ລະບົບລົດໄຟໃຕ້ດິນຂອງນະຄອນນິວຢອກ ສາມາດກໍ່ໃຫ້ເກີດຄວາມຮູ້ສຶກທີ່ເຫຼືອອົດໄດ້ ດ້ວຍຝູງຊົນ, ນັກດົນຕີ ແລະລົດໄຟທີ່ສັ່ນສະເທືອນ. ແຕ່ດຽວນີ້ລະບົບນີ້ໄດ້ກາຍ ເປັນສະຖານທີ່ທີ່ຊາວນິວຢອກ ສາມາດຫາແຮງບັນດານໃຈ ແລະແບ່ງປັນຄວາມຮູ້ສຶກ ແລະຄວາມຄິດທີ່ເລິກຊຶ່ງທີ່ສຸດຂອງຕົນເອງໄດ້.
ທ່ານ ແມັດທິວ ຊາເວສ໌, ຜູ້ກໍ່ຕັ້ງໂຄງການ Subway Therapyກ່າວວ່າ
“ພວກເຮົາທຸກຄົນຕ້ອງຮ່ວມມືກັນ ເພື່ອເຮັດໃຫ້ໂລກນີ້ເປັນສະຖານທີ່ທີ່ດີຂຶ້ນ, ຫາກພວກເຮົາຕ້ອງການ!”
ທ່ານ ແມັດທິວ ຊາເວສ ຜູ້ກໍ່ຕັ້ງໂຄງການ Subway Therapy ຊຶ່ງເປັນໂຄງການ ສິລະປະສາທາລະນະ ທີ່ເຊື້ອເຊີນຜູ້ໂດຍສານໃຫ້ຂຽນຄວາມຄິດ ແລະຄວາມຮູ້ສຶກ ຂອງຕົນເອງລົງໃນເຈ້ຍຂໍ້ຄວາມ ແລະ ຕິດໄວ້ຢູ່ຝາຢູ່ຈຸດປ່ຽນຂະບວນລົດໃກ້ໆກັບ ຢູນຽນ ສແຄວຣ໌ ເພື່ອສ້າງພາບຈາກຊິ້ນສ່ວນນ້ອຍໆຂອງຄວາມຫວັງ, ຄວາມຫງຸດ ຫງິດ ແລະການສະທ້ອນກັບ.
ທ່ານ ແມັດທິວ ຊາເວສ໌ , ຜູ້ສ້າງ Subway Therapyກ່າວວ່າ
“ຜູ້ຄົນກໍາລັງໂອ້ລົມກັນ ກ່ຽວກັບ ການເມືອງໂລກ, ຜູ້ຄົນກໍາລັງໂອ້ລົມກັນເຖິງຫົວຂໍ້ ອື່ນໆ, ໂດຍສ່ວນໃຫຍ່ແລ້ວຂໍ້ຄວາມເຫຼົ່ານີ້ແມ່ນໃຫ້ກໍາລັງໃຈແກ່ກັນ. ເປັນຂໍ້ຄວາມທີ່ ສະແດງຄວາມຮັກ - ມີຄົນບອກກັນວ່າຂໍໃຫ້ມື້ນີ້ເປັນມື້ທີ່ດີ ຫຼືບອກວ່າຊີວິດຂອງພວກ ເຂົາຈະໂອເຄ. ພວກເຂົາຍັງເວົ້າເຖິງສິ່ງທີ່ຜູ້ຄົນກໍາລັງປະສົບຢູ່ໃນຂະນະນີ້ ເຊັ່ນ ມີຄົນກໍາລັງຈະຕົກງານ, ກໍາລັງຈະມີລູກ ຫຼືກໍາລັງຈະແຕ່ງງານ...// ຂ້າພະເຈົ້າຄິດ ວ່າການຂຽນເປັນເລື່ອງທີ່ດີຫຼາຍສໍາລັບຜູ້ຄົນ.”
ນີ້ບໍ່ແມ່ນຄັ້ງທໍາອິດທີ່ທ່ານ ຊາເວສ ຈັດປະຊຸມບໍາບັດເທິງລົດໄຟໃຕ້ດິນ. ຫຼັງຈາກ ການເລືອກຕັ້ງປະທານາທິບໍດີໃນປີ 2016 ລາວໄດ້ໄປທີ່ຈຸດປ່ຽນຂະບວນລົດໄຟ ໃຕ້ດິນ ແລະເລີ່ມໂອ້ລົມກັບຄົນແປກໜ້າ. ເນື່ອງຈາກມີຜູ້ຄົນຈໍານວນຫຼວງຫຼາຍຕ້ອງ ການໂອ້ລົມກັນ, ທ່ານ ຊາເວສ ຈຶ່ງຫັນໄປໃຊ້ປາກກາ ແລະເຈ້ຍໂນ໊ດ.
ປະຕິກິລິຍາຂອງສາທາລະນະຊົນແມ່ນໄດ້ເປັນໄປໃນທາງບວກ.
ທ້າວ ໂຈນາທານ ວອກເກີ , ຊາວນິວຢອກກ່າວວ່າ
“ມັນເປັນນຶ່ງໃນສິ່ງທີ່ນໍາຜູ້ຄົນມາຮວມກັນ, ເຈົ້າສາມາດແບ່ງປັນຄວາມຄິດໂດຍ ບໍ່ເປີດເຜີຍຕົວຕົນ, ແຕ່ໃນເວລາດຽວກັນກໍເປີດກວ້າງ. ເຈົ້າຈະເຫັນວ່າມີຄົນອື່ນ ອີກຫຼາຍຄົນທີ່ຮູ້ສຶກແບບດຽວກັນ!”
ນາງ ຊາລາມ, ຊາວນິວຢອກກ່າວວ່າ
“ຂ້ອຍຫາກໍຕົກງານ ແລະຄວາມຈິງແລ້ວຂ້ອຍບໍ່ໄດ້ຕື່ນຕົກໃຈ, ຂ້ອຍຕື່ນເຕັ້ນທີ່ຈະໄດ້ ເຮັດວຽກສິລະປະ!”
ນາງ Emily, ຊາວນິວຢອກ)) ((Kid ກ່າວວ່າ
“ຂ້ານ້ອຍຄິດກ່ຽວກັບໜັງສືຂອງຂ້ານ້ອຍ ແລະຮູ້ສຶກແປກໃຈທີ່ຂ້ານ້ອຍຈະ - ຂ້ານ້ອຍບໍ່ຮູ້ວ່າມັນແມ່ນຫຍັງ!”
ທ່ານ ຊາເວສ ໄດ້ຮ່ວມມືກັບ ທ່ານນາງ ດີນາ ອິສມາອິນ ນັກບໍາບັດໂຣກໃນການ ດໍາເນີນໂຄງການທີ່ເອີ້ນວ່າ Listening Lab ຊຶ່ງສະໜັບສະໜູນການສົນທະນາໃນຊຸມຊົນ. ທ່ານນາງ ອິສມາອີນ ກ່າວຢ້ຳເຖິງຫົວຂໍ້ຕ່າງໆຢ່າງຫຼວງຫຼາຍ ທີ່ຜູ້ຄົນໄດ້ຂຽນລົງສໍາລັບໂຄງການ Subway Therapy.
ທ່ານນາງ ດີນາ ອິສມາອິລ, ຜູ້ກໍ່ຕັ້ງຮ່ວມ Listening Lab ກ່າວວ່່າ
“ຫາກເຈົ້າມາທີ່ນີ້, ເຈົ້າຈະເຫັນເລື່ອງລາວກ່ຽວກັບການເລືອກຕັ້ງ, ເລື່ອງລາວກ່ຽວກັບ ບັນຫາໂລກ - ຕັ້ງແຕ່ ອິສຣາແອວ-ປາແລສໄຕນ໌ ໄປຈົນເຖິງ ຢູເຄຣນ-ລັດເຊຍ, ໄປເຖິງຄວາມຍຸດຕິທໍາດ້ານດິນຟ້າອາກາດ ຫຼືການໂອ້ລົມເຖິງ ຮິບໂປໂປເຕມັສ ທີ່ແຜ່ລະບາດໄປທົ່ວອິນເຕີເນັດ - ເລື່ອງລາວເຫຼົ່ານີ້ລ້ວນແຕ່ຢູ່ໃນຈິດໃຈຂອງຜູ້ຄົນ ທັງນັ້ນ!”
ໂຄງການ Subway Therapy ໄດ້ດຶງດູດຄວາມສົນໃຈຂອງທ່ານນາງ ແຄທີ ກູລັອດຕາ (Kathi Gulotta) ນັກຈິດຕະກອນຮູບພາບເມືອງຊື່ດັງ ຊຶ່ງແຕ້ມຮູບກໍາແພງ ຂະນາດນ້ອຍ.
ທ່ານນາງ ແຄທີ ກູລັອດຕາ, ນັກຈິດຕະກອນຮູບພາບເມືອງກ່າວວ່າ
“ມັນຂ້ອນຂ້າງທ້າທາຍເພາະວ່າຂ້າພະເຈົ້າຕ້ອງຢືນຂຶ້ນ ແລະມີຄົນຍ່າງຜ່ານໄປມາ ພະຍາຍາມຂຶ້ນລົດໄຟ ແລະບຽດກັນ. ແຕ່ຜົນງານຊິ້ນນີ້ປະເສີດຫຼາຍ. ໃນຕອນນີ້ປະເທດມີຄວາມແຕກແຍກຫຼາຍ ແລະເປັນເວລາທີ່ພວກເຮົາຕ້ອງການ ບາງຢ່າງເພື່ອລະບາຍຄວາມຮູ້ສຶກ ແລະຢູ່ຮ່ວມກັບຄົນອື່ນ.”
ທ່ານ ຊາເວສ ເວົ້າວ່າບັນທຶກນັບພັນສະບັບທີ່ໂຄງການຂອງພວກເຮົາລວບລວມໄວ້ ຈົນເຖິງຕອນນີ້ຈະຖືກສົ່ງຕໍ່ໃຫ້ກັບສະມາຄົມປະວັດສາດນິວຢອກ.
As another turbulent year ends, New Yorkers are finding an outlet for their emotions in an unusual place — a subway station wall. A public art project called Subway Therapy invites people to share their thoughts and feelings via colorful sticky notes, creating a collage of hopes, frustrations and reflections. Nina Vishneva has the story, narrated by Anna Rice.
The New York City subway system can be overwhelming with its crowds and musicians and rattling trains, but now it's also a place where New Yorkers can find inspiration and share their deepest feelings and thoughts.
((Matthew Chavez, Subway Therapy Creator))
“We all need to work together to make the world a better place if we want that!”
Matthew Chavez is the creator of Subway Therapy, a public art project that invites passengers to write their thoughts and feelings on sticky notes and post them on a wall at a transfer point near Union Square, creating a collage of hopes, frustrations, and reflections.
((Matthew Chavez, Subway Therapy Creator))
“People are talking about world politics; people are talking about other topics. Most of the notes are supportive. They’re loving — there are people telling each other to have a great day or that their life is going to be OK. They also talk about what people are experiencing right now – someone losing their job or about to have a baby or getting married… // I think writing is a very, very good thing for people.”
This is not the first time Chavez has organized a subway therapy session. After the presidential elections of 2016, he went to a subway transfer point and started chatting with strangers. Because so many people wanted to talk, Chavez resorted to pen and sticky notes.
Public reaction has been positive.
((Jonathan Walker, New Yorker))
“It’s one of those things that bring people together. You share thoughts anonymously, but at the same time, openly. You see there are many others who feel the same way!”
((Salam, New Yorker))
“I just got laid off, and I am actually not panicking. I’m excited to pursue my art!”
((Emily, New Yorker))
“I’m thinking about my book and a surprise that I’m going to – I don’t know what it is!”
Chavez collaborates with therapist Deena Ismail in running a program called Listening Lab, which encourages community discourse. Ismail noted the wide variety of topics people post about for the Subway Therapy project.
((Deena Ismail, Listening Lab Co-Founder))
“If you come here, you’ll see things about the election, things about world issues – it goes from Israel-Palestine to Ukraine-Russia, to climate justice or talking about a viral hippopotamus that has gone all over the Internet – it’s whatever is on people’s minds!”
Subway Therapy caught the eye of famous urban sketcher Kathi Gulotta, who made a small drawing of the wall.
((Kathi Gulotta, Urban Sketcher))
“It’s a little challenging because I’m standing up and I’ve got people passing by trying to catch their train and jostling. But this is such a wonderful installation. The country is very divisive right now, and it’s a time when we need something like this to get our feelings out and be with others.”
Chavez says that the thousands of notes his project has collected so far will be passed on to the New York Historical Society.
ຟໍຣັມສະແດງຄວາມຄິດເຫັນ