ການຂ້າໂຕຕາຍ ດຽວນີ້ໄດ້ກາຍເປັນສາເຫດການຕາຍໃຫຍ່ອັນດັບທີ 10 ຢູ່ ໃນສະ
ຫະລັດ, ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດ. ໄວໜຸ່ມສອງຄົນໄດ້ຄິດຄົ້ນ
ຫາວິທີ ເພື່ອພະຍາຍາມຫລຸດຜ່ອນການຂ້າໂຕຕາຍຂອງຄົນ ດ້ວຍການໃຊ້ແອັບ ຢູ່ໃນ
ໂທລະສັບສະຫລາດ ຫລື smartphone. ມາຣຽມມາ ດີອາໂລ (Mariama Diallo)
ນັກຂ່າວວີໂອເອໄດ້ໄປນັ່ງລົມກັບນັກປະດິດຄິດສ້າງແອັບດັ່ງກ່າວ ທີ່ຫາກໍໄດ້ຮັບລາງ
ວັນທີ່ນະຄອນຫລວງວໍຊິງຕັນ ເມື່ອມໍ່ໆມານີ້ຈາກອົງການເພື່ອສຸຂະພາບຈິດອາເມຣິກາ
ທີ່ເປັນອົງການບໍ່ຫວັງຜົນກໍາໄລທີ່ຕັ້ງຂຶ້ນໂດຍຊຸມຊົນ ຊຶ່ງບົວສະຫວັນ ຈະນໍາມາສະເໜີ
ທ່ານໃນອັນດັບຕໍ່ໄປ.
ຂ່າວທີ່ຫົວໜ້າພໍ່ຄົວໃຫຍ່ທີ່ມີຊື່ສຽງ ແອນໂທນີ ບໍເດນ ( Anthony Bourdain) ກັບນັກ
ອອກແບບເສື້ອຜ້າທີ່ທັນສະໄໝ ເຄດ ສະເປດ (Kate Spade) ປິດຊີບຕົນເອງໄດ້ສົ່ງກະ
ແສສະເທືອນໃຈໄປທົ່ວໂລກ. ການຂ້າໂຕຕາຍ ຂອງພວກເຂົາເຈົ້າ ໄດ້ເກີດຂຶ້ນໃນເວລາ
ດຽວກັນ ກັບຕອນທີ່ສູນກາງຄວບຄຸມແລະປ້ອງກັນພະຍາດ ຫລື CDC ໄດ້ພິມເຜີຍແຜ່
ບົດລາຍງານຂອງຕົນອອກ ທີ່ສະແດງໃຫ້ເຫັນວ່າ ມີການຂ້າໂຕຕາຍເພີ້ມຂຶ້ນ 25 ເປີເຊັນ
ຢູ່ໃນສະຫະລັດ ນັບແຕ່ປີ 1999 ເປັນຕົ້ນມາ.
ທ່ານນາງ ເດບໍຣາ ສະຕອນ, ນັກວິທະຍາສາດດ້ານການປະພຶດຢູ່ CDC ໃຫ້ຄໍາເຫັນ
ຜ່ານທາງສະໄກພ໌ວ່າ "ຂໍ້ມູນດັ່ງກ່າວ ສະແດງໃຫ້ຮູ້ຢ່າງຄັກແນ່ ວ່າ ບັນຫານີ້ ນັບມື້ນັບ
ຮ້າຍແຮງຂຶ້ນ ແລະສິ່ງທີ່ຕ້ອງການແທ້ໆນັ້ນ ກໍຄືການປ້ອງກັນການຂ້າໂຕຕາຍ."
ທ້າວຊາລີ ແລະ ນາງແຮນນາ ລູກັສ ເປັນຄົນປະດິດແອັບ "NotOK" ຊຶ່ງເປັນເຄື່ອງມືທາງ
ດີຈິຕອລ ຂຶ້ນມາ ເພື່ອຊ່ວຍແກ້ໄຂບັນຫານີ້.
ທ້າວຊາລີ ລູກັສ, ຜູ້ຮ່ວມສ້າງແອັບ "NotOK" ທີ່ບໍລິສັດຊີໄອໂອ ບັກ & ບີ (CIO BUG &
BEE) ເວົ້າວ່າ "ແອັບ NotOK ໂດຍພື້ນຖານແລ້ວ ແມ່ນປຸ່ມເຕືອນໃຫ້ຮູ້ຄວາມຫວັ່ນ
ວິຕົກ ແບບດີຈິຕອລ ຊຶ່ງເມື່ອກົດແລ້ວມັນກໍຈະສົ່ງຂໍ້ຄວາມທີ່ຂຽນວ່າ 'ໂອ້ຍ, ຂ້ອຍບໍ່
ສະບາຍ. ໂທຫາຂ້ອຍແດ່, ສົ່ງຂໍ້ຄວາມຫາຂ້ອຍ ຫລືມາເບິ່ງຂ້ອຍແດ່.”
ຂໍ້ຄວາມດັ່ງກ່າວຈະຖືກສົ່ງໄປຫາກຸ່ມ ທີ່ເລືອກໄວ້ ທີ່ມີການພົວພັນຢ່າງໃກ້ຊິດໄດ້ ເຖິງ
5 ຄົນ ພ້ອມກັບສົ່ງບ່ອນຢູ່ຂອງຄົນຜູ້ນັ້ນໄປ ທາງ GPS ແລະບອກທິດທາງໄປຫາບ່ອນ
ຜູ້ນັ້ນຢູ່ນຳອີກດ້ວຍ. ສອງເອື້ອຍນ້ອງນີ້ໄດ້ພາກັນປະດິດສ້າງສິ່ງນີ້ຂຶ້ນມາ ພາຍຫລັງທີ່
ນາງ ແຮນນາ ພົບບັນຫາຫຍຸ້ງຍາກ ນໍາພະຍາດຂອງລາວ ທີ່ເຮັດໃຫ້ລາວເປັນລົມໄປ.
ນາງແຮນນາ ລູກັສ, ຜູ້ຮ່ວມສ້າງແອັບ NotOK, ທີ່ບໍລິສັດຊີໄອໂອ ບັກ & ບີ (CIO BUG & BEE) ບອກວ່າ"ມັນເປັນອາການຂອງໂຣກຫົວໃຈເຕັ້ນໄວແບບຜິດປົກກະຕິໃນເວ
ລາຢືນຂຶ້ນ. ໂດຍພື້ນຖານແລ້ວ ມັນຈະເຮັດໃຫ້ຂ້ອຍເປັນລົມໄປ. ຂ້ອຍຂາດໂຮງຮຽນ
ຢູ່ເລື້ອຍໆ ເພາະຂ້ອຍເປັນເດັກນ້ອຍທີ່ມັກເຈັບປ່ວຍ, ມີແຕ່ໄປຫາໝໍ, ໄປຫ້ອງສຸກເສີນ,
ໄປໃສ່ນໍ້າທະເລ, ກວດເລືອດ ແລະທຸກສິ່ງທຸກຢ່າງຢູ່ເລື້ອຍ."
ແຮນນາເວົ້າວ່າລາວມັກຈະຖືກໝູ່ເວົ້າກວນເລື້ອຍໆ ຢູ່ໂຮງຮຽນຍ້ອນອາການເຊັ່ນນັ້ນ
ຂອງລາວ. ນາງກ່າວເພີ້ມອີກວ່າ "ຂ້ອຍມີແຕ່ຢ້ານກົວຢູ່ຕະຫລອດ. ຂ້ອຍເປັນເຖິງ
ຂັ້ນວ່າຂ້ອຍຢ້ານທີ່ຈະລົງອອກຈາກຕຽງຂອງຕົນໄປ ແລະຂ້ອຍກໍເກີດເປັນໂຣກຊຶມ
ເສົ້າ ແລະມີຄວາມກະວົນກະວາຍໃຈຢ່າງແຮງອີ່ຫລີ; ຂ້ອຍໝາຍຄວາມວ່າ ຂ້ອຍ
ເວົ້າເຖິງການກິນແບບບໍ່ສະໝໍ່າສະເໝີ, ທໍາຮ້າຍຕົນເອງ ແລະພະຍາຍາມຂ້າໂຕ
ຕາຍຕັ້ງຫລາຍຄັ້ງ. ມັນເປັນເລື້ອງບໍ່ດີຫລາຍແທ້ໆ."
ທ້າວຊາລີ ກ່າວເພີ້ມອີກວ່າ " ໃນມື້ຕໍ່ມາ ພາຍຫລັງທີ່ລາວເວົ້າຄວາມຄິດຂອງລາວໃຫ້
ຂ້ອຍຟັງ, ຂ້ອຍຊ່ວຍຫຍັງລາວບໍ່ໄດ້ມາເປັນເວລາດົນໂພດ ເພາະວ່າເມື່ອໃດລາວເປັນລົມລົ້ມລົງຂ້ອຍບໍ່ສາມາດຮັບລາວໄວ້ໄດ້, ບໍ່ສາມາດຂັບລົດພາລາວໄປຫາທ່ານໝໍໄດ້,
ຂ້ອຍບໍ່ສາມາດເຮັດຫຍັງໄດ້ ສະນັ້ນສິ່ງທີ່ຂ້ອຍຄິດອອກອັນທໍາອິດກໍຄື ເປັນຫຍັງຈຶ່ງ
ເຮັດບໍ່ໄດ້ ແລະໃນມື້ນັ້ນເອງ ຂ້ອຍກໍໄດ້ເລີ້ມເຮັດໂຄງຮ່າງຂອງມັນໂລດ ຊຶ່ງໂດຍພື້ນ
ຖານແລ້ວ ແມ່ນເປັນສະບັບຕົ້ນແບບຂອງແອັບດັ່ງກ່າວນີ້."
ແຮນນາດີຂຶ້ນຫລາຍແລ້ວບັດນີ້--ລາວເວົ້າວ່າ ແອັບນັ້ນບໍ່ແມ່ນພຽງແຕ່ໃຊ້ ເພື່ອປ້ອງກັນ
ການຂ້າໂຕຕາຍເທົ່ານັ້ນ. ຜູ້ໃດທີ່ “ບໍ່ ໂອເຄ” ກໍສາມາດໃຊ້ມັນໄດ້.
ແຮນນາ ກ່າວມ້ວນທ້າຍວ່າ "ບໍ່ວ່າເຈົ້າກໍາລັງມີບັນຫາຫຍັງກໍຕາມ, ເຈົ້າຕ້ອງໄດ້ຮັກສາ
ການພົວພັນອັນນັ້ນ ກັບຄົນໄວ້ ເພາະວ່າການເຮັດໃຫ້ຕົນເອງຢູ່ໂດດດ່ຽວ ມີແຕ່ຈະເຮັດ
ບັນຫາຮ້າຍແຮງຂຶ້ນໄປເທົ່ານັ້ນ ບໍ່ວ່າຈະແມ່ນບັນຫາຫຍັງກໍຕາມ."
ທັງສອງຄົນ ໄດ້ຮັບລາງວັນຫລາຍຢ່າງຍ້ອນແອັບອັນນັ້ນ ຊຶ່ງລວມມີລາງວັນ ຈາກອົງການ
ເພື່ອສຸຂະພາບຈິດຂອງອາເມຣິກາ. ແອັບດັ່ງກ່າວໄດ້ຖືກດາວໂຫລດຈາກອິນເຕີເພື່ອເອົາ
ໄປນໍາໃຊ້ແລ້ວຫລາຍກວ່າ 15,000 ເທື່ອ ນັບແຕ່ມັນໄດ້ຮັບການອະນຸຍາດ ໃຫ້ນໍາໃຊ້ໃນສະຫະລັດ ເປັນຕົ້ນມາ.