ປະທານາທິບໍດີ ໂອມາ ອາລ-ບາເຊຍ (Omar al-Bashir) ທີ່ຖືກປົດລົງຈາກຕຳແໜ່ງ ແລະລັດຖະບານຂອງທ່ານ ໄດ້ຈໍາກັດເວທີສົນທະນາກັນຢູ່ໃນສື່ສັງຄົມອອນລາຍ ໃນໄລຍະທີ່ມີການປະທ້ວງຕ້ານລັດຖະບານຂອງທ່ານນັ້ນ, ແຕ່ວ່າ ປະຊາຊົນຊູດານຫລາຍລ້ານຄົນ ກໍຍັງຫາທາງເລັດລອດຈາກການຖືກຈຳກັດນັ້ນໄດ້ ແລະເຕົ້າໂຮມເອົາຄົນອື່ນໃຫ້ເຂົ້າມາຮ່ວມໃນການປະທ້ວງຢ່າງສັນຕິນຳໄດ້.
ໃນຄ່ຳຄືນຂອງວັນທີ 8 ເມສາຜ່ານມາ ພຽງແຕ່ສາມມື້ເທົ່ານັ້ນ ກ່ອນທີ່ທ່ານບາເຊຍຈະຖືກປົດລົງຈາກຕຳແໜ່ງ, ນາງ ຊາຣາ ແອລ-ແຮສສັນ (Sara el-Hassan), ຄົນເຊື້ອຊາດຊູດານໄດ້ເອົາສາຍຕາຂອງຕົນຈ້ອງເບິ່ງເຟັສບຸກ (Facebook) ແລະ ທວີດເຕີ (Twitter) ຢູ່ຕະຫລອດເວລາ. ວີດິໂອຖ່າຍທອດສົດ ຈາກນະຄອນຫລວງຄາຣ໌ທູມ ໄດ້ສາຍຢູ່ໃນໜ້າຈໍຄອມພີວເຕີທີ່ຢູ່ໃນເຮືອນຂອງນາງ ໃນເມືອງເມືອງຟີນິກ, ລັດອາຣີໂຊນາ (Arizona) ນັ້ນ ແລະຂໍ້ມູນກໍໄດ້ຫລັ່ງໄຫລຜ່ານຫົວຂໍ້ທີ່ເປັນສາຍມາ ຢູ່ໃນທວີດເຕີຂອງທ່ານນາງ.
ສື່ສັງຄົມອອນລາຍເປັນວິທີການທີ່ມີປະສິດທິຜົນຫລາຍທີ່ສຸດ ສຳລັບນາງທີ່ຈະມີການຕິດຕໍ່ໃສ່ກັບສະພາບການ ທີ່ເປັນໄປຢ່າງວ່ອງໄວ ຢູ່ບ້ານເກີດເມືອງນອນ ຂອງຕົນ. ນາງ ແອລ ແຮສສັນ (El-Hassan) ເວົ້າວ່າ ມັນເຮັດໃຫ້ຊາວຊູດານຢູ່ໃນ ແລະນອກປະເທດຕິດຕໍ່ພົວພັນກັນໄດ້ ແຕ່ມັນກໍເຮັດໃຫ້ພວກເຂົາເຈົ້າ ປອດໄພ ແລະຮູ້ເລື້ອງລາວໄດ້ດີນຳ.
"ຂ້າພະເຈົ້າບໍ່ຄິດດອກວ່າ ການປະຕິວັດແບບນີ້ ຈະເກີດຂຶ້ນໄດ້ ຖ້າຫາກບໍ່ມີສື່ສັງຄົມອອນລາຍ, ຕາມຄວາມຄິດສ່ວນຕົວຂອງຂ້າພະເຈົ້າ. ມັນໄດ້ກາຍເປັນສ່ວນຕິດພັນກັບຂະບວນການຕ້ານລັດຖະບານ, ບໍ່ວ່າຈະເປັນການທີ່ເຮັດຜ່ານການເອົາຂໍ້ມູນໄປບອກໃຫ້ກັນຮູ້ ຫລືຈະເປັນການປະສານງານກັນກໍຕາມ ຜູ້ຄົນໄດ້ມາເຕົ້າໂຮມກັນ ເພື່ອເອົາຂ່າວວ່າມີຫຍັງເກີດຂຶ້ນ ຢູ່ໃນພາກພື້ນດິນນັ້ນໄປແບ່ງປັນໃຫ້ກັນຮູ້ ແລະເຮັດໃຫ້ມັນຖືກລາຍງານໂດຍອົງການຂ່າວຕ່າງໆ," ນັ້ນຄືຄຳເວົ້າຂອງນາງແອລ ແຮສສັນ (El-Hassan) ທີ່ກ່າວຕໍ່ໜັງສືພິມ South Sudan in Focus.
ເວັບໄຊທ໌ NetBlocks.org, ຊຶ່ງເປັນເວັບໄຊທ໌ ຕິດຕາມກວດເບິ່ງສື່ສັງຄົມອອນລາຍ ໄດ້ລາຍງານຢູ່ໃນໄລຍະທີ່ມີການປະຕິວັດຂອງຊູດານຢູ່ນັ້ນວ່າ ເວທີສື່ສັງຄົມອອນລາຍຖືກປິດໄວ້ຢ່າງຕໍ່ເນື່ອງ ຢູ່ໃນຊູດານ ແມ່ນແຕ່ຕອນທີ່ການປະທ້ວງໄດ້ເພີ້ມຄວາມຮ້າຍແຮງຂຶ້ນແລ້ວກໍຕາມ. ຜູ້ຊົມໃຊ້ ໄດ້ຝ່າຝືນຂໍ້ຫ້າມນັ້ນ ດ້ວຍການໃຊ້ເຄື່ອງມືຫລີກລ້ຽງການຫ້າມໃນເຄືອຂ່າຍອິນເຕີແນັດຂອງສ່ວນຕົວ.
ໃນວັນພະຫັດແລ້ວນີ້ ເວັບໄຊທ໌ NetBlocks ລາຍງານວ່າ Twitter, Facebook, Whatsapp ແລະສື່ສັງຄົມອອນລາຍອັນອື່ນໆ ໄດ້ຖືກເອົາກັບຄືນມາໃຊ້ຢ່າງເຕັມສ່ວນໄດ້ອີກ ໃນມື້ດຽວກັນກັບວັນທີ່ທະຫານໄດ້ປະກາດກ່ຽວກັບການປົດຕຳແໜ່ງທ່ານບາເຊຍ (Bashir) ລົງ.
ສື່ສັງຄົມອອນລາຍ ໄດ້ພິດສູດໃຫ້ເຫັນແລ້ວວ່າມີຄວາມສຳຄັນຫລາຍ ເພາະວ່າ ລັດຖະບານໄດ້ມີການຄວບຄຸມຢ່າງເຄັ່ງຂັດ ຕໍ່ຂ່າວສານແບບດັ້ງເດີມ, ອີງຕາມ ນັກຂ່າວທ້ອງຖິ່ນບາງຄົນ. ໂດຍທີ່ຖືກຈັດຢູ່ໃນອັນດັບທີ 175 ໃນຈຳນວນທັງໝົດ 180 ປະເທດນັ້ນ, ຊູດານແມ່ນປະເທດນຶ່ງທີ່ນອນຢູ່ໃນຈຳພວກປະເທດ ທີ່ມີເສລີພາບໜ້ອຍທີ່ສຸດໃນໂລກ, ອີງຕາມດັດຊະນີເສລີພາບຂອງອົງການເວີລດ໌ ແພຣັສຟຣີດອມ (World Press Freedom) ໃນປີນີ້. ອົງການ ນັກຂ່າວບໍ່ມີພົມແດນ ຫລື Reporters without Borders, ທີ່ພິມເຜີຍແຜ່ດັດຊະນີດັ່ງກ່າວເວົ້າວ່າ ພວກນັກຂ່າວ ແລະສຳນັກຂ່າວ ແມ່ນນອນຢູ່ໃນ “ພວກທີ່ໄດ້ຮັບເຄາະຮ້າຍຫລາຍກວ່າໝູ່" ຈາກການທັບມ້າງຂອງລັດຖະບານໃນໄລຍະທີ່ມີການປະທ້ວງຕໍ່ຕ້ານລັດຖະບານ ນັບແຕ່ເດືອນທັນວາທີ່ຜ່ານມານັ້ນ.