ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນສ່ວນຫຼາຍ ໃນເຂດຊົນນະບົດລາວ ບໍ່ມີໂອກາດເຂົ້າເຖິງ ການຮຽນ-ການສອນ ລະບົບອອນໄລນ໌ ແລະໂທລະພາບ


ບັນຫາຍາກຈົນຂອງປະຊາຊົນໃນຊົນນະບົດຍັງເປັນສາເຫດສຳຄັນທີ່ເຮັດໃຫ້ເຍົາວະຊົນລາວໄດ້ພາກັນປະການຮຽນເພີ້ມຂຶ້ນນັບມື້ອີກດ້ວຍ .
ບັນຫາຍາກຈົນຂອງປະຊາຊົນໃນຊົນນະບົດຍັງເປັນສາເຫດສຳຄັນທີ່ເຮັດໃຫ້ເຍົາວະຊົນລາວໄດ້ພາກັນປະການຮຽນເພີ້ມຂຶ້ນນັບມື້ອີກດ້ວຍ .

ນັກຮຽນສ່ວນຫຼາຍໃນເຂດຊົນນະບົດຂອງລາວ ບໍ່ມີໂອກາດເຂົ້າເຖິງການຮຽນ-ການສອນລະບົບອອນໄລນ໌ (Online) ແລະໂທລະພາບ ເພາະຄວາມຍາກຈົນ ຈຶ່ງບໍ່ສາມດຊື້ຫາໂທລະສັບມືຖືແລະເຄຶ່ອຂ່າຍອິນເຕີເນັດໄດ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການແລະກິລາ ເປີດເຜີຍວ່າ ການຮຽນການສອນທາງໄກດ້ວຍລະບົບໂທລະພາບ Online ແລະເຊື່ອມຕໍ່ດ້ວຍເຄືອຂ່ານ Internet ໃນຊ່ວງທີ່ເກີດການລະບາດຂອງພະຍາດໄວຣັສ ໂຄວິດ-19 ນັ້ນ ຖືວ່າ ເປັນການຈັດຕັ້ງປະຕິບັດທີ່ບໍ່ປະສົບຜົນສຳເລັດເລີຍ ໃນເຂດຊົນນະບົດ ເພາະວ່າ ຜູ້ປົກຄອງຂອງນັກຮຽນສ່ວນໃຫຍ່ ມີຖານະຍາກຈົນ ຈຶ່ງບໍ່ສາມາດຈັດຫາອຸປະກອນທີ່ຈຳເປັນ ເຊັ່ນ ໂທລະສັບມືຖື ໂທລະພາບ ແລະເຄືອຂ່າຍ Internet ໃຫ້ກັບລູກຫລານຂອງພວກເຂົາເຈົ້າໄດ້ຢ່າງພຽງພໍ ຈຶ່ງມີນັກຮຽນພຽງສ່ວນໜ້ອຍເທົ່ານັ້ນ ທີ່ສາມາດເຂົ້າເຖິງລະບົບການຮຽນ-ການສອນ Online ດັ່ງກ່າວ ໄດ້ໃນການປະຕິບັດຕົວຈິງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ຖ້າວ່າ ມາປະເມີນທາງດ້ານວິຊາການພວກເຮົາໂດຍສະເພາະແມ່ນຂະແໜງສາມັນສຶກສານີ້ ລົງປະເມີນເບິ່ງວ່າ ນັກຮຽນເຮົາເຂົ້າຮ່ວມໃນການຮຽນທາງ Online ນີ້ ຫຼາຍປານໃດ ຕາມການປະເມີນນີ້ມີເປີເຊັນໜ້ອຍ ເພາະວ່າ ອັນນຶ່ງແມ່ນນັກຮຽນທີ່ຈະໃຊ້ໂທລະສັບທີ່ມີເຄືອຂ່າຍ Internet ນີ້ກະແມ່ນໜ້ອຍທີ່ສຸດແລ້ວ ບໍ່ສາມາດໃຊ້ກະຍ້ອນສະພາບເສດຖະກິດ ອັນສອງມາ ຖ້າວ່າເຮົາຈະຮຽນທາງໂທລະພາບ ເຮົາມາເບິ່ງແລ້ວ ການທີ່ຈະເຂົ້າເຖິງສັນຍານໂທລະພາບຂອງປະຊາຊົນເຮົານີ້ນ່າ ກະຍາກເຕັມທີເດ້ ຄັນຊັ້ນແລ້ວມັນຕີລາຄາວ່າ ຜູ້ທີ່ຈະເຂົ້າເຖິງການຮຽນທາງ Online ມີເປີເຊັນໜ້ອຍທີ່ສຸດ.”

ພວກນັກຮຽນລາວ ກຳລັງພາກັນສອບເສັງເພື່ອຂຶ້ນຊັ້ນຮຽນ
ພວກນັກຮຽນລາວ ກຳລັງພາກັນສອບເສັງເພື່ອຂຶ້ນຊັ້ນຮຽນ

ໂດຍກະຊວງສຶກສາທິການແລະກິລາ ໄດ້ປິດໂຮງຮຽນໃນຊ່ວງການລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນເດືອນມີນາ ຕໍ່ເນື່ອງຈົນເຖິງວັນທີ 18 ພຶດສະພາ 2020 ຈຶ່ງໄດ້ເປີດຮຽນສະເພາະຊັ້ນປະຖົມປີທີ 5 ຊັ້ນມັດທະຍົມປີທີ 4 ແລະຊັ້ນມັດທະຍົມປີທີ 7 ເພາະວ່າ ເປັນລະດັບການສຶກສາທີ່ຈະຕ້ອງມີການສອບເສັງເພື່ອຂຶ້ນໄປໃນລະດັບການສຶກສາທີ່ສູງຂຶ້ນ ສ່ວນໃນລະດັບອື່ນໆນັ້ນ ກໍຍັງຕ້ອງໃຊ້ວິທີການຮຽນ-ການສອນຜ່ານລະບົບ Online ຈົນເຖິງວັນທີ 15 ມິຖຸນາ 2020 ຈຶ່ງໄດ້ເປີດການຮຽນທັງໂຮງຮຽນລ້ຽງເດັກ-ຊັ້ນອະນຸບານ-ປະຖົມ-ມັດທະຍົມຕົ້ນ-ມັດທະຍົມປາຍ ປີສຸດທ້າຍຂອງວິທະຍາໄລອາຊີວະສຶກສາ ວິທະຍາໄລຄູ ມະຫາວິທະຍາໄລ ແລະການຝຶກອົບຮົມໄລຍະສັ້ນດ້ວຍນັ້ນ ແຕ່ກໍໄດ້ປະສົບກັບບັນຫາຫຍຸ້ງຍາກພໍສົມຄວນ ໂດຍສະເພາະແມ່ນການຂາດອຸປະກອນປ້ອງກັນ ໂຄວິດ-19 ສຳລັບນັກຮຽນໃນເຂດຊົນນະບົດທີ່ມີຖານະຍາກຈົນນັ້ນ.

ທັງນີ້ ບັນຫາຍາກຈົນຂອງປະຊາຊົນໃນຊົນນະບົດຍັງເປັນສາເຫດສຳຄັນທີ່ເຮັດໃຫ້ເຍົາວະຊົນລາວໄດ້ພາກັນປະການຮຽນເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍຈາກການສຳຫຼວດໃນສົກຮຽນປະຈຳປີ 2018-2019 ທີ່ຜ່ານມາ ພົບວ່າເຍົາວະຊົນລາວປະການຮຽນລະດັບປະຖົມ ມັດທະຍົມຕົ້ນແລະມັດທະຍົມປາຍ ຄິດເປັນອັນຕາສະເລ່ຍ 2 ເປີເຊັນ ກັບ 7 ເປີເຊັນ ແລະ 8 ເປີເຊັນ ຕາມລຳດັບ ທັງຍັງມີບັນຫາແຕກໂຕນກັນໃນດ້ານໂອກາດທາງການສຶກສາລະຫວ່າງເຍົາວະຊົນໃນເຂດເມືອງກັບເຂດຊົນນະບົດອີກດ້ວຍ ຊຶ່ງຈະເຫັນໄດ້ຈາກການທີ່ມີເຍົາວະຊົນລາວໃນເຂດຊົນນະບົດຫຼາຍກວ່າ 380,000 ຄົນທີ່ບໍ່ມີໂອກາດໄດ້ຮຽນຈົບຊັ້ນປະຖົມປີທີ 5 ໃນປັດຈຸບັນນີ້.

ທາງດ້ານເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍຢືນຢັນວ່າ ການທຸຈະລິດໃນດ້ານການສຶກສາທີ່ເກີດຂຶ້ນຢ່າງກວ້າງຂວາງໃນລາວ ເປັນສາເຫດສຳຄັນທີ່ເຮັດໃຫ້ການສຶກສາໃນລາວມີຄຸນນະພາບຕ່ຳຊຶ່ງກໍໄດ້ສົງຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດໃນລາວທີ່ຖືວ່າ ມີຄຸນນະພາບຕ່ຳສຸດໃນອາຊຽນດ້ວຍກັນ ໂດຍການທຸຈະລິດດ້ານການສຶກສາໃນລາວນັ້ນ ມີທັງການປອມໃນປະກາດສະນີຍາບັດສຳລັບຜູ້ສຳເລັດການສຶກສາທັງໃນລະດັບມັດທະຍົມ ປະລິນຍາຕີ ປະລິນຍາໂທ ລະດັບວິຊາຊີບຊັ້ນສູງ ແລະໃນປະກາສະນີຍາບັດສຳລັບຜູ້ທີ່ຜ່ານການຝຶກອົບຮົມໃນຫລັກສູດຕ່າງໆເປັນຕົ້ນ.

ໂດຍເມື່ອສົມທົບດ້ວຍການຫຼິ້ນພັກຫຼິ້ນພວກ ການຊື້ເອົາຕຳແໜ່ງຕ່າງໆ ໃນວົງການລັດຖະບານທີ່ໄດ້ເກີດຂຶ້ນໃນທຸກພາກສ່ວນໃນທົ່ວປະເທດດ້ວຍແລ້ວ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງລັດຖະບານບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເພາະວ່າ ພະນັກງານຂອງລັດຖະບານສ່ວນໃຫຍ່ນັ້ນ ບໍ່ມີຄວາມຮູ້ແລະຄວາມສາມາດໃນການປະຕິບັດງານຕົວຈິງນັ້ນເອງ.

ສ່ວນທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການແລະກີລາ ຍອມຮັບວ່າ ມາດຕະຖານການສຶກສາໃນເຂດຕົວເມືອງກັບເຂດຊົນນະບົດໃນລາວຍັງແຕກໂຕນກັນຫຼາຍ ຊຶ່ງເຫັນໄດ້ຈາກໂຮງຮຽນໃນເຂດຊົນນະບົດຍັງຂາດຄູຫຼາຍກວ່າ 12,000 ຄົນໃນຂະນະທີ່ໂຮງຮຽນທີ່ຢູ່ໃນເຂດເມືອງກັບມີຈຳນວນຄູເກີນຄວາມຕ້ອງການຕົວຈິງຫຼາຍກວ່າ 9,000 ຄົນ ແລະໃນຈຳນວນນີ້ ກໍບໍ່ປາກົດວ່າ ມີຄູທີ່ອາສາສະໝັກໄປສອນໂຮງຮຽໃນເຂດຊົນນະບົດແຕ່ຢ່າງໃດ ສ່ວນລັດຖະບານລາວ ກໍອະນຸຍາດໃຫ້ມີການບັນຈຸຄູໃໝ່ໄດ້ພຽງແຕ່ 1,800 ຄົນເທົ່ານັ້ນ ໃນສົກຮຽນ 2020 ເພາະຂາດງົບປະມານ.

XS
SM
MD
LG