ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາ ປະດິດສ້າງສິ່ງ ທີ່ສາມາດຊ່ວຍປະຊາຊົນ ໃນໂລກພວມພັດທະນາໄດ້ (ວີດິໂອ)


ນັກຂ່າວວີໂອເອ ສໍາພາດທ່ານ Jerome Lemelson ກ່ຽວກັບການສົ່ງເສີມນັກປະດິດສ້າງ.
ນັກຂ່າວວີໂອເອ ສໍາພາດທ່ານ Jerome Lemelson ກ່ຽວກັບການສົ່ງເສີມນັກປະດິດສ້າງ.
ຢູ່ນະຄອນຫລວງວໍຊິງຕັນເມື່ອມໍ່ໆມານີ້ ໄດ້ມີງານວາງສະແດງ
ນະວະກໍາໃໝ່ໆ ແລະສິ່ງປະດິດສ້າງທີ່ສາມາດຊ່ວຍປະຊາຊົນ ຢູ່ໃນບັນດາປະເທດກໍາລັງພັດທະນານັ້ນ. ຜູ້ສື່ຂ່າວວີໂອເອ
Deborah Block ໄດ້ໄປຊົມງານວາງສະແດງດັ່ງກ່າວ ແລະມີ
ເລື້ອງມາເລົ່າສູ່ພວກເຮົາຟັງກ່ຽວກັບຄວາມຄິດໃໝ່ສຸດຂອງ
ທີມນັກສຶກສາມະຫາວິທະຍາໄລ 13 ທີມ ຈາກທົ່ວສະຫະລັດ
ນັ້ນ ລວມທັງເຮືອນແກ້ວປູກຕົ້ນໄມ້ທີ່ຖືໄປມາໄດ້, ກ່ອງບັນຈຸ
ຢາວັກຊິນທີ່ດີກວ່າເກົ່າ, ແລະແຜ່ນຊີມັງທີ່ທົນທານຕໍ່ແຜ່ນດິນ
ໄຫວໄດ້. ບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

US College Students' Inventions Help Developing Countries
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

ຊາວສວນທີ່ເຮັດສວນຂະໜາດນ້ອຍຫລາຍໆຄົນ ຢູ່ໃນເຂດອາຟຣິກາຕາເວັນອອກພົບຂໍ້
ຫຍຸ້ງຍາກໃນການປູກພືດຜົນໃຫ້ໄດ້ຕະຫລອດປີ ຍ້ອນໄພແຫ້ງແລ້ງ ຫລືບໍ່ກໍມີຝົນຫລາຍ
ໂພດ. ທີມນັກສຶກສາຈາກມະຫາວິທະຍາໄລ ລັດ Pennsynvania ມີຄວາມຄິດເຮັດຊຸດ
ເຄື່ອງມືສ້າງເຮືອນແກ້ວປູກຕົ້ນໄມ້ ຂະໜາດນ້ອຍແລະຕິດຕັ້ງງ່າຍຂຶ້ນມາ ເພື່ອຊ່ວຍພວກ
ຊາວສວນເຫລົ່ານັ້ນ ເພີ້ມຜົນຜະລິດຂອງເຂົາເຈົ້າຂຶ້ນເຖິງ 20 ເປີເຊັນໄດ້. ສະມາຊິກທີມ
ນາງ Arianna Dereus ເວົ້າວ່າເຮືອນແກ້ວທີ່ວ່ານີ້ ແມ່ນສ້າງດ້ວຍທໍ່ PVC ແລະ
ຖົງໃສ່ເຂົ້າ.

ນາງ Arianna Dereus ເວົ້າວ່າ: “ການອອກແບບຂອງພວກເຮົາແມ່ນມີ ລາຄາ
ຍ່ອມເຍົາ, ທົນທານ ແລະຂະຫຍາຍອອກໄດ້ ແລະມັນກໍເຮັດດ້ວຍວັດຖຸທີ່
ມີໃນທ້ອງຖິ່ນ. ການເຮັດແນວນັ້ນ ແມ່ນຫລຸດຜ່ອນຄ່າໃຊ້ຈ່າຍໃນການຂົນ
ສົ່ງ ແລະກໍເປັນການສົ່ງເສີມເສດຖະກິດທ້ອງຖິ່ນນໍາ.”


ເຮືອນແກ້ວປູກຕົ້ນໄມ້ທີ່ວ່ານີ້ແມ່ນສ່ວນນຶ່ງຂອງການວາງສະແດງທີ່ເອີ້ນວ່າ Open Minds
ຫລື ແນວຄິດທີ່ເປີດກ້ວາງ ທີ່ໄດ້ຮັບການອຸປະຖໍາໂດຍກຸ່ມ ພັນທະມິດນັກນະວະກໍາແລະ
ປະດິດສ້າງລະດັບມະຫາວິທະຍາໄລແຫ່ງຊາດ ຫລື National Collegiate Inventors
and Innovators Alliance. ໃນແຕ່ລະປີ ກຸ່ມດັ່ງກ່າວເອົາເງິນໃຫ້ນັກສຶກສາມະຫາວິທະ
ຍາໄລຫລາຍກວ່າ 50 ທີມ ເພື່ອສ້າງຕົວແບບໃນການເຮັດທຸລະກິດ ໂດຍໃຊ້ເທັກໂນໂລ
ຈີໃໝ່ໆ ເພື່ອຊ່ວຍຄົນຢູ່ທົ່ວໂລກ. ທີມງານທີ່ນໍາໜ້າໝູ່ໃນຈໍານວນນີ້ ແມ່ນຖືກເລືອກໃຫ້
ເຂົ້າໄປຮ່ວມການວາງສະແດງປະຈໍາປີ.

ກຸ່ມພັນທະມິດດັ່ງກ່າວໄດ້ສ້າງຕັ້ງຂຶ້ນມາໃນປີ 1995 ໂດຍມູນນິທິ Lemelson ທີ່ສົ່ງເສີມ
ນັກປະດິດສ້າງໃນລະດັບຮາກຫຍ້າ. ທ່ານນາງ Carol Dahl ຜູ້ອໍານວຍການຂອງມູນນິ
ທິເວົ້າວ່າ ພວກນັກທຸລະກິດໜຸ່ມ ນັກຮຽນເຫລົ່ານີ້ ກໍາລັງຊ່ວຍ ໃຫ້ຄົນຫລຸດພົ້ນ
ຈາກຄວາມທຸກຈົນ.

ທ່ານນາງ Dahl ເວົ້າວ່າ: “ຢູ່ໃນບັນດາປະເທດພວມພັດທະນາ ພວກເຮົາໄດ້
ເຫັນທ່າແຮງບົ່ມຊ້ອນໃນສິ່ງປະດິດໃໝ່ໆຂອງພວກເຮົາ ເພື່ອປັບປຸງຊີ
ວິດການເປັນຢູ່ຢ່າງແທ້ຈິງ ໂດຍຜ່ານການຕອບສະໜອງຄວາມຕ້ອງການ
ຂັ້ນພື້ນຖານຂອງມວນມະນຸດ, ສິ່ງຕ່າງໆ ເຊັ່ນວ່າ ການຮັກສາ ສຸຂະອະ
ນາໄມ, ການມີຊ່ອງທາງເຂົ້າເຖິງນໍ້າສະອາດ, ຄວາມສາມາດໃນ ການມີ
ສຸຂະພາບດີ ແລະໄດ້ຊົມໃຊ້ຜະລິດຕະພັນ ດ້ານຮັກສາສຸຂະພາບ.”


ນັກສຶກສາທີມນຶ່ງໄດ້ປະດິດສ້າງກ່ອງບັນຈຸຢາ ທີ່ອາດຈະປັບປຸງສຸຂະພາບ ຂອງຫລາຍໆ
ຄົນຢູ່ໃນໂລກກໍາລັງພັດທະນາໄດ້ ໂດຍການປົກປ້ອງຢາວັກຊິນ ກໍຄືຢາປ້ອງກັນພະຍາດ
ໃຫ້ດີຂຶ້ນ. ກ່ອງທີ່ເຮັດດ້ວຍໂຟມແບບມາດ ຕະຖານແມ່ນແຕກໄດ້ງ່າຍ ສະນັ້ນອົງການອະ
ນາໄມໂລກ ປະເມີນວ່າ ຢາວັກຊິນຈໍານວນເຄິ່ງນຶ່ງ ທີ່ເອົາໃສ່ກ່ອງເຫລົ່ານັ້ນໄປແມ່ນໄດ້
ຮັບຄວາມ ເສຍຫາຍ ໃນລະຫວ່າງການຂົນສົ່ງ. ແຕ່ວ່ານັກສຶກສາທີມນຶ່ງ ຈາກມະຫາ ວິທະຍາໄລລັດ Oklahoma ມີຄວາມຫວັງວ່າ ໂດຍການໃຊ້ກ່ອງທີ່ພັບໄດ້ ທີ່ເຂົາເຈົ້າປະ
ດິດຂຶ້ນມາອັນນີ້ ຢາວັກຊິນທີ່ອຸນນະພູມເຮັດໃຫ້ເສຍຫາຍໄດ້ງ່າຍນັ້ນ ຈະຖືກເກັບໄວ້ໄດ້
ດີ. ນັກສຶກສາ Saravan Kumar ເວົ້າວ່າ ກ່ອງເຫລົ່ານີ້ ເຮັດດ້ວຍວັດຖຸຈາກຍຸກສະໄໝ
ອະວະກາດ ອັນດຽວກັນກັບ ທີ່ໃຊ້ເຮັດຕົວແບບດາວທຽມນ້ອຍໆ.

ທ້າວ Saravan Kumar ເວົ້າວ່າ “ສິ່ງເຫລົ່ານັ້ນເຮັດດ້ວຍວັດຖຸທີ່ບາງໆຂະໜາດ
ນີ້ ແລະກັນອຸນນະພູມໄດ້ແລະມັນຮັກສາອຸນນະພູມໄດ້ດົນກ່ວາ ກ່ອງໂຟມ
ທໍາມະດາ ປະມານ 10 ເທົ່າ ແລະກໍກັນກະທົບໄດ້ຫລາຍກວ່າກ່ອງໂຟມ ທໍາມະ
ດາປະມານ 10 ເທົ່າເຊັ່ນກັນ.”


ສິ່ງປະດິດໃໝ່ອັນນຶ່ງກໍຄືແຜ່ນຊີມັງຫລື້ຄອນກຣີດເບົາໆ ທີ່ອາດຊ່ວຍໃຫ້ ບ້ານເຮືອນຢູ່
ປະເທດເຮຕິ ທົນທານຕໍ່ແຜ່ນດິນໄຫວໄດ້. ທີມນັກສຶກສາ ຈາກມະຫາວິທະຍາໄລ Notre
Dame ລັດ Indiana ໄດ້ຄົ້ນພົບວ່າ ດິນບລັອກທີ່ເຮັດດ້ວຍຊີມັງທີ່ໃຊ້ຢູ່ເກາະເຮຕິ ແມ່ນມີ
ຄຸນນະພາບບໍ່ດີ ແລະບໍ່ມີການເສີມຄວາມແຂງແຮງໃດໆ. ສະມາຊິກທີມ ທ້າວ Dustin Mix
ເວົ້າວ່າ ການສ້າງເຮືອນໂດຍໃຊ້ແຜ່ນຊີມັງເຫລົ່ານີ້ ຈະສິ້ນເປືອງຄ່າໃຊ້ຈ່າຍປະມານເທົ່າໆ
ກັນ ແຕ່ຈະໄດ້ເຮືອນທີ່ແໜ້ນໜາຄົງທົນກວ່າ ແລະປອດໄພກ່ວາ.

ທ້າວ Dustin Mix ອະທິບາຍວ່າ: “ມັນມີຄຸນນະພາບດີກວ່າຫລາຍ ຊຶ່ງມາຈາກ
ທັງວັດຖຸທີ່ເຮົາໃຊ້ ແລະຂັ້ນຕອນທີ່ພວກເຮົາໃຊ້ເຮັດມັນ. ພວກເຮົາໄດ້ເສີມ
ຄວາມແຂງແຮງຕື່ມໃຫ້ມັນ ແບບທີ່ວ່າ ຖ້າເກີດແຜ່ນດິນໄຫວ ມັນກໍທົນທານ
ຕໍ່ແຮງສັ່ນສະເທືອນນັ້ນໄດ້.”


ນັກສຶກສາເຫລົ່ານີ້ຫວັງວ່າ ນະວະກໍາໃໝ່ໆຄືສິ່ງທີ່ພວກເຂົາເຈົ້າປະດິດຂຶ້ນມາເຫລົ່ານີ້ຈະ
ສ້າງຄວາມແຕກຕ່າງທີ່ດີຂຶ້ນ ຕໍ່ພວກທີ່ມີຄວາມຕ້ອງການມັນຫລາຍທີ່ສຸດ.
XS
SM
MD
LG