ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ John Kerry ສົ່ງສານອວຍພອນ ວັນຊາດ ແກ່ ສປປ ລາວ


ລັດຖະມົນຕີ ​ການ​ຕ່າງປະ​ເທດ ​ສະຫະລັດ ທ່ານ John Kerry.
ລັດຖະມົນຕີ ​ການ​ຕ່າງປະ​ເທດ ​ສະຫະລັດ ທ່ານ John Kerry.

ສານ​ອວຍພອນ ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ທ່ານ John Kerry ​ເນື່ອງ​ໃນ​ໂອກາດວັນ​ຊາດ ຂອງສາທາລະ
ນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

ຕາງໜ້າ​ໃຫ້ປະທານາທິບໍດີີ ສະຫະລັດ ທ່ານ Barack Obama
​ແລະ​ປະຊາຊົນສະຫະລັດອາ​ເມຣິກາ ຂ້າພະ​ເຈົ້າຂໍສັນລະ​ເສີນ
ປະທານ​ປະ​ເທດ ທ່ານຈູມ​ມະ​ລີ​ ໄຊ​ຍະ​ສອນ ​ແລະ​ປະຊາຊົນ ສາ​ທາ​ລະນະ​ລັດ ປະຊາທິ
ປະ​ໄຕ ປະຊາຊົນ​ລາວ ​ໃນ​ຂະນະ​ທີ່​ພວກ​ທ່ານ ສະ​ເຫລີ​ມສະຫລອງ​ວັນຊາດ ວັນທີ 2 ທັນວາ
ມື້​ນີ້.

ທ່ານ Kerry ກ່າວ​ວ່າ ປີ​ນີ້​ເປັນ​ຂີດໝາຍຄົບຮອບ 40 ປີ​ ​ໃນ​ການ​ສ້າງ​ຕັ້ງສາທາລະນະ​ລັດ
ປະ ຊາທິປະໄຕ ປະຊາຊົ​ນລາ​ວ ​ແລະຄົບຮອບ 60 ປີ ​ຂອງ​ສາຍສຳພັນ​ດ້ານ​ການ​ທູດລະ
ຫວ່າງສະຫະລັດ ​ແລະ​ປະ​ເທດ​ລາວ. ໃນ​ລະດັບ​ການ​ພົວພັນ​ຂອງ​ພວກ​ເຮົາ​ໃນ​ປັດຈຸບັນ​ນີ້
ກ່ຽວ​ກັບ​ດ້ານສາທາລະ​ນະ​ສຸກ ສິ່ງ​ແວດ​ລ້ອມ ພະລັງງານ ​ແລະ​ກາ​ນສຶກສາ ການ​ຮ່ວມມື
​ຂອງ​ພວກ​ເຮົາ​ ​ແມ່ນ​ໜັກ​ແໜ້ນຂຶ້​ນກວ່າ​ເກົ່າ​ແບບ​ບໍ່​ເຄີ​ຍ​ມີ​ມາ​ກ່ອນ. ສະຫະລັດ ຈະ​ໄດ້ສືບ
​ຕໍ່ດຳ​ເນີນ​ງານ​ຮ່ວມ​ກັບປະ​ຊາ​ຊົນ​ລາວ ກ່ຽວ​ກັບ​ບັນຫາຕ່າງໆ​ທີ່​ໄດ້​ມີ ມາແລ້ວ ພ້ອມ​ທັງ​
ເບິ່ງ​ໄປ​ໜ້າ​ກ່ຽວ​ກັບ​ໂອກາດ​ໃໝ່ໆເພື່ອ​ເສີມ​ຂະຫຍາຍ ການ​ເປັນ​ພາຄີ​ຂອງ​ພວກ​ເຮົາ.

​ໃນ​ຖານະ​ທີ່ເປັນ​ປະທານ​ຂອງອາ​ຊຽນ​ໃນປີໜ້​ານີ້ ປະ​ເທດ​ລາວຈະ​ມີ​ບົດ ບາດ​ທີ່​ສຳຄັນ​ໃນ
​ກາ​ນນຳພາຂົງ​ເຂດ ​ ເພື່ອ​ຮັກສາໄວ້​ຊຶ່ງສັນຕິພາບແລະ ​ຄວາ​ມໝັ້ນຄົງ ​ແລະ​ສົ່ງ​ເສີມ​ໃຫ້​ມີ​
ຄວາ​ມວັດທະນາ​ຖາວອນ.

ຜົນ​ສຳ​ເລັດ​ຂອງ​ປະ​ເທດລາວ​ໃນ​ການ​ເປັນ​ປະທານ​ແມ່ນ​ມີ​ຄວາມ​ສຳຄັນ ​ແກ່ສະຫະລັດ
​ແລະ​ພວກ​ເຮົາກຽມພ້ອມ​ແລ້ວທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ທ່ານ.

​ທ່ານ Kerry ກ່າວມ້ວນທ້າຍ​ວ່າ ໃນ​ປີ​ຈະ​ມາ​ເຖິງ​ນີ້ ຂ້າພະ​ເຈົ້າ ຂໍວິ້ງ​ວອນ​ໃຫ້​ປະຊາຊົນ
​ລາວ ຈົ່ງ​ມີ​ແຕ່ ສັນຕິພາບ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອ​ງ ​ແລະຢູ່ເຢັນ​ເປັນ​ສຸກ.

STATEMENT BY SECRETARY KERRY

Lao People’s Democratic Republic Day

On behalf of President Obama and the people of the United States, I congratulate President Choummaly Sayasone and the people of the Lao People’s Democratic Republic as you celebrate your National Day on December 2.

This year marks both the 40th anniversary of the founding of the Lao People’s Democratic Republic and 60 years of diplomatic relations between the United States and Laos. With our current level of engagement on health, environment, energy, and education, our cooperation has never been stronger. The United States looks forward to continuing to work with the people of Laos on issues rooted in the past, as well looking ahead for new opportunities to enhance our partnership.

As Chairman of ASEAN next year, Laos will play an important role in leading the region to maintain peace and security and promote prosperity. The success of Laos’s chairmanship is important to the United States, and we stand ready to assist you.

In the coming year, I wish the Lao people peace, prosperity, and happiness.

XS
SM
MD
LG