ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ຕັດສິນ ເຫັນພ້ອມກັບ ລັດຖະບານທ່ານທຣຳ ໃນການຍົກເວັ້ນ ບໍ່ໃຫ້ບໍລິສັດ ປະກັນສຸຂະພາບ ໃນດ້ານການຄຸມກຳເນີດ


ທ່ານ ທອມ ອາແລັກສ໌ແຊນເດີ ຈັບໄມ້ກັງເຂນ ໃນຂະນະທີ່ຜູ້ກ່ຽວ ໄຫວ້ພາວັນນາ ກ່ອນໜ້າການລົງຄວາມເຫັນຂອງສານ ຢູ່ນອກສານສູງສຸດ ສະຫະລັດ ໃກ້ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ກໍລະກົດ 2020.
ທ່ານ ທອມ ອາແລັກສ໌ແຊນເດີ ຈັບໄມ້ກັງເຂນ ໃນຂະນະທີ່ຜູ້ກ່ຽວ ໄຫວ້ພາວັນນາ ກ່ອນໜ້າການລົງຄວາມເຫັນຂອງສານ ຢູ່ນອກສານສູງສຸດ ສະຫະລັດ ໃກ້ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ກໍລະກົດ 2020.

ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ຮັບໄຊຊະນະທີ່ສຳຄັນ ເມື່ອສານສູງສຸດໄດ້ຕັດສິນໃນວັນພຸດວານນີ້ ວ່າ ລັດຖະບານທ່ານທຣຳອາດຍົກເວັ້ນພວກນາຍຈ້າງທັງຫຼາຍທີ່ມີສ່ວນກ່ຽວຂ້ອງດ້ານສາສະໜາຫຼືສິນທຳ ຊຶ່ງຄັດຄ້ານຕໍ່ການໃຫ້ຮັບປະກັນສຸຂະພາບຟຣີ ໃນດ້ານການຄວບຄຸມກຳເນີດທີ່ລັດຖະບານກາງໄດ້ບັງຄັບໃຫ້ພວກນາຍຈ້າງ ສະໜອງແກ່ພວກຄົນງານຂອງເຂົາເຈົ້ານັ້ນ.

ການຕັດສິນດັ່ງກ່າວ ໄດ້ເຮັດໃຫ້ຂໍ້ບັງຄັບທີ່ສຳຄັນພາຍໃຕ້ກົດໝາຍວ່າດ້ວຍປະ ກັນສຸຂະພາບລາຄາຖືກ ຫຼື Affordable Care Act ທີ່ເປັນກົດໝາຍໃນຍຸກສະໄໝຂອງທ່ານໂອບາມາ ທີ່ວ່າໄດ້ປະເຊີນກັບການທ້າທາຍທາງດ້ານກົດໝາຍ ແລະດ້ານການເມືອງຊ້ຳແລ້ວຊ້ຳອີກນັບຕັ້ງແຕ່ກົດໝາຍດັ່ງກ່າວ ໄດ້ຖືກບັງຄັບໃຊ້ເມື່ອ 10 ປີກ່ອນ. ອີງຕາມການປະເມີນ ຂອງລັດຖະບານທ່ານທຣຳແລ້ວ ພວກແມ່ຍິງລະຫວ່າງ 70,000 ຫາ 126,000 ຄົນ ອາດສູນເສຍປະກັນສຸຂະ ພາບຟຣີ ໃນດ້ານການຄຸມກຳເນີດ ທີ່ສະໜອງໂດຍນາຍຈ້າງ ອັນເປັນຜົນຈາກການຕັດສິນຂອງສານດັ່ງກ່າວ. ພວກນັກວິຈານ ກ່າວວ່າ ຕົວເລກທີ່ແທ້ຈິງນັ້ນ ອາດຈະສູງກວ່ານັ້ນ.

ການລົງຄະແນນສຽງຂອງສານສູງສຸດດ້ວຍຄະແນະ 7 ຕໍ່ 2 ສຽງ ໂດຍມີບັນ ດາຜູ້ພິພາກສາຫົວເສລີນິຍົມ ທ່ານນາງ ອາເລນາ ເຄແກນ ແລະທ່ານສະຕີບເວັນ ເບຣເອີ ເຂົ້າຮ່ວມຝ່າຍສຽງສ່ວນຫຼາຍ. ຜູ້ພິພາສາຫົວຫເສລີນິຍົມອີກສອງຄົນ ໃນສານດັ່ງກ່າວ ຄື ທ່ານນາງ ຣຸດຕ໌ ເບດເດີ ກິນສເບີກ ແລະທ່ານນາງ ໂຊເນຍ ໂຊຕາມາຍຢໍ ບໍ່ເຫັນພ້ອມນຳ.

ສ່ວນຜູ້ພິພາສາ ຫົວອານຸລັກນິຍົມ ທ່ານແຄລເຣັນສ໌ ທອມມັສ ຜູ້ທີ່ຂຽນບົດຄວາມເຫັນສຳລັບຝ່າຍສຽງສ່່ວນຫຼາຍນັ້ນ ໄດ້ກ່າວວ່າ ກົມບໍລິຫານແຫລ່ງຊັບພະຍາກອນສຸຂະພາບ ຊຶ່ງເປັນອົງການຂອງລັດຖະບານກາງ ທີ່ຄຸ້ມຄອງ ປະກັນສຸຂະພາບລາຄາຖືກນັ້ນ ມີ “ອຳນາດຢ່າງກວ້າງຂວ້າງທີ່ຈະຕັດສິນເພື່ອກຳນົດການເບິ່ງແຍງຂັ້ນປ້ອງກັນ ແລະການກວດຕ່າງໆ ແລະເພື່ອຈັດສັນການຍົກເວັ້ນຕ່າງໆທາງດ້ານສາສະໜາແລະສິນທຳ.”

ອັນນີ້ເປັນຄັ້ງທີສາມພາຍໃນຫົກປີ ທີ່ສານສູງສຸດໄດ້ຊັ່ງຊາກ່ຽວກັບການທ້າທາຍທາງກົດໝາຍ ຕໍ່ການຍົກເວັ້ນທາງດ້ານສາສະໜາ. ແຕ່ບັນຫາຂັດແຍ້ງກັນນີ້ ແມ່ນຍັງຈະບໍ່ສິ້ນສຸດງ່າຍ.

ສານສູງສຸດ ໄດ້ສົ່ງຄະດີນີ້ ກັບຄືນໄປໃຫ້ສານຊັ້ນຕົ້ນທັງຫຼາຍ ບ່ອນທີ່ພວກໂຈດໃນຄະດີນີ້ ກໍຄືລັດເພັນຊີລເວເນຍ ແລະນິວເຈີຊີ ອາດຍົກຂໍ້ໂຕແຍ້ງໃໝ່ໆຂຶ້ນມາໄດ້.

“ພວກເຮົາອາດເຫັນວ່າ ຄະດີນີ້ກັບຄືນມາອີກເທື່ອນຶ່ງໃນປີນຶ່ງຫຼືສອງປີ ຂຶ້ນຢູ່ກັບວ່າ ສານຊັ້ນຕົ້ນຈະຕັດສິນບັນຫາທີ່ປາສະຈາກກົດເກນແລະຕາມອຳເພີໃຈ” ທ່ານເກຣຍ ດອນລີ (Greer Donley) ຜູ້ຊ່ວຍສາສະດາຈານດ້ານກົດໝາຍ ຢູ່ມະຫາວິທະຍາໄລຂອງພິສເບີກ ຜູ້ທີ່ຄົ້ນຄວ້າເລື້ອງສິດທິ ໃນການຈະເລີນພັນ.

ກົດໝາຍ Affordable Care Act ຫຼື ACC ໄດ້ຖືກບັງຄັບໃຊ້ ໃນປີ 2010 ພາຍໃຕ້ປະທານາທິບໍດີ ບາຣັກ ໂອບາມາ ໃນເວລານັ້ນ ຊຶ່ງກຳນົດໃຫ້ປະກັນສຸຂະພາບຂອງນາຍຈ້າງ ຕ້ອງສະໜອງ “ການເບິ່ງແຍງສຸຂະພາບຂັ້ນປ້ອງກັນ ແລະການກວດຕ່າງໆ” ຟຣີ ໃຫ້ແກ່ພວກຄົນງານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG