ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກສຶກສາ ຈາກ ສປປ ລາວ ຢ້ຽມຢາມ ສຽງອາເມຣິກາ ຫຼື ວີໂອເອ


ນາງລິດຕະພອນ ຄັດສະຫວ່າງ (ຊ້າຍ) ທ້າວໄຊສະຫວັນ ອິນທະລາ (ກາງ) ນາງສອນລະວີ ແກ້ວສະຫວັນ (ຂວາ)
ນາງລິດຕະພອນ ຄັດສະຫວ່າງ (ຊ້າຍ) ທ້າວໄຊສະຫວັນ ອິນທະລາ (ກາງ) ນາງສອນລະວີ ແກ້ວສະຫວັນ (ຂວາ)

ທ່າ​ນຜູ້ຟັງ​ທີ່​ເຄົາລົບ ລາຍການ​ຊິວິດ​ຊາວ​ລາວ ​ແລງວັນ​ພະຫັດ
ມື້​ນີ້ ຈະ​ນຳ​ສະ​ເໜີ​ ການ​ສຳພາດ ບັນດາ​ນັກ​ສຶກສາ​ ຈາກ ສປປ
ລາວ ທີ່​ໄດ້​ຮັບ​ທຶນ​ Southeast Asia Youth Leadership
Program ຫລື ໂຄງການ​ອົບ​ຮົມ ການ​ເປັນ​ຜູ້ນຳ ຂອງບັນດາ​
ຊາວ​ໜຸ່ມ​ຈາກ​ເຂດ ເອ​ເຊຍ​ອາຄະ​ເນ ຢູ່ ມະຫາວິທະຍາ​ໄລ
Northern Illinois ​ເປັນ​ເວລາ​ສາມອາທິດ. ນອກຈາກ​ນັ້ນ​ອີກ​
ແລ້ວ ​ເຂົາ​ເຈົ້າ​ຍັງ​ມີ​ໂອກາດ​ມາ​ຢ້ຽມຢາມ ນະຄອນຫລວງ ວໍ​ຊິງ​
ຕັນ​ ດີ​.ຊີ ​ພ້ອມ​ດ້ວຍ​ຫ້ອງການ ວິທະຍຸ ວີ​ໂອ​ເອ. ​ເພາະສະ​ນັ້ນ
ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ​.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້ ຂ້າ​ພະ​ເຈົ້າ​ຈະໃຫ້​ທ່ານ
​ຟັງ​ການ​ສຳພາດ ກັບ​ພວກ​ນັກ​ສຶກສາ ຈາກ ສປປ ລາວ ທີ່​ໄດ້​ຮັບ​ທຶນ​ມາ​ອົບ​ຮົມ​ວິຊາການ
ເປັນ​ຜູ້ນຳ​ຊາວ​ໜຸ່ມ​ ຈາກ​ເຂດ​ເອ​ເຊຍ​ອາຄະ​ເນ ຫລື Southeast Asia Youth Leader-
ship Program. ​ໂຄງການ​ດັ່ງກ່າວ​ນີ້​ ​ບໍລິຫານ​ໂດຍ ສູ​ນກາງ East West Center ທີ່​ມະຫາວິທະຍາ​ໄລ ​ໂຮ​ໂນ​ລູລູ ລັດຮາ​ວາຍ ສະຫະລັດ ອາ​ເມຣິກາ ​ແລະ​ໄດ້ຖືກກໍ່​ຕັ້ງ​ຂຶ້ນ​
ມາ ໂດຍ ລັດຖະສະພາ ສະຫະລັດ ມາ​ແຕ່​ປີ 1960 ​ເປັນ​ອົງການ​ເອກ​ກະລາດ ສາທາ
ລະນະ​ ໂດຍບໍ່​ສ້າງ​ຜົນ​ກຳ​ໄລ.

​ໂຄງການ​ດັ່ງກ່າວ​ນີ້ ​ແມ່ນໂຄງການ​ແລກປ່ຽນ ອົບ​ຮົມ ​ແລະ ທັດສະນະ​ສຶກສາ ຢູ່ສະຫະລັດ ​ເປັນ​ເວລາ​ສາມອາທິດ ທີ່​ເນັ້ນ​ໜັກ​ໃສ່ ການ​ເປັນ​ຜູ້ນຳ ​ແລະ​ການ​ພັດທະນາ​ຊາວ​ໜຸ່່ມ. ບັນ
ດາ​ຜູ້​ເຂົ້າ​ຮ່ວມ ຈະ​ໄດ້​ນຳ​ໃຊ້​ໂຄງການທີ່ອົບ​ຮົມມາ​ນີ້ ​ໄປ​ໃຊ້​ຢູ່​ໃນ​ປະ​ເທດ​ຂອງ​ຕົນ. ໂຄງ
ການດັ່ງກ່າວ​ນີ້ ​ເປີດ​ໂອກາດ​ໃຫ້​ແກ່​ ທັງຜູ້​ສະມັກ​ ແລະ​ຜູ້​ໃຫຍ່​ຜູ້​ນຶ່ງ ທີ່ຕິດຕາມນຳ​ພາ​ພວກ
ເຂົາ​ເຈົ້າມາ.

ສຳລັບຄຸນ​ນະ​ວຸດ​ທິດ້ານການ​ສະມັກ​ແມ່ນ​ມີ​ດັ່ງ​ນີ້ຄື ອາຍຸ​ລະຫວ່າງ 15 ຫາ 17 ປີ ຍັງ​ຮຽນ
ຢູ່ຂັ້ນມັດທະຍົມ ຫລື​ວິທະຍາ​ໄລ​ປີ​ທີ​ນຶ່ງ. ມີ​ຄວາມ​ສົນ​ໃຈກ່ຽວກັບ ບົດບາດການ​ເປັນພົນ
ລ​ະ​ເມືອງ​ດີ ​ແລະຢາກຮັບ​ໃຊ້​ສັງຄົມ ມີ​ຄະ​ແນນ​ການ​ຮຽນ​ດີ ​ແລະຊຳນານໃນການ​ປາກ​ເວົ້າ ​ແລະ​ມີທ່າ​ທາງທີ່​ຈະ​ເປັນ​ຜູ້ນຳ ສະ​ແດງ​ເຖິງ​ຄວາມ​ເປັນ​ຜູ້​ໃຫຍ່ ​ແລະ​ເປີດກວ້າງດ້ານ​ແນວ​ຄິດ.

​ສຳ​ລັບ​ຜູ້​ໃຫຍ່​ທີ່ຕິດຕາມນຳພາມາຕ້ອງ​ມີ​ຄຸນ​ນະ​ວຸດ​ທິດັ່ງ​ນີ້ : ​ເປັນ​ນາຍ​ຄູ ຫລື​ຜູ້ນຳ​ສັງຄົມ
ທີ່​ເຮັດ​ວຽກ​ກັບ​ຊາ​ວໜຸ່ມ. ຊຳນານ​ດ້ານການ​ເປັນ​ຜູ້ນຳ​ພາ. ມີ​ຄວາມ​ສົນ​ໃຈ​ຊ່ວຍ​ຊາວ​ໜຸ່ມ​ພັດທະນາ​ ໃຫ້​ໂອກາດ​ແກ່​ເຂົາ​ເຈົ້າ ​ແລະ​ໝັ້ນໝາຍການ​ເຮັດ​ວຽກກັບໂຄງການ​ຜູ້ນຳ​ຊາວ
​ໜຸ່ມເອ​ເຊຍ​ອາ​ຄະ​ເນ ຫລັງ​ຈາກ​ເຂົາ​ເຈົ້າກັບ​ຄືນຈາກ ສະຫະລັດ​ແລ້ວ.

ໂຄ​ງການອົບ​ຮົມປີ​ນີ້ ມີ 10 ປະ​ເທດດ້ວຍ​ກັນ ມີນັກຮຽນ​ທັງ​ໝົດ 60 ຄົນ ແລະ​ໃນ​ນັ້ນ​ມີ​ນັກ
ຮຽນຈາກ ສປປ ລາວ 6 ຄົນເຂົ້າຮ່ວ​ມ.

ເປົ້າ​ໝາຍ​ຂອງ​ໂຄງການ​ນີ້ ​ແມ່ນ ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ​ກັນ ​ລະຫວ່າງ ປະຊາ
ຊົນ​ອາ​ເມຣິກັນ ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ. ພັດທະນາຄວາມຮູ້ສຶກ ຮັບຜິດຊອບຕໍ່​ສັງຄົມ
​ແລະ​ ໝັ້ນ​ໝາຍທີ່​ຈະ​ພັດທະນາຊາວ​ໜຸ່ມ ພັດທະນາ​ຄວາມ​ຊຳນານ​ຂອງການ​ເປັນຜູ້ນຳ
ຊາວ​ໜຸ່ມ ​ໃຫ້​ຮັບ​ຮູ້ ຄວາມ​ແຕກ​ຕ່າງ​ຂອງ ເຜົ່າ​ພັນທັງຫຼາຍ​ ສາສະໜາທັງຫຼາຍ ​ຕະຫຼອດ
ທັງ​ບັນດາ​ກຸ່ມຊົນ​ຕ່າງໆຂອງ​ປະ​ເທດ. ນ​ອກນັ້ນ ບັນດາ​ນັກຮຽນ​ເຫລົ່າ​ນີ້ ​ຍັງຕ້ອງໄດ້​ໃຊ້
​ເວລາ​ນຶ່ງ​ອາທິດ​ຢູ່​ກັບ ຄອບຄົວອາ​ເມຣິກັນ ​ເພື່ອ​ຮຽນ​ຮູ້ກ່ຽວ​ກັບ​ຊີວິດ ​ແລະປະ​ເພນີ​ການ​ຢູ່​
ກິນຂອງ​ເຂົາ​ເຈົ້າ. ປີ​ນີ້​ເປັນ​ປີ​ທີສາມ ທີ່​ບັນດາ​ນັກ​ສຶກສາລາ​ວໄດ້​ເຂົ້າ​ຮ່ວມຢູ່​ໃນ​ໂຄງການ
ນີ້. ຂັ້ນ​ຕອນຕ່າງໆ ​ກ່ອນ​ຈະ​ໄດ້​ຖືກ​ຮັບ​ມາມີ​ດັ່ງ​ນີ້ຄື ຍື່ນ​ໃບ​ສະມັກ ສອບ​ເສັງ​ພາສາ​ອັງກິດ
ຢູ່ ສະຖານທູດ ສະ​ຫະລັດ ​ໃນ​ນະຄອນຫລວງ​ວຽງ​ຈັນ ​ແລະ​ປີ​ນີ້​ມີ​ນັກຮຽນ​ຍື່ນ​ໃບ​ສະມັກ​
ເຂົ້າ​ມາ​ຈາກ​ທົ່ວ​ປະ​ເທດ ຫຼາຍກວ່າ 300 ຄົນ ​ແລະ​ມີ​ພຽງ​ແຕ່ 6 ​ຄົນ​ ໄດ້​ຖືກ​ຮັບ​ຜ່ານ.

ທ້າວ ​ໄຊ​ສະຫວັນ ອິນ​ທະລາ ມີ​ຊື່​ຫລີ້ນ​ວ່າ ຕາ​ໃຫຍ່ ນັກ​ຮຽນມັດທະຍົມ ປີ​ທີ 7 ຈາກ​ບ້ານ​
ດອນ​ນົກ​ຂຸ້ມ ນະຄອນຫລວງວຽງຈັນ ສປປ ລາວ ມີ​ຄວາມ​ຝັນ​ຢາກ​ເປັນ​ນັກ​ການ​ທູດ ​ໃນ​
ອານາ​ຄົດ ​ໄຊ​ສະຫວັນ ​ເປັນ​ຊາຍ​ໜຸ່ມ​ທີ່​ຫ້າວຫັນ ​ແລະ​ເປັນ​ນັກຮຽນ​ທີ່​ສະຫລຽວ​ສະຫລາດ.
ລາວ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ້າວໄຊສະຫວັນ ອິນທະລາ
ທ້າວໄຊສະຫວັນ ອິນທະລາ

ລິງໂດຍກົງ

ນາງ​ລິດ​ຕະ​ພອນ ຄັດ​ສະຫວ່າງ ນັກຮຽນ​ມັດທະຍົມ​ປີ​ທີ່ 6 ຈາກບ້ານ​ດົງ​ປາ​ແຫລບ ນະຄອນຫລວງ​ວຽງ​ຈັນ ສປປ ລາວ ມີ​ຄວາມ​ຝັນ​ຢາກ​ເປັນ​ນັກ​ອອກ​ແບບ ຕົກ​ແຕ່ງ​ບ້ານ
​ເຮືອນ ນາງ​ມີ​ຄວາມ​ຕື່ນ​ເຕັ້ນ​ທີ່​ສຸດ ທີ່​ໄດ້​ເດີນທາງ​ອອກ​ນອກ​ປະ​ເທດເປັນ​ຄັ້ງ​ແລກ ​ແລະ​
ໄດ້​ມີ​ໂອກາດ​ມາ​ຢ້ຽມຢາມ ພາກ​ກາງ ​ແລະ​ ນະຄອນຫລວງວໍຊິ​ງຕັນ ດີ.​ຊີ ນາງ​ໄດ້ກ່າວ​ຕໍ່
ວີ​ໂອ​ເອ ວ່າ :

ນາງລິດຕະພອນ ຄັດສະຫວ່າງ
ນາງລິດຕະພອນ ຄັດສະຫວ່າງ

ລິງໂດຍກົງ

ນັກ​ຮຽນຄົນ​ທີ່​ສາມ ​ໄດ້​ແກ່ ນາງ​ສອນ​ລະ​ວີ ແກ້ວສະຫວັນ ນັກ​ສຶກສາ​ມໍ​ປາຍ ຈາກ​ບ້ານ​ຫາດ​ຫ້ຽນ ນະຄອນຫລວງ​ພະ​ບາງ ປັດຈຸ​ບັນ​ນີ້​ເຮັດ​ວຽກກຳກັບ​ຢູ່ ຫໍ​ສະມຸດ​ເອກ​ກະ​ຊົນ ​ໃນ​ນະຄອນຫລວງ​ພະ​ບາງ ນາງ​ກໍ​ແມ່ນ​ອີກ​ຄົນ​ນຶ່ງ​ທີ່​ມີ​ຄວາມ​ຕື່ນ​ເຕັ້ນ ທີ່​ໄດ້​ມາ​ພົບ​ພໍ້​ຄົນ​ລາວ ​ເຊື້ອ​ຊາດ​ດຽວ​ກັນ ນາງໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ພັງການສຳພາດ ນາງສອນລະວີ ແກ້ວສະຫວັນ
ພັງການສຳພາດ ນາງສອນລະວີ ແກ້ວສະຫວັນ

ລິງໂດຍກົງ

ບັດ​ນີ້ ບັນດາ​ນັກຮຽນທັງ​ໝົດໃນ​ໂຄງການ​ດ່ັງກ່າວ ກໍ​ແມ່ນໄດ້​ກັບ​ຄືນ​ສູ່ປະ​ເທດ​ຂອງ​ໃຜ
ລາວ ເປັນ​ທີ່​ຮຽບຮ້ອຍ​ແລ້ວ. ສຳລັບພວກນັກສຶກສາ​ຈາກ ສປປ ລາວ ແມ່ນ ​ໄດ້​ມີ​ໂອກາດ
​ອັນ​ດີ ເດີນທາງ​ມາ​ເຫັນ​ຊີວິດການ​ເປັນ​ຢູ່ຂອງ​ຊາວ​ອາ​ເມ​ລິ​ກັນ ມາ​ເບິ່ງ​ມາ​ຊົມ​ການ​ບໍລິ
ຫານ​ວຽກ​ງານ ໄດ້​ເຫັນຄວາມ​ກວ້າ​ງ​ໃຫຍ່ ​ແລະຄວາມ​ສີວິ​ໄລຂອງ​ປະ​ເທດຊາດ ​ເຫັນ​ເທັກ
​ໂນ​ໂລ​ຈີທີ່​ກ້າວໜ້າ​ທັນ​ສະ​ໄໝ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ແມ່ນ​ໄດ້​ສັງ​ເກດ​ເຫັນ​ການ​ໃຊ້ສິດທິ
ມະນຸດ ​ແລະ​ຄວາມ​ສະ​ເໝີ​ພາບຂອງ ຊາວ​ອາ​ເມຣິກັນ ຊຶ່ງ​ເປັນ​ກຳ​ໄລປະກອບ​ຊີວິດຂອງ​
ພວກ​ເຂົາ​ເຈົ້າຕະຫລອດ​ໄປ.

XS
SM
MD
LG