ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາຄົ້ນຄວ້າ ສະເໜີແນະວ່າ ການປິ່ນປົວ ໄວຣັສ COVID-19 ດ້ວຍຢາ ທີ່ທ່ານ ທຣຳ ໄດ້ກ່າວສົ່ງເສີມໄປ ຈະບໍ່ຫາຍຂາດໄດ້


ໃນພາບຖ່າຍເມື່ອວັນທີ 26 ກຸມພາ 2020, ພະນັກງານແພດຄົນນຶ່ງ ຢູ່ທີ່ ສະຖາບັນພະຍາດຕິດແປດ IHU Mediterranee ໃນເມືອງ Marseille ຂອງຝຣັ່ງ, ສະແດງໃຫ້ເຫັນຫໍ່ຢາ Nivaquine, ຊຶ່ງເໝັດຢາພວກນີ້ ມີສານ chloroquine ແລະ Plaqueril, ແລະຫໍ່ຢາບັນຈຸເປັນເໝັດເຫຼົ່ານີ້ ແມ່ນມີຢາ hydroxychloroquine.
ໃນພາບຖ່າຍເມື່ອວັນທີ 26 ກຸມພາ 2020, ພະນັກງານແພດຄົນນຶ່ງ ຢູ່ທີ່ ສະຖາບັນພະຍາດຕິດແປດ IHU Mediterranee ໃນເມືອງ Marseille ຂອງຝຣັ່ງ, ສະແດງໃຫ້ເຫັນຫໍ່ຢາ Nivaquine, ຊຶ່ງເໝັດຢາພວກນີ້ ມີສານ chloroquine ແລະ Plaqueril, ແລະຫໍ່ຢາບັນຈຸເປັນເໝັດເຫຼົ່ານີ້ ແມ່ນມີຢາ hydroxychloroquine.

ເປັນເວລາຫຼາຍອາທິດຜ່ານມາ ທີ່ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ສົ່ງເສີມໃຫ້ໃຊ້ຢາຕ້ານມາລາເຣຍ ວ່າເປັນຢາຮັກສາພວກຄົນປ່ວຍຈາກໄວຣັສໂຄໂຣນາໃຫ້ຫາຍຂາດໄດ້ ແຕ່ດຽວນີ້ ການສຶກສາຄົ້ນຄວ້າຂອງລັດຖະບານ ໄດ້ສະເໜີແນະວ່າ ມັນບໍ່ພຽງແຕ່ ບໍ່ມີຜົນປະໂຫຍດໃດໆແກ່ພວກຄົນປ່ວຍທັງຫຼາຍຜູ້ທີ່ໄດ້ຕິດເຊື້ອໄວຣັສເຫຼົ່ານັ້ນ ແຕ່ມັນອາດເຊື່ອມໂຍງກັບອັດຕາການເສຍຊີວິດທີ່ສູງຂຶ້ນກວ່າເກົ່າ ອີກດ້ວຍ.

“ເຈົ້າຈະສູນເສຍຫຍັງ?” ທ່ານທຣໍາ ໄດ້ກ່າວຖາມໄປ ໃນຕົ້ນເດືອນເມສາທີ່ຜ່ານມາ ກ່ຽວກັບຢາ hydroxychloroquine ໂດຍກ່າວວ່າ ມັນອາດເປັນ “ການພິກເກມ” ສຳລັບຈຳພວກທີ່ຕໍ່ສູ້ກັບໄວຣັສໂຄວິດ-19 ກໍເປັນໄດ້. ທ່ານທຣຳ ກ່າວໄປອີກວ່າ “ມັນມີຢູ່ແລ້ວ ເປັນເວລາຍາວນານ. ເຈົ້າຈະສູນເສຍຫຍັງ? ຂ້າພະເຈົ້າຫວັງວ່າ ພວກເຂົາເຈົ້າໃຊ້ມັນ.”

ແຕ່ການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ຖືເປີດເຜີຍໃນສັບປະດານີ້ ໂດຍອົງການຮັບຜິດຊອບພວກນັກລົບເກົ່າຂອງສະຫະລັດ ແລະການຄົ້ນຄວ້າທາງດ້ານວິຊາການ ພວກຄົນປ່ວຍເພດຊາຍ 368 ຄົນ ສະແດງໃຫ້ເຫັນວ່າ ພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ໃຫ້ກິນຢາ hydroxychloroquine ຫຼື ກິນພ້ອມກັນກັບຢາຕ້ານເຊື້ອ azithromycin ນັ້ນ ມີອາການຮ້າຍແຮງຂຶ້ນກວ່າ ຈຳພວກຜູ້ທີ່ບໍ່ໄດ້ກິນຢາດັ່ງກ່າວນັ້ນ. ລວມທັງໝົດແລ້ວ 97 ຄົນທີ່ກິນຢາ hydroxychloroquine, 113 ຄົນຕື່ມອີກກໍໄດ້ກິນຢາເຊັ່ນກັນ ພ້ອມດ້ວຍຢາຕ້ານເຊື້ອ ແລະ ອີກ 158 ຄົນ ບໍ່ໄດ້ກິນຢາທັງສອງນັ້ນເລີຍ.

ການສຶກສາຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ຫຼາຍກວ່າ 27 ເປີເຊັນຂອງຄົນປ່ວຍ ທີ່ໄດ້ຮັບການປິ່ນປົວ ດ້ວຍຢາ hydroxychloroquine ໄດ້ເສຍຊີວິດໄປ, ໃນຂະນະທີ່ 22 ເປີເຊັນ ຂອງພວກທີ່ໄດ້ຮັບການປິ່ນປົວດ້ວຍຢາສອງຢ່າງ ໄດ້ເສຍຊີວິດໄປ, ເມື່ອປຽບທຽບໃສ່ກັບ ອັດຕາການເສຍຊີວິດສຳລັບຈຳພວກຜູ້ທີ່ບໍ່ໄດ້ກິນຢາໃດໆນັ້ນ ແມ່ນມີແຕ່ 11.4 ເປີເຊັນ.

ຜົນການສຶກສາຄົ້ນຄວ້າ ເຖິງຢ່າງໃດກໍດີ ແມ່ນມາຈາກການສັງເກດເບິ່ງພວກຄົນປ່ວຍທັງຫຼາຍມີປະຕິກິລິຍາແນວໃດ, ຊຶ່ງບໍ່ແມ່ນພາກສ່ວນຂອງການເລືອກຄົນປ່ວຍແບບບໍ່ເຈາະຈົງ ແລະການໃຫ້ຢາປອມທີ່ບໍ່ມີລິດໃດໆ ໃນການທົດລອງດ້ານການແພດທີ່ມີການຄວບຄຸມ ຊຶ່ງຖືວ່າ ເປັນມາດຕະຖານໃນທາງດ້ານວິທະຍາສາດ ສຳລັບການລະບຸວ່າ ຢາໃໝ່ທີ່ນຳມາໃຊ້ນັ້ນ ມີປະສິດທິພາບຫຼືບໍ່. ການສຶກສາຄົ້ນຄວ້າໃໝ່ ຍັງບໍ່ທັນໄດ້ຮັບການທົບທວນຄືນໂດຍນັກຊ່ຽວຊານນຳກັນ ຫຼື ໄດ້ຖືກພິມອອກເຜີຍແຜ່ ໃນວາລະສານດ້ານວິຊາການເທື່ອ.

ບັນດາຜູ້ຂຽນບົດສຶກສາຄົ້ນຄວ້າ ທີ່ປະຈຳການຢູ່ມະຫາວິທິຍາໄລຂອງເວີຈີເນຍ ມະຫາວິທະຍາໄລຂອງຄາໂຣໄລນາໃຕ້ ແລະສຳນັກງານຮັບຜິດຊອບນັກລົບເກົ່າໃນເມືອງໂຄລຳເບຍ ຂອງລັດຄາໂຣໄລນາໃຕ້ ໄດ້ກ່າວວ່າ “ການາມີສ່ວນພົວພັນ ກັບການເສຍຊີວິດທີ່ເພີ້ມຂຶ້ນໂດຍລວມແລ້ວ ໃນພວກຄົນປ່ວຍທີ່ໄດ້ປິ່ນປົວດ້ວຍຢາ hydroxychloroquine ເທົ່ານັ້ນ ສາມາດລະບຸໂຕໄດ້. ການພົບເຫັນເຫຼົ່ານີ້ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການລໍຖ້າຜົນທີ່ອອກມາກ່ຽວກັບຄວາມຄາດໝາຍ ການຄັດເລືອກທີ່ບໍ່ເຈາະຈົງ ການສຶກສາຄົ້ນຄວ້າແບບຄວບຄຸມ ທີ່ມີຢູ່ຕໍ່ເນື່ອງເສຍກ່ອນ ກ່ອນທີ່ຈະນຳເອົາຢາດັ່ງກ່າວໄປນຳໃຊ້ຢ່າງແຜ່ຫຼາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG