ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸນິສາ ຈາກ ສຫລ ຄວ້າເອົາຫລຽນຄໍາ ມາຄອງແລ້ວ ໃນກິລາກາຍະກໍາຍິງ ຢູ່ງານມະຫາກໍາກິລາໂອລິມປິກ ໂຕກຽວ


ສຸນິສາ ລີ ໃນທີມສະຫະລັດຫລິ້ນທ່າໂດດຂຶ້ນໄປປິ່ນຕົວຢູ່ກາງເວຫາໃນການແຂ່ງຂັນສິນລະປະກາຍະກໍາເພດຍິງຢູ່ໃນງານກິລາໂອລິມປິກລະດູຮ້ອນປີ 2020, ວັນທີ 25 ກໍລະກົດ, 2021 ທີ່ນະຄອນຫລວງໂຕກຽວຂອງຍີ່ປຸ່ນ
ສຸນິສາ ລີ ໃນທີມສະຫະລັດຫລິ້ນທ່າໂດດຂຶ້ນໄປປິ່ນຕົວຢູ່ກາງເວຫາໃນການແຂ່ງຂັນສິນລະປະກາຍະກໍາເພດຍິງຢູ່ໃນງານກິລາໂອລິມປິກລະດູຮ້ອນປີ 2020, ວັນທີ 25 ກໍລະກົດ, 2021 ທີ່ນະຄອນຫລວງໂຕກຽວຂອງຍີ່ປຸ່ນ

ຂ່າວຫຼ້າສຸດກ່ຽວກັບການແຂ່ງຂັນກິລາໂອລິມປິກທີ່ໂຕກຽວທີ່ກຳລັງດໍາເນີນໄປພາຍໃຕ້ຂໍ້ຈຳກັດຢ່າງໜັກ ຫຼັງຈາກມີການຊັກຊ້າໄປເປັນເວລານຶ່ງປີ ຍ້ອນການລະບາດຂອງໄວຣັສໂຄໂຣນານັ້ນກໍແມ່ນວ່າ:

ນາງສຸນິສາ ລີ (Sunisa Lee) ໄດ້ກາຍເປັນຜູ້ເຮັດໃຫ້ກິລາຍິງຂອງອາເມຣິກາຄວ້າເອົານາມມະຍົດໂອລິມປິກໃນກິລາກາຍະກໍາທຸກທ່າເພດຍິງມາຄອງເປັນປີທີ 5 ປີລຽນກັນແລ້ວ. ນາງໄດ້ຊະນະນາງເຣບເບັກກາ ແອນດຣາດເດ (Rebeca Andrade) ຈາກບຣາຊີລ ໃນການແຂ່ງຂັນຮອບສຸດທ້າຍທີ່ມ່ວນຊື່ນແລະແຂ່ງຂັນ ກັນຢ່າງດຸເດືອດ ໃນຂະນະທີ່ນາງຊີມອນ ໄບລສ໌ (Simone Biles) ນັ່ງເບິ່ງຢູ່ບ່ອນນັ່ງຂອງຄົນຊົມນັ້ນ, ອີງຕາມອົງການເອພີທີ່ລາຍງານມາຈາກນະຄອນ ຫລວງໂຕກຽວ.

ພາບຄອບຄົວຂອງສຸນິສາຢູ່ລັດເມນີໂຊຕາ ເບິ່ງການແຂ່ງຂັນຂອງນາງໃນກິລາໂອລິມປິກທີ່ໂຕກຽວໃນວັນທີ 27 ກໍລະກົດ, 2021
ພາບຄອບຄົວຂອງສຸນິສາຢູ່ລັດເມນີໂຊຕາ ເບິ່ງການແຂ່ງຂັນຂອງນາງໃນກິລາໂອລິມປິກທີ່ໂຕກຽວໃນວັນທີ 27 ກໍລະກົດ, 2021

ຄະແນນທີ່ໄດ້ຮັບທັງໝົດ 57,433 ຄະແນນຂອງນາງລີນັ້ນ ແມ່ນພຽງພໍທີ່ເຮັດ ໃຫ້ນາງເອົາຊະນະນາງ ແອນດຣາດເດ (Andrade) ໄດ້. ຊາວບຣາຊີລຜູ້ນີ້ ເປັນນັກກິລາຊາວອາເມຣິກາລາຕິນຄົນທຳອິດທີ່ໄດ້ຮັບຫລຽນລາງວັນ ໃນກິລາ ກາຍະກໍາທຸກທ່າ ແຕ່ວ່າກໍພາດຫຼຽນຄໍາໄປ ເມື່ອນາງເຕັ້ນກາຍຈາກຂອບເຂດ ກໍານົດໄວ້ສອງຄັ້ງຂະນະທີ່ນາງຫລິ້ນທ່າຕີລັງກາແບບປົກກະຕິຢູ່ພື້ນນັ້ນ.

ນັກກິລາກາຍຍະກຳຣັດເຊຍ, ນາງ ແອນແຈລີນາ ແມລນີກອຟວາ (Angelina Melnikova) ໄດ້ຮັບຫລຽນທອງແດງໃນເວລາ 2 ວັນ ຫລັງຈາກນຳພາທີມຄະ ນະກໍາມະການໂອລິມປິກຣັດເຊຍ ຫລື ROC ຄວ້າເອົາຫລຽນຄຳໄປຄອງໃນການແຂ່ງຂັນແບບເປັນທີມຮອບສຸດທ້າຍນັ້ນ.

ອ່ານຂ່າວນີ້ເພີ້ມຢູ່ລຸ່ນນີ້:

The Latest on the Tokyo Olympics, which are taking place under heavy restrictions after a year’s delay because of the coronavirus pandemic:
Sunisa Lee became the fifth straight American woman to claim the Olympic title in the women’s all-around. She edged Rebeca Andrade of Brazil in an entertaining and hotly contested final while Simone Biles watched from the stands, according to AP from Tokyo.

Lee’s total of 57.433 points was just enough to top Andrade. The Brazilian earned the first gymnastics all-around medal by a Latin American athlete but missed out on gold when she stepped out of bounds twice during her floor routine.

Russian gymnast Angelina Melnikova earned bronze two days after leading ROC to gold in the team final.

XS
SM
MD
LG