ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ສົ່ງສານອວຍພອນ ເນື່ອງໃນໂອກາດ ວັນຂຶ້ນປີໃໝ່ລາວ


ໂຄສົກະຊວງການຕ່າງປະເທດ ສຫລ ທ່ານນາງມໍແກນ ອໍເຕກັສ ໃນລະຫວ່າງການຖະແຫຼງຂ່າວ ທີ່ກະຊວງການຕ່າງປະເທດ ເມື່ອວັນທີ 10 ມິຖຸນາ 2019.
ໂຄສົກະຊວງການຕ່າງປະເທດ ສຫລ ທ່ານນາງມໍແກນ ອໍເຕກັສ ໃນລະຫວ່າງການຖະແຫຼງຂ່າວ ທີ່ກະຊວງການຕ່າງປະເທດ ເມື່ອວັນທີ 10 ມິຖຸນາ 2019.

ກະຊວງການຕ່າງປະເທດສະຫະລັດ ສົ່ງສານອວຍພອນວັນຂຶ້ນປີໃໝ່ ມາຍັງປະຊາຊົນ ແລະລັດຖະບານລາວ.

ສານອວຍພອນກ່າວວ່າ ໃນນາມຜູ້ຕາງໜ້າໃຫ້ແກ່ລັດຖະບານສະຫະລັດອາເມຣິກາ ຂ້າພະເຈົ້າຂໍອວຍໄຊໃຫ້ພອນ ມາຍັງປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ ແລະສັນຕິສຸກ ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຂຶ້ນປີໃໝ່ລາວ ໃນວັນທີ 13 ເມສານີ້.

ປະເທດຂອງພວກເຮົາທັງສອງ ໄດ້ເບີກບານຊົມຊື່ນກັບມິດຕະພາບອັນເລິກເຊິ່ງ ແລະກວມລວມຮອບດ້ານ ມາໄດ້ຫຼາຍໆປີແລ້ວ. ພວກເຮົາກຳລັງປະເຊີນໜ້າກັບຊ່ວງເວລາແຫ່ງການທ້າທາຍ ໃນຂະນະທີ່ປະເທດຂອງພວກເຮົາທັງສອງ ແລະໂລກມະນຸດ ພວມຕໍ່ສູ້ກັບໂຣກລະບາດຮ້າຍແຮງຢູ່ໃນເວລານີ້. ການເປັນຄູ່ຮ່ວມງານຂອງພວກເຮົາ ໄດ້ໃຫ້ໂອກາດແກ່ພວກເຮົາ ສາມາດປັບຕົວໃນການຮັບມືກັບວິກິດການສາທາລະນະສຸກຂອງໂລກ ທີ່ເກີດຈາກໂຄວິດ-19. ພວກເຮົາມີຄວາມຍິນດີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດລາວໃນຂະນະທີ່ລາວພວມດຳເນີນງານ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19 ແລະພວກເຮົາຈະສືບຕໍ່ໃນຄວາມພະຍາຍາມເຫຼົ່ານີ້. ການຮ່ວມມືຂອງພວກເຮົາໃນເລື້ອງໂຄວິດ-19 ແມ່ນອີງຕາມຄວາມພະຍາຍາມທີ່ເຄີຍໄດ້ເຮັດຮ່ວມກັນມາຫຼາຍຟ້າຫຼາຍປີໃນດ້ານສາທາລະນະສຸກ ແລະພວກນັກຊ່ຽວຊານຂອງພວກເຮົາ ຍັງສືບຕໍ່ເຮັດວຽກ ໃນທຸກໆມື້. ການຮ່ວມມືດັ່ງກ່າວ ແມ່ນເປັນພຽງນຶ່ງ ໃນການຮ່ວມມືແບບກວມລວມຂອງພວກເຮົາ ຊຶ່ງຮວມທັງ ການຮ່ວມມືໃນດ້ານ ການປະຕິບັດກົດໝາຍ ທຸລະກິດແລະການຄ້າ ດ້ານການສຶກສາ ດ້ານໂພຊະນາການ ແລະອີກຫຼາຍໆຂົງເຂດວຽກງານ.

ສຳລັບໃນອະນາຄົດຂ້າງໜ້ານີ້ ພວກເຮົາຂໍຢືນຢັນອີກເທື່ອນຶ່ງ ຕໍ່ຄວາມໝາຍໝັ້ນຂອງພວກເຮົາ ໃນການເປັນຄູ່ຮ່ວມງານແບບກວມລວມ ລະຫວ່າງສະຫະລັດ ກັບລາວ ແລະເຮັດວຽກຮ່ວມກັນ ເພື່ອໃຫ້ມິດຕະພາບ ຂອງພວກເຮົາ ເລິກເຊິ່ງກວ່າເກົ່າ ແລະໃຫ້ມີຄວາມອຸດົມຮັ່ງມີແລະຢູ່ດີກິນດີຕື່ມຂຶ້ນສຳລັບປະຊາຊົນຂອງພວກ ເຮົາ ແລະໃນເຂດອິນໂດປາຊີຟິກນຳດ້ວຍ.

ສານອວຍພອນສະຫຼຸບວ່າ ພວກເຮົາຂໍອວຍໄຊໃຫ້ພອນມາຍັງປະຊາຊົນລາວທຸກ ຖ້ວນໜ້າຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ ມີສຸຂະພາບແຂງແຮງແລະຄວາມວັດທະນາຖາວອນ ໃນໂອກາດວັນຂຶ້ນປີໃໝ່ນີ້! ສະບາຍດີປີໃໝ່ລາວ.

Statement by Morgan Ortagus, US State Deparment Spokesperson on Lao New Year

On behalf of the Government of the United States of America, I convey my best wishes to the Lao people for a joyous and peaceful New Year on April 13.

Our two countries have enjoyed a profound friendship and comprehensive partnership for many years. We are facing challenging times as both of our nations, and the world, are grappling with the current pandemic. Our partnership has given us the resilience to address the global health crisis caused by COVID-19. We are pleased to have provided assistance to Laos as it works to contain the spread of COVID-19, and we will continue these efforts. Our cooperation on COVID-19 is based on many years of joint efforts in health, and our experts continue to work together every day. This collaboration is but one piece of our comprehensive partnership that includes cooperation on law enforcement, business and trade, education, nutrition, and many other areas.

Looking to the future, we reaffirm our commitment to the U.S.-Lao comprehensive partnership and to work together to deepen our friendship and increase shared prosperity and well-being for our peoples and the Indo-Pacific region.

We wish the people of Laos a happy, healthy, and prosperous New Year! Sabaidii Pii Mai Lao!

XS
SM
MD
LG