ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ຊູ​ດານ ກີດ​ກັ້ນ ກອງ​ປະ​ຊຸມ​ ຖະ​ແຫຼງ​ຂ່າວ ຂອງພວກປະທ້ວງ ກ່ອນຈະມີ ການເດີນຂະບວນ


ແຜນ​ທີ່ ນະ​ຄອນຫຼວງ ຄາ​ທູມ, ປະ​ເທດ ຊູ​ດານ.
ແຜນ​ທີ່ ນະ​ຄອນຫຼວງ ຄາ​ທູມ, ປະ​ເທດ ຊູ​ດານ.

ຂະ​ບວນ​ການ​ປະ​ທ້ວງ​ຄັນ​ຮົ່ມ​ຂອງ ຊູ​ດານ ຊື່​ວ່າ “ພັນ​ທະ​ມິດ​ເພື່ອ​ເສ​ລີ​ພາບ ແລະ ການ​
ປ່ຽນແປງດ ໄດ້ຮຽກຮ້ອງຈັດການເດີນຂະບວນ “ນຶ່ງລ້ານຄົນ” ໃນວັນອາທິດມື້ນີ້ຢູ່ນະ
ຄອນຫຼວງ ຄາທູມ ແລະ ເມືອງແຝດ ອົມເດີມານ ຂອງເຂົ້າເຈົ້າ ເພື່ອຄັດຄ້ານບັນດາ
ນາຍພົນທີ່ປົກຄອງປະເທດ, ຜູ້ທີ່ໄດ້ຄັດຄ້ານການຮຽກຮ້ອງໃຫ້ຄືນອຳນາດໃຫ້ພົນລະ
ເຮືອນ.

ກຸ່ມ​ທີ່​ສຳ​ຄັນ​ຂອງ​ຂະ​ວນ​ການ​ດັ່ງ​ກ່າວ​ຊື່​ວ່າ, ສະ​ມາ​ຄົມ​ຜູ້​ຊ່ຽວ​ຊານ ຊູ​ດານ, ໄດ້​ຮຽກ​ຮ້ອງ​
ຈັດກອງປະຊຸມລາຍງານຕໍ່ສື່ມວນຊົນ ໃນຕອນແລງວັນເສົາວານນີ້ ເພື່ອເປີດເຜີຍແຜນ
ການສຳລັບການຊຸມນຸມ ແຕ່ໄດ້ຖືກກີດກັ້ນໂດຍສະມາຊິກຂອງກອງກຳລັງສະໜັບໜູນ
ສຸກເສີນ ຫຼື RSF, ອີງຕາມການກ່າວຂອງຜູ້ນຳການປະທ້ວງ ທ່ານ ອາເມັດ ອາລ-ຣາບີ.
ທ່ານ ຣາບີ ໄດ້ກ່າວວ່າ “ກ່ອນພວກເຮົາຈະສາມາດເລີ່ມກອງປະຊຸມຖະແຫຼງຂ່າວ, ລົດ
ສາມຄັນຂອງກອງກຳລັງ RSF, ເຊິ່ງເຕັມໄປດ້ວຍຜູ້ຊາຍຕິດອາວຸດ, ໄດ້ເຂົ້າມາໃນອາ

ຄານຂອງພວກເຮົາ ແລະ ບອກບໍ່ໃຫ້ເຮົາຈັດກອງປະຊຸມຖະແຫຼງຂ່າວ.”

ທ່ານ​ໄດ້​ເວົ້າ​ຕື່​ມ​ວ່າ “ເຂົາ​ເຈົ້າ ຍັງ​ໄດ້​ສັ່ງ​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ຢູ່​ທີ່​ນັ້ນ ອອກ​ໄປ​ຈາກ​
ອາ​ຄານ.”

ນັກ​ຂ່າວ​ ຊູ​ດານ ຄົນ​ນຶ່ງຢູ່​ຈຸດ​ເກີດ​ເຫດ​ໄດ້​ຢືນ​ຢັນ​ວ່າ ຜູ້​ຊາຍ​ຕິດ​ອາ​ວຸດຫຼາຍ​ຄົນ ໄດ້​ປ້ອງ​
ກັນລາວ ແລະ ນັກຂ່າວຄົນອື່ນໆຈາກການເຂົ້າຮ່ວມກອງປະຊຸມລາຍງານໃນເມືອງ ເບີຣີ
ທີ່ຕັ້ງຢູ່ພາກຕາເວັນອອກຂອງນະຄອນຫຼວງ ຄາທູມ, ເປັນຈຸດສູນກາງຂອງການປະທ້ວງ
ທັງຫຼາຍ.

ທ່ານ ຣາ​ບີ ໄດ້​ກ່າວ​ວ່າ ຜູ້​ນຳ​ສອງ​ຄົນ​ຈາກ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​
ສຸກທີ່ຜ່ານມາ.

ການ​ປະ​ທ້ວງ​ຄັ້ງ​ໃນ​ຂອງວັນ​ອາ​ທິດມື້ນີ້​ແມ່ນ ການ​ຊຸມ​ນຸມ​ຄັ້ງ​ທຳ​ອິດ ທີ່​ຖືກ​ຮຽກ​ຮ້ອງ​ຈັດ
ຂຶ້ນໂດຍພັນທະມິດ ນັບຕັ້ງແຕ່ການປາບປາມບ່ອນພັກເຊົາການປະທ້ວງທີ່ຮ້າຍແຮງ
ເມື່ອວັນທີ 3 ມິຖຸນາທີ່ຜ່ານມາ, ທີ່ເຮັດໃຫ້ສາມຄົນເສຍຊີວິດ ແລະ ຫຼາຍຮ້ອຍຄົນບາດ
ເຈັບ.

ຄວາມ​ເຄັ່ງ​ຕຶງ​ຍັງ​ຄົນ​ສູງ​ຢູ່ ລະ​ຫວ່າງ ສອງ​ຝ່າຍ​ນັ້ນ ເຖິງ​ແມ່ນ​ວ່າ ລັດ​ຖະ​ບານ ເອ​ທິ​ໂອ
ເປຍ ແລະ ສະຫະພາບ ອາຟຣິກາ ໄດ້ພະຍາຍາມທີ່ຈະໄກ່ເກ່ຍຂໍ້ແກ້ໄຂບັນຫາຕໍ່ວິກິດ
ການດັ່ງກ່າວ.

ບັນ​ດາ​ນາຍ​ພົນ​ທະ​ຫານ​ຂອງ ຊູ​ດານ ໄດ້​ຍຶດ​ອຳ​ນາດຫຼັງ​ຈາກກອງ​ທັບ​ບົກ​ໄດ້​ຂັບ​ໄລ່​ຜູ້​
ປົກຄອງລັດຖະບານທີ່ຍາວນານ ທ່ານ ໂອມາ ອາລ-ບາເຊຍ ໃນວັນທີ 11 ເມສາ ລຸນ
ຫຼັງການປະທ້ວງດົນຫຼາຍເດືອນຕໍ່ການປົກຄອງຂອງທ່ານ ນຳໜ້າໂດຍ ພັນທະມິດ ເພື່ອ
ເສລີພາບ ແລະ ການປ່ຽນແປງ.

ແຕ່​ນັບ​ຕັ້ງ​ແຕ່​ນັ້ນ​ມາ ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ມອບ​ອຳ​ນາດ​ໃຫ້​ພົນ​ລະ​ເຮືອນ.

Sudan's umbrella protest movement, the Alliance for Freedom and Change, has called for a "million man" march Sunday in Khartoum and its twin city Omdurman against the ruling generals, who have resisted calls to cede power to civilians.

The movement's key group, the Sudanese Professionals Association, had called for a media briefing on Saturday evening to unveil plans for the rally but it was blocked by members of the RSF, protest leader Ahmed al-Rabie said.

"Before we could start the press conference, three vehicles from RSF, full of armed men, came to our building and told us not to hold the press conference," Rabie said.

They "also ordered all the people there to leave the building," he added.

A Sudanese journalist at the site confirmed that armed men had prevented him and other journalists from attending the briefing in Khartoum's eastern district of Burri, a hotbed of protests.

Rabie said two leaders from the movement had been arrested on Friday.

Sunday's mass protest is the first such rally called by the alliance since a deadly crackdown on a protest camp on June 3 left dozens dead and hundreds killed.

Tensions remain high between the two sides despite Ethiopian and the African Union efforts to mediate a solution to the crisis.

Sudan's generals seized power after the army ousted longtime ruler Omar al-Bashir on April 11 following months-long protests against his rule spearheaded by the Alliance for Freedom and Change.

But they have since resisted calls to hand power to civilians.

XS
SM
MD
LG