປາກົດວ່າ ມີຄວາມເຫັນທີ່ຂັດກັນໃນຄະດີສອງກະ ທົງ ທີ່ກ່ຽວຂ້ອງກັບເລື້ອງທີ່ວ່າປະທານາທິບໍດີ ດໍໂນລ ທຣໍາ ຂອງສະຫະລັດ ຕ້ອງໄດ້ມອບເອກະສານບັນທຶກດ້ານການເສຍພາສີແລະດ້ານການເງິນໃຫ້ຕາມ ໝາຍຮຽກຫລືບໍ່ ພາຍຫລັງທີ່ມີການອອກໝາຍຮຽກ ຈາກບັນດາສະມາຊິກລັດ ຖະສະພາສັງກັດພັກເດໂມແຄຣັດ ແລະທະນາຍຄວາມຂອງສານ ປະຈໍາເຂດ ນະຄອນນິວຢອກ.

ຜູ້ພິພາກສາ 9 ຄົນ ໄດ້ຮັບຟັງການອະທິບາຍຖົກຖຽງກັນ ຜ່ານທາງໂທລະສັບ ເປັນເວລາເກືອບຮອດ 3 ຊົ່ວໂມງເຄິ່ງ ຍ້ອນຄວາມລະມັດລະວັງ ຢູ່ໃນໄລຍະ ປິດເມືອງທີ່ມີສາເຫດເນື່ອງມາຈາກການລະບາດຢ່າງໜັກຂອງໄວຣັສໂຄໂຣນາ.

ລັດຖະສະພາ ໄດ້ອອກໝາຍຮຽກເອົາເອກະສານບັນທຶກທະນາຄານ ແລະການ ເສຍພາສີຂອງທ່ານປະທານາທິບໍດີ ໂດຍເປັນສ່ວນນຶ່ງຂອງການສືບສວນຂອງ ຕົນ ກ່ຽວກັບເລື້ອງເຮັດທຸລະກິດຂອງເພິ່ນ. ການສືບສວນແມ່ນລວມມີຄໍາຖາມ ກ່ຽວກັບວ່າ ທ່ານທຣໍາເວົ້າເຖິງຄວາມຮັ່ງມີຂອງຕົນ ແບບເກີນຄວາມຈິງ ຫລືບໍ່, ຕະຫລອດທັງການກ່າວຫາໃນເລື້ອງຟອກເງິນ.

ທະນາຍຄວາມໄຊຣັສ ແວນສ໌ ຈູເນຍ (Cyrus Vance Jr.) ຂອງ ສານປະ ຈໍາເຂດນະຄອນນິວຢອກ ຍັງຢາກໄດ້ຂໍ້ມູນນັ້ນ ຍ້ອນມັນເປັນສ່ວນນຶ່ງຂອງການ ສືບສວນຂອງຄະນະຕຸລາການນະຄອນນິວຢອກ ໃນເລື້ອງທີ່ວ່າ ອະດີດທະນາຍ ຄວາມຂອງທ່ານທຣໍາ ໄດ້ຈ່າຍເງິນຄ່າປິດປາກໃຫ້ແກ່ແມ່ຍິງສອງຄົນ ເພື່ອບໍ່ໃຫ້ ເຂົາເຈົ້າເວົ້າກ່ຽວກັບການພົວພັນຖານຊູ້ສາວນອກການສົມລົດ ທີ່ພວກເຂົາເຈົ້າ ໄດ້ກ່າວຫາວ່າມີກັບທ່ານທຣໍານັ້ນ.

ທ່ານທຣໍາເປັນປະທານາທິບໍດີສະຫະລັດຄົນດຽວເທົ່ານັ້ນ ຢູ່ໃນປະຫວັດສາດອັນ ໃກ້ໆນີ້ຂອງປະເທດທີ່ບໍ່ເປີດເຜີຍການເສຍພາສີຂອງຕົນ, ໂດຍຢືນຢັດວ່າ ທ່ານ ບໍ່ສາມາດເຮັດແນວນັ້ນໄດ້ ໃນຂະນະທີ່ທ່ານກໍາລັງຢູ່ພາຍໃຕ້ການກວດກາເລື້ອງ ພາສີຢູ່.

ສານອຸທອນໃນນະຄອນຫລວງວໍຊິງຕັນ ແລະນິວຢອກ ໄດ້ສັ່ງໃຫ້ທໍານຽບຂາວ ມອບຂໍ້ມູນນັ້ນໃຫ້ ແຕ່ວ່າ ກໍຕ້ອງໄດ້ໂຈະການຕັດສິນນັ້ນໄວ້ ໃນຂະນະທີ່ສານ ສູງສຸດກໍາລັງຮັບຟັງຄະດີເຫລົ່ານີ້ຢູ່.

ສຽງສ່ວນຫລາຍໃນສານດັ່ງກ່າວ ທີ່ເປັນພວກອະນຸລັກນິຍົມນັ້ນ ໄດ້ຖາມທ່ານ ດັກລັສ ແລດເທີ (Douglas Letter), ທະນາຍຄວາມປະຈໍາສະພາຕໍ່າໃນວັນ ອັງຄານວານນີ້ວ່າ ພວກສະມາຊິກລັດຖະສະພາຢາກທໍາການຮາວີທ່ານປະທາ ນາທິບໍດີ ດ້ວຍການອອກໝາຍຮຽກເອົາເອກະສານບັນທຶກດ້ານການເງິນຂອງ ເພິ່ນ ຫລືບໍ່.

“ຢູ່ໃນມຸມມອງຂອງທ່ານ ແມ່ນບໍ່ມີການປົກປ້ອງເພື່ອປ້ອງກັນບໍ່ໃຫ້ມີ ການຮາວີ ຕໍ່ປະທານາທິບໍດີແມ່ນບໍ,” ນັ້ນຄືຄໍາເວົ້າຂອງຜູ້ພິພາກສາ ຊາມີວແອລ ອາລິໂຕ (Samuel Alito) ທີ່ກ່າວຕໍ່ທ່ານແລດແທີ (Letter). ທ່ານ ອາລິໂຕ ສະແດງ ຄວາມເປັນຫ່ວງອອກມາວ່າ ການຕັດສິນທີ່ຂັດກັບປະທານາທິບໍດີຈະປ່ອຍ ໃຫ້ ລັດຖະສະພາທໍາການຮາວີປະທານາທິບໍດີໄດ້ໃນອະນາຄົດ.

ຜູ້ພິພາກສາ ນີລ ກໍເຊີສ (Neil Gorsuch) ເວົ້າວ່າ ທ່ານເປັນຫ່ວງວ່າ ບັນດາ ສະມາຊິກສະພາໃຊ້ຂັ້ນຕອນໃນການອອກໝາຍຮຽກເອົາເອກະສານໄປ ໃນທາງ ທີ່ຜິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

The U.S. Supreme Court appears to be divided over two separate cases involving whether President Donald Trump must turn over his tax returns and financial records after subpoenas from congressional Democrats and a New York City district attorney.

The nine justices heard nearly three-and-a-half hours of arguments by telephone due to lockdown precautions caused by the coronavirus pandemic.

Congress has subpoenaed the president's bank and tax records as part of its investigations into his business dealings. The probe includes questions about whether Trump overstated his wealth, as well as allegations of money laundering.

Manhattan District Attorney Cyrus Vance Jr. also wants the information as part of a New York grand jury investigation into whether a former Trump attorney paid hush money to two women to stop them from talking about affairs they allegedly had with Trump.

Trump is the only U.S. president in recent history not to disclose his tax returns, insisting he cannot do so while he is under audit.

Appeals courts in Washington and New York have ordered the White House to turn over the information but have put the rulings on hold while the Supreme Court hears the cases.

The court's conservative majority questioned House lawyer Douglas Letter on Tuesday on whether lawmakers are trying to harass the president by subpoenaing his financial records.

"In your view, there's no protection for the purpose of preventing harassment of a president," Justice Samuel Alito told Letter. Alito expressed concern that a ruling against the president would allow Congress to harass future presidents.

Justice Neil Gorsuch said he is worried about lawmakers abusing the subpoena process.

"Normally, we use law enforcement tools like subpoenas to investigate known crimes and not to pursue individuals to find crimes," Gorsuch said.

FILE - Supreme Court Justice Elena Kagan smiles as she sits down to testify before House Appropriations Committee on Capitol Hill in Washington, March 7, 2019.

But Justice Elena Kagan reminded Trump's attorneys that the president is not above the law and when personal records are concerned as part of congressional oversight, "the president is just a man."

Justice Stephen Breyer said the Trump administration's approach would have kept Congress from investigating the Watergate scandal in the 1970s.

But in the case involving the New York subpoenas, neither the liberal nor conservative side appeared to show much sympathy for the argument by the president's legal team that a sitting president cannot be investigated while he is office.

The conservative Gorsuch asked why Trump deserves immunity when former President Bill Clinton — who was impeached over a sexual harassment case — did not.

A court ruling against Trump could affect his chances of reelection in November. But a favorable ruling still would not remove the many questions surrounding his business empire.

XS
SM
MD
LG