ການປົດລັດຖະມົນຕີການຕ່າງປະເທດສະຫະຣັດ ທ່ານເຣັກສ ທິລເລິສັນອອກ ຫຼັງຈາກ
ພຽງປີກວ່າໆ ໃນການດຳລົງຕຳແໜ່ງຂອງທ່ານນັ້ນ ບໍ່ແມ່ນເປັນເລື່ອງຕື່ນຕົກໃຈຢ່າງ
ຫຼວງຫຼາຍ ແຕ່ວ່າ ວິທີແລະຈັງຫວະຕ່າງຫາກ ທີ່ເປັນເລື່ອງສຳຄັນ. ມັນບໍ່ໄດ້ເປັນເລື່ອງ
ເລິກລັບຫຽັງ ທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກັບຫົວໜ້ານັກການທູດ
ຂອງເພິ່ນ ບໍ່ມີຄວາມເຫັນແລະມຸມມອງທີ່ລົງຮອຍກັນ ໃນນະໂຍບາຍການຕ່າງປະເທດຫຼາຍເລື່ອງ ແລະ ທ່ານປະທານາທິບໍດີ ກໍແມ່ນໄດ້ໄລ່ຜູ້ຊ່ອຍຂອງເພິ່ນຫຼາຍຄົນ
ອອກໄປແລ້ວ.
ແຕ່ຄວາມຈິງທີ່ວ່າ ທ່ານທິລເລີສັນ ໄດ້ຮູ້ວ່າຕົນຖືກໄລ່ອອກໂດຍທາງທຣີດເຕີຂອງ
ທ່ານທຣຳ ໃນຕອນເຊົ້າ ນຶ່ງມື້ຫຼັງຈາກກັບຄືນມາ ຈາກການໄປຢ້ຽມຢາມອາຟຣິກາຢ່າງ
ເປັນທາງການນັ້ນ ໄດ້ສ້າງຄວາມອົກສັ່ນຂວັນເສຍຂຶ້ນມາ ຊຶ່ງວັນນະສອນ ຈະນຳລາຍອຽດຈາກນັກຂ່າວຂອງວີໂອເອ ສລາຕິການ ໂຮກ (Zlatica Hoke) ມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ພວກນັກວິຈານທາງການເມືອງໄດ້ສັງເກດວ່າ ລັດຖະມົນຕີການຕ່າງປະເທດທ່ານດັ່ງກ່າວ ໄດ້ຖືກປົດອອກພາຍໃນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ໄດ້ເວົ້າວ່າຣັດເຊຍເປັນຜູ້ຮັບຜິດຊອບຕໍ່ການເບື່ອເມົາອະດີດສອດແນມຣັດເຊຍໃນປະເທດອັງກິດ. ສ່ວນທ່່ານທຣຳ ແມ່ນຍັງມິດງຽບຢູ່ໃນເລື່ອງນີ້. ໃນການກ່າວຄຳອຳລາໃນວັນອັງຄານວານນີ້, ທ່ານທິລເລີສັນ ໄດ້ສົ່ງຂໍ້ຄວາມອັນນຶ່ງໄປຫາລັດຖະບານຣັດເຊຍ.
ທ່ານເຣັກສ ທິລເລີສັນ ລັດຖະມົນຕີການຕ່າງປະເທດ ຜູ້ຊຶ່ງກຳລັງຈະອອກຈາກໜ້າທີ່
ກ່າວວ່າ “ຣັດເຊຍ ຕ້ອງໄດ້ຕີລາຄາຄືນໃໝ່ຢ່າງລະມັດລະວັງ ໃນການເອົາບາດກ້າວ
ຕ່າງໆເພື່ອຜົນປະໂຫຍດຂອງຊາວຣັດເຊຍເອງ ແລະທົ່ວໂລກທັງມວນ. ການສືບຕໍ່ກະທຳຕາມແນວທາງປັດຈຸບັນ ແມ່ນເບິ່ງວ່າ ຍິ່ງຈະເຮັດໃຫ້ໂດດດ່ຽວຕົນເອງ
ຊຶ່ງເປັນສະພາບທີ່ບໍ່ເປັນປະໂຫຍດແກ່ຜູ້ໃດ.”
ທາງເລືອກຂອງທ່ານທຣຳ ໃນການປ່ຽນບ່ອນຂອງທ່ານທິລເລີສັນນັ້ນ ແມ່ນ ຫົວໜ້າ
ອົງການສືບລັບຫຼື CIA ທ່ານໄມຄ ພອມພຽວ (Mike Pompeo). ອະດີດນັກການທູດ
ຂັ້ນສູງ ທ່ານ ທອມ ຄັນທຣີແມນ (Tom Countryman) ຜູ້ຊຶ່ງໄດ້ຖືກປົດອອກໂດຍ
ທ່ານທິລເລີສັນ ໄດ້ບອກ ວີໂອເອວ່າ ທ່ານພອມພຽວ ແມ່ນເບິ່ງຄືວ່າ ຈະຮູ້ຫຼາຍ
ກ່ຽວກັບການເຂົ້າແຊກແຊງຂອງຣັດເຊຍ ເຂົ້າໃນຂັ້ນຕອນການປະຕິບັດງານ
ທາງການເມືອງຂອງສະຫະລັດ ຊຶ່ງທ່ານ ຄັນທຣີແມນ ກ່າວວ່າ “ແລະຂ້າພະເຈົ້າ
ກໍຫວັງວ່າ ເພິ່ນອາດຈະສາມາດໂນ້ມນ້າວໃຫ້ປະທານາທິບໍດີ ຮັບຮູ້ວ່າ ນີ້ບໍ່ແມ່ນ
ພຽງແຕ່ບັນຫາ ແຕ່ນີ້ເປັນຄັ້ງທຳອິດ ທີ່ຈະເຮັດໃຫ້ປະທານາທິບໍດີ ກະທຳອັນໃດ
ອັນນຶ່ງ ເພື່ອປົກປ້ອງປະຊາທິປະໄຕ ໃນສະຫະລັດ ຕ້ານພວກທີ່ປະຕິບັດງານ
ລີ້ລັບຕ່າງໆ.”
ພວກນັກວິເຄາະທາງການເມືອງ ໃຫ້ຂໍ້ສັງເກດວ່າ ທ່ານພອມພຽວ ໄດ້ຮັບການສຶກສາ ທາງດ້ານການທະຫານມາກ່ອນ ແລະທ່ານທຣຳ ກໍເບິ່ງຄືວ່າ ຈະເຮັດວຽກເປັນຢ່າງດີ ກັບພວກເຈົ້າໜ້າທີ່ທະຫານ
ທ່ານ ເອຣີອຽລ ໂຄເຮັນ (Ariel Cohen) ຈາກສະພາອັດແລນຕິກ (Atlantic Council)
ກ່າວວ່າ “ທ່ານຈະເຫັນຄວາມຫ້າວຫັນ ເຫັນແນວຄິດຂອງທຣຳຫຼາຍຂຶ້ນ ເຫັນສີໄມ້
ລາຍມີຂຶ້ນຕື່ມ, ເຫັນຄວາມເປັນເອກກະພາບດ້ານນະໂຍບາຍຕ່າງປະເທດຫຼາຍຂຶ້ນ
ໃກ້ຊິດກັບທຳນຽບຫ້າແຈ ກັບປະຊາຄົມສືບລັບ ແລະອື່ນໆນຳ. ແຕ່ກໍຍັງຈະມີການ
ຕຳໜິຕິຕຽນຍ້ອນວ່າ ທ່ານພອມພຽວແມ່ນສັງກັດພັກຣີພັບບລີກັນ ທັງເຄີຍໄດ້ເປັນ
ສະມາຊິກສະພາຕໍ່າມາກ່ອນ.”
ການສັບປ່ຽນໃນກະຊວງການຕ່າງປະເທດ ມີຂຶ້ນກ່ອນໜ້າກອງປະຊຸມສຸດຍອດກັບ
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອືນ ເພື່ອຍຸຕິໂຄງການນິວເຄລຍ ໃນແຫຼມເກົາຫຼີ ທີ່ອາດ
ເກີດຂຶ້ນໃນເດືອນພຶດສະພາ. ນອກນັ້ນ ເດືອນພຶດສະພາ ກໍຍັງເປັນເດືອນທີ່ທ່ານທຣຳ
ກ່າວວ່າ ທ່ານຢາກຈະຍົກເລີກການຕົກລົງເລື່ອງໂຄງການນິວເຄລຍນາໆຊາດ ກັບອີຣ່ານນຳ.
ທ່ານ ທອມ ຄັນທຣີແມນ (Tom Countryman) ອະດີດຜູ້ຊ່ອຍລັດຖະມົນຕີການ
ຕ່າງປະເທດ ດ້ານການຮັກສາຄວາມປອດໄພນາໆຊາດ ແລະຫ້າມເຜີຍແຜ່ອາວຸດ
ກ່າວວ່າ “ສອງຢ່າງທີ່ກ່າວມານີ້ ແມ່ນໄປນຳກັນບໍ່ໄດ້. ມັນບໍ່ເປັນໄປໄດ້ໃນໂລກນີ້
ທີ່ຈະໂຍນຖິ້ມຂໍ້ຕົກລົງທີ່ໄດ້ກະທຳມາດີແລ້ວນັ້ນ ທີ່ຈະມາເພີ່ມໄມ້ງັດການຕໍ່ລອງກັບ
ເກົາຫຼີເໜືອ. ແທນທີ່ຈະເປັນແນວນັ້ນ ມັນຈະເຮັດໃຫ້ຜູ້ນຳເກົາຫຼີເໜືອ ຖາມຕົນເອງ
ວ່າ ຂ້າພະເຈົ້າຈະເຊັນສັນຍາໃນຂໍ້ຕົກລົງກັບປະທານາທິບໍດີ ຜູ້ຊຶ່ງຕຽມການທີ່
ຈະຍົກເລີກທຸກໆຂໍ້ຕົກລົງອັນກ່ອນໆນັ້ນໄດ້ຢ່າງໃດ.”
ແຕ່ວ່າ ຄວາມເຫັນຂອງທ່ານຄັນທຣີແມນ ແມ່ນວ່າ ທ່ານປະທານາທິບໍດີ ພ້ອມແລ້ວ
ທີ່ຈະສ່ຽງ ຕາບໃດທີ່ທ່ານບໍ່ຄາດຫວັງວ່າຈະໄດ້ຮັບຂໍ້ຕົກລົງຢ່າງຄົບຖ້ວນກັບເກົາຫຼີເໜືອ
ທີ່ຈະລົ້ມເລີກໂຄງການນິວເຄລຍຂອງຕົນ. ນັກວິໄຈບາງຄົນ ກ່າວວ່າ ມັນບໍ່ຄຸ້ມຄ່າທີ່ຈະມີ
ກອງປະຊຸມສຸດຍອດໃດໆ ໂດຍປາດສະຈາກຄວາມຫວັງທີ່ຈະໄດ້ຮັບຄວາມສຳເລັດ
The dismissal of U.S. Secretary of State Rex Tillerson after just over a year in service has not been a huge surprise, but its manner and timing was. It was no secret that U.S. President Donald Trump and his chief diplomat did not see eye-to-eye on several foreign policy issues and the president had already fired a number of his aides. But the fact that Tillerson learned he was fired from Trump's early morning tweet a day after returning from an official tour of Africa sparked consternation. VOA's Zlatica Hoke looks into reactions to Tillerson's abrupt dismissal.
Political commentators noticed that the secretary was dismissed hours after stating that Russia is responsible for the poisoning of a former Russian spy in Britain. Trump has remained silent on the subject. In his farewell speech Tuesday, Tillerson had a message for the Russian government.
REX TILLERSON, OUTGOING US SECRETARY OF STATE:
"Russia must assess carefully as to how its actions are in the best interest of the Russian people and of the world more broadly. Continuing on its current trajectory is likely to lead to greater isolation on their part - a situation which is not in anyone's interest."
Trump' choice for Tillerson's replacement is the head of the CIA Mike Pompeo. Former high ranking U.S. diplomat Tom Countryman, who was fired by Tillerson, told VOA that Pompeo likely knows a lot about Russia's interference in the U.S. political process.
TOM COUNTRYMAN, FORMER ASSISTANT SECRETARY OF STATE FOR INTERNATIONAL SECURITY AND NONPROLIFERATION:
"And so I hope that he may be able to convince the president not just to acknowledge that this is a problem, but for the first time to get the president to do something to defend U.S. democracy against these covert operations."
Political analysts note that Pompeo has a military education and Trump seems to work well with military officers.
ARIEL COHEN, ATLANTIC COUNCIL:
"You will see a more robust, more Trumpian, more hands on, more integrated foreign policy that will be closer with the Pentagon, with intelligence community, etc. There will still be critics because Pompeo is a partisan Republican, he's a former Congressman."
The reshuffling at the State Department comes ahead of Trump's possible May summit with North Korea's leader Kim Jong Un on denuclearization of the Korean peninsula. May is also the time when Trump says he wants to abandon an international nuclear agreement with Iran.
TOM COUNTRYMAN:
"Those two things just can't go together. There is no way in the world that throwing out a valid agreement that is working would increase your negotiating leverage with North Korea. Rather it should cause the North Korean leader to ask himself: how can I sign any agreement with a president who is prepared to break every previous agreement."
But Countryman commends the president for taking the risk, as long as he does not expect to come out of it with a comprehensive agreement on North Korea's nuclear disarmament. Some analysts say it is not worth holding a summit without a hope of achieving it.