ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ເຊື້ອ​ໂຣກທີ່ດື້​ຢາ ເປັນ​ອັນ​ຕະ​ລາຍກວ່າ​ໂຣກເອດ​ສ໌ ແລະ​ໄຂ້​ມາ​ເລ​ເຣຍ​ອີກ


ນັກຈຸລິນຊີວິ​ທະ​ຍາກວດ​ເບິ່ງ​ຫລອດ​ໃສ່​ເຊື້ອ​ແບັກ​ທີ​ເຣຍຢູ່ໃນ​ການທົດ​ລອງ​ເຊື້ອ​ໂຣກຕ້ານ​ຢາຂ້າ​ເຊື້ອ​ ໃນຫ້ອງ​ທົດ​ລອງ​ພະ​ຍາດ​ຕິດ​ແປດທີ່ສູນ​ກາງ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະ​ຍາດ ໃນນະ​ຄອນແອ​ັດ​ແລນ​ຕາ, ລັດ​ຈໍ​ເຈຍ
ນັກຈຸລິນຊີວິ​ທະ​ຍາກວດ​ເບິ່ງ​ຫລອດ​ໃສ່​ເຊື້ອ​ແບັກ​ທີ​ເຣຍຢູ່ໃນ​ການທົດ​ລອງ​ເຊື້ອ​ໂຣກຕ້ານ​ຢາຂ້າ​ເຊື້ອ​ ໃນຫ້ອງ​ທົດ​ລອງ​ພະ​ຍາດ​ຕິດ​ແປດທີ່ສູນ​ກາງ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະ​ຍາດ ໃນນະ​ຄອນແອ​ັດ​ແລນ​ຕາ, ລັດ​ຈໍ​ເຈຍ

ໃນແຕ່ລະປີມີຫຼາຍກວ່າ 1 ລ້ານ 2 ແສນ​ຄົນເສຍຊີວິດທີ່​ມີ​ສາ​ເຫດໂດຍກົງມາຈາກການຕິດເຊື້ອແບັກທີເຣຍທີ່ທົນ​ ຫລືດື້ຢາຕ້ານເຊື້ອຫຼາຍຊະນິດ, ອີງຕາມການສຶກສາໃໝ່, ຊຶ່ງເຮັດໃຫ້ເຊື້ອແບັກທີເຣຍທີ່ດື້ຢາ​ຕ້ານ​ເຊື້ອຫຼາຍຊະນິດ ເປັນ​ອັນຕະ​ລາຍຫລາຍຫຼາຍກວ່າເຊື້ອ​ເອ​ສ​ໄອ​ວີຫລື​ ໂຣກ​ເອດ​ສ໌ ຫຼື ໄຂ້ມາ​ເລ​ເຣຍ. ການເສຍຊີວິດຕື່ມອີກ 4 ລ້ານ 9 ແສນ 50 ພັນ​ຄົນ ແມ່ນກ່ຽວ ຂ້ອງກັບເຊື້ອແບັກທີເຣຍທີ່ດື້ຢາຫຼາຍຊະນິດເຫຼົ່ານີ້.

"ມີ​ການຄາດຄະເນວ່າ ຖ້າພວກເຮົາບໍ່ພົບທາງເລືອກອັນອື່ນພາຍໃນປີ 2050, ຊີວິດຂອງຫຼາຍລ້ານຄົນຈະເສຍໄປ ແລະຈະມີຜົນເສຍຫາຍທາງດ້ານເສດຖະກິດ 100 ພັນຕື້ໂດລາ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານແອນ​ໂທ​ເນຍ ຊາ​ໂກ​ນາ (Antonia Sagona) ຜູ້ຊ່ຽວຊານດ້ານການຕິດເຊື້ອແບັກທີເຣຍ ຢູ່ມະຫາວິທະຍາໄລວາກວິກ​ຂອງອັງກິດ ໃນການໃຫ້ສໍາພາດກັບວີໂອເອ.

ການສຶກສາດັ່ງກ່າວທີ່ຈັດພີມຢູ່ໃນວາ​ລະ​ສານ Lancet ແລະນໍາພາໂດຍມະຫາວິທະຍາໄລວໍຊິງຕັນ ໃນນະ​ຄອນຊີອາໂທລ ໄດ້ວິໄຈຂໍ້ມູນຈາກ 204 ປະເທດ ແລະດິນແດນ. ມັນສະແດງໃຫ້ເຫັນວ່າປະເທດທີ່ທຸກຍາກກວ່າ ແມ່ນໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດຈາກການດື້ຢາຕ້ານເຊື້ອ, ໂດຍສະ ເພາະແມ່ນໃນປະເທດຢູ່ເຂດໃຕ້​ທະ​ເລ​ຊາຍຊາຮາຣາຂອງ​ທະ​ວີບອາຟຣິກາ ແລະເອ​ເຊຍໃຕ້.

ບົດລາຍງານກ່າວອີກວ່າ "ການຕິດເຊື້ອທາງເດີນຫາຍໃຈຢູ່​ພາກ​ສ່ວນຕ່ໍາ ຂອງ​ຮ່າງ​ກາຍກວມເອົາຫຼາຍກວ່າ 1 ລ້ານ 5 ແສນຄົນທີ່ມີສາ​ເຫດ​ຂອງ​ການເສຍຊີວິດກ່ຽວຂ້ອງກັບການດື້​ຢາຕ້ານເຊື້ອໃນປີ 2019 ຊຶ່ງເຮັດໃຫ້ມັນເປັນໂຣກຕິດເຊື້ອທີ່ຫນັກຫນ່ວງທີ່ສຸດ.”

ຜູ້ຂຽນບົດ​ລາຍ​ງານນີ້ເຕືອນວ່າມີຄວາມຈໍາເປັນອັນຮີບດ່ວນທີ່​ຕ້ອງ​ໄດ້ດຳ​ເນີນ​ການຄົ້ນຄວ້າເພີ່ມເຕີມອີກ.

ພວກເຂົາເຈົ້າຂຽນວ່າ "ມີຊ່ອງຫວ່າງຂໍ້ມູນທີ່ຮ້າຍແຮງ​ຢູ່ໃນຫຼາຍໆບ່ອນທີ່ມີລາຍໄດ້ຕໍ່າ, ຊຶ່ງເນັ້ນຫນັກໃຫ້​ເຫັນເຖິງຄວາມຈໍາເປັນໃນການຂະຫຍາຍຄວາມອາດສາມາດໃນການທົດລອງຈຸລິນຊີວິ​ທະ​ຍາ ແລະລະບົບການເກັບກໍາຂໍ້ມູນເພື່ອປັບປຸງຄວາມເຂົ້າໃຈຂອງພວກເຮົາກ່ຽວກັບໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດທີ່ສໍາຄັນນີ້."

ບັນ​ດານັກວິທະຍາສາດກ່າວວ່າ ການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງໃນຫລາຍທົດສະວັດຜ່ານ​ມາໄດ້ຊຸກຍູ້ໃຫ້ເຊື້ອຈຸລິນຊີວິ​ວັດທະນາການ​ກາຍເປັນ “ເຊື້ອ​ໂຣກ​ທີ່ເກັ່ງ ຫລື superbug.”

ເບິ່ງວີ​ດິ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ຂ່າວນີ້

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG