ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮຸ້ນຢູ່ ສະຫະລັດ ຕົກລາຄາ ຢ່າງໃຫຍ່ ໃນ ວັນຈັນວານນີ້


ພາບໃນຈໍໂທລະພາບ ສະແດງໃຫ້ເຫັນຕົວເລກ ສະເລ່ຍ ຕົກລາຄາ ຂອງຮຸ້ນອຸດສາຫະກຳ Down Jones, ທີ່ສຳນັກງານໃຫຍ່ ຊື້ຂາຍຮຸ້ນ ນະຄອນນິວຢອກ ຫຼື New York Stock Exchange, 2 ກຸມພາ 2018.
ພາບໃນຈໍໂທລະພາບ ສະແດງໃຫ້ເຫັນຕົວເລກ ສະເລ່ຍ ຕົກລາຄາ ຂອງຮຸ້ນອຸດສາຫະກຳ Down Jones, ທີ່ສຳນັກງານໃຫຍ່ ຊື້ຂາຍຮຸ້ນ ນະຄອນນິວຢອກ ຫຼື New York Stock Exchange, 2 ກຸມພາ 2018.

ຕະຫຼາດຮຸ້ນສະຫະລັດ ໄດ້ຕົກລາຄາໃນມື້ດຽວ ຄັ້ງໃຫຍ່ທີ່ສຸດ ໃນວັນຈັນວານນີ້ ຫຼັງຈາກ
ຮຸ້ນອຸດສາຫະກຳ Down Jones ສະເລ່ຍ ຕົກລາຄາເກືອບ 1200 ພັອຍຕ໌, ໂດຍສູນເສຍ
ມູນຄ່າ ຫຼາຍກວ່າ 4.6 ເປີເຊັນ. ຮຸ້ນ S&P 500 ກໍໄດ້ຕົກລາຄາຫຼາຍກວ່າ 100 ພັອຍຕ໌.

ການຂາຍຮຸ້ນ Dow ອອກໃນວັນຈັນວານນີ້ ແມ່ນການຕົກລາຄາໃຫຍ່ທີ່ສຸດເປັນປະຫວັດ
ການ ຊຶ່ງມີຂຶ້ນຫຼັງຈາກການຕົກລາຄາ ໃນວັນສຸກຜ່ານມານີ້ ຊຶ່ງຮຸ້ນ Dow ໄດ້ຫຼຸດລົງ 666 ພັອຍຕ໌. ການຕົກລາຄາດັ່ງກ່າວ ມີຂຶ້ນຫຼັງຈາກທີ່ມີລາຍງານ ກ່ຽວກັບຕະຫລາດວຽກການ
ທີ່ດີຂຶ້ນ ຊຶ່ງສະແດງໃຫ້ເຫັນວ່າ ມີ 200,000 ໜ້າວຽກ ໄດ້ເພີ້ມໃສ່ເສດຖະກິດສະຫະລັດ
ແລະເງິນຄ່າຈ້າງກໍໄດ້ເພີ່ມຂຶ້ນໄວທີ່ສຸດໃນຮອບທົດສະວັດ. ຕະຫລາດວຽກງານທີ່ຮັດກຸມ
ເພີ້ມຂຶ້ນ ແລະຄ່າຈ້າງທີ່ສູງຂຶ້ນ ພາໃຫ້ພວກນັກລົງທຶນ ຢ້ານກົວວ່າ ຈະມີເງິນເຟີ້ສູງຂຶ້ນ ແລະຄວາມເປັນໄປໄດ້ ທີ່ວ່າທະນາຄານກາງ ສະຫະລັດ ອາດຈະຂຶ້ນດອກເບ້ຍ ໄວຂຶ້ນ
ແລະສູງຂຶ້ນ ກວ່າທີ່ເຄີຍເປັນມາ ໃນຮອບສອງສາມປີ ຜ່ານມານີ້.

ພວກນັກວິເຄາະ ທີ່ໄດ້ໂອ້ລົມກັບວີໂອເອ ແມ່ນຄາດກັນໄວ້ແລ້ວ່າ ຕະຫຼາດຮຸ້ນຈະ
“ປັບປ່ຽນ” ປະມານ 10 ເປີເຊັນ ຈາກຈຳນວນທີ່ສູງຂຶ້ນ ເມື່ອໄວໆມານີ້ ອັນເປັນຜົນ
ເນື່ອງມາ ຈາກການເພີ່ມມູນຄ່າຂອງລາຄາຮຸ້ນໃນປີນີ້. ທ່ານ ກັສ ໂຟເຈີຣ໌ (Gus
Faucher) ຫົວໜ້ານັກເສດຖະສາດຂອງບໍລິສັດ ບໍລິການດ້ານການເງິນ PNC
ຫຼື PNC Financial Service ກ່າວວ່າ ການປັບປ່ຽນ ແກ້ໄຂ ທີ່ວ່ານີ້ ແມ່ນວິທີທາງ
ທີ່ດີ ທີ່ຈະຫຼຸດຜ່ອນຄວາມກົດດັນຕໍ່ອັນທີ່ບາງພວກ ເອີ້ນວ່າ ເປັນຕະຫຼາດຮຸນທີ່ຮ້ອນແຮງ
ໂພດນັ້ນ. ບາງພວກກໍເຊື່ອວ່າ ລາຍຮັບຂອງບັນດາບໍລິສັດທີ່ເຂັ້ມແຂງນັ້ນ ແມ່ນເປັນ
ທີ່ຖືກຕ້ອງແລ້ວໃນການທີ່ລາຄາຮຸ້ນສູງຂຶ້ນ. ເຖິງຢ່າງນັ້ນກໍຕາມ ບາງພວກຍັງເຫັນການ
ຫຼຸດລົງຂອງຮຸ້ນຫວ່າງມໍ່ໆມານີ້ແມ່ນເປັນໂອ ກາດດີຕໍ່ພວກທີ່ສະແຫວງຫາຊື້ຮຸ້ນທັງຫຼາຍ ໃນລາຄາທີ່ຖືກລົງນັ້ນ.

ຕະຫຼາດຮຸ້ນ ແມ່ນໄດ້ເສຍຫາຍປະມານ ນຶ່ງພັນຕື້ໂດລາ ໃນຄ່າຂອງມັນ ນັບຕັ້ງແຕ່ວັນ
ສຸກແລ້ວເປັນຕົ້ນມາ. ພວກນັກວິເຄາະກ່າວວ່າ ມັນອາດຈະສ້າງບັນຫາ ໃຫ້ແກ່ປະທາ
ນາທິບໍດີດໍໂນລ ທຣຳ ຜູ້ຊຶ່ງກ່າວອ້າງ ຢ້ຳແລ້ວຢ້ຳອີກ ຕໍ່ການຂະຫຍາຍຕົວທີ່ເຂັ້ມແຂງ
ຂອງຕະຫຼາດຮຸ້ນນັ້ນ.


US stocks saw their largest single day drop Monday after the Dow Jones industrial average plunged nearly 1200 points, losing more than 4.6 per cent of its value. The S&P 500 lost more than 100 points.

Monday's Dow sell-off, the biggest point decline in history, comes after Friday's slide when the Dow lost 666 points. That drop followed a solid jobs report that showed the US economy adding 200 thousand jobs and wages rising at the fastest pace in a decade. The tighter labor market and rising wages prompted investor fears of higher inflation and the possibility that the US Federal Reserve would raise interest rates faster and higher than they have in recent years.

Analysts who spoke with VOA had been expecting a stock market "correction" ((a decline of about 10% from recent highs)) as a result of the record run up in stock prices this year. PNC Financial Services chief economist Gus Faucher says such corrections are a healthy way to ease pressure on what some say is an overheated stock market. Others believe healthy corporate earnings justify the run up in stock prices. Still others see the recent declines as an opportunity for bargain hunters.

The stock market has now lost about a trillion dollars in value since Friday. Analysts say that could cause problems for President Donald Trump who has repeatedly taken credit for a strongly growing stock market.
XS
SM
MD
LG