ສານສູງສຸດສະຫະລັດ ໃນວັນພຸດວານນີ້ ໄດ້ຮັບຟັງຄຳໂຕ້ແຍ້ງ ໃນອັນໜ້າຈະກາຍເປັນຄະດີ ທີ່ເປັນຂີດໝາຍສຳຄັນຍິ່ງ ກ່ຽວກັບສິດໃນການເອົາລູກອອກ. ບັນດາຜູ້ພິພາກສາອະນຸລັກນິຍົມຂອງສານ ຜູ້ທີ່ມີສຽງສ່ວນຫຼາຍກໍຄື 6 ຕໍ່ 3 ໄດ້ໃຫ້ຄຳເຫັນຊີ້ແນະວ່າ ພວກເພິ່ນພວມພິຈາລະນາຈະເຮັດຄຳຕັດສິນເມື່ອ 48 ປີກ່ອນນັ້ນອ່ອນລົງຫຼືແມ່ນກະທັງຕ່າວປີ້ນຄຳຕັດສິນທີ່ວ່າ ພວກແມ່ຍິງມີສິດຕາມ ລັດຖະທຳມະນູນ ໃນການຍົກເລີກການຕັ້ງຄັນ.
ໃນຄະດີຄວາມ ດອບສ໌ (Dobbs) ສູ້ກັບ ແຈັກສັນ (Jackson) ກ່ຽວກັບ ອົງ ການເພື່ອສຸຂະພາບຂອງແມ່ຍິງ, ສານດັ່ງກ່າວຖືກຂໍຮ້ອງໃຫ້ຕັດສິນວ່າ ກົດໝາຍຂອງລັດມິສສິດສິບປີ (Mississippi) ທີ່ຫ້າມການເອົາລູກອອກໂດຍສ່ວນຫຼາຍ ຫຼັງຈາກທີ່ໄດ້ຖືພາມາເປັນເວລາ 15 ອາທິດແລ້ວ ແມ່ນຖືກຕ້ອງຕາມລັດຖະທຳມະນູນ ຫຼືບໍ່. ສານຊັ້ນຕົ້ນສອງແຫ່ງຂອງລັດຖະບານກາງ ໄດ້ຕັດສິນວ່າ ມັນບໍ່ເປັນເຊັ່ນນັ້ນ.
ກົດໝາຍກຳລັງມີການຂັດແຍ້ງ ໃນຄະດີຄວາມ ລະຫວ່າງ ທ່ານໂຣ (Roe) ສູ້ກັບ ທ່ານເວດ (Wade) ທີ່ການຕັດສິນຂອງສານໃນປີ 1973 ວ່າ ພວກແມ່ຍິງມີສິດທີ່ຈະເຮັດແທ້ງລູກໄດ້ ບົນພື້ນຖານຂອງເຫດຜົນສິດສ່ວນຕົວ ຕາມລັດຖະທຳມະ ນູນ. ມັນຍັງເປັນບັນຫາຂັດແຍ້ງກັບຄະດີຄວາມລະຫວ່າງກຸ່ມວາງແຜນຄອບຄົວ ຫຼື Planned Parenthood ກັບ ທ່ານເຄຊີ (Casey) ໃນປີ 1992 ຊຶ່ງສານກໍໄດ້ຕັດສິນເຫັນພ້ອມນຳຫຼັກການສຳຄັນຂອງຄະດີທ່ານໂຣ ແຕ່ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ການແທ້ງລູກ ໂດຍທົ່ວໄປແລ້ວ ຄວນສາມາດເຮັດໄດ້ຈົນເຖິງຈຸດທີ່ທາລົກໃນຄັນ ແມ່ນ “ມີຊີວິດ” ຫຼື ສາມາດຢູ່ລອດໄດ້ນອກຄັນ.
ການຕັດສິນຄະດີນີ້ເປັນເລື້ອງທີ່ສຳຄັນສູງ. ຖ້າສານສູງສຸດຕ່າວປີ້ນ ຄະດີຄວາມທ່ານໂຣ 21 ລັດ ແມ່ນກຽມພ້ອມທີ່ຈະຈຳກັດ ຫຼືແມ່ນກະທັງຫ້າມການເຮັດແທ້ງລູກໃນທັນທີ. ບາງລັດມີກົດໝາຍຢູ່ແລ້ວທີ່ໄດ້ຖືກນຳໃຊ້ກ່ອນທີ່ຄະດີຄວາມຂອງ ທ່ານໂຣ ຈະໄດ້ຖືກຮັບຜ່ານເປັນກົດໝາຍ ແລະກົດໝາຍພວກນັ້ນ ກໍຈະກັບຄືນມາມີຜົນບັງຄັບໃຊ້ໄດ້. ສ່ວນລັດອື່ນໆ ກໍໄດ້ຮັບຜ່ານກົດໝາຍ “ຜົນສະທ້ອນ” ທີ່ຈະເຂົ້າມີຜົນບັງຄັບໃຊ້ຢ່າງອັດໂຕໂນມັດ ຖ້າຫາກຄະດີຄວາມດັ່ງກ່າວແມ່ນຖືກຕ່າວປີ້ນ. ພ້ອມກັນນັ້ນ ບັນດາສະມາຊິກສະພາທັງຫຼາຍ ຢ່າງໜ້ອຍໃນອີກ 5 ລັດ ໄດ້ສະແດງເຈດຕະນາໃນການຈຳກັດການແທ້ງລູກ.
ທ່ານນາງລໍຣີ ໂຊໂບລ (Laurie Sobel) ຜູ້ອຳນວຍການຝ່າຍນະໂຍບາຍສຸຂະ ພາບຂອງແມ່ຍິງ ຢູ່ມູນນິທິຄອບຄົວຂອງຄາຍເຊີ (Kaiser Family Foundation) ໄດ້ກ່າວຕໍ່ວີໂເອ ວ່າ “ມັນເປັນໄປບໍ່ໄດ້ທີ່ພວກເຂົາ, ໃນການຕັດສິນນີ້ ຄັນວ່າ ຄະດີຄວາມທ່ານໂຣ ໄດ້ຖືກຕັດສິນຢ່າງບໍ່ຖືກຕ້ອງ ດັ່ງນັ້ນ ຄະດີຄວາມທ່ານເຄຊີ ກໍໄດ້ຖືກຕັດສິນຢ່າງບໍ່ຖືກຕ້ອງ.” ຖ້າເປັນເຊັ່ນນັ້ນ ທ່ານນາງໄດ້ກ່າວຕໍ່ໄປວ່າ “ມັນກໍຂຶ້ນຢູ່ກັບແຕ່ລະລັດ. ມັນກໍບໍ່ມີການປົກປ້ອງສຳລັບການແທ້ງລູກ ຕາມລັດຖະທຳມະນູນຂອງລັດຖະບານກາງ ແລະສະນັ້ນ ລັດຕ່າງໆ ແມ່ນອະນຸຍາດໃຫ້ເຮັດສິ່ງໃດກໍໄດ້ຕາມທີ່ພວກເຂົາຕ້ອງການ.”