ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາຄົ້ນຄວ້າ ກ່າວວ່າ ຈີນເປັນຜູ້ສະໜອງຫຼັກ ຊິ້ນສ່ວນປະກອບທີ່ສຳຄັນ ສຳລັບພວກໂດຣນ ຂອງຣັດເຊຍ


ສົງຄາມຣັດເຊຍໃນຢູເຄຣນ: ພວກຄົນພາກັນເບິ່ງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ໄດ້ຖືກນຳມາຕັ້ງເພື່ອເປັນສັນຍາລັກຂອງສົງຄາມ ຢູ່ໃນໃຈກາງນະຄອນຫຼວງ ກີຢິບຂອງຢູເຄຣນ, ເມື່ອວັນພະຫັດ ທີ 15 ມິຖຸນາ, 2023.
ສົງຄາມຣັດເຊຍໃນຢູເຄຣນ: ພວກຄົນພາກັນເບິ່ງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ໄດ້ຖືກນຳມາຕັ້ງເພື່ອເປັນສັນຍາລັກຂອງສົງຄາມ ຢູ່ໃນໃຈກາງນະຄອນຫຼວງ ກີຢິບຂອງຢູເຄຣນ, ເມື່ອວັນພະຫັດ ທີ 15 ມິຖຸນາ, 2023.

ຈີນເປັນຜູ້ສະໜອງຫຼັກ ຊິ້ນສ່ວນປະກອບສຳຄັນໆສຳລັບເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຂອງຣັດເຊຍ ທີ່ໄດ້ນຳໃຊ້ໃນການໂຈມຕີຕໍ່ຢູເຄຣນ ອີງຕາມລາຍງານຂອງ ກຸ່ມທຳງານສາກົນ ກ່ຽວກັບມາດຕະການລົງໂທດຕໍ່ຣັດເຊຍ.

ກຸ່ມນີ້ ມີປະທານຮ່ວມໂດຍ ທ່ານອານດຣີ ເຢີຣມາກ (Andriy Yermak) ຫົວໜ້າສຳນັກງານປະທານາທິບໍດີຂອງຢູເຄຣນ ແລະ ອະດີດເອກອັກຄະລັດຖະທູດສະຫະລັດ ທ່ານໄມໂກລ ເມັກຟອລ ປັດຈຸບັນເປັນຜູ້ອຳນວຍການຂອງ ສະຖາບັນ ຟຣີແມນ-ສໂປກລີ (Freeman-Spogli) ເພື່ອການສຶກສາລະຫວ່າງປະເທດ.

ຣັດເຊຍ ກາງຕໍ່ຢ່າງໜັກຊິ້ນສ່ວນປະກອບທີ່ຜະລິດຢູ່ຕ່າງປະເທດ ໂດຍສະເພາະພວກເຄື່ອງອີເລັກໂທດນິກຂະໜາດນ້ອຍ ຫຼື microelectronic ໃນສາມລຸ້ນຂອງເຮືອບິນໂດຣນ ທີ່ໄດ້ຖືກນຳໃຊ້ໂຈມຕີຕໍ່ຢູເຄຣນ.

ອີງການການສຶກສາດັ່ງກ່າວ 67 ເປີເຊັນຂອງຊິ້ນສ່ວນປະກອບຂອງໂດຣນຂົນ ສົ່ງມາຈາກຈີນ ໃນຂະນະດຽວກັນ 17 ເປີເຊັນຂອງພວກຊິ້ນສ່ວນແມ່ນສົ່ງຜ່ານຮ່ອງກົງໄປຍັງຣັດເຊຍ. ສ່ວນ ເທີກີ ແລະ ສະຫະລັດອາຣັບເອເມີເຣັສ ກໍໄດ້ສົ່ງຊິ້ນສ່ວນປະກອບໄປໃນສັດສ່ວນ 5 ເປີເຊັນ ແລະ 2 ເປີເຊັນຕາມລຳດັບ.

ຊິ້ນສ່ວນປະກອບທັງຫຼາຍ ຜະລິດຢູ່ໃນປະເທດ ຍີ່ປຸ່ນ ສາທາລະນະລັດເກົາຫຼີ ສະວິດເຊີແລນ ແລະປະເທດອື່ນໆ ລວມທັງພວກເຄື່ອງຄຳນວນ ຫຼື ໂປຣແຊສເຊີ ຊິປ ຄອມພິວເຕີ ເຄື່ອງຄຸມກະແສໄຟຟ້ານ້ອຍ ຫຼື ແທຣນສິສເຕີ ແລະຊິ້ນສ່ວນທີ່ສຳຄັນຕ່າງໆ ຍັງໄດ້ຖືກພົບເຫັນຢູ່ໃນໂດຣນ.

ທ່ານເຢີຣມາກ ໄດ້ໃຫ້ຂໍ້ສັງເກດວ່າ “ຣັດເຊຍ ພວມຫ້າວຫັນໃນການນຳໃຊ້ພວກໂດຣນໂຈມຕີຂະໜາດໃຫຍ່ຕໍ່ເປົ້າໝາຍທີ່ເປັນ ພື້ນຖານໂຄງລ່າງ ພົນລະເຮືອນ ແລະດ້ານທະຫານໃນຢູເຄຣນ ສະນັ້ນ ມັນເຮັດໃຫ້ສະຫລົດໃຈທີ່ເຫັນວ່າ ພວກຊິ້ນສ່ວນປະກອບສຳຄັນທັງຫຼາຍ ສຳລັບການຜະລິດພວກເຮືອບິນບໍ່ມີຄົນຂັບ ຫຼື UAV ທີ່ປອງຮ້າຍ ມາຈາກປະເທດຕ່າງໆ ລວມທັງບັນດາປະເທດພັນທະມິດ ຂອງຢູເຄຣນ ນຳດ້ວຍ. ບັນຫານີ້ຈຳເປັນຕ້ອງໄດ້ຮັບການແກ້ໄຂຮ່ວມກັນ ໃນທັນທີ. ພວກເຮົາຕ້ອງເອົາມາດຕະການຮອບດ້ານເພື່ອປ້ອງກັນບໍ່ໃຫ້ພວກຜູ້ຮຸກຮານນຳໃຊ້ຊິ້ນສ່ວນປະກອບທັງຫຼາຍ ເພື່ອສືບຕໍ່ດຳເນີນການໂຈມຕີຢູ່ໃນດິນແດນຂອງຢູເຄຣນ.”

ບັນດານັກຊ່ຽວຊານຂອງກຸ່ມດັ່ງກ່າວ ໄດ້ຮຽກຮ້ອງຕໍ່ພວກຜູ້ຜະລິດທັງຫຼາຍ ໃຫ້ ດຳ​ເນີນ​ການຫຼາຍຂຶ້ນຕື່ມ ເພື່ອປ້ອງກັນບໍ່ໃຫ້ຣັດເຊຍ ເຂົ້າເຖິງຜະລິຕະພັນທັງ ຫຼາຍຂອງພວກເຂົາເຈົ້າ ໃນຂະນະດຽວກັນ ຂ້າມຜ່ານມາດຕະການລົງໂທດດ້ານເສດຖະກິດ. ກຸ່ມນີ້ ຍັງໄດ້ແນະນຳວ່າ ໃຫ້ລັດຖະບານທັງຫຼາຍ ສືບສວນພວກບໍລິສັດທີ່ຮູ້ຈັກກັນດີວ່າ ບໍ່ປະຕິບັດຕາມນະໂຍບາຍມາດຕະການລົງໂທດ.

China is the main supplier of critical components for Russian drones used against Ukraine, The International Working Group on Russian Sanctions reports.

The group is co-chaired by Andriy Yermak, head of the Office of the President of Ukraine, and former US. Ambassador Michael McFaul, director of the Freeman-Spogli Institute for International Studies.

Russia relies heavily on foreign-made components, especially microelectronics in three of the drone models used to attack Ukraine.

According to the study, 67% of drone component shipments come from China, while 17% of them are going through Hong Kong to Russia. Turkey and The United Arab Emirates account for 5% and 2% of the components, respectively.

Components made in Japan, the Republic of Korea, Switzerland and other countries, including processors, chips, transistors, and other vital components, were also found in the drones.

"Russia is extremely active in using drones for massive attacks on infrastructure, civilian and military targets in Ukraine, so it is very disturbing to see that important components for the production of hostile UAVs come from different countries, including Ukraine's allies. This issue requires our joint immediate response. We have to take comprehensive measures to prevent the aggressor from using critical components to continue hostilities on Ukrainian soil," noted Yermak.

The group's experts called on manufacturers to do more to prevent Russia from accessing their products while bypassing economic sanctions.

It also recommended that governments investigate well-known companies that do not comply with the sanctions policy. ((https://www.president.gov.ua/en/news/mizhnarodna-robocha-grupa-yermaka-makfola-rozrobila-rekomend-85229))

XS
SM
MD
LG