ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຂນທຽມພິເສດ ທີ່ໃຊ້ໄຟຟ້າແລ່ນ ຊ່ວຍໃຫ້ຄົນ ແຂນກຸດ ເຄື່ອນເໜັງ ໄດ້ງ່າຍຂຶ້ນ


ທ້າວ ຈູນຽສ ມໍ (Junius Moore) ໄດ້ສູນເສຍແຂນສ່ວນນຶ່ງໄປ ຍ້ອນອຸປະຕິເຫດລົດຕໍາ ມີຄວາມຮູ້ສຶກດີຂຶ້ນ ພາຍຫລັງໃຊ້ແຂນທຽມທີ່ເອີ້ນວ່າ LUKE ເພື່ອຊ່ວຍລາວໃຫ້ເຄື່ອນເໜັງໄດ້ງ່າຍຂຶ້ນ
ທ້າວ ຈູນຽສ ມໍ (Junius Moore) ໄດ້ສູນເສຍແຂນສ່ວນນຶ່ງໄປ ຍ້ອນອຸປະຕິເຫດລົດຕໍາ ມີຄວາມຮູ້ສຶກດີຂຶ້ນ ພາຍຫລັງໃຊ້ແຂນທຽມທີ່ເອີ້ນວ່າ LUKE ເພື່ອຊ່ວຍລາວໃຫ້ເຄື່ອນເໜັງໄດ້ງ່າຍຂຶ້ນ

ຕອນທີ່ທ້າວ ຈູນຽສ ມໍ (Junius Moore) ໄດ້ສູນເສຍແຂນສ່ວນນຶ່ງໄປຍ້ອນອຸປະຕິ
ເຫດລົດຕໍາ ຊຶ່ງໄດ້ເຮັດໃຫ້ລາວມີຄວາມສາມາດເຮັດກິດຈະວັດປະຈໍາວັນທີ່ງ່າຍໆ
ໄດ້ ຢ່າງຈຳກັດ ເຊັ່ນການກິນ ແລະການດື່ມເທົ່ານັ້ນ. ແຕ່ມາບັດນີ້ ແຂນທຽມແບບ
ພິເສດຂອງລາວບໍ່ພຽງແຕ່ຈະເຮັດໃຫ້ລາວເໜັງຕີງໄດ້ດີຂຶ້ນກວ່າເກົ່າ ແຕ່ຍັງເຮັດໃຫ້
ລາວມີຄວາມໝັ້ນໃຈດີຂຶ້ນນຳ ສຳລັບຄຸນນະພາບຂອງຊີວິດໂດຍລວມ. ຈູລີ ທາໂບ
(Julie Taboh) ນັກຂ່າວວີໂອເອ ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະ
ນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ການຊອຍອາຫານເປັນຕ່ອນນ້ອຍໆ ອາດເປັນສິ່ງທໍາມະດາສໍາລັບພວກເຮົາສ່ວນໃຫຍ່. ແຕ່ວ່າສໍາລັບທ້າວ ຈູນຽສ ມໍ (Junius Moore) ທີ່ສູນເສຍແຂນສ່ວນນຶ່ງໄປ ຍ້ອນອຸປະ
ຕິເຫດລົດຕໍາແລ້ວ ແມ່ນບໍ່ເປັນເຊັ່ນນັ້ນ.

ລາວໄດ້ຮັບການຊ່ວຍເຫລືອຈາກແຂນທຽມທີ່ເອີ້ນວ່າ LUKE ທີ່ຊ່ວຍໃຫ້ລາວສາມາດ
ເຄື່ອນເໜັງໄດ້ງ່າຍຂຶ້ນ ໂດຍການອ່ານສັນຍານຂອງເສັ້ນປະສາດຈາກກ້າມເນື້ອ ທີ່
ຍັງຫລົງເຫລືອຢູ່ ພາຍຫລັງທີ່ໄດ້ມີການຕັດແຂນອອກແລ້ວ.

ທ້າວ ຈູນຽສ ມໍ (Junius Moore) ເວົ້າວ່າ "ເມື່ອຂ້ອຍຄິດວ່າ ຢາກຈະກໍາມື, ມັນກໍ
ຈະເຮັດໃຫ້ກ້າມເນື້ອໃດນຶ່ງມີໄຟຮ້ອນຂຶ້ນ ຢູ່ໃນແຂນສ່ວນທີ່ເຫລືອນັ້ນໂລດ ແລະ
ແຂນທຽມກໍຈະຮູ້ວ່າ ອັນນັ້ນໝາຍຄວາມວ່າ ໃຫ້ກໍາມືໄວ້."


ໂດຍໃສ່ຊື່ຄືກັນກັບຕົວລະຄອນຢູ່ໃນຮູບເງົາເລື້ອງ "Star Wars" ຫຼືສົງຄາມດວງດາວ, ທີ່ຊື່ວ່າ Luke Skywalker, ແຂນ Luke ແມ່ນແຂນທຽມທີ່ເອົາຕິດຕໍ່ໃສ່ກັບບ່າ, ແຂນ
ສອກ, ແລະມື ທີ່ມີໄຟຟ້າແລ່ນຜ່ານ ທີ່ເຮັດວຽກປະສານງານກັນ ເປັນອັນນຶ່ງອັນດຽວ.

ທ່ານ ແມັດຕີວ ອາລບີກເຄີຄ໌ (Matthew Albuquerque) ນັກຊ່ຽວຊານດ້ານເຮັດແຂນ
-ຂາທຽມ ແລະຍືດກະດູກໃຫ້ຊື່ ແລະເປັນປະທານຂອງບໍລິສັດ Next Step Bionics &
Prosthetics ເວົ້າວ່າ "ອັນໃດກໍຕາມ ທີ່ເກີດມີກ່ອນແຂນ LUKE ແມ່ນບໍ່ໄດ້ມີບ່າທີ່ມີ
ໄຟຟ້າ ສະນັ້ນໃຜກໍຕາມທີ່ມີແຂນທຽມ ທີ່ຢູ່ໃນລະດັບແຂນກຸດຂະໜາດນັ້ນ, ຕາມປົກ
ກະຕິແລ້ວ ຈະຕ້ອງໃຊ້ແຂນອີກເບື້ອງນຶ່ງ ເພື່ອພິກປີ້ນແຂນທຽມທີ່ຢູ່ເບື້ອງນັ້ນ. ດຽວນີ້ ຍ້ອນວ່າມີແຂນ LUKE ແລ້ວ ໃຜກໍຕາມທີ່ ແຂນກຸດເຖິງລະດັບນັ້ນ ແມ່ນຈະມີການ
ຄວບຄຸມແຂນທຽມໄດ້ຢ່າງເຕັມສ່ວນ ໂດຍບໍ່ຕ້ອງໃຊ້ແຂນອີກເບື້ອງນຶ່ງມາແປງມັນ."


ທ້າວ ມໍ (Moore) ເອົາອຸປະກອນໃສ່ຢູ່ກ້ອງແຂນທຽມຂອງລາວ ເພື່ອຮັບປະ ກັນວ່າ ສັນຍານແລ່ນ ໄປຈາກກ້າມເນື້ອຂອງລາວ ໄປຫາອຸປະກອນດັ່ງກ່າວໄດ້ເປັນຢ່າງດີ.

ດຣ. ອາລເບີທ໌ ຈີ (Albert Chi), ນັກຜ່າຕັດ ຄົນທີ່ໄດ້ຮັບບາດເຈັບໜັກ ທີ່ມະຫາວິ
ທະຍາໄລດ້ານການແພດ ແລະວິທະຍາສາດຂອງລັດ ອໍຣີກອນ (Oregon) ໃຫ້ຄໍາ
ເຫັນວ່າ “ທ້າວ ຈູນຽສ (Junius) ໄດ້ຜ່ານຂັ້ນຕອນ ທີ່ເອີ້ນວ່າ ການມີເສັ້ນປະສາດ
ໄປເຖິງພາກສ່ວນທີ່ເປັນເປົ້າໝາຍຄືນມາອີກ, ຊຶ່ງເປັນຂັ້ນຕອນ ນໍາເອົາເສັ້ນປະ
ສາດທີ່ເຄີຍໄດ້ເດີນໄປຫາແຂນທີ່ເຄີຍສູນເສຍໄປນັ້ນ ແລະເອົາຂໍ້ມູນກັບມາຫາ
ກ້າມເນື້ອທີ່ຍັງເຫລືອຢູ່ນັ້ນຄືນອີກ.”

ທ່ານ ອາລບີກເຄີກີ (Albuquerque) ກ່າວເພີ້ມອີກວ່າ “ສິ່ງທີ່ດີແບບໜ້າເຫລືອເຊື່ອ
ສໍາລັບແຂນ ລູກ (LUKE) ກໍຄື ມັນໄດ້ຮຽນເອົາແບບການປະຕິບັດງານຂອງແຂນຄົນ. ແຂນລູກ (LUKE) ແມ່ນແຂນທຽມ ຊະນິດທໍາອິດ ທີ່ສາມາດໃຫ້ມີການເຄື່ອນເໜັງ
ສາມປະເພດເກີດຂຶ້ນ ຢູ່ໃນມືອັນນັ້ນ. ການເຄື່ອນເໜັງປະເພດນຶ່ງ ແມ່ນການແບມື
ອອກ ແລະກໍາມືເຂົ້າ, ອີກປະເພດນຶ່ງແມ່ນສາມາດໝູນຂໍ່ມື ໄປມາໄດ້ ແລະປະເພດ
ນຶ່ງອີກ ແມ່ນສາມາດກົດຂໍ່ມື ແລະຍືດມັນອອກໄປໄດ້. ສິ່ງນີ້ ແມ່ນການປະຕິບັດງານ ໃນປະລິມານແບບບໍ່ເຄີຍມີມາກ່ອນ ສໍາລັບແຂນທຽມ ທັ້ງທີ່ບໍ່ເຄີຍມີຊໍ້າ.”

ທ້າວມໍເວົ້າວ່າ ແຂນໃໝ່ຂອງລາວເຮັດຫລາຍສິ່ງຫຼາຍຢ່າງໄດ້ ຫຼາຍກວ່າການຊ່ວຍ
ເຫລືອໃຫ້ລາວເພີ້ມສະມັດຕະພາບການເຄື່ອນເໜັງຂອງລາວອີກ.

ທ້າວມໍກ່າວດັ່ງນີ້ “ເປັນທີ່ຈະແຈ້ງຢູ່ແລ້ວວ່າ ມັນມີແງ່ການປະຕິບັດງານ ແລະກໍມີແງ່
ດ້ານສັງຄົມອີກ. ເມຍຂອງຂ້ອຍເວົ້າວ່າ ຂ້ອຍສາມາດທີ່ຈະຢືນຊື່ໄດ້ຫລາຍຂຶ້ນໃນ
ທຸກມື້ນີ້. ມັນຄ່ອຍໆ ສ້າງໃຫ້ມີຄວາມຮູ້ສຶກໝັ້ນໃຈຫລາຍຂຶ້ນ.”

ເທັກໂນໂລຈີທີ່ຊ່ວຍທ້າວມໍ ນີ້ ມີລາຄາທີ່ອາດຕົກເປັນເງິນຫລາຍຮ້ອຍພັນໂດລາ ແຕ່
ຫວັງວ່າ ໃນທີ່ສຸດມັນກໍຈະມີໄວ້ໃຫ້ແກ່ທຸກໆຄົນທີ່ຈຳເປັນຕ້ອງໄດ້ໃຊ້ມັນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG