ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວ-ອາເມຣິກັນບາງຄົນເວົ້າວ່າ ປ. ທຣໍາເກັ່ງສຸດ ທຽບໃສ່ປະທານາທິບໍດີຫລາຍຄົນຜ່ານມາ ແຕ່ບາງຄົນກໍ ເວົ້າວ່າທ່ານບໍ່ມີຄວາມສາມາດ


Trump Confronted With Divided Electorate
please wait

No media source currently available

0:00 0:03:08 0:00

ໃນການເລືອຕັ້ງທີ່ຈະຈັດຂຶ້ນໃນສະຫະລັດໃນວັນທີ 3 ພະຈິກຈະມາເຖິງນີ້ ແມ່ນມີຂຶ້ນທ້າມກາງສະພາບທີ່ຄົນໃນຊາດມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍ. ເຊັ່ນດຽວກັນ ແມ່ຍິງອາເມຣິກັນເຊື້ອສາຍລາວ ທີ່ຜົນສໍາເລັດສູງໃນອາຊີບວຽກງານ ສອງຄົນຢູ່ທາງພາກຕາເວັນຕົກຂອງປະເທດກໍມີທັດສະນະແຕກຕ່າງກັນຫລາຍ ທີ່ສຸດ ໃນເລື້ອງການປ່ອນບັດເລືອກເອົາປະທານາທິບໍດີຊຸດນີ້.

ທະນາຍຄວາມຈັນພອນ ສິນລະປະໄຊ, ຈາກເມືອງປອດແລນ, ລັດອໍຣີກອນ ກ່າວຕໍ່ວີໂອເອວ່າ ທ່ານນາງໄດ້ປ່ອນບັດ ເລືອກເອົາພວກສັງກັດພັກເດໂມ ແຄຣັດໂດຍທັງໝົດເລີຍ ນັບຕັ້ງແຕ່ປະທານາທິບໍດີໄປຈົນຮອດຄະນະກໍາມາທິການຂອງເມືອງປອດແລນ. ທ່ານນາງສົ່ງຂໍ້ຄວາມ ມາຫາວີໂອເອວ່າ “ປະເທດຊາດດຽວນີ້ ຕ້ອງການການປ່ຽນແປງຢ່າງເປັນລະບົບຈຶ່ງຈະນໍາເອົາຄວາມຍຸຕິທໍາທາງດ້ານສັງຄົມ, ດ້ານຊົນຊາດຊົນເຜົ່າແລະສິ່ງສໍາຄັນທີ່ສຸດແມ່ນເພື່ອ ປົກປ້ອງຕົວບົດກົດໝາຍ ແລະສິດທິພົນລະເມືອງ ໃນລັດຖະທໍາມະນູນ.” ທະນາຍຄວາມດ້ານຄົນເຂົ້າ ເມືອງຜູ້ນີ້ເວົ້າອີກວ່າຕາມ ປົກກະຕິແລ້ວ ທ່ານນາງບໍ່ເຄີຍລົງຄະແນນສຽງ ໂດຍອີງຕາມພັກການເມືອງ ໃດເລີຍ. ແຕ່ຊຸດນີ້ທ່ານນາງບອກວ່າ:

“ຂ້ອຍຂໍເວົ້າໃຫ້ຈະແຈ້ງແທ້ໆເດີ້ ຂ້ອຍຈະບໍ່ປ່ອນບັດເລືອກເອົາຄະນະລັດ ຖະບານໃດທີ່ຊັງຄົນຂອງພວກເຮົາຈັກເທື່ອເລີຍ. ເຈົ້າສາມາດເຫັນໄດ້ຈາກ ນະໂຍບາຍຂອງຂ້ອຍໝົດທຸກອັນ, ທຸກສິ່ງທຸກຢ່າງທີ່ຂ້ອຍຢືນຂຶ້ນຕໍ່ສູ້ແທນໃຫ້. ຂ້ອຍປ່ອນບັດເພື່ອຄົນຂອງຂ້ອຍ. ຂ້ອຍລົງຄະແນນສຽງເລືອກຕັ້ງເພື່ອ ຄົນທີ່ຂ້ອຍມີຄວາມຫ່ວງໃຍທີ່ສຸດ. ມັນມີຜົນກະທົບຕໍ່ປະຊາຄົມຂອງ ພວກເຮົາແນວໃດ? ແລະ ມັນອາດຈະເປັນພັກເດໂມແຄຣັດ ຫລືອາດຈະ ເປັນພັກຣີພັບລິກັນກໍໄດ້. ມັນກ່ຽວກັບຄົນຂອງພວກເຮົາ. ແລະບໍ່ແມ່ນພຽງ ແຕ່ວ່າເຈົ້າກໍາຕໍາແໜ່ງເປັນຄະນະລັດຖະບານນຶ່ງເທົ່ານັ້ນກໍຈະດີພໍແລ້ວ. ແຕ່ ຂ້ອຍຄິດວ່າດຽວນີ້ ທ່ານທຣໍາໄດ້ສະແດງໃຫ້ເຫັນຄັ້ງແລ້ວຄັ້ງ ເຫລົ່າວ່າ ເພິ່ນ ບໍ່ມີຄວາມສາມາດ ແລະເພິ່ນກຽດຊັງຄົນ (ສ່ວນນ້ອຍ) ໂດຍສະເພາະແມ່ນປະຊາ ຄົມຊາວມຸສລິມ. ອັນນັ້ນແມ່ນຮັບເອົາບໍ່ໄດ້ສໍາລັບພວກເຮົາໃນນາມວ່າເປັນປະ ເທດນຶ່ງ. ແລະເມື່ອມີຫຍັງທີ່ກະທົບໃສ່ສະມາຊິກໃນປະຊາຄົມນຶ່ງປົກກະຕິແລ້ວ ມັນກໍຈະມີຜົນກະທົບຕໍ່ພວກເຮົາທຸກຄົນເລີຍ.”

ແຕ່ກົງກັນຂ້າມ, ທ່ານນາງເອມມີ ສີວິໄຊ, ຈາກນະຄອນລອສແອນເຈີລິສ, ລັດຄາລິຟໍເນຍ, ເຈົ້າຂອງບໍລິສັດນໍາເຂົ້າເຟີນີເຈີເພື່ອສະໜອງໃຫ້ໂຮງແຮມ ຕ່າງໆ ກັບເວົ້າວ່າ ພວກຄົນ ທີ່ບໍ່ມັກທ່ານທຣໍາກໍຍ້ອນເຂົາ ເຈົ້າໄປເນັ້ນໃສ່ແຕ່ບຸກ ຄະລິກ ແລະຄໍາເວົ້າຂອງເພິ່ນຊຶ່ງບາງຄັ້ງກໍອາດຈະບໍ່ມ່ວນຫູປານໃດ ແຕ່ບໍ່ເບິ່ງ ພາບລວມທີ່ໃຫຍ່ໆ. ທ່ານນາງບອກວ່າ ທີ່ຈິງແລ້ວ ທ່ານທຣໍາເປັນຄົນເກັ່ງ ມີ ຜົນງານອັນຍິ່ງໃຫຍ່ຕໍ່ປະເທດຊາດ, ໂດຍສະເພາະແມ່ນເລື້ອງເສດຖະກິດ.

ນັກທຸລະກິດເຊື້ອສາຍລາວຜູ້ທີ່ເມື່ອກ່ອນເຄີຍຖືວ່າ ຕົນເອງເປັນຄົນສັງກັດ ພັກເດໂມແຄຣັດນັ້ນເລົ່າເຖິງຜົນດີຂອງນະໂຍບາຍຕ່າງໆຂອງທ່ານທຣໍາວ່າ:

“ຜົນໄດ້ຮັບຄື: ອັດຕາຄົນຫວ່ງງານຫລຸດລົງ, ຕະຫລາດຮຸ້ນ ແລະທຸລະກິດ ຮຸ່ງເຮືອງຂຶ້ນ, ເອົາບໍລິສັດຜະລິດຢາກັບຄືນມາ, ເອົາທຸລະກິດກັບຄືນມາ, ຕໍ່ສູ້ຈີນຄືນ, ຂໍ້ຕົກລົງສັນຕິພາບຢູ່ເຂດຕາເວັນອອກກາງ, ຂໍ້ຕົກລົງສັນຕິພາບ ຢູ່ເຂດ ແຖວໂກໂຊໂວ ທຸກສິ່ງທຸກຢ່າງເຫລົ່ານັ້ນ. ເປົ້າໝາຍກໍຄືອັດຕາພາສີຕໍ່າແມ່ນນໍ້າ ເບີ້ 1 ເລີຍ. ເອີ ເຈົ້າຮູ້ບໍ່ຄົນເຮົາ ໃນເມື່ອກ່ອນ ຂ້ອຍເຄີຍຄິດໄດ໋ວ່າ ໂອ້ຂ້ອຍເປັນ ເດໂມແຄຣັດ ເກັບພາສີພວກຄົນຮັ່ງ ເກັບພາສີພວກຄົນຮັ່ງໃຫ້ຫລາຍໆເລີຍ. ແຕ່ເຈົ້າຮູ້ຢູ່ບໍ່ວ່າ ບໍລິສັດໃຫຍ່ໆ ເກືອບໝົດທຸກບໍລິສັດ ເຊັ່ນວ່າແອັບໂປ (Apple) ຊຶ່ງເປັນບໍລິສັດນຶ່ງໃນນັ້ນ ສໍານັກງານໃຫຍ່ຂອງບໍລິສັດນີ້ ບໍ່ໄດ້ຕັ້ງຢູ່ໃນ ສະຫະ ລັດເລີຍ. ເປັນຫຍັງປະທານາທິບໍດີ ຄົນກ່ອນໆ ຈຶ່ງບໍ່ພະຍາຍາມ ທີ່ຈະຮັກສາທຸ ລະກິດໄວ້ໃນສະຫະລັດ ໃຫ້ບໍ ລິສັດຕ່າງໆ ເອົາສໍານັກງານໃຫຍ່ຂອງເຂົາ ເຈົ້າໄວ້ໃນນີ້ ເພື່ອວ່າເຈົ້າຊິໄດ້ ເກັບພາສີກໍາໄລນໍາເຂົາເຈົ້າ.”

ທ່ານນາງບອກອີກວ່າ ຜົນງານທາງເສດຖະກິດທີ່ສໍາຄັນສຸດ ອີກອັນນຶ່ງຂອງທ່ານ ທຣໍາກໍຄື ການທີ່ອັດຕາຄົນຫວ່າງງານໃນປະເທດຫຼຸດລົງເຫລືອພຽງ 3 ເປີເຊັນ ປາຍເທົ່ານັ້ນ, ຊຶ່ງທ່ານນາງເວົ້າວ່າເປັນສິ່ງທີ່ດີຫລາຍເພາະບໍ່ເຄີຍມີປະທານາ ທິບໍດີຄົນໃດເຮັດ ໄດ້ໃນຮອບ 5 ທົດສະວັດຜ່ານມາ.

Read Summary on this News Below:

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ຢູ່ຂ້າງລຸ່ມນີ້:

Starkly Different Perspectives on Trump’s Presidency Influent Voting in Lao Community

Two successful Lao-American women’s perspectives which are contrasted with each other on Donald Trump’s presidency influenced their votes differently. An immigration lawyer Chanpone Sinlapasay in Oregon said that she voted blue across the board ranging from the president to Portland city council. She argued that Trump is incapable and “does not like people [in minority communities], especially in Muslim community, which is unacceptable as a country”. On the other hand, a furniture importing business owner, Amy Sivixay, argued that people need to look at the bigger picture to see his capability. She said the results of his policies are big “lower unemployment, stock market, business booming, bring back pharmaceutical, bring back businesses, fighting against China, peace deal in Middle East, peace deal in Kosovo,

XS
SM
MD
LG