ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາວັກຊິນກັນໄວຣັສໂຄໂຣນາ ອັອກສຝອດ ເຮັດໃຫ້ເກີດການຕອບໂຕ້ ທີ່ປ້ອງກັນພະຍາດໄດ້ ໃນການທົດລອງຂັ້ນຕົ້ນ


ຜົນຂອງການທົດລອງໄດ້ພິມເຜີຍແຜ່ໂດຍວາລະສານການແພດຂອງອັງກິດ ແລນເຊັດ ໃນວັນທີ 20 ກໍລະກົດ, 2020.
ຜົນຂອງການທົດລອງໄດ້ພິມເຜີຍແຜ່ໂດຍວາລະສານການແພດຂອງອັງກິດ ແລນເຊັດ ໃນວັນທີ 20 ກໍລະກົດ, 2020.

ຢາວັກຊິນກັນໄວຣັສໂຄໂຣນາຊະນິດນຶ່ງທີ່ກໍາລັງຖືກພັດທະນາຂຶ້ນມາໂດຍນັກວິທະຍາ ສາດຢູ່ໃນມະຫາວິທະຍາໄລອັອກສຝອດ (Oxford) ນັ້ນ ສະແດງໃຫ້ ເຫັນວ່າ ຈະເຮັດໃຫ້ເກີດມີການຕອບໂຕ້ຂອງພູມຕ້ານທານຢ່າງແຮງ, ອີງຕາມ ການທົດລອງທາງຄລີນິກຂັ້ນຕົ້ນ.

ຜົນຂອງການທົດລອງນັ້ນໄດ້ພິມເຜີຍແຜ່ໃນວັນຈັນວານນີ້ ໂດຍວາລະສານການ ແພດຂອງອັງກິດ ແລນເຊັດ (Lancet), ໄດ້ພົບວ່າ ຢາວັກຊິນທີ່ໄດ້ຖືກພັດທະ ນາໂດຍ ບໍລິສັດແອສທຣາເຊນເນກາ (AstraZeneca) ແລະມະຫາວິທະຍາໄລ ອັອກສຝອດ ໄດ້ສ້າງໃຫ້ມີທັງພູມຕ້ານທານຂອງຮ່າງກາຍ ແລະ ການຕອບ ໂຕ້ທາງພູມຕ້ານທານຂອງທີ-ແຊລ (T-cell) ທີ່ຫວັງວ່າຈະເປັນຂໍກະແຈໄປສູ່ ການເຮັດໃຫ້ການຕິດເຊື້ອຍຸຕິລົງໄດ້.

“ພວກເຮົາຫວັງວ່າອັນນີ້ໝາຍເຖິງລະບົບພູມຕ້ານທານ ຈະຈື່ຈໍາໄວຣັສໄດ້ ເພື່ອ ວ່າຢາວັກຊິນຂອງພວກເຮົາ ຈະປ້ອງກັນຄົນໄດ້ເປັນເວລາດົນນານ,” ນັ້ນ ຄືຄໍາ ເວົ້າຂອງທ່ານ ແອນດຣີວ ໂພລາດ (Andrew Pollard), ຜູ້ນໍາໃນການຂຽນ ບົດສຶກສາຄົ້ນຄວ້າ ກ່າວຢູ່ໃນຖະແຫລງການສະບັບນຶ່ງ ທີ່ພິມເຜີຍແຜ່ອອກມາ ໂດຍບໍລິສັດແອສທຣາເຊນເນກາ (AstraZeneca).

ການທົດລອງດັ່ງກ່າວ, ຊຶ່ງເປັນສ່ວນນຶ່ງຂອງການທົດລອງໄລຍະທີ 2, ບໍ່ໄດ້ ຊອກຫາວ່າ ຢາວັກຊິນນັ້ນປ້ອງກັນບໍ່ໃຫ້ມີການຕິດເຊື້ອໄວຣັສໂຄໂຣນາໄດ້ແທ້ ຫລືບໍ່ ຊຶ່ງເປັນຄໍາຖາມສໍາລັບການທົດລອງໄລຍະ 3 ທີ່ໄດ້ເລີ້ມຕົ້ນຂຶ້ນແລ້ວນັ້ນ.

ການດໍາເນີນຄວາມພະຍາຍາມໃນຈັງຫວະວ່ອງໄວໄດ້ຮັບຄວາມຊົມເຊີຍ ຈາກ ບັນດາເຈົ້າໜ້າທີ່ໃນທົ່ວໂລກ ແຕ່ບັນດານັກຊ່ຽວຊານໄດ້ເຕືອນວ່າ ຍັງມີຫລາຍ ຢ່າງກ່ຽວກັບໄວຣັສນີ້ ທີ່ຄົນຍັງບໍ່ຮູ້ເທື່ອ ແລະຍັງຕ້ອງໄດ້ທົດລອງອີກຢູ່ເພື່ອຈະ ເຂົ້າໃຈໄດ້ກ່ຽວກັບວິທີການ ໃຫ້ການປ້ອງກັນແກ່ຄົນບໍ່ໃຫ້ຕິດພະຍາດໂຄວິດ-19 ທີ່ຮູ້ກັນໃນທາງການແພດວ່າ SARS-CoV-2 ນັ້ນ ເປັນໄລຍະຍາວໄດ້.

ທ່ານໂພລາດກ່າວວ່າ “ພວກເຮົາຕ້ອງໄດ້ເຮັດການຄົ້ນຄວ້າອີກກ່ອນຈຶ່ງຈະຢືນ ຢັນວ່າຢາວັກຊິນປົກປ້ອງການຕິດພະຍາດ SARS-CoV-2 ຢ່າງມີປະສິດທິຜົນ ໄດ້ ແລະຮູ້ວ່າການປ້ອງກັນນັ້ນ ກຸ້ມໄດ້ດົນປານໃດ.”

ມີຄົນອາຍຸແຕ່ 18 ຫາ 55 ປີ ປະມານ 1,000 ຄົນທີ່ກ່ຽວຂ້ອງກັບການທົດລອງ ໄລຍະ 2 ຂອງມະຫາວິທະຍາໄລ ອອກສ໌ຝອດນີ້ ໂດຍທີ່ຄົນເຂົ້າຮ່ວມການທົດ ລອງປະມານເຄິ່ງນຶ່ງຂອງຈໍານວນນັ້ນ ໄດ້ຮັບຢາວັກຊິນທີ່ທົດລອງຢູ່ນີ້.

ບັນດານັກວິທະຍາສາດເວົ້າວ່າ ການຄຸ້ມກັນໄດ້ຖືກກວດພົບຢູ່ໃນຄົນທີ່ເຂົ້າຮ່ວມ ການທົດລອງຢ່າງໜ້ອຍ 56 ມື້ ພາຍຫລັງໄດ້ຮັບການສັກຢາແລ້ວ ແຕ່ກໍເວົ້າ ວ່າ ຍັງຕ້ອງໄດ້ມີການທົດລອງອີກຢູ່ ເພື່ອຈະກໍານົດໄດ້ວ່າການຄຸ້ມກັນນັ້ນ ສາ ມາດຢູ່ໄດ້ດົນປານໃດຫລັງຈາກໄລຍະນັ້ນໄປແລ້ວ. ຢາວັກຊິນທີ່ກໍາລັງທົດລອງ ຢູ່ນີ້ສະແດງໃຫ້ເຫັນວ່າມີຜົນຂ້າງຄຽງພຽງແຕ່ໜ້ອຍດຽວ ຊຶ່ງລວມມີອາການຄີງ ຮ້ອນ, ເມື່ອຍ ແລະເຈັບຫົວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG