ຂະນະທີ່ຄ່າຮຽນໃນມະຫາວິທະຍາໄລມີທ່າອ່ຽງເພີ້ມຂຶ້ນເລື້ອຍ ແລະວຽກງານທີ່ໄວ້ສະໜອງແກ່ນັກສຶກສາໃນວິທະຍາເຂດຂອງມະຫາວິທະຍາໄລ ຫລຸດລົງ ເຮັດໃຫ້ການຍົກເລີກໜີ້ສິນແກ່ນັກສຶກສາມີຄວາມຈຳເປັນຫລາຍຂຶ້ນ. ສານສູງສຸດຂອງສະຫະລັດໃນເດືອນກຸມພາຜ່ານມາ ໄດ້ເລີ້ມໄຕ່ສວນຄະດີທີ່ມີການໂຕ້ແຍ້ງກັນ ກ່ຽວກັບແຜນການບັນເທົາທຸກດ້ານໜີ້ສິນ ຊຶ່ງເຮັດໃຫ້ນັກສຶກສາລໍຄອຍດ້ວຍໃຈຈົດຈໍ່. ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ລັດຖະບານຂອງທ່ານໄບເດັນ ໄດ້ປະກາດແຜນການປົດໜີ້ໃຫ້ແກ່ນັກສຶກສາ ໃນເດືອນສິງຫາປີກາຍນີ້. ແຜນການນີ້ ຈະໃຫ້ມີການຍົກເລີກຫນີ້ສິນເງິນກູ້ ຈາກຖະບານກາງ ສໍາລັບບຸກຄົນທີ່ມີລາຍໄດ້ຕ່ຳກວ່າ 125,000 ໂດລາ ຕໍ່ປີ ຫຼື ສໍາລັບຄົວເຮືອນທີ່ມີລາຍໄດ້ຫນ້ອຍກວ່າ 250,000 ໂດລາຕໍ່ປີ. ຜູ້ທີ່ໄດ້ຮັບ ເງິນຊ່ວຍເຫຼືອລ້າ ຈາກໂຄງການແພລ (Pell) ຊຶ່ງເປັນການສະຫນອງທຶນພິ ເສດປະເພດນຶ່ງ ໃຫ້ແກ່ຜູ້ທີ່ສະແດງໃຫ້ເຫັນວ່າ ຕົນມີຄວາມຕ້ອງການດ້ານການ ເງິນສູງກວ່ານັ້ນ ແມ່ນຈະໄດ້ຮັບເງິນ 10,000 ໂດລາເພີ້ມອີກ ຈາກໂຄງການ ຍົກເລີກຫນີ້ສິນ ທີ່ວ່ານີ້.
ສານສູງສຸດຂອງສະຫະລັດໃນເດືອນກຸມພາຜ່ານມາໄດ້ເລີ້ມໄຕ່ສວນຄະດີທີ່ມີການໂຕ້ແຍ້ງກັນ ກ່ຽວກັບແຜນການບັນເທົາທຸກດ້ານໜີ້ສິນ. ການຕັດສິນຂອງສານຈະສົ່ງຜົນດີຕໍ່ຜູ້ກູ້ຢືມເງິນຫຼາຍລ້ານຄົນ ທີ່ຈະສາມາດເຫັນໄດ້ວ່າ ໜີ້ເງິນກູ້ຂອງເຂົາເຈົ້າຫຼຸດລົງ ຫຼື ຖືກລົບລ້າງໝົດເລີຍ.
ນັກສຶກສາມະຫາວິທະຍາໄລສາມາດເປັນສ່ວນນຶ່ງຂອງແຜນການນີ້ໄດ້ ຖ້າຫາກ ວ່າ ເງິນກູ້ຂອງເຂົາເຈົ້າໄດ້ຖືກມາໃຫ້, ຫຼືແຈກຈ່າຍໃຫ້ກ່ອນວັນທີ 1 ກໍລະກົດ ປີກາຍນີ້. ແຜນການດັ່ງກ່າວ ຈະອະນຸຍາດໃຫ້ຜູ້ຢືມເງິນ 43 ລ້ານຄົນໄດ້ຮັບການຍົກເລີກໜີ້ສິນ. ຄະນະລັດຖະບານຂອງທ່ານໄບເດັນ ກ່າວວ່າ ປະມານ 20 ລ້ານຄົນ ສາມາດເຫັນຫນີ້ສິນຂອງເຂົາເຈົ້າຫັບຫາຍໄປຫມົດໄດ້.
ທຳນຽບຂາວກ່າວວ່າ ມີ 26 ລ້ານຄົນແລ້ວ ທີ່ໄດ້ຍື່ນຂໍເງິນຊ່ວຍບັນເທົາທຸກດ້ານໜີ້ສິນ. ມີປະມານ 16 ລ້ານຄົນ ທີ່ໄດ້ຮັບການອະນຸມັດ ດ້ານບັນເທົາທຸກ ຂອງຕົນແລ້ວ ກ່ອນທີ່ສານຈະໂຈະໂຄງການດັ່ງກ່າວໄວ້. ຫ້ອງການງົບປະມານຂອງລັດຖະສະພາກ່າວວ່າ ໂຄງການນີ້ຈະມີມູນຄ່າປະມານ 400 ຕື້ໂດລາ ໃນສາມສິບປີຂ້າງໜ້າ.
ທ້າວພູພະໄຊ, ນັກສຶກສາລາວ-ອາເມຣິກັນໃນຂະແໜງວິສະວະກອນໃນມະຫາວິ ທະຍາໄລຈອຣຈ ເມສັນ (George Mason) ກ່າວວ່າ ນີ້ແມ່ນນະໂຍບາຍທີ່ດີ ຫຼາຍ ສຳລັບນັກສຶກສາມະຫາວິທະຍາໄລສ່ວນໃຫຍ່, ໂດຍສະເພາະຫຼັງຈາກ ມີການລະບາດຂອງໂຄວິດ-19 ທີ່ບັງຄັບໃຫ້ນັກຮຽນຕ້ອງໄດ້ຮຽນອອນໄລນ໌ ເປັນບາງວິຊາຮຽນ ຊຶ່ງເຮັດໃຫ້ມະຫາວິທະຍາໄລທັງນ້ອຍ ແລະໃຫຍ່ຕ້ອງໄດ້ປິດຫໍພັກ ແລະຫໍສະໝຸດໄວ້ເກືອບທັງໝົດ ແລະກໍຫັນມາໃຫ້ບໍລິການທາງອອນລາຍ ຊຶ່ງເຮັດໃຫ້ການສະໜອງວຽກງານຢູ່ໃນວິທະຍາເຂດ ເຊັ່ນການເປັນຜູ້ຊ່ວຍໃນຫ້ອງສະໝຸດ ແລະຜູ້ຈັດການຫໍພັກ ຫລື ຜູ້ຊ່ວຍຈັດງານລ້ຽງ, ຈັດກອງປະຊຸມຕ່າງໆ ນັ້ນ ຫັບຫາຍໄປ. ເຖິງແມ່ນວ່າ ວິທະຍາເຂດຂອງມະຫາວິທະຍໄລກໍເປີດຢ່າງສົມບູນມາໄດ້ນານຫຼາຍກວ່າປີນຶ່ງແລ້ວກໍຕາມ ແຕ່ວ່າວຽກງານ ຫລາຍຢ່າງ ທີ່ວ່ານີ້ ກໍຍັງບໍ່ໄດ້ກັບຄືນມາຢ່າງເຕັມສ່ວນ ດັ່ງທີ່ທ້າວ ພູພະໄຊ ຊີ້ແຈງວ່າ:
ນອກຈາກນີ້ ໃນຫຼາຍໆກໍລະນີ ນັກສຶກສາ ບໍ່ພຽງແຕ່ຈ່າຍສໍາລັບຄອມພິວເຕີ ທີ່ມີສະມັດຕະພາບສູງ ແລະແພງຂຶ້ນກວ່າເກົ່າເທົ່ານັ້ນ ແຕ່ຍັງຕ້ອງໄດ້ ຈ່າຍຄ່າ ຊອຟແວຈໍານວນນຶ່ງຕາມຄວາມຮຽກຮ້ອງສຳລັບວິຊາຕົນຮຽນ ຊຶ່ງຕາມປົກກະຕິຈະບໍ່ໄດ້ເສຍເວລາໄປຮຽນຢູ່ໃນໂຮງຮຽນ ຫລື ຫ້ອງສະໝຸດ ດັ່ງທີ່ທ້າວພູພະໄຊໃຫ້ຄຳເຫັນວ່າ:
ສະຫຼຸບແລ້ວ, ຂະນະທີ່ແຜນການກູ້ຢືມເງິນກູ້ຂອງນັກສຶກສາຍັງຄ້າງຄາຢູ່ໃນ ສານສູງສຸດຂອງສະຫະລັດ ນັກສຶກສາແມ່ນລໍຖ້າດ້ວຍໃຈຈົດຈໍ່ ເພາະວ່າເຂົາເຈົ້າມີຄວາມຈໍາເປັນຫລາຍ ໂດຍສະເພາະແມ່ນນັກສຶກສາທີ່ມາຈາກຄອບຄົວທີ່ ມີລາຍໄດ້ຕໍ່າ ແຕ່ໜ້າວຽກຫລາຍອັນຢູ່ໃນມະຫາວິທະຍາໄລທີ່ເຄີຍມີໄວ້ໃຫ້ນັກ ສຶກສາເຮັດເພື່ອຫາລາຍໄດ້ນັ້ນໄດ້ຫັບຫາຍໄປຫລັງຈາກການລະບາດຂອງພະ ຍາດໂຄວິດ-19 ແລະກໍຍັງບໍ່ໄດ້ກັບຄືນມາຢ່າງເຕັມສ່ວນເໝືອນເມື່ອກ່ອນ.