ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ເລີ່ມ​ໃຊ້ ເຂື່ອນ​ໄຟ​ຟ້າ ໃນ​ແມ່​ນ້ຳ​ຂອງ ກໍ່​ໃຫ້​ມີ​ ຄວາມ​ຢ້ານ​ກົວ ​ເຖິງ​ຜົນ​ກະ​ທົບ ​ທີ່ບໍ່​ສາ​ມາດ​ຢຸດ​ໄດ້​


ແມ່​ນ້ຳ​ຂອງ ແບ່ງ​ແຍກ ລາວ ແລະ ໄທ.
ແມ່​ນ້ຳ​ຂອງ ແບ່ງ​ແຍກ ລາວ ແລະ ໄທ.

ບັນ​ດາ​ນັກ​ວິ​ຈານ ກ່ຽວ​ກັບ ເຂື່ອ​ນ​ໄຟ​ຟ້າ ໄຊ​ຍະ​ບູ​ລີ ທີ່​ມີ​ກຳ​ລັງ 1,285 ເມ​ກະ​ວັດ ໃນ
ພາກເໜືອຂອງລາວ ຢ້ານວ່າ ການປັບປຸງເມື່ອບໍ່ດົນມານີ້ຕໍ່ໂຄງການທີ່ມີບັນຫາດັ່ງກ່າວ
ຈະບໍ່ພຽງພໍທີ່ຈະຮັກສາແມ່ນ້ຳຂອງຈາກສະຖານະການທີ່ຮ້າຍແຮງ ເມື່ອເຂົາເຈົ້າເລີ່ມ
ຜະລິດໄຟຟ້າຢ່າງເຕັມທີ່ໃນເດືອນໜ້າ.

ຫຼັງ​ຈາກ​ການກໍ່​ສ້າງ​ດົນ 7 ປີ, ມັນ​ຈະ​ເປັນ​ເຂື່ອນ​ທຳ​ອິດ​ຈາກ 11 ແຫ່ງ​ທີ່​ຖືກວາງ​ແຜນ
ໄວ້ສຳລັບແມ່ນໍ້າທາງພາກໃຕ້ຂອງ ຈີນ, ເຊິ່ງໄດ້ສ້າງເຂື່ອນ 11 ແຫ່ງຢູ່ຕາມແມ່ນ້ຳຂອງ
ນັ້ນແລ້ວ, ທີ່ຈະເລີ່ມປະຕິບັດງານ.

ປະ​ຊາ​ຊົນ​ 50 ລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ​ ແມ່ນ​ອາ​ໄສ​ການ​ທຳ​ມາ​ຫາ​ກິນ​ຢູ່​
ແມ່ນ້ຳດັ່ງກ່າວ, ດ້ວຍປາ ແລະ ຕະກອນ ທີ່ມັນພັດມານຳ. ບັນດານັກຄົ້ນຄວ້າ ແລະ ຜູ້
ສະໜັບສະໜູນສິ່ງແວດລ້ອມກ່າວວ່າ ເຂື່ອນດັ່ງກ່າວອາດໄປກີດກັ້ນທັງສອງຢ່າງນັ້ນ.

ທ່ານ ບ​ຣາຍ​ອັນ ອາຍ​ເລີ ນັກ​ວິ​ໄຈ​ອາ​ວຸ​ໂສ ຢູ່​ສູນ​ກາງ ສ​ຕິມ​ສັນ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ
ຄອນຫຼວງ ວໍຊິງຕັນ, ຜູ້ທີ່ນຳໜ້າກຸ່ມຄົ້ນຄວ້າໂຄງການນະໂຍບາຍແມ່ນ້ຳຂອງ ໄດ້ກ່າວ
ຕໍ່ວີໂອເອວ່າ “ດ້ວຍໄພແຫ້ງແລ້ງຂອງປີນີ້ ແລະ ການມີສ່ວນໃນລະດັບແມ່ນ້ຳທີ່ຕ່ຳກວ່າ
ເກົ່າຈາກ ຜົນກະທົບທີ່ສະສົມມາຈາກການກັກນ້ຳໄວ້ຢູ່ຕົ້ນຂອງເຂື່ອນ, ຂ້າພະເຈົ້າຄິດ
ວ່າ ສິ່ງທີ່ເອີ້ນວ່າ ຜົນກະທົບຕໍ່ລະບົບນິເວດຂອງແມ່ນ້ຳຂອງ ແມ່ນອາດໄດ້ມາຮອດແລ້ວ.
ຖ້າບໍ່ແມ່ນ, ມັນກໍຄົງຈະຫຍັບເຂົ້າມາໃກ້ໆໃນໄວໆນີ້.”

ທ່ານ​ໄດ້​ກ່າວ​ວ່າ “ນັ້ນ​ກໍ​ໝາຍ​ຄວາມ​ວ່າ ຜົນ​ກະ​ທົບ​ທີ່​ສະ​ສົມ​ມາ​ຂອງ​ເຂື່ອນ​ພວກນີ້ ແມ່ນ
ກຳລັງສ້າງຂະບວນການທີ່ຈະຫຼຸດຜ່ອນຄວາມໃຫຍ່ໂຕຂອງແມ່ນ້ຳຂອງ ໄປເປັນແມ່ນ້ຳ
ທີ່ຖືກຄວບຄຸມ ແລະ ຖືກຈັດການທັງໝົດໃນທີ່ສຸດ, ແລະ ດັ່ງນັ້ນ ຊັບສິນທຳມະຊາດຂອງ
ສິ່ງທີ່ແມ່ນ້ຳຂອງໄດ້ສະໜອງໃຫ້ນັ້ນແມ່ນຈະຖືກກະທົບ ແລະ ອາດຖືກລົບລ້າງໄປ.”

ແມ່​ນ້ຳ​ດັ່ງ​ກ່າວ​ໄຫຼຍາວກວ່າ 4,000 ກິ​ໂລ​ແມັດ​ຈາກພູ​ພຽງ ຕິ​ເບດ ຂອງ​ຈີນ ຜ່ານ​ ມຽນ​ມາ,
ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ຫາທະເລຈີນໃຕ້.

Critics of the 1,285-megawatt Xayaburi hydropower dam in northern Laos fear recent upgrades to the controversial project won't be enough to save the Mekong River from a critical tipping point when it starts churning out electricity at full throttle next month.

After seven years of construction, it will be the first of 11 dams planned for the river south of China — which has built 11 dams across the Mekong already — to go online.

Some 50 million people downstream rely for a living on the river's waters, along with the fish and sediment it washes their way. Researchers and environmental advocates say the dam could block both.

"With this year's drought and the contribution to lower river levels from the cumulative effects of upstream dams holding back water, I think that the so-called ecological tipping point of the Mekong might have already arrived; if not, it's certainly fast approaching," Brian Eyler, a senior fellow at the Washington-based Stimson Center who heads the research group's Mekong Policy Project, told VOA.

"That means that the cumulative effects of these dams are creating processes that ultimately reduce the mightiness of the Mekong to a river that is harnessed and entirely managed, and therefore the natural properties of what the Mekong provides are stunted or potentially erased," he said.

The river runs more than 4,000 kilometers from China's Tibetan plateau through Myanmar,Thailand, Laos, Cambodia and Vietnam to the South China Sea.

XS
SM
MD
LG