ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກົດ​ໝາຍ​ລັດ ຫ້າມ​ມະ​ຫາ​ວິ​ທະ​ຍາ​ໄລ ເຢ​ລ ຕັ້ງ​ຕູ້​ຂາຍ​ຢາ ແຜນ B


ຖົງ​ຢາງ​ອະ​ນາ​ໄມ ຕັ້ງ​ຂາຍ​ຢູ່​ເທິງຊິງ​ໂກມ ແລະ ເຂົ້າ​ໜົມ ໃນ​ຕູ້​ຂາຍ​ເຄື່ອງ​ໃນ​ປະ​ເທດ ຈີນ. 23 ກັນ​ຍາ, 2007.
ຖົງ​ຢາງ​ອະ​ນາ​ໄມ ຕັ້ງ​ຂາຍ​ຢູ່​ເທິງຊິງ​ໂກມ ແລະ ເຂົ້າ​ໜົມ ໃນ​ຕູ້​ຂາຍ​ເຄື່ອງ​ໃນ​ປະ​ເທດ ຈີນ. 23 ກັນ​ຍາ, 2007.

ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ໃນ ​ສະ​ຫະ​ລັດ ໄດ້​ຕັ້ງ​ຕູ້​ຢາ​ຄຸ​ມ​ກຳ​ເນີດ​ຂຶ້ນ​ຕາມ​ໂຮງ​ຮຽນ​ຕ່າງໆ​
ຂອງມະຫາວິທະຍາໄລ ເພື່ອຊ່ວຍເຫຼືອພວກນັກສຶກສາຍິງໃນການຄວບຄຸມການຖືພາ
ໃນໄວຮຽນ. ພຸດທະສອນ ມີລາຍລະອຽດກ່ຽວກັບລາຍງານນີ້ ໃຫ້ທ່ານໄດ້ຟັງ ໃນອັນ
ດັບຕໍ່ໄປ.

ມະ​ຫາ​ວິ​ທະ​ຍາ​ໄລ ເຢ​ລ ຈະ​ບໍ່​ປະ​ຕິ​ບັດ ​ຄື​ກັນ​ກັບ​ໂຮງ​ຮຽນ​ອື່ນໆຫຼາຍ​ສິບ​ແຫ່ງ​ໃນ​ທົ່ວ​
ປະເທດ ແລະ ຈຳໜ່າຍຢາຄຸມກຳເນີດ ຜ່ານຕູ້ຈຳໜ່າຍໃນມະຫາວິທະຍາໄລ, ເພາະ
ວ່າມັນຖືກຫ້າມໂດຍກົດໝາຍລັດ.

ທ່ານ​ນາງ ແຄ​ເຣັນ ເອັນ ເພີດ, ຜູ້​ອຳ​ນວຍ​ການ​ພະ​ແນກ​ການ​ສື່​ສານ​ພາຍນອກ​ຢູ່​ຫ້ອງ​
ການພົວພັນສາທາລະນະ ແລະ ການຄົມມະນາຄົມ ໄດ້ກ່າວຕໍ່ວີໂອເອຜ່ານອີເມລວ່າ
“ຕູ້ສຸຂະພາບດັ່ງກ່າວ ຈະບໍ່ມີຢູ່ໃນມະຫາວິທະຍາໄລ.” ປັດຈຸບັນກົດໝາຍລັດ
ຄັອນແນັກຕິຄັດ ບໍ່ອະນຸຍາດໃຫ້ຢາທີ່ບໍ່ໄດ້ຢູ່ໃນໃບສັ່ງຖືກຂາຍ ຢູ່ໃນຕູ້ພວກນີ້.”

ແຕ່​ທ່ານ​ນາງ ເພີດ ໄດ້​ຢື​ນ​ຢັນ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ ເຢ​ລ ຈະ​ສືບ​ຕໍ່​ສະ​ໜອງ​ຢາແຜນ
B, ເຊິ່ງສ່ວນຫຼາຍມັກອ້າງເຖິງ “ຢາຄຸມກຳເນີດ,” ໂດຍບໍ່ເສຍເງິນໃຫ້ພວກນັກສຶກສາ
ຢູ່ສູນສຸຂະພາບຂອງມະຫາວິທະຍາໄລ, ພ້ອມກັບເຄື່ອງຄຸມກຳເນີດແບບສອດໃສ່ມົດ
ລູກ, ເຊິ່ງແມ່ນທາງເລືອກໃນການຄຸມກຳເນີດສຸກເສີນອີກແບບນຶ່ງ, ແລະ ການໃຫ້ຄຳ
ປຶກສາຫາລືຮອບດ້ານ ກ່ຽວກັບ ການຄຸມກຳເນີດ ແລະ ສຸຂະພາບການຈະເລີນພັນ.

ທ່ານ​ນາງ ເພີດ ໄດ້​ຂຽນ​ວ່າ “ຜະ​ລິດ​ຕະ​ພັນ​ພວກນີ້ ​ໄດ້​ມີ​ຢູ່​ຮ້ານ​ຂາຍ​ຢາ​ສຸ​ຂະ​ພາບ​ມະ​
ຫາວິທະຍາໄລ ເຢລ ເປັນເວລາຫຼາຍປີ ກ່ອນທີ່ນັກສຶກສາກຸ່ມນຶ່ງ ໄດ້ລິເລີ່ມແນວຄິດ
ກ່ຽວກັບ ການທົດລອງໃຊ້ຕູ້ຢາດັ່ງກ່າວ.”

ມະ​ຫາ​ວິ​ທະ​ຍາ​ໄລ ເຢ​ລ ໄດ້ຮ່ວມມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ທັງຫຼາຍ​ໃນ ສະ​ຫະ​ລັດ ເພື່ອ​
ຕິດຕັ້ງຕູ້ແຈກຖົງຢາງອະນາໄມ, ຢາຄຸມກຳເນີດສຸກເສີນ ແລະ ນ້ຳລໍ່ລື້ນໃນເດືອນທີ່
ຜ່ານມາ. ຢາຄຸມກຳເນີດພາຍໃຕ້ຊື່ການຄ້າທີ່ວ່າ Plan B ນັ້ນສາມາດໃຊ້ໄດ້ເຖິງ 5
ວັນຫຼັງຈາກການມີເພດສຳພັນ ເພື່ອທຳການສະກັດກັ້ນການຖືພາ.

​ອີງ​ຕາມ​ໜັງ​ສື​ພິມ Yale Daily News, ນາງ ອີ​ເລຍ​ນາ ວາ​ລ​ເດ​ສ, ນັກ​ສຶກ​ສາ​ປີ​ທີ​ສອງ​
ມະຫາວິທະຍາໄລ ເຢລ ຜູ້ທີ່ໄດ້ນຳໜ້າໃນຄວາມພະຍາຍາມດັ່ງກ່າວເວົ້າວ່າ “ຈຸດປະ
ສົງຂອງຄວາມຄິດນີ້ແມ່ນເຮັດໃຫ້ຢາ Plan B ຖືກນຳເອົາໄປໃຊ້ໄດ້ ແລະ ໃຫ້ຢາທີ່ມີ
ໂດຍທົ່ວໄປ ສາມາດເອົາມາໃຊ້ໄດ້. ລາວໄດ້ເວົ້າວ່າ “ຫວັງວ່າສິ່ງນີ້ ຈະເຮັດໃຫ້ມັນ
ເປັນຕົວຢ່າງ ສຳລັບຕູ້ຢາເພື່ອສຸຂະພາບທີ່ວ່ານັ້ນ ມີຫຼາຍຂຶ້ນໃນທົ່ວມະຫາວິທະຍາໄລ
ທີ່ມັນບັນຈຸສິ່ງອື່ນໆ ສະນັ້ນພວກນັກສຶກສາ ເຢລ ຈຶ່ງບໍ່ຕ້ອງອອກໄປທາງອື່ນຫາຮ້ານ
ສະດວກຊື້, ໂດຍສະເພາະພວກນັກສຶກສາຈາກມະຫາວິທະຍາໄລໃໝ່.”

ຢາ​ຄຸມ​ກຳ​ເນີດ Plan B ຫຼື ສານ​ຮໍ​ໂມນ​ທຽມ, ສາ​ມາດຫຼຸດ​ຄວາມ​ສ່ຽງ​ຂອງ​ການ​ຖື​ພາ​
ໄດ້ເຖິງ 89 ເປີເຊັນ, ອີງຕາມເວັບໄຊ Plan B One Step.

ເວັບ​ໄຊ​ດັ່ງ​ກ່າວ​ເວົ້າ​ວ່າ “ຍິ່ງ​ກິນ​ຢາ​ດັ່ງ​ກ່າວ​ໄວ​ຊ່ຳ​ໃດ, ມັນ​ຍິ່ງ​ໄດ້​ຜົນ​ດີ​ຊ່ຳ​ນັ້ນ.”

ອີງ​ຕາມ​ເວັບ​ໄຊບໍ​ລິ​ສັດ Mayo Clinic, ເຊິ່ງ​ແມ່ນ​ເຄືອ​ຂ່າຍ​ການ​ສຶກ​ສາ​ດ້ານ​ສຸ​ຂະ​
ພາບທີ່ບໍ່ຫວັງຜົນກຳໄລທີ່ໃຫຍ່ທີ່ສຸດໃນ ສະຫະລັດ ນັ້ນ, ເຂົາເຈົ້າເວົ້າວ່າ ສານຮໍໂມນ
ທຽມ ແມ່ນທາງເລືອກນຶ່ງໃນການປ້ອງກັນ ເມື່ອການມີເພດສຳພັນບໍ່ໄດ້ໃຊ້ອຸປະກອນ
ປ້ອງກັນຕໍ່ຮ່າງກາຍ, ຮໍໂມນຕ່າງໆຄື ຖົງຢາງອະນາໄມ, ຢາຄຸມກຳເນີດທີ່ກິນປະຈຳ
ວັນ ແລະ ປົກກະຕິ, ຫຼື ອຸປະກອນໃນມົດລູກ.

ເວັບ​ໄຊ​ດັ່ງ​ກ່າວອະ​ທິ​ບາຍ​ວ່າ “ຢາ​ຄຸມ​ກຳ​ເນີດ​ສາ​ມາດ​ປ້ອງ​ກັນ​ການ​ຖື​ພາ​ໄດ້​ ຖ້າ​ເຈົ້າ​
ມີເພດສຳພັນໂດຍບໍ່ໄດ້ປ້ອງກັນ. ຢາຄຸມກຳເນີດຈະບໍ່ເຮັດໃຫ້ການຖືພາທີ່ຕິດແລ້ວ
ຢຸດໄດ້. ສ່ວນໃຫຍ່ມັນຈະໄດ້ຜົນດ້ວຍການເລື່ອນເວລາ ຫຼື ປ້ອງກັນການຕົກໄຂ່. ຢາ
ນີ້ບໍ່ຄືກັບຢາແທ້ງລູກ, ທີ່ຮູ້ຈັກກັນໃນອີກຊື່ນຶ່ງວ່າ RU-486 ຫຼື ຢາແທ້ງລູກ, ເຊິ່ງມັນ
ຈະທຳລາຍການຖືພາທີ່ໄດ້ເລີ່ມແລ້ວ, ເປັນຂັ້ນຕອນໄຂ່ທີ່ມີນ້ຳເຊື້ອແລ້ວໄປຕິດຢູ່ຝາ
ມົດລູກ ແລະ ໄດ້ເລີ່ມຈະເລີນພັນແລ້ວ.”

ການ​ສຳຫຼວດ​ທີ່​ດຳ​ເນີນໂດຍ​ສະ​ມາ​ຄົມ​ສຸ​ຂະ​ພາບ ມະ​ຫາ​ວິ​ທະ​ຍາ​ໄລ ອາ​ເມ​ຣິ​ກັນ ໃນ
ປີ 2015 ໄດ້ສະແດງໃຫ້ເຫັນວ່າວິທະຍາຄານ ແລະ ມະຫາວິທະຍາໄລທີ່ຖືກສຳຫຼວດ
79 ເປີເຊັນນັ້ນ ໄດ້ສະໜອງຢາ Plan B ຫຼື ຢາຄຸມກຳເນີດສຸກເສີນທີ່ບໍ່ມີໃບສັ່ງໃຫ້
ນັກສຶກສາ ຜ່ານການບໍລິການດ້ານສຸຂະພາບນັກສຶກສາຂອງເຂົາເຈົ້າ.

ລາຍ​ຊື່​ຂອງ​ໂຮງ​ຮຽນ​ທີ່​ສະ​ໜອງ​ສານ​ຮໍ​ໂມ​ນ​ທຽມ ໃນ​ຕູ້​ຢາ​ນັ້ນ​ແມ່ນ​ກຳ​ລັງ​ເຕີບ​ໂຕ​ຢ່າງ​
ງຽບໆ, ລວມທັງວິທະຍາຄານ ແລະ ມະຫາວິທະຍາໄລຕ່າງໆຈາກໃຫຍ່ຫານ້ອຍ,
ແລະ ຖືກຜັກດັນ ຈາກຄວາມຮຽກຮ້ອງຕ້ອງການ ຂອງນັກສຶກສາ. ໂຮງຮຽນຫຼາຍແຫ່ງ
ຂອງມະຫາວິທະຍາໄລ ຄາລິຟໍເນຍ, ມະຫາວິທະຍາໄລ ດາທມຸດ ແລະ ມະຫາວິທະ
ຍາໄລ ສແຕນຝອດ ກໍລວມຢູ່ໃນຜູ້ລິເລີ່ມນັ້ນ.

ການ​ສຳຫຼວດ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ນັກ​ສຶກ​ສາ​ຫຼາ​ຍກວ່າ 75 ເປີ​ເຊັນ
ທີ່ຖືກຖາມໄດ້ກ່າວວ່າ ເຂົາເຈົ້າບໍ່ຮູ້ວ່າ ພະແນກສຸຂະພາບຂອງມະຫາວິທະຍາໄລ
ເຢລ ສະເໜອງຢາຄຸມກຳເນີດສຸກເສີນ ເຈັດມື້, 24 ຊົ່ວໂມງ ແລະ ບໍ່ເສຍຄ່າໃຊ້ຈ່າຍ,
ອີງຕາມລາຍງານຂອງໜັກສືພິມ Yale Daily News.

ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ການ​ຢາ ເຕວາ ຈຳ​ກັດ​ໄດ້​ຂາຍ​ຢາ Plan B One Step ແລະ
ຜະລິດຕະພັນຄຸມກຳເນີດສຸກເສີນໃຫ້ບໍລິສັດ Foundation Consumer
Healthcare ໃນຍອດຂາຍ 675 ລ້ານໂດລາໃນປີ 2017. ຢາຄຸມກຳເນີດ, ເຊິ່ງກ່ອນ
ໜ້ານີ້ຕ້ອງມີໃບສັ່ງຢາຈາກທ່ານໝໍນັ້ນ, ໄດ້ມີຈຳໜ່າຍໂດຍບໍ່ຕ້ອງການໃບສັ່ງ ສຳລັບ
ແມ່ຍິງອາຍຸ 17 ປີ ຫຼື ສູງກວ່າ, ແນວໃດກໍຕາມ ໂຮງຮຽນບາງແຫ່ງຈະບໍ່ຈຳໜ່າຍຢາ
ໃຫ້ພວກຜູ້ຊາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG