ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະ​ບໍ່​ອົດ​ກັ້ນ ກັບ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ແຍກ ຮົງ​ກົງ ອອກ​ຈາກ ຈີນ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຈັບ​ປ້າຍ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ​ເມືອງ ມົງ ກົກ, ເກາະ ຮົງ​ກົງ, ຈີນ.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຈັບ​ປ້າຍ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ​ເມືອງ ມົງ ກົກ, ເກາະ ຮົງ​ກົງ, ຈີນ.

ຮົງ​ກົງ ແມ່ນ​ພາກ​ສ່ວນ​ທີ່​ບໍ່​ສາ​ມາດ​ແຍກ​ອອກ​ໄດ້​ຂອງ ຈີນ ແລະ ການ​ແຍກ​ຕົວ​ອອກ​ທຸກ​
ຮູບແບບ “ແມ່ນຈະຖືກກຳຈັດໃຫ້ໝົດ,” ອີງຕາມການກ່າວຂອງສື່ມວນຊົນລັດຖະບານ
ໃນວັນຈັນມື້ນີ້, ນຶ່ງວັນຫຼັງຈາກຜູ້ປະທ້ວງໄດ້ຊຸມນຸມກັນຢູ່ສະຖານກົງສຸນຂອງ ສະຫະລັດ
ເພື່ອຂໍຄວາມຊ່ວຍເຫຼືອໃນການນຳເອົາປະຊາທິປະໄຕມາສູ່ເມືອງດັ່ງກ່າວ.

ໜັງ​ສື​ພິມ China Daily ໄດ້​ກ່າວ​ວ່າ ການ​ຊຸມ​ນຸມ​ຂອງວັນ​ອາ​ທິດ​ວານນີ້​ໃນ ຮົງ​ກົງ ແມ່ນ​
ການພິສູດໃຫ້ເຫັນວ່າ ກຳລັງຕ່າງປະເທດໄດ້ຢູ່ເບື້ອງຫຼັງການປະທ້ວງນີ້, ເຊິ່ງໄດ້ເລີ່ມຂຶ້ນ
ໃນກາງເດືອນມິຖຸນາ, ແລະ ໄດ້ເຕືອນວ່າຜູ້ປະທ້ວງຄວນ “ຢຸດພະຍາຍາມທົດສອບ
ຄວາມອົດທົນຂອງລັດຖະບານກາງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ໄດ້​ກ່າວ​ຫາ​ກຳ​ລັງ​ຕ່າງ​ປະ​ເທດ​ຕ່າງໆ ກ່ຽວ​ກັບ ການ​ພະ​ຍາ​ຍາມ​
ຈະທຳຮ້າຍ ປັກກິ່ງ ດ້ວຍການກໍ່ຈະລາຈົນໃນ ຮົງກົງ ກ່ຽວກັບ ຮ່າງກົດໝາຍການສົ່ງຜູ້
ຮ້າຍຂ້າມແດນທີ່ບໍ່ໄດ້ຮັບຄວາມນິຍົມຢ່າງສູງ ທີ່ຈະອະນຸຍາດໃຫ້ຜູ້ຕ້ອງສົງໄສຖືກດຳ
ເນີນຄະດີໃນສານທີ່ຖືກຄວບຄຸມໂດຍພັກຄອມມູນິສ.

ຄວາມ​ໂມ​ໂຫ ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ ບາງ​ຄັ້ງ​ການ​ປະ​ທ້ວງ​ທີ່​
ຮຸນແຮງ ໄດ້ຮຽກຮ້ອງຄວາມເສລີພາບຫຼາຍກວ່າເກົ່າສຳລັບ ຮົງກົງ, ເຊິ່ງຖືກມອບຄືນ
ໃຫ້ການປົກຄອງ ຈີນ ໃນປີ 1997 ພາຍໃຕ້ຫຼັກການ “ນຶ່ງປະເທດ, ສອງລະບົບ.”

ຜູ້​ນຳ ຮົງ​ກົງ ທ່ານນາງ ແຄ​ຣີ ແລມ ໄດ້​ຍົກ​ເລີກ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ
ໃນອາທິດທີ່ຜ່ານມາ ດັ່ງກັບສ່ວນນຶ່ງຂອງການຍິນຍອມທີ່ເພັ່ງເລັງໃສ່ການສິ້ນສຸດການ
ປະທ້ວງ.

ໜັງ​ສື​ພິມ China Daily ໄດ້​ກ່​າວ​ໃນ​ບົດ​ບັນ​ນາ​ທິ​ການ​ວ່າ “ຮົງ​ກົງ ແມ່ນ​ພາກ​ສ່ວນ​ທີ່ບໍ່​
ສາມາດແຍກອອກໄດ້ຂອງ ຈີນ ແລະ ນັ້ນແມ່ນເຫດຜົນພື້ນຖານທີ່ບໍ່ ຄວນມີໃຜຄັດຄ້ານ,
ບໍ່ແມ່ນພວກປະທ້ວງ, ບໍ່ແມ່ນກຳລັງຕ່າງປະເທດທີ່ຫຼິ້ນເກມສົກກະປົກ.”

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ການ​ປະ​ທ້ວງ​ໃນ​ ຮົງ​ກົງ ບໍ່​ແມ່ນ​ກ່ຽວ​ກັບ​ສິດ​ທິ ຫຼື ປະ​ຊາ​ທິ​ປະ​ໄຕ.
ມັນແມ່ນຜົນຂອງການແຊກແຊງຈາກຕ່າງປະເທດ. ເພື່ອບໍ່ໃຫ້ການຍັງຢັ້ງຂອງລັດຖະ
ບານກາງຖືກເຂົ້າໃຈຜິດວ່າອ່ອນແອນັ້ນ, ຢາກໃຫ້ມັນມີຄວາມກະຈ່າງແຈ້ງວ່າ ການຍິນ
ຍອມທຸກຮູບແບບແມ່ນຈະຖືກກຳຈັດໃຫ້ໝົດ.”

ອົງ​ການ​ຂ່າວ​ທາງ​ການ ຊິນ​ຫົວ ໄດ້​ກ່າວ​ໃນ​ບົດ​ວິ​ຈານ​ຕ່າງ​ຫາກວ່າ ລະ​ບຽບ​ກົດຫມາຍ​
ຕ້ອງຖືກເປີດເຜີຍຢ່າງຈະແຈ້ງ ແລະ ວ່າ ຮົງກົງ ອາດໄດ້ຮັບການລົງໂທດທີ່ໃຫຍ່ກວ່າ
ແລະ ໜັກກວ່າເກົ່າ ຖ້າສະຖານະການໃນປັດຈຸບັນຍັງດຳເນີນຢູ່.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG