ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເກີດແຜ່ນດິນໄຫວຂະໜາດແຮງ ສັ່ນສະເທືອນນະຄອນຫຼວງໂຕກຽວ ວັດແທກໃນເບື້ອງຕົ້ນໄດ້ 6.1


ແຜນທີ່ຂອງປະເທດຍີປຸ່ນ ຊຶ່ງຈຸດສູນກາງຂອງແຜ່ນດິນໄຫວເກີດຂຶ້ນຢູ່ໃນເຂດນະຄອນຊິບະ ຢູ່ກ້ຳຕາເວັນອອກ ຂອງນະຄອນຫຼວງໂຕກຽວ.
ແຜນທີ່ຂອງປະເທດຍີປຸ່ນ ຊຶ່ງຈຸດສູນກາງຂອງແຜ່ນດິນໄຫວເກີດຂຶ້ນຢູ່ໃນເຂດນະຄອນຊິບະ ຢູ່ກ້ຳຕາເວັນອອກ ຂອງນະຄອນຫຼວງໂຕກຽວ.

ແຜ່ນດິນໄຫວໃນເບື້ອງຕົ້ນ ທີ່ມີຄວາມແຮງ 6.1 ໄດ້ສັ່ນສະເທືອນນະຄອນຫຼວງໂຕກຽວ ແລະບໍລິເວນອ້ອມແອ້ມ ເມື່ອຕອນແລງວັນພະຫັດວານນີ້ ເຮັດໃຫ້ເສັ້ນ ທາງລົດໄຟທັງຫຼາຍຢຸດແລ່ນແລະໄຟຟ້າດັບເປັນບາງຄັ້ງບາງຄາວ ແຕ່ບໍ່ມີລາຍງານ ຂອງຄວາມເສຍຫາຍ ທີ່ສຳຄັນໃດໆ ອີງຕາມອົງການຂ່າວ NHK ຂອງຍີປຸ່ນ.

ການສັ່ນສະເທືອນ ໄດ້ເກີດຂຶ້ນໃນເວລາ 10 ໂມງ 41 ນາທີ ຕອນແລງຕາມເວລາໃນທ້ອງຖິ່ນ ໂດຍວັດແທກຄວາມແຮງໄດ້ “5.0” ດ້ວຍເຄື່ອງວັດແທກຄວາມຮຸນແຮງຂອງຍີປຸ່ນ ຊຶ່ງເປັນລະດັບທີ່ອາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຕຶກອາຄານບາງສ່ວນແລະໄຟຟ້າດັບ ອີງຕາມການກ່າວຂອງອົງການອຸຕຸນິຍົມວິທະຍາຂອງຍີປຸ່ນ.

ຈຸດສູນກາງຂອງແຜ່ນດິນໄຫວເກີດຂຶ້ນຢູ່ໃນເຂດນະຄອນຊິບະຢູ່ກ້ຳຕາເວັ້ນອອກຂອງນະຄອນຫຼວງໂຕກຽວ. ອົງການຂ່າວ NHK ໄດ້ກ່າວວ່າ ບໍ່ມີໄພອັນຕະລາຍຂອງຄື້ນຟອງສຸນາມິ ຈາກເຫດແຜ່ນດິນໄຫວນັ້ນ.

ລັດຖະບານຍີປຸ່ນ ໄດ້ຈັດຕັ້ງຄະນະສະເພາະກິດຮັບຜິດຊອບເຫດສຸກເສີນ.

ອົງການຂ່າວ NHK ໄດ້ສະແດງໃຫ້ເຫັນ ນາຍົກລັດຖະມົນຕີຄົນໃໝ່ ທ່ານຟູມິໂອະ ກິຊິດະ ຟ້າວກັບຄືນໄປຫ້ອງການຂອງທ່ານ. ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານໄດ້ຊີ້ນຳຕໍ່ຄະນະສະເພາະກິດ ໃຫ້ໄປ “ຊັ່ງຊາເບິ່ງສະຖານະການຫຼ້າສຸດ, ປະສານງານກັບບັນດາເຈົ້າໜ້າທີ່ຂອງທ້ອງຖິ່ນກ່ຽວກັບການຮັບມືກັບເຫດການ” ແລະສະໜອງຂໍ້ມູນ ໃຫ້ແກ່ມະຫາຊົນຢ່າງວ່ອງໄວ.

ຫຼາຍນາທີກ່ອນໜ້ານີ້ ທ່ານກິຊິດະ ໄດ້ຂຽນຂໍ້ຄວາມລົງໃນທະວີດເຕີວ່າ “ເອົາມາດຕະການເພື່ອປົກປ້ອງຊີວິດຂອງພວກທ່ານ ໃນຂະນະດຽວກັນໃຫ້ຢືນຢັນຂໍ້ມູນຫຼ້າສຸດດ້ວຍ.”

ໂຄສົກຂອງອົງການຂ່າວເອກະຊົນ TBS ໄດ້ລາຍງານວ່າ ມີເຫດການທໍ່ນ້ຳປະປາແຕກຢູ່ໃນນະຄອນຫຼວງໂຕກຽວ. ສ່ວນບໍລິສັດໄຟຟ້າໂຕກຽວ ໄດ້ລາຍງານວ່າ ມີ 250 ກໍລະນີຂອງໄຟຟ້າດັບ ຢູ່ຕົວເມືອງເຊັ່ນກັນ.

ແຜ່ນດິນໄຫວແມ່ນເກີດຂຶ້ນເປັນປະຈຳຢູ່ໃນຍີປຸ່ນ ຊຶ່ງເປັນປະເທດນຶ່ງຂອງໂລກທີ່ມີພື້ນທີ່ຂອງການສັ່ນສະເທືອນຢູ່ເລື້ອຍໆແລະເກີດຂຶ້ນຫຼາຍທີ່ສຸດ. ປະເທດນີ້ ມີແຜ່ນດິນໄຫວກວມເອົາປະມານ 20 ເປີເຊັນ ຂອງແຜ່ນດິນໄຫວຢູ່ໃນໂລກທີ່ມີຄວາມແຮງ 6 ຈຸດຫຼືແຮງກວ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG