ເວລາທີ່ນັກຂ່າວ ຈີນ ນາງ ຊູ ຢູຕົງ ໄດ້ຫຼົບໜີອອກຈາກປະເທດບ້ານເກີດຂອງລາວໃນປີ 2010, ລາວຄິດວ່າລາວຈະພົບກັບຄວາມປອດໄພ. ແຕ່ແມ່ນກະທັ້ງອາໄສພັດຖິ່ນໃນປະເທດ ເຢຍຣະມັນ, ນັກຂ່າວຄົນດັ່ງກ່າວ ກໍຍັງຖືກແນເປົ້າໃສ່ໂດຍ ຈີນ. ນັກຂ່າວວີໂອເອ ລຽມ ສກັອດ, ມີລາຍງານຈາກນະຄອນຫຼວງ ເບີລິນ, ເຊິ່ງ ພຸດທະສອນ ຈະນຳສະເໜີລາຍລະອຽດ.
ນາງ ຊູ ຢູຕົງ ໄດ້ກາຍເປັນແມ່ຄົວທີ່ມີທັກສະ. ການແຕ່ງອາຫານຕ່າງໆທີ່ລາວມັກກິນໃນ ປັກກິ່ງ ຈະເຊື່ອມໂຍງນັກຂ່າວຄົນດັ່ງກ່າວ ກັບປະເທດບ້ານເກີດຂອງລາວ ແລະ ຈະຊ່ວຍລາວຕື່ມເຕັມເວລາຫວ່າງທີ່ຍາວນານທີ່ລາວໃຊ້ຢູ່ບ້ານຄົນດຽວ.
ເຫດຜົນສຳລັບການແຍກປ່ຽວຕົນເອງນັ້ນ ກໍແມ່ນ: ການໂຈມຕີ ແລະ ຂົ່ມຂູ່ຫຼາຍປີຈາກ ຈີນ.
ນາງ ຊູ ຢູຕົງ, ນັກຂ່າວກ່າວວ່າ “ຂ້ອຍມັກເວົ້າຄວາມຈິງ, ສະນັ້ນເຂົາເຈົ້າຢາກໃຫ້ຂ້ອຍມິດ, ລວມທັງດ້ວຍການຂົ່ມຂູ່ຂ້ອຍ.”
ການເຜີຍແຜ່ປື້ມທີ່ຖືກຫ້າມ ກ່ຽວກັບ ເຫດການ ຖຽນອັ່ນເໝິນໃນປີ 2010 ໄດ້ເປັນຈຸດເລີ່ມຕົ້ນຂອງບັນຫານາງ ຊູ. ຕຳຫຼວດໄດ້ບຸກເຂົ້າໄປໃນເຮືອນຂອງລາວໃນ ປັກກິ່ງ ແລະ ໄດ້ສັ່ງຂັງລາວຢູ່ໃນບ້ານ.
ແຕ່ດ້ວຍການຊ່ວຍເຫຼືອຈາກໝູ່ຂອງລາວ, ລາວໄດ້ຫຼົບໜີໄປທະວີບ ຢູໂຣບ.
ໃນໄລຍະເວລານຶ່ງ, ນະຄອນຫຼວງຂອງ ເຢຍຣະມັນ ໄດ້ສະໜອງຄວາມຮູ້ສຶກທີ່ປອດໄພໃຫ້ລາວ. ນາງ ຊູ ໄດ້ຂຽນເລື່ອງ ກ່ຽວກັບ ສິດທິມະນຸດໃຫ້ໂທລະພາບ Deutsche Welle ແລະ ວິທະຍຸເອເຊຍເສລີ. ແຕ່ຄວາມຮູ້ສຶກປອດໄພນັ້ນ ກໍໄດ້ຫາຍໄປ ບໍ່ດົນຕໍ່ມາ.
ໃນປີ 2022, ຜູ້ຊາຍແປກໜ້າຫຼາຍຄົນ ໄດ້ປາກົດຕົວຢູ່ຕຶກຂອງລາວ, ພວກເຂົາມາທີ່ນີ້ໂດຍເວັບໄຊ້ການຮ່ວມເພດໃຕ້ດິນເວັບໄຊ້ນຶ່ງ ທີ່ໄດ້ຂຶ້ນທີ່ຢູ່ຂອງລາວໃນເວັບໄຊ້ນີ້.
ນາງ ຊູ ຢູຕົງ ກ່າວວ່າ “ຂ້ອຍຮູ້ສຶກຂີ້ດຽດຫຼາຍ ແລະ ໜ້າອັບອາຍຂາຍໜ້າຫຼາຍ, ແລະ ຂ້ອຍກໍມີບັນຫາສຸຂະພາບຈິດໜ້ອຍນຶ່ງ ໃນເວລານັ້ນ. ຂ້ອຍຢ້ານທີ່ຈະຍ່າງຢູ່ຖະໜົນ.”
ແລະສິ່ງທີ່ຮ້າຍແຮງທີ່ສຸດແມ່ນກຳລັງມາຮອດໃນໄວໆ. ໃນປີ 2023, ຄົນຮ້າຍໄດ້ໃຊ້ຊື່ ນາງ ຊູ ແລະ ນັກເຄື່ອນໄຫວສອງຄົນ ເພື່ອຈອງຫ້ອງຢູ່ໂຮງແຮມຫຼູຕ່າງໆ ໃນນະຄອນຫຼວງ ເບີລິນ ແລະ ຕົວເມືອງອື່ນໆ. ຫລັງຈາກນັ້ນ, ພວກເຂົາກໍໄດ້ໂທໄປຂົ່ມຂູ່ວາງລະເບີດ ທີ່ບໍ່ເປັນຄວາມຈິງ.
ບັນດານັກຊ່ຽວຊານເວົ້າວ່າ ກໍລະນີຂອງນາງ ຊູ ແມ່ນຮຸນແຮງຫຼາຍ ແມ່ນກະທັ້ງສຳລັບ ປັກກິ່ງ, ເຊິ່ງເປັນຜູ້ທຳການປາບປາມຂ້າມຊາດທີ່ຢູ່ໃນອັນດັບຕ່ຳທີ່ສຸດ.
ທ່ານນາງ ມາໄຣເກີ ໂອລເບີກ, ຈາກກອງທຶນ ມາຊອລ ເຢຍຣະມັນ ກ່າວວ່າ “ກົນລະຍຸດພື້ນຖານຂອງການປາບປາມຂ້າມຊາດແມ່ນມັກຈະເປັນການສະແດງໃຫ້ຄົນເຫັນວ່າ ເຂົາເຈົ້າບໍ່ສາມາດໜີຈາກລັດຖະບານ ຈີນ.”
ທ່ານນາງ ໂອລເບີກ ກ່າວວ່າ ເປົ້າໝາຍຜັກດັນກໍແມ່ນເພື່ອຢຸດທຸກໆການຕຳໜິວິຈານ ຈີນ ຢູ່ຕ່າງປະເທດ.
ບໍ່ມີໃຜຢູ່ສະຖານທູດ ຈີນ ໃນ ເຢຍຣະມັນ ຫຼື ກະຊວງການຕ່າງປະເທດຂອງເຂົາເຈົ້າໄດ້ຕອບຕໍ່ການຂໍຄຳເຫັນຂອງວີໂອເອ.
ການຕົກເປັນເປົ້າໝາຍເປັນປະສົບການທີ່ໂດດດ່ຽວ. ໃນໄລຍະເວລາສອງປີ, ນາງ ຊູ ແມ່ນເກືອບວ່າ ບໍ່ໄດ້ອອກຈາກອາພາດເມັ້ນຂອງລາວ. ລາວເວົ້າວ່າແມ່ນກະທັ້ງສິ່ງທີ່ທຳມະດາຄືການຍ່າງຢູ່ໃນສວນສາທາລະນະ ກໍສາມາດຮູ້ສຶກເຖິງອັນຕະລາຍ.
ນາງ ຊູ ຢູຕົງ ກ່າວວ່າ “ເວລາຂ້ອຍອອກໄປນອກ, ຂ້ອຍມັກກວດເບິ່ງວ່າມັນມີຄົນທີ່ຕ້ອງສົງໄສຢູ່ອ້ອມຂ້ອຍຫຼືບໍ່, ແລະ ຂ້ອຍກໍດົນໆຈຶ່ງໄດ້ອອກຈາກບ້ານ.”
ບັນດານັກຊ່ຽວຊານເວົ້າວ່າ ການຕອບໂຕ້ແບບນັ້ນແມ່ນປົກກະຕິ.
ທ່ານ ກອສເດ ໂບຊູ ຈາກອົງການ Citizen Lab ກ່າວວ່າ “ອາການຫວາດລະແວງແມ່ນການຕອບສະຫນອງທີ່ທົ່ວໄປໃນຫຼາຍຊຸມຊົນແຕກຕ່າງກັນ. ແລະ ຄົນມັກຈະຢ້ານວ່າ ຜູ້ດຳເນີນການຄົນອື່ນໆ ຫຼື ບຸກຄົນຕ່າງໆຢູ່ພາຍໃນຊຸມຊົນສາມາດສອດແນມເຂົາເຈົ້າ. ແລະຄວາມຢ້ານກົວທີ່ວ່ານີ້ແມ່ນບໍ່ມີເຫດຜົນ.”
ແຕ່ຕອນນີ້, ນາງ ຊູ ເວົ້າວ່າລາວຮູ້ສຶກຢ້ານໜ້ອຍລົງແລ້ວ.
ນາງ ຊູ ຢູຕົງ ກ່າວວ່າ “ເຂົາເຈົ້າບໍ່ໄດ້ຄາດຢາກໃຫ້ຂ້ອຍອອກມາຈາກເງົາມືດນັ້ນຊ້າໆ. ຂ້ອຍຄິດວ່າ ເຂົາເຈົ້າຄວນຢ້ານ, ບໍ່ແມ່ນຂ້ອຍ. ເຂົາເຈົ້າເຮັດໃຫ້ຂ້ອຍມິດບໍ່ໄດ້. ເຂົາເຈົ້າບໍ່ສາມາດບັນລຸເປົ້າໝາຍນີ້ໄດ້.”
ຊີວິດຂອງລາວແມ່ນເຕັມປ່ຽມອີກຄັ້ງ, ແຕ່ອາພາດເມັ້ນຂອງນາງ ຊູ ແມ່ນຍັງຫາຍາກ. ຫຼັງຈາກເຫດການໃນປີ 2023, ຕຳຫຼວດໄດ້ແນະນຳໃຫ້ລາວຍ້າຍອອກ. ເວລາທີ່ນາງໄດ້ອອກໄປ, ນາງໄດ້ປະເກືອບທຸກຢ່າງໄວ້ຢູ່ຫັ້ນ.
ນອກຈາກເຄື່ອງມືຕ່າງໆທີ່ຕ້ອງການເພື່ອລາຍງານຂ່າວຕໍ່ໄປ.
ນາງ ຊູ ຢູຕົງ ກ່າວວ່າ “ຈີນ ກີດກັ້ນຄວາມຈິງ. ເຂົາເຈົ້າຕ້ອງການນັກຂ່າວຈຳນວນຫຼາຍເພື່ອເລົ່າຄວາມຈິງ, ບອກເຫດການທີ່ແທ້ຈິງ ແລະ ຄວາມຈິງ.”
ສຳລັບປະເທດ ລາວ ທີ່ຢູ່ໃກ້ຄຽງ ຈີນ, ເສລີພາບໃນການນຳສະເໜີຂ່າວກໍຢູ່ໃນລະດັບທີ່ຕ່ຳທີ່ສຸດ. ຫຼາຍຄົນທີ່ໄດ້ຕຳໜິວິຈານລັດຖະບານ ແມ່ນຖືກຈັບເຂົ້າຄຸກ ຫຼືບໍ່ກໍຫາຍສາບສູນ.
ນັກຂ່າວອິດສະຫຼະ ລາວ ທ່ານນຶ່ງໄດ້ກ່າວ ຕໍ່ວີໂອເອວ່າ ການລາຍງານຂ່າວໃນປະເທດ ລາວ ແມ່ນມີອຸປະສັກຫຼາຍ, ເຂົາເຈົ້າບໍ່ສາມາດລາຍງານຂໍ້ມູນທີ່ເລິກຂອງບັນຫາໃນລາວ.
“ຄືເຮົາຮູ້ເນາະ, ບ້ານເຮົານີ້ ບໍ່ໄດ້ເປີດເສລີໃຫ້ແກ່ການເຮັດຂ່າວ. ມີແຕ່ຂ່າວທີ່ເປັນທາງການທີ່ອະນຸຍາດໃຫ້ມີ. ຄັນເຮົາເຮັດຂ່າວທີ່ວ່າ ແຕະຕ້ອງ ຫຼືວ່າຂັດຂວາງ ຫຼືວ່າ ສ່ອງແສງໃນທາງທີ່ບໍ່ດີກັບບ້ານກັບເມືອງບໍ່ ກັບສະພາບການພັດທະນາເສດຖະກິດບໍ່ ສະພາບຄວາມຫຍຸ້ງຍາກຕ່າງໆນີ້ ກະມີຄວາມສ່ຽງເນາະ. ເຮົາສັງເກດເຫັນແມ່ນວ່າ ຢູ່ໃນໂທລະພາບແຫ່ງຊາດເຮົາ ຂ່າວຊ່ອງລາວບໍ່ ຄັນຊິເວົ້າເຖິງຄວາມຫຍຸ້ງຍາກທາງດ້ານເສດຖະກິດບໍ່ ແມ່ນຫຍັງຕ່າງໆນີ້ນະ ກະເວົ້າຢູ່ ເວົ້າລວມໆ ໂຍະຍານ ເວົ້າຈັ່ງຊັ້ນຈັ່ງຊີ້ ແຕ່ປັດໃຈເລິກຕົ້ນຕໍນີ້ ຄັນເຮົາໄປເວົ້າວ່າ ເປັນຍ້ອນຫຍັງກັນແທ້ ເປັນຍ້ອນແນວອື່ນບໍ່ ທີ່ວ່າມັນນອກເໜືອຈາກວ່າ ເສດຖະກິດຂອງສາກົນ ເສດຖະກິດຂອງບ້ານເຮົາຊີ້ນະ ເຮົາພັດເວົ້າບໍ່ໄດ້.”
ວັນທີ 3 ພຶດສະພາມື້ນີ້ ກໍແມ່ນວັນເສລີພາບໃນການນຳສະເໜີຂ່າວໂລກ, ແລະ ໃນປີ 2023 ທີ່ຜ່ານມາປະເທດ ລາວ ແມ່ນຢູ່ໃນອັນດັບທີ 160 ຂອງປະເທດທີ່ມີເສລີພາບໃນການນຳສະເໜີຂ່າວ, ເຊິ່ງດີກວ່າ ຫວຽດນາມ ທີ່ຢູ່ອັນດັບທີ 178, ຕາມຫຼັງດ້ວຍ ຈີນ ອັນດັບ 179 ແລະ ຂີ້ຮ້າຍສຸດອັນທີ 180 ແມ່ນ ເກົາຫຼີເໜືອ.
ຟໍຣັມສະແດງຄວາມຄິດເຫັນ