ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົບພະຍົບທີ່ຕິດຄ້າງ ຢູ່ຕ່າງປະເທດ ຮຽກຮ້ອງໃຫ້ ອອສເຕຣເລຍ ຜ່ອນຜັນ ມາດຕະການ ປິດເຂດຊາຍແດນຍ້ອນ COVID-19


ປະຊາຊົນຍ່າງຢູ່ໃກ້ກັບໂຮງລະຄອນ Opera House, ນະຄອນ ຊິດນີ, ອອສເຕຣເລຍ. 2 ພະຈິກ, 2016.
ປະຊາຊົນຍ່າງຢູ່ໃກ້ກັບໂຮງລະຄອນ Opera House, ນະຄອນ ຊິດນີ, ອອສເຕຣເລຍ. 2 ພະຈິກ, 2016.

ບັນດານັກໂຄສະນາສົ່ງເສີມໄດ້ຮຽກຮ້ອງໃຫ້ ອອສເຕຣເລຍ ເລີ່ມໂຄງການອົບພະຍົບຂອງເຂົາເຈົ້າ ທີ່ມັນໄດ້ເຮັດໃຫ້ປະຊາຊົນຫຼາຍພັນຄົນຕິດຄ້າງຢູ່ຕ່າງປະເທດຄືນໃໝ່. ປະເທດ ອອສເຕຣເລຍ ໄດ້ປິດເຂດຊາຍແດນສາກົນຂອງເຂົາເຈົ້າໃນເດືອນມີນາທີ່ຜ່ານມາ ຍ້ອນໂຣກລະບາດໄວຣັສໂຄໂຣນາ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສະພາອົບພະຍົບຂອງແຫ່ງ ອອສເຕຣເລຍ ໄດ້ຄາດຄະເນວ່າ ອົບພະຍົບປະມານ 4,000 ຄົນທີ່ມີວີຊາມະນຸດສະທຳ ທີ່ຈະອະນຸຍາດໃຫ້ເດີນທາງເຂົ້າໃນ ອອສເຕຣເລຍ ຕອນນີ້ແມ່ນຕິດຄ້າງຢູ່ໃນຕ່າງປະເທດ. ເຂົາເຈົ້າບໍ່ສາມາດທີ່ຈະເດີນທາງເພາະວ່າ ເຂດຊາຍແດນສາກົນຂອງ ອອສເຕຣເລຍ ໄດ້ຖືກປິດຕໍ່ຄົນຕ່າງປະເທດໃນເດືອນມີນາ ເພື່ອຫຼຸດຜ່ອນການລະບາດຂອງ COVID-19.

ທ້າວ ເດວິດ ໂອດີຊ ແມ່ນອົບພະຍົບ ອີຣັກ ໃນປະເທດ ອອສເຕຣເລຍ. ນ້ອງສາວກັບຄອບຄົວຂອງລາວໄດ້ຮັບວີຊາມະນຸດສະທຳໃນເດືອນມັງກອນທີ່ຜ່ານມາ ແລະ ໄດ້ມີແຜນທີ່ຈະພົບກັບລາວໃນເດືອນມີນາ.

ຄອບຄົວດັ່ງກ່າວໄດ້ຫຼົບໜີຈາກກຸ່ມກໍ່ການຮ້າຍລັດອິສລາມ ໃນບ້ານເກີດຂອງເຂົາເຈົ້າທີ່ເມືອງ ໂມຊູລ, ທີ່ຕັ້ງຢູ່ພາກເໜືອຂອງ ອີຣັກ ແລະ ໄດ້ຫຼົບໜີໄປປະເທດ ເລບານອນ, ບ່ອນທີ່ເຂົາເຈົ້າຍັງອາ ໄສຢູ່ໃນປັດຈຸບັນນີ້.

ທ້າວ ໂອດີຊ ເວົ້າວ່ານ້ອງສາວຂອງລາວແມ່ນກຳລັງດີ້ນຮົນທີ່ຈະເອົາຊີວິດລອດ ໃນຫ້ອງອາພາດເມັ້ນນ້ອຍແຫ່ງນຶ່ງຢູ່ນະຄອນຫຼວງ ເບຣຸດ ແລະ ລາວກໍກຳລັງຮ້ອງຂໍບັນດາເຈົ້າໜ້າທີ່ໃນລັດຖະ ບານ ແຄນເບີຣາ ໃຫ້ອະນຸຍາດຄອບຄົວຂອງ ລາວມາ.

ທ້າວ ໂອດີຊ ກ່າວວ່າ “ເຂົາເຈົ້າມີເອກະສານພ້ອມທຸກຢ່າງ, ທັງໝົດໄດ້ຮັບການອະນຸມັດ, ແລະ ໂຊກບໍ່ເຂົ້າຂ້າງ, ສິ່ງທີ່ເກີດຂຶ້ນກໍແມ່ນໂຣກລະບາດ COVID-19, ທຸກຢ່າງໄດ້ຢຸດໝົດ, ເຂດຊາຍ ແດນຖືກປິດ. ຂ້າພະເຈົ້າຫວັງວ່າລັດຖະບານ ອອສເຕຣເລຍ ຈະໄດ້ຍິນສຽງຂອງພວກເຮົາ ແລະ ປ່ຽນການຕັດສິນໃຈຂອງເຂົາເຈົ້າ.”

ຄອບຄົວດັ່ງກ່າວເວົ້າວ່າເຂົາເຈົ້າໄດ້ສະໝັກຂໍອະນຸຍາດພິເສດສອງຄັ້ງຈາກລັດຖະບານໃນນະ ຄອນຫຼວງ ແຄນເບີຣາ ເພື່ອເດີນທາງໄປ ອອສເຕຣເລຍ. ການຂໍຮ້ອງດັ່ງກ່າວໄດ້ຖືກປະຕິເສດ. ເຂດຊາຍແດນສາກົນຂອງ ອອສເຕຣເລຍ ຄາດວ່າຈະປິດໄປຈົນຮອດປີ 2021.

ບັນດາຜູ້ໂຄສະນາສົ່ງເສີມເຊື່ອວ່າ ພວກອົບພະຍົບຄວນໄດ້ຮັບອະນຸຍາດໃຫ້ເຂົ້າປະເທດຄືກັບຜູ້ຖືສັນຊາດ ແລະ ຜູ້ອາໄສຢູ່ຖາວອນ.

ກະຊວງພາຍໃນປາກົດວ່າບໍ່ໄດ້ທຳການປ່ຽນແປງຫຍັງ. ເຂົາເຈົ້າເວົ້າວ່າຂໍ້ຫ້າມຕ່າງໆຕໍ່ເຂດຊາຍ ແດນ “ແມ່ນໄດ້ປະສົບຄວາມສຳເລັດໃນການຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາໃນ ອອສເຕຣເລຍ.”

ອົບພະຍົບ 12,700 ຄົນໄດ້ຕັ້ງຖິ່ນຖານໃໝ່ໃນ ອອສເຕຣເລຍ ໃນປີ 2018. ສ່ວນຫຼາຍແມ່ນມາ ຈາກ ອີຣັກ, ພ້ອມກັບຄົນອື່ນໆທີ່ຫຼົບໜີຈາກ ມຽນມາ, ຊີເຣຍ ແລະ ອັຟການິສຖານ.

ລັດຖະບານໄດ້ກ່າວວ່າ ອອສເຕຣເລຍ ມີນຶ່ງໃນໂຄງການຕັ້ງຖິ່ນຖານໃໝ່ທີ່ “ມີນໍ້າໃຈທີ່ສຸດ” ໃນໂລກ ແລະ ໄດ້ໃຫ້ທີຢູ່ອາໄສຕໍ່ອົບພະຍົບເກືອບ 900,000 ຄົນນັບຕັ້ງແຕ່ທ້າຍສົງຄາມໂລກຄັ້ງທີສອງ.

ແນວໃດກໍຕາມ, ການກັງຂັງຜູ້ຂໍລີ້ໄພຂອງເຂົາເຈົ້າ ຜູ້ທີ່ພະຍາຍາມຈະເດີນທາງເຂົ້າ ອອສເຕຣເລຍ ທາງທະເລ ໃນສູນນອກຊາຍຝັ່ງໃນພາກໃຕ້ຂອງມະຫາສະໝຸດປາຊີຟິກ ໄດ້ກໍ່ໃຫ້ເກີດການກ່າວປະນາມຈາກສາກົນຢ່າງຊໍ້າແລ້ວຊໍ້າອີກ. ໃນການຕອບໂຕ້ນັ້ນ, ລັດຖະບານ ແຄນເບີຣາ ໄດ້ຢືນຢັນວ່ານະໂຍບາຍຕ່າງໆແມ່ນການຍັບຢັ້ງ ແລະ ໄດ້ປ້ອງກັນພວກຍົກຍ້າຍຖິ່ນຖານສ່ຽງຊີວິດຂອງເຂົາ ເຈົ້າເດີນທາງຂ້າມນໍ້າທີ່ອັນຕະລາຍ ໃນເຮືອນທີ່ບໍ່ເໝາະສົມກັບການອອກທະເລ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG