ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ເສຍຊີວິດ ໃນການໂຈມຕີ ລົດສະຖານທູດ ອັງກິດ ຢູ່ ນະຄອນຫຼວງຄາບູລ


ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​
ຊີບ​ຄົນ​ນຶ່ງ ​ໄດ້​ຂັບ​ລົດ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ຖຸລະ​ເບີດແລ່ນ​ເຂົ້າ​ໄປ
ຕຳ​ລົດ​ຄັນ​ນຶ່ງ​ ຂອງ​ສະຖານທູດ​ອັງກິດ ​ໃນ​ນະຄອນຫຼວງ​ຄາ​ບູລ
ເຮັດ​ໃຫ້​ຜູ້​ຄົນ​ຢ່າງ​ໜ້ອຍ 5 ຄົນ​ເສຍ​ຊີວິດ ຮວມທັງ​ພົນລະ​ເມືອງ
​ອັງກິດ​ຄົນ​ນຶ່ງ​ນຳ.
ຖະ​ແຫຼ​ງການສະບັບ​ນຶ່ງ​ຂອງ​ກະຊວງ​ພາຍ​ໃນ ກ່າວ​ວ່າ ການ​ໂຈມ​
ຕີ​ດັ່ງກ່າວ​ ຍັງ​ເຮັດ​ໃຫ້​ຜູ້​ຄົນ​ຕື່ມ​ອີກ 33 ຄົນ​ໄດ້​ຮັບ​ບາດ​ເຈັບ ທັງ​
ໝົດ​ເປັນຄົນ​ອັຟກາ​ນິສຖານ.

ສະຖານທູດ​ອັງກິດ ​ໄດ້​ຢືນຢັນ​ວ່າ “​ໄດ້​ມີ​ຜູ້​ບາດ​ເຈັບ” ​ໃນ​ບັນ
ດາ​ພວກ​ທີ່ຢູ່​ໃນ​ລົດ​ຄັນ​ນັ້ນ ​ແຕ່​ບໍ່​ສາມາດ​ໃຫ້​ຂ່າວ​ຂໍ້​ມູນ​ອື່ນໆ
ຕື່ມ​ອີກ.

ກຸ່ມ​ຕາ​ລີ​ບັນ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ການ​ໂຈມ​ຕີ​ນີ້​ໄດ້​ວາງ​ເປົ້າ​ໃສ່​ພວກ​ກຳລັງຮຸກຮານ​ຕ່າງປະ​ເທດ​ ​ແລະ​ຫຼາຍ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ບາດ​ເຈັບ.

ນັບ​ວ່າ​ເປັນ​ການ​ໂຈມ​ຕີ​ຄັ້ງ​ຫຼ້າສຸດຂອງ​ຄື້ນຟອງ​ແຫ່ງ​ການ​ໂຈມ​ຕີທີ່ມີ​ຂຶ້ນ​ ໃນຫວ່າງ​ໄວໆ​ຜ່ານ​ມາ ທີ່​ນະຄອນຫຼວງ​ອັຟກາ​ນີສຖານ ​ໃນ​ຂະນະ​ທີ່

ໜ່ວຍສູ້​ລົບຂອງ​ນາໆ​ຊາດ​ສ່ວນໃຫຍ່​ ກະກຽມ​ທີ່​ຈະ​ຖອນ​ອອກ​ຈາກ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງຄາມ​ ໃນ​ເດືອນ​ໜ້າ​ນີ້.

ທະຫານ​ສະຫະລັດ 2 ຄົນ ​ເສຍ​ຊີວິດ​ໃນ​ການວາງ​ລະ​ເບີດ​ໂຈມ​ຕີ​ທີ່ຄາ​ບູລ​ໃນ​ຕົ້ນ​ສັບປະ
ດາ​ນີ້.

afganistanviolence27november14
please wait

No media source currently available

0:00 0:00:34 0:00

Afghan officials say a suicide bomber rammed an explosives-packed car into a British embassy vehicle in Kabul, killing at least five people, including one British citizen.

An Interior Ministry statement says the attack wounded 33 others, all of them Afghans.

The British embassy confirmed there were "injuries" among those in the vehicle, but could not give any other information.

The Taliban claimed responsibility for the attack, saying it "targeted foreign invading forces" and many were killed and wounded.

It was the latest in a wave of recent attacks to hit the Afghan capital, as a majority of foreign combat forces prepare to leave the war-torn country next month.

Two U.S. soldiers were killed in a bomb blast in Kabul earlier this week.

XS
SM
MD
LG