ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ່ວນທີ 3 ຂອງ ແນວປະກາລັງ Great Barrier Reef ກຳລັງປະສົບ ບັນຫາໜັກ


ນັກທ່ອງທ່ຽວຄົນໜຶ່ງລອຍນ້ຳຢູ່ແນວປະກາລັງ Great Barrier Reef.
ນັກທ່ອງທ່ຽວຄົນໜຶ່ງລອຍນ້ຳຢູ່ແນວປະກາລັງ Great Barrier Reef.

ປະກົດ​ການຟອກຂາວ ຫຼື Mass Bleaching ຢ່າງກວ້າງຂວາງໄດ້ທຳລາຍຫຼາຍກວ່າ 1 ສ່ວນສາມ ແລະ ພາກສ່ວນໃຈກາງຂອງແນວປະກາລັງຂອງ ອອສເຕຣເລຍ ອີງຕາມການ ກ່າວຂອງບັນດານັກວິທະຍາສາດໃນວັນຈັນມື້ນີ້.

ທ່ານ Terry Hughes ຜູ້ອຳນວຍການຂອງສູນກາງ ARC ແຫ່ງຄວາມດີເລີດສຳລັບການ ສຶກສາແນວປະກາລັງ ທີ່ມະຫາວິທະຍາໄລ James Cook ໃນລັດ Queensland ໄດ້ ກ່າວວ່າ ນີ້ແມ່ນ​ເປັນ​ຄັ້ງ​ທີສາມ ແລະ ມີຄວາມຮ້າຍແຮງທີ່ສຸດ ທີ່ປະກົດ​ການຟອກຂາວ ຢ່າງກວ້າງຂວາງໃນຮອບ 18 ປີ ທີ່ສົ່ງຜົນກະທົບຕໍ່ແນວປະກາລັງ,

ທ່ານ Hughes ໄດ້ກ່າວໃນຖະແຫຼງການວ່າ “ພວກເຮົາໄດ້ພົບ​ເຫັນໂດຍສະເລ່ຍວ່າ 35 ເປີເຊັນ ຂອງປະກາລັງໄດ້ລົ້ມຕາຍ ໃນຕອນນີ້ ຫຼືບໍ່ ກໍ​ກຳລັງຈະຕາຍໃນແນວປະກາລັງ 84 ແຫ່ງ ທີ່ພວກເຮົາໄດ້ສຳຫຼວດຢູ່ຕາມທິດເໜືອ ແລະ ພາກກາງຂອງແນວປະກາລັງ ໃຫຍ່ ຫຼື Great Barrier Reef ລະຫວ່າງເມືອງ Townsville ແລະ ປາປົວນິວກິນິີ.”

ທ່ານ ແລະ ບັນດາຜູ້ຊ່ຽວຊານຄົນອື່ນໆ ໄດ້ກ່າວຫາສະພາບອາກາດປ່ຽນແປງ ແລະ ປະ ກົດການ El Nino, ເຊິ່ງເຮັດໃຫ້ອຸນຫະພູມໃນຫຼາຍພາກສ່ວນຂອງມະຫາສະໝຸດ ປາຊິ ຟິກ ເພີ່ມສູງຂຶ້ນ, ທີ່ກໍ່ໃຫ້ເກີດປະກົດ​ການຟອກຂາວຂະໜາດໃຫຍ່ນີ້.

ບັນດານັກວິທະຍາສາດໄດ້ກ່າວວ່າ ອຸນຫະພູມນ້ຳທີ່ອຸ່ນ ເປັນສາເຫດເຫັນໃຫ້ປະກາລັງ ເກີດມີໄຄ, ເຊິ່ງປ່ຽນໃຫ້ມັນເປັນສີຂາວ ແລະ ຍາດ​ແຍ່ງເອົາແຫຼ່ງອາຫານທີ່ສຳຄັນໄປ. ການຟອກຂາວທີ່​ວ່າ​ນີ້ ຍັງເຮັດໃຫ້ການຟື້ນຟູ ແລະ ອັດຕາການເຕີບໂຕຂອງປະກາລັງ ຊັກຊ້າ.

ປະກາລັງຈະຕາຍຕະຫຼອດການ ເມື່ອພວກມັນຕາຍ. ຖ້າອຸນຫະພູມຫຼຸດຕ່ຳລົງ, ແນວໃດ ກໍຕາມ, ປະກາລັງ ກໍມີໂອກາດທີ່ຈະຟື້ນຕົວຄືນ​ໃຫມ່.

The Great Barrier Reef, Australia
The Great Barrier Reef, Australia

ທ່ານ Hughes ໄດ້ກ່າວເພີ່ມເຕີມວ່າ “ປະກົດ​ການໃນປະຈຸບັນແມ່ນຮ້າຍແຮງຫຼາຍກວ່າ ຄັ້ງທີ່ພວກເຮົາໄດ້ວັດແທກໃນເມື່ອກ່ອນ.”

ໃນຄວາມພະຍາຍາມທີ່ໃຊ້ເວລາຫຼາຍໆເດືອນ, ບັນດານັກຄົ້ນຄວ້າໄດ້ດຳເນີນການສຳ ຫຼວດໃຕ້ນ້ຳ ແລະ ທາງອາກາດໃນເນື້ອທີ່ຂອງແນວປະກາລັງຍາວ 2,300 ກິໂລແມັດ ທີ່ ຕັ້ງຢູ່ນອກຝັ່ງທະເລທາງພາກຕາເວັນອອກຂອງປະເທດ ອອສເຕຣເລຍ.

ການຄົ້ນຄວ້າໄດ້ພົບເຫັນວ່າ ແນວປະກາລັງຕອນໃຕ້ ໄດ້ລອດຊີວິດ ຈາກປະກົດ​ການດັ່ງ ກ່າວ.

ແນວປະກາລັງໃຫຍ່ ແມ່ນ​ເປັນມໍລະດົກໂລກ ທີ່ດຶງດູດເອົາເງິນ​ເຂົ້າ​ປະ​ເທດ ຢ່າງ​ມະຫານ​ສານ ຫຼາຍກວ່າ 3 ພັນ 5 ຮ້ອຍ​ລ້ານໂດລ່າ ໃນການທ່ອງທ່ຽວສູ່ອອສເຕຣເລຍ ໃນແຕ່ລປີ.

ໃນປີທີ່ຜ່ານມາ, ຄະນະກຳມະການມໍລະດົກໂລກຂອງອົງການ UNESCO ໄດ້ຕັດສິນຄັດ ຄ້ານທີ່ຈະຈັດແນວປະກາລັງໃສ່ລາຍຊື່ຂອງສິ່ງໃກ້ຈະສູນພັນຂອງພວກເຂົາເຈົ້າ, ແຕ່ການ ລາຍງານຂອງວັນຈັນມື້ນີ້ ອາດຈະບັງຄັບໃຫ້ກຸ່ມດັ່ງກ່າວພິຈາລະນາຄືນໃໝ່ອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG