ຂັ້ນຕອນທໍາອິດກໍຄື ປະເມີນເບິ່ງຄວາມຕ້ອງການດ້ານການແພດຂອງພວກຄົນທຸກຈົນແລະໄຮ້ບ້ານຢູ່ອາໄສ ຢູ່ທີ່ສຸຂສາລາ ຫຼືຄລີນິກເຄື່ອນທີ່ແຫ່ງນີ້ ທີ່ໄຂຂຶ້ນຢູ່ກາງຖະໜົນ ໃນຄຸ້ມ Hollywood ທີ່ເປີດບໍລິການອາທິດລະນຶ່ງມື້ ແລະດໍາເນີນການໂດຍພວກນັກສຶກສາຈາກ ມະຫາວິທະຍາໄລລັດ California ສາຂາ Los Angeles ຊຶ່ງໃນຄືນອື່ນໆນັ້ນ ພວກເຂົາເຈົ້າກໍເປີດສຸກສາລາກາງຖະໜົນແບບດຽວກັນນີ້ ບໍລິການພວກຄົນທຸກ ຢູ່ໃນປະຊາຄົມອື່ນໆອີກ.
ນອກຈາກກວດສຸຂະພາບແລ້ວ ພວກນັກສຶກສາ ຍັງແຈກຢາຍຢຸກຢາ ຖົງຕີນສະອາດ ແລະແວ່ນຕາສໍາລັບອ່ານໜັງສື ໃຫ້ແກ່ພວກທີ່ຕ້ອງການ.
ອົງການການກຸສົນນຶ່ງອີກ ກໍບໍລິການເສີບອາຫານທີ່ມີໂພຊະນາການໃຫ້ແກ່ພວກຄົນເຈັບ. ພວກນັກສຶກສາວິຊາເຮັດວຽກສັງຄົມ ແລະກົດໝາຍ ກໍພາກັນມາຊ່ວຍພວກຄົນໄຮ້ບ້ານຢູ່ອາໄສເຫລົ່ານີ້ ໂດຍໃຫ້ການຊ່ວຍເຫຼືອໃຫ້ຄໍາແນະນໍາແລະເຮັດເຈ້ຍເຮັດສໍ ໃຫ້ແກ່ພວກທີ່ມີສິດທິໄດ້ຮັບການຊ່ວຍເຫຼືອໄລຍະຍາວ ຈາກລັດຖະບານ ຫຼືຈາກອົງການເອກກະຊົນຕ່າງໆ.
ນາຍໝໍ Walter Coppenrath ເປັນຜູ້ນຶ່ງທີ່ໄດ້ຊ່ວຍກໍ່ຕັ້ງສຸກສາລາເຄື່ອນທີ່ດັ່ງກ່າວນີ້ ເມື່ອ 12 ປີກ່ອນ ເວລາທ່ານເປັນນັກຮຽນແພດສາດ ຊຶ່ງທ່ານ ກ່າວວ່າ ການຮັກສາສຸຂະພາບວິທີນີ້ ແມ່ນສໍາຄັນທີ່ສຸດຕໍ່ພວກຄົນທຸກ ບໍ່ມີເຮືອນຢູ່.
ດຣ. Coppenrath ກ່າວວ່າ “ການອັກເສບນ້ອຍໆຢູ່ຕີນເຮົານັ້ນ ອາດສາມາດແກ້ ໄຂໄດ້ງ່າຍໆ ໂດຍພຽງແຕ່ປ່ຽນຖົງຕີນຄູ່ໃໝ່ໃສ່ເທົ່ານັ້ນ ແຕ່ວ່າຖ້າເຮົາບໍ່ສາມາດ ລ້າງຕີນ ຍ້ອນບໍ່ມີບ່ອນອາບນໍ້າ ຫລືບໍ່ມີຖົງຕີນປ່ຽນແລ້ວ ກໍຈະເຮັດໃຫ້ເກີດອັກເສບຮຸນແຮງໄດ້.”
ຄົນເຈັບ Charles Brownridge ມາຍັງສຸກສາລາເຄື່ອນທີ່ແຫ່ງນີ້ທຸກໆອາທິດ ເພື່ອຮັບ ການປິ່ນປົວ ແລະມາພົບຜູ້ຄົນ ເພື່ອເວົ້າລົມນໍາ.
ນາຍ Brownridge ເວົ້າວ່າ: “ຂ້ອຍມັກບັນຍາກາດຢູ່ນີ້ ມັກອາຫານການກິນ ແລະການບໍລິການກໍດີຫຼາຍ. ພວກນັກຮຽນແພດກໍາລັງ ເຝິກອົບລົມແບບນັກອາຊີບມືໃໝ່ ທີ່ມາເຝິກງານ ແລະມັນກໍມ່ວນ ທີ່ໄດ້ຢູ່ໃກ້ຊິດ ກັບພວກຊາວໜຸ່ມ ເປັນບັນຍາກາດທີ່ອົບອຸ່ນດີ.”
ນັກຮຽນແພດຍິງ Steffanie Becerra ກ່າວວ່າ ການຮັກສາສຸຂະພາບວິທີນີ້ ແມ່ນສະໜອງໃຫ້ສະເພາະແຕ່ພວກຄົນ ທີ່ບໍ່ໄດ້ຮັບການຊ່ວຍເຫຼືອຈາກແຫ່ງອື່ນເທົ່ານັ້ນ.
ລາວເວົ້າວ່າ: “ເຂົາເຈົ້າເຫັນພວກເຮົາ ເປັນເໝືອນບອ່ນແວ່ພຽງແຫ່ງດຽວເທົ່ານັ້ນຂອງເຂົາເຈົ້າ ໃນລະບົບການແພດ ທີ່ວ່າເຂົາເຈົ້າສາມາດໄດ້ຮັບ ຢຸກຢາ. ຫຼາຍໆຄົນທີ່ເປັນໂຣກຄວາມດັນ ຫຼືເບົາຫວານ ທີ່ບໍ່ມີທາງເລືອກອື່ນແທ້ໆ ນອກຈາກມາທີ່ນີ້ເທົ່ານັ້ນ ຍ້ອນວ່າພວກເຂົາເຈົ້າບໍ່ມີເງິນຊື້ຢາຈາກບ່ອນອື່ນໄດ້.”
ທ້າວ Kevin Norris ນັກສຶກສາລະດັບປະລິນຍາຕີ ທີ່ມີແຜນການຈະຮຽນເປັນນາຍແພດ ເວົ້າວ່າ ສຸກສາລາເຄຶ່ອນທີ່ນີ້ ແມ່ນໄດ້ຊ່ວຍທັງພວກຄົນເຈັບແລະນັກຮຽນ ໄປພ້ອມໆກັນ.
Kevin Norris ເວົ້າວ່າ: “ແທ້ໆແລ້ວ ພວກເຮົາປະຕິບັດຕໍ່ພວກເຂົາເຈົ້າຄືກັນກັບຄົນທົ່ວໆໄປ ທີ່ສົມຄວນໄດ້ຮັບຄວາມນັບຖື ເພາະວ່າພວກຄົນໄຮ້ບ້ານຢູ່ອາໄສ ຫຼາຍໆຄົນ ໃນເມືອງ Los Angeles ນີ້ ແມ່ນຖືກດູຖູກຢຽດຫຍາມ ຖືກເມີນເສີຍ ຢ່າງກວ້າງຂວາງ ໂດຍຄົນສ່ວນໃຫຍ່.”
ທ້າວ Kevin Norris ກ່າວອີກວ່າ ຢ່າງໜ້ອຍ ອາທິດລະຄັ້ງ ພວກຄົນເຫຼົ່ານີ້ ກໍໄດ້ຮັບຄວາມເອົາໃຈໃສ່ ແລະການຮັກສາສຸຂະພາບ ທີ່ພວກເຂົາເຈົ້າສົມຄວນຈະໄດ້ຮັບ.
ເບິ່ງວີດີໂອພາສາອັງກິດ: