ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງໂຮງງານ ໃນກໍາປູເຈຍ ຖືກກົດດັນ ໃຫ້ປັບປຸງຄວາມປອດໄພ (ວີດິໂອ)


ພວກຄົນງານຕັດຫຍິບ ພະຍາຍາມຍູ້ປະຕູເຂົ້າໄປ ໃນບໍລິເວນ ໂຮງງານຕັດຫຍິບ Sabrina ທີ່ແຂວງກໍາປົງ ສະເປີ ເພື່ອປະທ້ວງເລື້ອງຄວາມປອດໄພ, ວັນທີ 3 ມິຖຸນາ 2013.
ພວກຄົນງານຕັດຫຍິບ ພະຍາຍາມຍູ້ປະຕູເຂົ້າໄປ ໃນບໍລິເວນ ໂຮງງານຕັດຫຍິບ Sabrina ທີ່ແຂວງກໍາປົງ ສະເປີ ເພື່ອປະທ້ວງເລື້ອງຄວາມປອດໄພ, ວັນທີ 3 ມິຖຸນາ 2013.
ໃນຕົ້ນເດືອນພຶດສະພາຜ່ານມານີ້ ຄົນງານຕັດຫຍິບຊາວກໍາປູ
ເຈຍສອງຄົນເສຍຊີວິດ ແລະອີກຫຼາຍກວ່າ 30 ຄົນໄດ້ຮັບບາດ
ເຈັບ ເວລາສ່ວນນຶ່ງຂອງໂຮງງານຕັດຫຍິບສອງແຫ່ງຢູ່​ໃນ​ຕຶກ​
ດຽວ​ກັນພັງລົງ. ອຸບັດເຫດດັ່ງກ່າວເກີດຂຶ້ນ ທ່າມກາງທີ່​ມີ​ການ​
ເພ່ງ​ເລັງ​ເພີ້​ມຂຶ້ນ​ໃສ່​ເລື້ອງ​ຄວາມ​ປອດ​ໄພ​ ຂອງ ວົງການອຸດສາ ຫະກໍາຕັດຫຍິບຂອງໂລກ ຫຼັງຈາກຕຶກໂຮງງານຕັດຫຍິບ ແບບ ດຽວກັນໄດ້ພັງລົງທີ່ບັງກລາແດັສ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ
ຫຼາຍກວ່າ 1,100 ຄົນ. ບັດນີ້ບັນດາເຈົ້າຂອງໂຮງງານຕັດຫຍິບ
ທັງຫຼາຍໃນກໍາປູເຈຍ ກໍາລັງຕົກຢູ່ພາຍໃຕ້ຄວາມກົດດັນ​ໃຫ້ຮັບ ປະກັນຄວາມປອດໄພຂອງຕຶກໂຮງ ງານ ຂອງພວກເຂົາເຈົ້າ.
Robert Carmichael ຜູ້ສື່ຂ່າວວີໂອເອ ລາຍ ງານ ຈາກນະ
ຄອນຫຼວງພະນົມເປັນ ຊຶ່ງທອງປານມີເລຶ່ອງນີ້ມາສະເໜີທ່ານ
ໃນອັນດັບຕໍ່ໄປ


ໃນທ້າຍ​ເດືອນ​ແລ້ວ​ນີ້ ໄດ້ມີຈົດຫຼາຍສະບັບນຶ່ງ ສົ່ງ​ໄປເຖິງໂຮງ ງານຕັດເກີບແລະຕັດ
ຫຍິບ 500 ແຫ່ງໃນກໍາປູເຈຍ ແນະນໍາໃຫ້ພວກເຂົາເຈົ້າ ຈ້າງພວກ​ກວດກາ ​ໄປກວດ
ສອບ​ເບິ່ງຄວາມແຂງແຮງຂອງໂຄງສ້າງ ຂອງຕຶກ​ໂຮງງານ ຂອງເຂົາເຈົ້າທັງໝົດນັ້ນ.

ຈົດໝາຍສະບັບດັ່ງກ່າວແມ່ນມາຈາກ ອົງການແຮງງານສາກົນຂອງສະຫະປະຊາຊາດ
ຫຼື ILO ແລະສະມາຄົມ​ຜູ້​ຜະລິດ​ເສື້ອຜ້າ​ໃນ​ກໍາປູ​ເຈຍ ຫຼື GMAC ຊຶ່ງເປັນອົງກອນຕາງໜ້າ
ພວກເຈົ້າຂອງໂຮງງານຕັດຫຍິບ​ທັງຫຼາຍ. ພາຍໃຕ້ໂຄງການ ໂຮງຈັກໂຮງງານ ທີ່ດີຂຶ້ນ ຂອງກໍາປູເຈຍ ຫຼື Better Factories Cambodia ນັ້ນ ອົງ​ການ ILO ຕິດຕາມເບິ່ງ
ສະພາບຂອງຕຶກໂຮງງານປະມານ 430 ແຫ່ງ ທີ່ຈ້າງຄົນງານຫຼາຍກວ່າ ສີ່ແສນຄົນ.

ການກໍ່ສ້າງແບບລວກໆບໍ່ໄດ້ມາດຕະຖານຄວາມແຂງແຮງທົນທານ ​ແມ່ນ​ເປັນສາເຫດ
ໃຫຍ່ທີ່ເຮັດໃຫ້ຕຶກພັງລົງ ສົ່ງຜົນໃຫ້ຄົນງານເສຍຊີວິດສອງຄົນ ແລະບາດເຈັບອີກຫຼາຍ
ສິບຄົນນັ້ນ. ອົງການ GMAC ແລະ ILO ບອກ ບັນດາເຈົ້າຂອງໂຮງງານວ່າ ຄວາມປອດ
ໄພຂອງຄົນງານ ແລະຄວາມໝັ້ນຄົງຂອງອຸດສາຫະກໍາແມ່ນ​ເປັນເດີມພັນ ແລະວ່າມັນ
ນອນຢູ່ໃນຜົນປະໂຫຍດຂອງອຸດສາຫະກໍານີ້ ທີ່ຈະຕ້ອງລົງມືປະຕິບັດ ແຕ່ບັດນີ້ໄປ.

Jason Judd ທີ່ປຶກສາດ້ານວິຊາການປະຈໍາອົງການແຮງງານສາກົນ ຫຼື ILO ເວົ້າວ່າ
ມີບາງໂຮງງານທີ່ເຫັນພ້ອມກັບຂໍ້ສະເໜີດັ່ງກ່າວນີ້ແລ້ວ.

ທ່ານ ຈັດ ເວົ້າວ່າ: “ອໍານາດທີ່​ຈະ​ໃຊ້​ງັດ​ງ້າງ​ເພື່ອ​ໃຫ້​ມີການປ່ຽນແປງໃນໂຮງຈັກ
ໂຮງງານເຫຼົ່ານີ້ ທໍາອິດແມ່ນຂຶ້ນຢູ່ກັບພວກ
ຜູ້ຊື້ທັງຫຼາຍ ແຕ່​ໃນ​ບັ້ນ​ສຸດ​ທ້າຍແລ້ວ
ກໍແມ່ນຂຶ້ນຢູ່ກັບລັດຖະບານກໍາປູເຈຍ. ພວກຜູ້ຊື້ກໍມີອິດທິພົນ ກວມໂຮງຈັກໂຮງ
ງານ
ຫຼາຍຢູ່. ພວກເຮົາຄິດວ່າ ບັນດາໂຮງງານທີ່ຖືກຜັກດັນ ຢ່າງແທ້ຈິງ ໂດຍ
ພວກຮັບຊື້
ສິນຄ້າຂອງເຂົາເຈົ້ານັ້ນ ​ແມ່ນ​ມີ​ທາງວ່າ ຈະເປັນຜູ້ຕົກລົງໃຫ້ມີການ
ກວດສອບໂຄງສ້າງຕຶກ
ຂອງ​ເຂົາ​ເຈົ້າ ຫຼາຍກ່ວາ​ພວກ​ອື່ນ.”

ພວກຄົນງານຕັດຫຍິບ ປະທ້ວງເຈົ້າຂອງໂຮງງານ
ພວກຄົນງານຕັດຫຍິບ ປະທ້ວງເຈົ້າຂອງໂຮງງານ

ອຸດສາຫະກໍາຜະລິດເສື້ອຜ້າຂອງກໍາປູເຈຍ ເປັນຫຼັກແກນກາງ
ຂອງເສດຖະກິດຂອງປະ ເທດ ຄືມີມູນຄ່າເກືອບຫ້າພັນລ້ານໂດ
ລາຕໍ່ປີ ​ແລະ​ເປັນອຸດສາຫະກໍາທີ່ສ້າງລາຍໄດ້ຈາກການສົ່ງອອກ ລາຍໃຫຍ່ທີ່ສຸດຂອງປະເທດ ແລະເປັນນາຍຈ້າງທາງການທີ່
ໃຫຍ່ທີ່ ສຸດ. ຜູ້ມີສ່ວນໄດ້ສ່ວນເສຍສໍາຄັນສາມຝ່າຍຢູ່ໃນອຸດສາ ຫະກໍາຜະລິດເສື້ອຜ້າຂອງ ກໍາ ປູເຈຍ ກໍຄືລັດຖະບານ, ພວກບໍລິ ສັດທີ່ເປັນເຈົ້າຂອງໂຮງງານ ຊຶ່ງສ່ວນໃຫຍ່ແມ່ນມາຈາກຈີນ ເກົາ
ຫຼີ​ໃຕ້ ແລະໄຕ້ຫວັນ ແລະພວກບໍລິສັດຮັບຊື້ຊຶ່ງໂຮມທັງບໍລິສັດຍີ່
ຫໍ້ ລະດັບໂລກ ເຊັ່ນ Nike, Adidas ແລະ Walmart

Dave Welsh ເປັນຜູ້ອໍານວຍການສາຂາ​ກໍາປູ​ເຈຍ ຂອງສູນກາງ​ເອກກະພາບແຮງງານ ສາກົນອະເມຣິກັນ ຊຶ່ງເປັນສູນກາງທີ່ບໍ່ຫວັງຜົນກໍາໄລ ທີ່ປະຕິບັດງານຮ່ວມກັບຂະ​ບວນ
ການແຮງງານ ທີ່ມີສໍານັກງານຢູ່ໃນສະຫະລັດ. ທ່ານ Welsh ໄດ້ອ້າງເຖິງລາຍງານສະ
ບັບນຶ່ງເມື່ອບໍ່ດົນມານີ້ ໂດຍ ໂຄງການໂຮງງານທີ່ດີກວ່າຂອງກໍາປູເຈຍ ຫຼື Better Factories Cambodia ທີ່ພົບວ່າ 14 ເປີເຊັນ ຂອງພວກ​ໂຮງງານ​ທີ່​ຖືກສໍາຫຼວດພາ
ກັນໃສ່ກຸນແຈອັດທາງອອກສຸກເສີນຫຼືທາງຫຼົບໄຟ ຊຶ່ງ​ແມ່ນ​ເພີ້​ມຂຶ້ນ ຈາກນຶ່ງເປີເຊັນ ເມື່ອ
ສອງປີກ່ອນ ແລະມີ 41 ​ເປີ​ເຊັນ​ຂອງ​ພວກໂຮງງານ ທີ່ບໍ່ເອົາໃຈໃສ່ຝຶກຊ້ອມການໜີໄຟ ທຸກໆຫົກເດືອນ.

ທ່ານ Welsh ເວົ້າວ່າ: ຖ້າ​ເວົ້າ​ໃນ​ລະດັບ​ໂລກ​ແລ້ວ ແມ່ນ​ເຮົາ​ກໍາລັງ​ເວົ້າ​ເຖິງ
ໂຮງຈັກໂຮງງານບໍ່​ເທົ່າ​ໃດ​ແຫ່ງ ແລະອຸດສາຫະກໍາທີ່ໃຫ້ກໍາໄລງາມ. ສະນັ້ນ
ການຮັບປະກັນ ໃຫ້ມີທາງອອກສໍາລັບຫຼົບໄ ​ແລະ​ໃຫ້ໂຄງສ້າງຂອງ​ພວກ
ໂຮງງານສົ່ງອອກ 400 ແຫ່ງເຫຼົ່ານັ້ນ ​ແໜ້ນໜາ​ໄດ້ມາດຕະຖານສາກົນ ກໍ
ແມ່ນຢູ່ພາຍໃນຂອບ​ເຂດທີ່​ສາມາດ​ຈະ​ເຮັດໄດ້ ບໍ່ສະເພາະແຕ່ພາກລັດຖະ
ບານເທົ່ານັ້ນ ແຕ່ພວກ
ບໍລິສັດຍີ່ຫໍ້ທີ່​ຮັບ​ຊຶ້ ແລະພວກໂຮງານນໍາ​ດ້ວຍ. ແຕ່
ວ່າ ຕາມທີ່ພວກເຮົາ​ໄດ້ເຫັນຢູ່​ໃນລາຍ​ງານຂອງ ILO ເມື່ອບໍ່ດົນມານີ້ ມັນ
ເບິ່ງຄືວ່າໄພພິບັດກໍາລັງ
ລໍຖ້າເວລາ​ທີ່​ຈະເກີດຂຶ້ນ ແລະບັດນີ້ ມັນເຖິງເວລາ
ແລ້ວ.”


Ken Loo ເລຂາ​ທິການ​ໃຫຍ່​ຂອງ​ສະຫະພັນ​ກໍາມະບານ GMAC ​ເວົ້າ​ວ່າ ສະມາຊິກ ສ່ວນໃຫຍ່ຂອງ GMAC ​ແມ່ນຈະປະຕິບັດຕາມຄໍາແນະນໍາຂອງ GMAC ແລະກໍພ້ອມ ຈະໃຫ້ເຈົ້າໜ້າທີ່ມາກວດກາຕຶກ​ໂຮງງານຕາມກໍານົດ.

ທ່ານ ລູ ເວົ້າວ່າ: “ ມັນບໍ່ແມ່ນ​ເລື້ອງກ່ຽວກັບວ່າ ພວກໂຮງຈັກໂຮງງານ ຈໍາ​ເປັນ ຈະຕ້ອງເຮັດໃນເວລາ​ໃດ ແຕ່ມັນເປັນແບບນີ້ຫຼາຍກວ່າ ຄື​ມັນ​ເປັນ​ເລື້ອງ​ທີ່​ວ່າ
ຖ້າເຮົາເປັນ​ສະມາຊິກຂອງ​ກໍາມະບານ
ເຮົາກໍຄວນ​ຈະເປັນຫ່ວງກ່ຽວ​ກັ​ບ​ເລື້ອງ​
ນີ້
ແລະສະນັ້ນ ເຮົາກໍຄວນຈະເອົາໃຈໃສ່.

ໃນເດືອນກຸມພາຜ່ານມານີ້ ໂຄງການໂຮງງານທີ່ດີກວ່າຂອງກໍາປູເຈຍ ເອງ ກໍຖືກ
ໂຈມຕີຢ່າງໜັກ ຍ້ອນ​ຂໍ້​ຫາ​ວ່າ ຂາດຄວາມໂປ່ງໃສແລະບໍ່ສາມາດບັງຄັບ​ໃຫ້​ມີການ​ຈັດຕັ້ງປະຕິບັດ​ຕາມ​ ຜົນ​ການ​ສໍາ​ຫຼວດຂອງຕົນໄດ້.

ທ່ານ Ben Hensler ຮອງຜູ້ອໍານວຍການສະມາຄົມສິດທິຂອງຄົນງານ ເວົ້າຜ່ານ
Skype ວ່າ ອົງການ ILO ເຮັດຜິດພາດ ເວລາໄດ້ຕົກລົງໃນ ປີ 2006 ທີ່ຈະ​ບໍ່ນໍາ​
ເອົາ ຜົນການສໍາ​ຫຼວດຂອງ​ຕົນ ອອກເຜີຍແຜ່ນັ້ນ.

ທ່ານ Hensler ເວົ້າວ່າ: ​ເພາະພວກເຮົາຄິດວ່າ ວິທີດຽວເທົ່ານັ້ນທີ່ສະພາບການ
ຈະດີຂຶ້ນໄດ້
ກໍຕ້ອງ​ມີຄວາມໂປ່ງໃສ​ໃນ​ລະດັບ​ໃດ​ລະດັບ​ນຶ່ງ ແລະຕ້ອງໃຫ້ພວກ
ໂຮງຈັກໂຮງານ ແລະບໍລິສັດຜູ້ຊື້ ຮູ້ວ່າ ຖ້າຫາກພວກເຂົາເຈົ້າບໍ່ສາມາດປະຕິ
ບັດ
ມາດຕະຖານ ການເຮັດໃຫ້ພວກຄົນງານມີຄວາມ ປອດໄພ​ແລ້ວ ມະຫາຊົນ
ກໍຈະຮູ້ເລື້ອງນີ້ ແລະຊື່ສຽງຂອງພວກເຂົາເຈົ້າ ກໍຈະເສຍຫາຍ.”

ທ່າທາງນ Jason Judd ປະຈໍາ ILO ເວົ້າວ່າ ທາງອົງການຮັບຮູ້ ຄວາມຈໍາເປັນທີ່​ຈະ​ຕ້ອງມີ​ການປ່ຽນແປງ ແລະກໍມີແຜນຈະ​ເປີດ​ເຜີຍໂຄງການດັດແກ້ ໃນທ້າຍປີນີ້.

ທ່ານ Judd ເວົ້າວ່າ: “ພວກເຮົາກໍາລັງຮ່າງລາຍລະອຽດໃນເລື້ອງນັ້ນຢູ່ ແຕ່ການ
ເປີດເຜີຍໃຫ້ສາທາລະນະຮູ້
ກໍຈະຕ້ອງມີເປົ້າໝາຍ ເພື່ອວ່າມັນ ຈະຜັກດັນໃຫ້
ມີການປັບປຸງໃຫ້ດີຂຶ້ນ
ໃນພວກໂຮງຈັກໂຮງງານ ທີ່ແທ້ໆ ແລ້ວ ເປັນຜູ້ລະເມີດ
ກົດໝາຍແບບຊໍ້າໆຊາກໆ ຫຼືແບບຊໍາເຮື້ອນັ້ນ ແລະ
ນອກນັ້ນ​ແລ້ວ ກໍຈະຊ່ວຍ
ຊຸກຍູ້ໃຫ້ມີການປັບປຸງໃຫ້ດີຂຶ້ນກ່ຽວກັບບັນຫາ
ຄວາມປອດໄພ ເວລາເກີດໄຟ
ໄໝ້ນັ້ນນໍາ.”


ແຕ່ທ່ານ Judd ເນັ້ນຢໍ້າວ່າ ຄວາມຮັບຜິດຊອບ​ໃນ​ການ​ທີ່​ຈະ​ເຮັດ​ໃຫ້​ໄດ້ສໍາເລັດນັ້ນ
ໃນບັ້ນ​ສຸດ​ທ້າຍ​ແລ້ວ ກໍແມ່ນຂຶ້ນ​ຢູ່​ກັບພວກມີອໍານາດ ທີ່ຈະທໍາການປ່ຽນແປງສິ່ງເຫຼົ່າ
ນັ້ນໄດ້ ຊຶ່ງກໍໄດ້ແກ່ ພວກ​ເຈົ້າ​ຂອງໂຮງຈັກໂຮງງານ ພວກ​ບໍລິສັດຍີ່ຫໍ້ທີ່​ຮັບ​ຊື້ ແລະລັດ
ຖະບານກໍາປູເຈຍ ນັ້ນເອງ.

ເບິ່ງວີດິໂອກ່ຽວກັບ ໂຮງງານພັງທີ່ກໍາປູເຈຍ:

Cambodia Factory Collapse
please wait

No media source currently available

0:00 0:02:42 0:00

ຜູ້ກ່າວໃນວີດິໂອຄົນທີນຶ່ງ - ຍາດຂອງຜູ້ເສຍຊີວິດຄົນນຶ່ງ: “ຂ້ອຍຢາກຂໍໃຫ້
ລັດຖະບານ ເຮັດໃຫ້ແນ່ໃຈວ່າ ມີຄວາມປອດໄພຢູ່ໃນໂນງງານ ເພື່ອວ່າ
ພວກຄົນງານລຸ້ນຕໍ່ໄປ ຈະບໍ່ປະສົບກັບບັນຫາແບບດຽວກັນນີ້.”


ຄົນທີສອງ - ປະທານສະຫະພັນກໍາມະບານກໍາປູເຈຍ: “ຖ້າຫາກວ່າ ສ່ວນນຶ່ງຂອງ
ຕຶກຫລັງນີ້ ທີ່ຫາກໍປຸກຂຶ້ມາໄດ້ພຽງປີດຽວ ສາມາດພັງລົງມາໄດ້ ແລ້ວພວກຕຶກ
ຫລັງອື່ນໆຢູ່ໃນກໍາປູເຈຍ ຫັ້ນເດ້? ອັນນີ້ແມ່ນເລື້ອງຄວາມເປັນຫ່ວງອັນໃຫຍ່
ຫລວງ ສໍາລັບທັງພວກຄົນງານແລະພະນັກງານ ເພາະພວກເຮົາຮູ້ດີວ່າ
ຢູ່ໃນປະເທດນີ້ ການກໍ່ສ້າງແມ່ນບໍ່ປະຕິບັດຕາມກົດລະບຽບດ້ານເທັກນິກ
ຢູ່ສະເໝີໄປ.”


ຄົນທີສາມ - ທ່ານອິດ ສໍາເຮັງ ລັດຖະມົນຕີກະຊວງກິດສັງຄົມ: “ພວກເຮົາເສຍໃຈ
ຫລາຍ ແລະຂໍສະແດງຄວາມເສົ້າສະລົດໃຈ ໄປຍັງບັນດາຄອບຄົວຂອງຄົນ
ງານສອງຄົນນັ້ນ. ທາງລັດຖະບານຈະດໍາເນີນການເພື່ອຮັບປະກັນ ບໍ່ໃຫ້ເຫດ
ຮ້າຍທໍານອງນີ້ເກີດຂຶ້ນອີກ.”
XS
SM
MD
LG