ລິ້ງ ສຳຫລັບເຂົ້າຫາ

logo-print

ນັກ​ຮຽນ​ທີ່​ມີ​ໜີ້​ສິນ ​ຢ່າງຫຼວງຫຼາຍ ບັນ​ລຸ​ເປົ້າ​ໝາຍ ​ໃນ​ຊີ​ວິດ​ຊ້າ


ນັກ​ຮຽນ​ພາກັນຍ່າງ​​ຢູ່​ເດີນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ເວີ​ມັອນ, ເມືອງ ເບີ​ລິງ​ຕັນ, ລັດ ເວີ​ມັອນ.

ຄຳວ່າ ມີ​ເລັນ​ນຽ​ລ (millennial) ມີແນວໂນ້ມທີ່ກ່ຽວຂ້ອງກັບການຖິ້ມໂທດໃສ່ ແລະ
ຄວາມອັບອາຍຂາຍໜ້າ ຍ້ອນຄຳວ່າ “ພວກເຂົາເຈົ້າຂີ້ຄ້ານໂພດ ແລະ ທຸກຍາກໂພດ
ທີ່ຈະຍ້າຍອອກໄປຈາກຫ້ອງຕາລ່າງຂອງພໍ່ແມ່ຂອງເຂົາເຈົ້າ” ເຊິ່ງບັນດານັກວິຈານ
ບາງຄົນພາກັນຄິດແນວນັ້ນ. ພຸດທະສອນ ຈະນຳລາຍລະອຽດ ກ່ຽວກັບ ເລື່ອງນີ້ມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ໃນບົດລາຍງານຂອງໜັງສືພິມ ວອລ ສຕຣີດ ທີ່ຫາກໍຖືກຕີພິມເມື່ອບໍ່ດົນ ມານີ້ໄດ້ມີ
ການຢືນຢັນວ່າ ຄວາມຮຽກຮ້ອງຕ້ອງການປາທູກະປ໋ອງ ແມ່ນ ໄດ້ຫຼຸດໜ້ອຍລົງ ຍ້ອນ
ວ່າພວກມີເລັນນຽລ ຫຼື ຄົນທີ່ເກີດໃນຕົ້ນສັດຕະວັດທີ 21 ບໍ່ມີຮອດເຫຼັກເບີດກະປ໋ອງ
ໃນໂລກທີ່ມັກຄວາມສະດວກ ສະບາຍນີ້.

ພວກມີເລັນນຽລໄດ້ຕອບໂຕ້ຄືນໃນສື່ສັງຄົມວ່າ ແທ້ຈິງແລ້ວ ເຂົາເຈົ້າເລືອກ ກິນປາສົດ
ຫຼື ແຊ່ແຂງຫຼາຍກວ່າ, ເຊິ່ງຕ້ອງໄດ້ມີການຄົວ ແລະ ໃຊ້ ຄວາມພະຍາຍາມຫຼາຍກວ່າ
ການເປີດກະປ໋ອງ.

ແຕ່ການມັກຖືກມອງຂ້າມໃນການສົນທະນາດັ່ງກ່າວນັ້ນ ແມ່ນຍ້ອນໜີ້ສິນຂອງນັກຮຽນ
ທີ່ຫຼວງຫຼາຍ ແລະ ຄ່າຄ່ອງຊີບທີ່ສູງຂຶ້ນຢ່າງວ່ອງໄວ ແລະ ການ ສຳຫຼວດໄດ້ສະແດງ
ໃຫ້ເຫັນແງ່ມຸມ ຂອງການເປັນຄົນມີເລັນນຽລ, ເຊັ່ນ ເປັນເຈົ້າຂອງບ້ານ ແລະ ການພັດ
ທະນາອາຊີບ, ທີ່ທ້າທາຍຄວາມຄິດເຫັນ ທີ່ນິຍົມເວົ້າກັນ.

ແລະເດົາເບິ່ງວ່າແມ່ນຫຍັງ? ພວກມີເລັນນຽລ ກຳລັງໃຫຍ່ຂຶ້ນ. ບໍລິສັດບັນຊີ Ernst &
Young ໄດ້ລາຍງານວ່າ ພວກມີເລັນນຽລ ຜູ້ທີ່ບໍລິສັດດັ່ງກ່າວ ໄດ້ອະດີບາຍວ່າ ແມ່ນ
ມີອາຍຸຕັ້ງແຕ່ 26 ຫາ 36 ປີນັ້ນ ແມ່ນມີທ່າທີ ໃນແງ່ບວກຫຼາຍກວ່າ ແລະ ໄດ້ລົງທຶນໃນ
ຕະຫຼາດອະສັງຫາລິມະຊັບ ຫຼາຍກວ່າສອງປີທີ່ຜ່ານມາ.

ລາຍງານເສດຖະກິດ ມີເລັນນຽລ 2018 ໄດ້ກ່າວວ່າ “ໃນສອງປີ, ພວກ ມີເລັນນຽລໄດ້
ທຳຄວາມກ້າວໜ້າ. ເຂົາເຈົ້າຮຽນຈົບມະຫາວິທະຍາໄລ, ຊອກຫາວຽກເຮັດເຕັມເວລາ,
ຊື້ເຮືອນຢູ່ ແລະ ແຕ່ງງານ.”

ແລະ ໃນຂະນະທີ່ພວກມີເລັນນຽລຫຼາຍກວ່າ 80 ເປີເຊັນເວົ້າວ່າ ໜີ້ ສິນນັກຮຽນ ໄດ້ບັງ
ຄັບໃຫ້ເຂົາເຈົ້າຊື້ອະສັງຫາລິມະຊັບຊ້າກວ່າ, ການເປັນ ເຈົ້າຂອງບ້ານ ໃນກຸ່ມອາຍຸຄົນ
ດັ່ງກ່າວນັ້ນ ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ.

ໃນປີ 2018, ພວກມີເລັນນຽລ 40 ເປີເຊັນມີເຮືອນຂອງຕົນເອງຢູ່, ບໍ່ ຫຼຸດຫຼາຍປານໃດ
ຈາກປະມານ 45 ເປີເຊັນຂອງຄົນລຸ້ນຊຸມປີ 90 ແລະ ລຸຸ້ນຍຸກ ຄົນທີ່ເກີດຫຼາຍທີ່ສຸດຜູ້ທີ່
ມີເຮືອນ ໃນອາຍຸປະມານຊໍ່າໆກັນ. ອີງຕາມລາຍງານຂອງ Ernst.

ສອງປີກ່ອນໜ້ານີ້, ມີພວກມີເລັນນຽລພຽງ 26 ເປີເຊັນເທົ່ານັ້ນທີ່ມີເຮືອນ ເປັນຂອງຕົນ
ເອງ.

ແລະ ຕົວເລກຂອງພວກມີເລັນນຽລຈຳນວນຫຼາຍ ຜູ້ທີ່ອາໄສຢູ່ຊັ້ນຕາລ່າງ ໃນເຮືອນ
ຂອງພໍ່ແມ່, ແມ່ນໄດ້ຫຼຸດລົງເກືອບເຄິ່ງນຶ່ງ, ຈາກ 30 ເປີເຊັນໃນ ປີ 2016 ຫາ 16 ເປີ
ເຊັນໃນປີ 2018, ໃນຂະນະທີ່ເປີເຊັນຂອງພວກ ມີເລັນນຽລ ທີ່ອາໄສຢູ່ໃນບ້ານເຊົ່າ
ຍັງຄົງຢູ່ທີ່ລະດັບ 43 ເປີເຊັນໃນປີ 2016 ແລະ 2018.

ຄືກັບຄົນລຸ້ນກ່ອນ ທີ່ໄດ້ປະເຊີນກັບຟອງສະບູ ມູນຄ່າ ຂອງອະສັງຫາລິມະຊັບນັ້ນ,
ພວກມີເລັນນຽລບາງຄົນ ໄດ້ຍ້າຍໜີອອກຈາກເມືອງໃຫຍ່ ແລ້ວ ໄປຊື້ເຮືອນຢູ່ເຂດ
ຊານເມືອງ ແລະ ເມືອງທີ່ນ້ອຍກວ່າ, ອີງຕາມລາຍງານ ຍຸກຄົນຊື້ ແລະ ຂາຍເຮືອນປີ
2018.

ເສັ້ນທາງສູ່ການເປັນເຈົ້າຂອງບ້ານ ແມ່ນຄວາມສຳເລັດໃນອາຊີບ ໃນແງ່ ຂອງການ
ສຶກສາທີ່ດີ ແລະ ການເຮັດວຽກໜັກ, ອີງຕາມການກ່າວຂອງ ພວກມີເລັນນຽລ ຕໍ່
Ernst.

ມີເລັນນຽລ 86 ເປີເຊັນເວົ້າວ່າ ການເຮັດວຽກໜັກ “ແມ່ນປັດໃຈທີ່ສຳຄັນ ຍິ່ງ ຫຼື ສຳຄັນ
ຫຼາຍໃນການປະສົບຄວາມສຳເລັດໃນຊີວິດ.”

ລາຍງານໄດ້ກ່າວວ່າ “ພວກມີເລັນນຽນເຫັນຕົນເອງວ່າ ເປັນແຫຼ່ງຊັບພະ ຍາກອນທີ່
ດີທີ່ສຸດສຳລັບການພັດທະນາອາຊີບ. ຄຳຕອບ 35 ເປີເຊັນ ຂອງຜູ້ທີ່ໄດ້ຖືກສຳຫຼວດ
ເວົ້າວ່າ “ມັນຂຶ້ນຢູ່ກັບຂ້ອຍເອງ ທີ່ຈະຫາທັກສະ ຄວາມຮູ້ ແລະ ໂອກາດຕ່າງໆຢ່າງ
ຂະຫຍັນຂັນແຂງ, ໃນບ່ອນໃດກໍຕາມ ທີ່ເຂົາເຈົ້າມີໃຫ້.”

ຄົນອາຍຸ 20 ຫາ 36 ປີ ຮັບຮູ້ວ່າ ເສດຖະກິດໃນປີ 2018 ແມ່ນຄົງທີ່ ກວ່າສອງປີທີ່ຜ່ານ
ມາ, ແຕ່ລຸ້ນຄົນ ທີ່ເບິ່ງໂລກໃນແງ່ຮ້າຍຢ່າງເລິກເຊິ່ງ, ດັ່ງທີ່ບົດລາຍງານໄດ້ເອີ້ນເຂົາ
ເຈົ້ານັ້ນ, ຍັງຄົງສົງໄສຢູ່ວ່າ ຄວາມໝັ້ນຄົງຍືນຍົງຫຼືບໍ່.

ວິໄສທັດຂອງເຂົາເຈົ້າ ກ່ຽວກັບ ເສດຖະກິດ ອາເມຣິກັນ ແມ່ນຍັງຄົງມືດ ມົວ. ມີຜູ້ຕອບ
ຄຳຖາມພຽງ 9 ເປີເຊັນເທົ່ານັ້ນທີ່ຈະເອີ້ນເສດຖະກິດໃນປັດຈຸບັນວ່າ “ດີເລີດ”. ແຕ່
ຄວາມຄິດເຫັນ ແມ່ນຕ່າງກັນຢ່າງຍິ່ງ ໃນບັນດາຜູ້ທີ່ເຂົ້າຮ່ວມເປັນສະມາຊິກພັກເມືອງ.

ເຖິງແມ່ນຈະຖືກພິຈາລະນາວ່າ ເປັນພວກມັກປ່ຽນວຽກກໍຕາມ, ລາຍງານ ໄດ້ສະແດງ
ໃຫ້ເຫັນວ່າ ພວກມີເລັນນຽລແມ່ນບໍ່ມັກຄວາມສ່ຽງໃນທາງ ເລືອກອາຊີບຂອງເຂົາເຈົ້າ
ແລະ ຈະບໍ່ປ່ຽນວຽກໄວ ຄືຄົນລຸ້ນຊຸມປີ 90 ໄດ້ເຮັດ ໃນຕອນອາຍຸຊໍ່າໆກັນ, ເປັນຈຸດທີ່
ໄດ້ຮັບການໜູນຫຼັງ ໂດຍການ ຄົ້ນຄວ້າ ພີວ ເມື່ອປີກາຍນີ້.

ນັກຄົ້ນຄວ້າອາວຸໂສ ພີວ ທ່ານ ຣິເຈີດ ຟຣາຍ ໄດ້ຂຽນລົງໃນບົດຄວາມເມື່ອເດືອນ ເມ
ສາທີຜ່ານມາວ່າ “ກຳມະກອນ ມີເລັນນຽລ, ຜູ້ທີ່ມີອາຍຸ 18 ຫາ 35 ປີ ແມ່ນເບິ່ງຄືວ່າຈະ
ຕິດຢູ່ກັບຜູ້ຈ້າງງານຂອງເຂົາເຈົ້າ ຄືກັບເພື່ອນຜູ້ທີ່ມີອາຍຸ ສູງກວ່າ ໃນລຸ້ນຄົນຊຸມປີ 90
ໄດ້ເປັນ ໃນເວລາທີ່ເຂົາເຈົ້າຍັງໜຸ່ມ.”

ຄວາມເປັນຫ່ວງທີ່ໃຫຍ່ທີ່ສຸດທີ່ພວກມີເລັນນຽລໄດ້ເວົ້າເຖິງ ແມ່ນການ ອອກ​ບຳນານ.
ຜູ້ຕອບຄຳຖາມ 75 ເປີເຊັນໄດ້ເວົ້າວ່າ ເຂົາເຈົ້າເປັນຫ່ວງ “ຫຼາຍ ແລະ ໜ້ອຍນຶ່ງ” ກ່ຽວ
ກັບ ຄວາມໝັ້ນຄົງຂອງເຂົາເຈົ້າ ໃນຕອນ ທ້າຍຂອງອາຊີບຂອງເຂົາເຈົ້າ.

ຈຸດ​ຕ່ຳ​ທີ່​ສຸດ​ໃນ​ລາຍ​ການ​ຂອງ​ຄວາມ​ເປັນ​ຫ່ວງ​ແມ່ນ “ການ​ແຂ່ງຂັນ​ກັນໃນການ​ຫາ​
ວຽກໃນຕ່າງປະເທດ,” ເຊິ່ງຜູ້ຕອບຄຳຖາມພຽງ 31 ເປີເຊັນເທົ່ານັ້ນ ທີ່ໄດ້ເວົ້າວ່າ ເຂົາ
ເຈົ້າເປັນຫ່ວງກັບມັນ “ຫຼາຍ ຫຼື ໜ້ອຍນຶ່ງ.”

ລາຍ​ງານ​ນັ້ນ​ກ່າວ​ວ່າ ບູ​ລິ​ມະ​ສິດ​ເບື້ອງ​ຕົ້ນ ​ຂອງ​ພວກ​ມີ​ເລັນ​ນຽ​ລ ແມ່ນ​ຄ່າ​ຈ້າງ​ທີ່​ສະ​
ເໝີພາບ, ແຕ່ຄວາມຍືດຢຸ່ນໃນອາຊີບຂອງເຂົາເຈົ້າ ກໍສຳຄັນເຊັ່ນກັນ. ຄວາມເປັນຫ່ວງ
ກ່ຽວກັບ ຄ່າຈ່າຍທີ່ເທົ່າທຽມກັນ ແມ່ນໂດດເດັ່ນໃນບັນດາແມ່ຍິງມີເລັນນຽລ.

ພວກ​ມີ​ເລັນ​ນຽ​ລ 36 ເປີ​ເຊັນ​ຜູ້​ທີ່​ໄດ້​ລະ​ບຸ​ໂຕວ່າ ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ເດ​ໂມ​ແຄ​ຣັດ
ໄດ້ອະທິບາຍເຖິງເສດຖະກິດວ່າດີເລີດ ຫຼື ດີ.

ແຕ່​ໃນຈຳພວກ​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ, ທັດ​ສະ​ນະ​ຄະ​ຕິ ກ່ຽວ​ກັບ ເສດ​
ຖະກິດ ແມ່ນໄດ້ພຸ່ງຂຶ້ນຢ່າງວ່ອງໄວ ດ້ວຍການເລືອກຕັ້ງຂອງທ່ານ ດໍໂນລ ທຣຳ.” ອີງ
ຕາມລາຍງານປີ 2018. ມີເລັນນຽລ ຜູ້ທີ່ໄດ້ລະບຸຕົວວ່າ ເປັນຜູ້ສະໜັບສະໜູນພັກຣີ
ພັບບລີກັນນັ້ນ, 75 ເປີເຊັນກ່າວວ່າ ເສດຖະກິດແມ່ນດີເລີດ ຫຼື ດີ.

ໂດຍ​ທົ່ວ​ໄປ​ແລ້ວ, ພວກ​ມີ​ເລັນ​ນຽ​ລ ມີ​ແນວ​ໂນ້ມ​ທີ່​ຈະ​ມີ​ຄວາມ​ນິ​ຍົມ​ອຽງ​ໄປ​ຫາ​ພັກ​ເດ​
ໂມແຄຣັດ, ອີງຕາມສູນຄົ້ນຄວ້າ ພີວ. ໃນເດືອນມີນາ 2018, 59 ເປີເຊັນແມ່ນຜູ້ສະໜັບ
ສະໜູນພັກເດໂມແຄຣັດ ຫຼື ອຽງໄປທາງພັກເດໂມແຄຣັດ, ໃນຂະນະທີ່ 32 ເປີເຊັນ
ແມ່ນສະໜັບສະໜູນພັກຣີພັບບລີກັນ ຫຼື ອຽງຫາພັກຣີພັບບລີກັນ.

ແລະ ໃນ​ຂະ​ນະ​ທີ່ພວກ​ມີ​ເລັນ​ນຽ​ລ 77 ເປີ​ເຊັນ​ລາ​ຍ​ງານ​ວ່າ ເຂົາ​ເຈົ້າ​ພູມ​ໃຈ​ທີ່​ໄດ້​ເກີດ​
ເປັນຄົນອາເມຣິກັນ, ມີພຽງ 30 ເປີເຊັນເທົ່ານັ້ນທີ່ລາຍງານວ່າ “ມີຄວາມໝັ້ນໃຈໃນລະ
ດັບສູງ ໃນສະຖາບັນອາເມຣິກັນ.” ແລະ ພຽງ 19 ເປີເຊັນເທົ່ານັ້ນທີ່ລາຍງານວ່າສຳຄັນ
ຫຼາຍ ຫຼື ຂ້ອນຂ້າງໝັ້ນໃຈໃນ “ບໍລິສັດຂອງ ອາເມຣິກາ,” ເຊິ່ງຫຼຸດລົງນຶ່ງເປີເຊັນຈາກປີ
2016.

ມີ​ສິ່ງ​ນຶ່ງ​ທີ່​ບໍ່​ໄດ້​ປ່ຽນ​ແປ​ງ: ຂະ​ແໜງວິ​ຊາ​ມະ​ນຸ​ດສະ​ທຳ ແມ່ນ​ວິ​ຊາ​ທີ່​ມີ​ແນວ​ໂນ້ມ​ຢູ່​ໃນ​ໜີ້
ສິນກູ້ຢືມທຶນການສຶກສາ, ໃນຂະນະທີ່ຂະແໜງວິຊາທຸລະກິດ ແມ່ນວິຊາຮຽນທີ່ມີແນວ
ໂນ້ມເປັນໜີ້ສິນຕ່ຳທີ່ສຸດ, ອີງຕາມການສຶກສາຄົ້ນຄວ້າດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG